ຄົນງານລາວ ໃນຕ່າງປະເທດ ມີສ່ວນຊ່ອຍກະຕຸ້ນ ເສຖກິຈ ສປປ ລາວ
2022.12.21
ມາຮອດປັດຈຸບັນ ການສົ່ງເງິນກັບປະເທດ ຂອງຄົນລາວ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະ ປະເທດໄທຍ ແມ່ນເປັນຣາຍຮັບສໍາຄັນ ໃນການສ້າງຄວາມໝັ້ນຄົງທາງເສຖກິຈ ແລະຍົກລະດັບຄຸນນະພາບຊີວິຕ ຂອງປະຊາຊົນພາຍໃນປະເທດ ເປັນຕົ້ນ ຄວາມໝັ້ນຄົງທາງດ້ານອາຫານ, ການສຶກສາ, ສຸຂພາບອະນາມັຍ ແລະຄ່າໃຊ້ຈ່າຍຕ່າງໆໃນຄົວເຮືອນ, ອີງຕາມບົດຣາຍງານຂອງອົງການຈັດຕັ້ງສາກົລ ເພື່ອການເຄື່ອນຍ້າຍຖິ່ນຖານ ປະຈໍາ ສປປລາວ ຫຼື International Organization for Migration (IOM) ທີ່ເຜີຍແຜ່ ເນື່ອງໃນວາຣະ ການສເລີມສລອງ ວັນຄົນງານເຄື່ອນຍ້າຍສາກົລ ໃນມື້ວັນທີ 18 ທັນວາ ທີ່ຜ່ານມານີ້.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງຄົນງານລາວ ທີ່ເດີນທາງໄປເຮັດວຽກຢູ່ປະເທດໄທຍຫຼາຍຄົນ ແລະທຸກຄົນຕອບຄືກັນວ່າ ພວກເຂົາເຈົ້າ ຈະສົ່ງເງິນກັບໄປຍັງຄອບຄົວ ເດືອນລະປະມານ 4,000-7000 ບາທ ຂຶ້ນຢູ່ກັບຖານເງິນເດືອນ ແລະຄ່າໃຊ້ຈ່າຍສ່ວນບຸກຄົນ.
ດັ່ງຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ປະເທດໄທຍ ເປັນໄລຍະເວລາ 10 ປາຍປີ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ທັນວາ 2022 ນີ້ວ່າ:
“ແຕ່ລະເທື່ອມັນບໍ່ເປັນກ້ອນຫັ້ນນ່າ ແລ້ວແຕ່ຊ່ວງເວລາ ເພາະວ່າມັນມີ ຄ່າໃຊ້ຈ່າຍ ສົ່ງນ້ອງຮຽນ ເອື້ອຍຂໍ ນ້ອງຂໍອີ່ຫຍັງປະມານນີ້ ຖ້າເດືອນນຶ່ງ ສເລັ່ຽກໍ ກໍຈະຢູ່ທີ່ປະມານຫຼັກພັນ ຢູ່ທີ່ຫຼັກພັນ ຢູ່ທີ່ປະມານສັກ 6,000-7,000 ບາທ ອີ່ສັງປະມານນີ້.”
ນາງກ່າວຕື່ມວ່າ ໃນແຕ່ລະເດືອນ ຈະສົ່ງເງິນກັບໄປໃຫ້ພໍ່ແມ່ ທີ່ປະເທດລາວທຸກເດືອນ ເພື່ອເປັນຄ່າໃຊ້ຈ່າຍໃນຊີວິດປະຈໍາວັນ ແລະສົ່ງໃຫ້ນ້ອງໆອີກ 5 ຄົນ ໃຫ້ໄດ້ຮຽນໜັງສື ແລະຖ້າຫາໃນອະນາຄົດ ນ້ອງໆຮຽນຈົບ ນາງກໍມີແຜນທີ່ຈະຊັກຊວນພວກເຂົາເຈົ້າ ເດີນທາງມາເຮັດວຽກຢູ່ປະເທດໄທຍເຊັ່ນດຽວກັນກັບໂຕເອງ ຍ້ອນວ່າ ໄດ້ຮັບຄ່າຈ້າງແຮງງານ ສູງກ່ອນການເຮັດວຽກຢູ່ພາຍໃນປະເທດ ທີ່ມີຄ່າແຮງງານຂັ້ນຕໍ່າພຽງ 1,200,000 ກີບ ຫຼືຄິດເປັນພຽງ 2,400 ບາທຕໍ່ເດືອນ ເທົ່ານັ້ນ.
ທີ່ຜ່ານມາ ຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ປະເທດໄທຍ ສ່ວນຫຼາຍແມ່ນປະກອບຊີບແມ່ບ້ານ, ຄົນເບິ່ງແຍງຜູ້ສູງອາຍຸ, ພະນັກງານເສີບ, ກັມມະກອນກໍ່ສ້າງ ແລະພະນັກງານຂົນສົ່ງສິນຄ້າໃນຕລາດ ຢູ່ພາຍໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະເທດໄທຍ ໂດຍຈະໄດ້ຮັບຄ່າຈ້າງ ເດືອນລະປະມານ 8,000-15,000 ບາທ ຂຶ້ນຢູ່ກັບໜ້າທີ່ວຽກງານ ແລະນາຍຈ້າງ ໃນນີ້ ພວກຂະເຈົ້າຈະແບ່ງເງິນບາງສ່ວນໄວ້ ເພື່ອສົ່ງກັບປະເທດ ປະມານ 50% ຂອງລາຍໄດ້ທັງໝົດ.
ດັ່ງຄົນງານລາວ ທີ່ເຮັດວຽກເປັນກັມມະກອນກໍ່ສ້າງ ຢູ່ນະຄອນຫຼວງບາງກອກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນກໍແລ້ວແຕ່ ແລ້ວແຕ່ຄົນຫັ້ນນ່າ ບາງຄົນກໍ 5,000 ບາທ ບາງຄົນກໍ 7,000-8,000 ບາທ ກໍແລ້ວແຕ່ຄວາມຕ້ອງການຂອງທາງບ້ານ ແລ້ວແຕ່ຄວາມສະດວກຂອງແຕ່ລະບຸກຄົນ ແລ້ວແຕ່ຄ່າໃຊ້ຈ່າຍ ຂອງຢູ່ທາງນີ້ແນ່ ທາງພຸ້ນແນ່ ບາງຄົນກໍສົ່ງທຸກເດືອນ ເດືອນລະ 2,000-3,000 ບາທ ເປັນຮ້ານອາຫານ ເປັນງານກໍ່ສ້າງ ງານທົ່ວໄປນີ້ແຫຼະ.”
ສໍາລັບສາເຫດ ທີ່ເຮັດໃຫ້ຄົນງານລາວ ສົນໃຈເດີນທາງມາເຮັດວຽກຢູ່ປະເທດໄທຍ ຍ້ອນພາຍໃນປະເທດລາວ ໂດຍສະເພາະໃນພື້ນທີ່ເຂດນອກ ບໍ່ທັນໄດ້ມີຕໍາແໜ່ງງານ ແລະການເຮັດວຽກພາຍໃນປະເທດໃນເຂດໂຕເມືອງ ພັດໄດ້ຄ່າແຮງງານໜ້ອຍ ບໍ່ເໝາະສົມກັບຄ່າຄອງຊີບ ອີກທັງສ່ຽງຕໍ່ການຖືກໃຊ້ແຮງງານໂດຍບໍ່ທັນໄດ້ຮັບຄ່າຈ້າງ.
ດັ່ງຄົນງານລາວ ທີ່ຕັດສິນໃຈ ເດີນທາງມາຊອກວຽກເຮັດງານທໍາ ຢູ່ແຂວງອະຍຸທຍາ ປະເທດໄທຍ ທ່ານນຶ່ງ ກ່າວວ່າ:
“ມັນກໍອີກຢ່າງຫັ້ນແຫຼະ ຢູ່ບ້ານມັນບໍ່ມີວຽກເຮັດ ເປັນເຂດແບບບ້ານນອກ ເວົ້າງ່າຍໆບໍ່ມີວຽກເຮັດ ກໍເລີຍແບບມາ ເງິນເດືອນກໍແບບຢູ່ບ້ານ ມັນບໍ່ສູງ ຄືໄທຍແບບນີ້ ກໍເລີຍມາຫາເງິນຢູ່ໄທຍ 5-6 ປີແລ້ວ ກໍໄດ້ຢູ່ ກໍແບບສ່ວນຫຼາຍ ຊິຝາກໄປເຮັດເຮືອນ ເຮັດບ້ານຫັ້ນແຫຼະ ຢູ່ບ້ານ ບໍ່ຄ່ອຍເກັບໄວ້ໃນໂຕ.”
ອີງຕາມຄໍາກ່າວ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ຊີ້ແຈງຕໍ່ກອງປະຊຸມສະພາ ແຫ່ງຊາຕລາວ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 16 ມິຖຸນາ ທີ່ຜ່ານມານີ້ວ່າ ຕລາດແຮງງານຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທຍ, ເກົາຫລີໃຕ້ ແລະຍີ່ປຸ່ນ ຖືເປັນທາງອອກນຶ່ງໃຫ້ແກ່ຄົນງານລາວ ໃນການສ້າງຣາຍຮັບໃຫ້ແກ່ໂຕເອງ, ຄອບຄົວ ແລະປະເທດຊາຕໄດ້.
ທາງດ້ານນັກຊ່ຽວຊານເສຖສາຕ ໃຫ້ຄວາມເຫັນວ່າ ການສົ່ງເງິນກັບປະເທດ ຂອງຄົນງາລາວ ມີສ່ວນສໍາຄັນໃນການຫຼຸດຜ່ອນ ຄວາມທຸກຍາກ ເນື່ອງຈາກເງິນທີ່ສົ່ງກັບ ເປັນເງິນຕຣາຕ່າງປະເທດ ແຕ່ຢ່າງໃດກໍຕາມເຫດການດັ່ງກ່າວນີ້ ກໍສະແດງໃຫ້ເຫັນເຖິງ ຄວາມບໍ່ເຂັ້ມແຂງທາງເສຖກິຈ ແລະສັງຄົມ ທີ່ເກີດຂຶ້ນພາຍໃນປະເທດລາວ ຢ່າງຈະແຈ້ງ, ດັ່ງທ່ານກ່າວວ່າ:
“ເວລາເຂົາໄປເຮັດວຽກພຸ້ນນ່າ ເຂົາກໍໄດ້ເງິນກັບຄືນມາ ແນ່ນອນວ່າ ຕີເປັນເງິນກີບມັນກໍສູງ ມັນກໍຫຼາຍ ກໍຊີວິຕຄວາມເປັນຢູ່ ໂດຍສະເພາະແມ່ນ ຢູ່ໃນເຂດຊົນນະບົດ ກໍຖືວ່າຮັບການດີຂຶ້ນວ່າຊັ້ນສາ ແລ້ວກໍຈໍານວນແຮງງານ ເບິ່ງຈາກໂຕເລຂທີ່ນັກຮຽນ ຈົບ ມ.ປາຍ ບໍ່ຄ່ອຍເຂົ້າຮຽນ ໃນມະຫາວິທຍາລັຍຫຼາຍປານໃດ ເວົ້າງ່າຍໆໄປເຮັດວຽກ.”
ອີງຕາມບົດຣາຍງານ ຂອງອົງການຈັດຕັ້ງສາກົລ ເພື່ອການເຄື່ອນຍ້າຍຖິ່ນຖານ ປະຈໍາ ສປປ ລາວ ລະບຸວ່າ ລະຫວ່າງ ປີ 2013-2017 ຄອບຄົວທີ່ໄດ້ຮັບເງິນເຫຼືອ ຈາກຜູ້ທີ່ເດີນທາງໄປຕ່າງປະເທດ ມີອັດຕຣາສ່ວນຄວາມທຸກຍາກ ໃນພື້ນທີ່ເຂດນອກຫຼຸດລົງປະມານ 7.6% ແລະໃນປີ 2021 ຄົນງານລາວ ທີ່ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ສາມາດສົ່ງເງິນກັບປະເທດ ໄດ້ປະມານ 435 ລ້ານ ໂດລ້າຣ໌ສະຫະຣັຖ ຫຼືຄິດເປັນ 2% ຂອງ GDP ເຊິ່ງຫຼາຍກ່ອນເງິນຊ່ອຍເຫຼືອ ທີ່ໄດ້ຮັບຈາກຕ່າງປະເທດ ໃນແຕ່ລະປີ.
ໃນບົດຣາຍງານສບັບດັ່ງກ່າວນນີ້ ຍັງລະບຸອີກວ່າ ການສົ່ງເງິນກັບປະເທດ ຂອງຄົນງານລາວ ຫຼຸດຈໍານວນລົງໃນໄລຍະ 3 ປີ ທີ່ມີການແຜ່ຣະບາທຂອງໂຄວິດ-19 ເນື່ອງຈາກຫົວໜ່ວຍ ແຮງງານພາຍໃນປະເທດໄທຍ ໄດ້ປິດໂຕລົງຊົ່ວຄາວ ເຮັດໃຫ້ຄົນງານລາວ ຈໍານວນຫຼາຍ ຈໍາເປັນຕ້ອງອອກຈາກວຽກ ແລະບາງສ່ວນ ຕັດສິນໃຈເດີນທາງກັບປະເທດ ເຊິ່ງເຮັດໃຫ້ພວກເຂົາເຈົ້າຂາດລາຍໄດ້ ແລະປະສົບຄວາມຫຍຸ້ງຍາກ ໃນການໃຊ້ຊີວິຕ.