ປະຊາຊົນ ບໍ່ເຊື່ອວ່າ ຣັຖບານ ຈະແກ້ໄຂບັນຫາ ສິນຄ້າແພງໄດ້

ໄຊຍາ
2022.12.21
ປະຊາຊົນ ບໍ່ເຊື່ອວ່າ ຣັຖບານ ຈະແກ້ໄຂບັນຫາ ສິນຄ້າແພງໄດ້ ການຊື້-ຂາຍສິນຄ້າ ຢູ່ຕລາດກະສິກັມ ແຂວງຊຽງຂວາງ, ວັນທີ 12 ທັນວາ 2022.
RFA

ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ຣາຍງານ ໃນກອງປະຊຸມ ສໄມສາມັນຊຸດ 4 ຂອງສະພາແຫ່ງຊາຕຊຸດທີ 9 ວ່າ ຣັຖບານ ກຳລັງເລັ່ງແກ້ໄຂ ການຄຸ້ມຄອງລາຄາສິນຄ້າ ໃນປັດຈຸບັນນີ້ ໃຫ້ມີຄວາມຍຸຕິທັມ ໂດຍຈະເອົາໃຈໃສ່ ຢ່າງເຂັ້ມງວດ ແຕ່ກໍຕ້ອງໄດ້ຂໍຄວາມຮ່ວມມື ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາ ໄປດ້ວຍກັນ ໂດຍບໍ່ໃຫ້ມີຜູ້ປະກອບການ ສວຍໂອກາດຂຶ້ນລາຄາສິນຄ້າ ແບບຕາມໃຈ.

ຕໍ່ການຣາຍງານດັ່ງກ່າວ ຊາວລາວຫລາຍຄົນ ຍັງບໍ່ໝັ້ນໃຈວ່າ ຣັຖບານລາວຈະແກ້ໄຂ ຫລື ຄຸ້ມຄອງລາຄາສິນຄ້າໄດ້ ຕາມທີ່ປະກາດ ເພາະຜ່ານມາເຄິ່ງປີ ຕັ້ງແຕ່ປະສົບບັນຫາ ເງິນເຟີ້ ສິນຄ້ານັບມື້ ນັບແພງຂຶ້ນ ແລະ ອັຕຣາເງິນເຟີ້ ກໍເພີ່ມສູງຂຶ້ນຕໍ່ເນື່ອງ ການດຳຣົງຊີວິຕ ຂອງຊາວລາວຫລາຍຄົນ ມີສະພາບຝືດເຄືອງ ແລະ ພະຍາຍາມດີ້ນຮົນທຸກວິທີທາງ ໃຫ້ກຸ້ມກິນໃນແຕ່ລະເດືອນ.

ດັ່ງຊາວລາວ ໃນແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ທັນວານີ້ວ່າ:

ບໍ່ໝັ້ນໃຈຫັ້ນແຫລະ ເພາະວ່າເຂົາເຮັດໃຫ້ເບິ່ງແລ້ວເດ້ ຄືມັນເປັນໄປບໍ່ໄດ້ນ່າ ມັນກໍແມ່ນຢູ່ວ່າ ຄົນນີ້ເອີເວົ້າຂຶ້ນມາ ຈະເຮັດໄດ້ເຮັດໄດ້ແຕ່່ວ່າ ກໍເຮັດບໍ່ໄດ້ເງິນເຟີ້ນ່າ ຄວາມໝາຽນ່າມັນກໍແພງ ແຫລະທຸກຢ່າງເລີຍ ມັນກໍຄູນສອງໝົດ ແຫລະມັນກໍຢູ່ຍາກຫັ້ນແລ້ວ ປາກກັດຕິນຖີບຢູ່ ມີງານອີ່ຫຍັງ ກໍເຮັດແຫລະ.

ຊາວລາວ ໃນແຂວງສວັນນະເຂດ ກໍກ່າວວ່າ ການທີ່ຣັຖບານມີແຕ່ເວົ້າວ່າ ຈະແກ້ໄບັນຫາເງິນເຟີ້, ສິນຄ້າລາຄາແພງ ໃຫ້ດີຂຶ້ນ ແຕ່ກໍຍັງບໍ່ຮູ້ວ່າ ເພິ່ນແກ້ຈຸດໃດ ເນື່ອງຈາກສິນຄ້າ ທຸກຢ່າງແພງຂຶ້ນຫລາຍ ບວກກັບເງິນເຟີ້ ສູງຫລາຍ.

ການແກ້ໄຂ ຂອງຣັຖບານ ເພິ່ນຈະແກ້ຈາກຈຸດໃດ ເພື່ອຈະເຮັດໃຫ້ປະຊາຊົນ ຢູ່ໃນລາວນີ້ ມັນມີການຫລຸດຜ່ອນ ຈາກອັຕຣາເງິນເຟີ້ ຈົນແທບປັດຈຸບັນນີ້ ກໍຍັງບໍ່ມີການທີ່ວ່າ ເງິນມັນຈະແຂງ ຜູ້ທີ່ຫາເຊົ້າກີນຄໍ່ານີ້ ມັນກາລຳບາກຫຍຸ້ງຍາກ ຫັ້ນແລ້ວ.

ສ່ວນຊາວລາວ ໃນນະຄອນຫລວງວຽງຈັນ ກໍຈົ່ມວ່າ ສິນຄ້າທຸກຢ່າງແພງ, ການດຳຣົງຊີວິຕ ມີຄວາມຫຍຸ້ງຍາກຫລາຍຂຶ້ນ ເພາະຣາຍໄດ້ຕໍ່າສິນຄ້າ ພັດລາຄາແພງຂຶ້ນ ຕ້ອງເພິ່ງພາໂຕເອງ ແລະ ປະຢັດໃຫ້ຫລາຍຂຶ້ນ.

ໂອ້ສິນຄ້າມັນກໍແພງຂຶ້ນຫລາຍແຫລະ ເທົ່າໂຕພຸ້ນແຫລະ ການຈັບຈ້າຍ ກໍໄປຕາມລະບົບຫັ້ນແຫລະ ກໍຝືດເຄືອງຫລາຍຫັ້ນແຫລະເນາະ ລາຍໄດ້ຂອງຄົນ ມັນຕໍ່າ ສິນຄ້າເຄືອງເບັຕຕາເລັດ ພັດສູງ ກໍໃຊ້ປະຢັດຫັ້ນແຫລະ.

ຕໍ່ກັບສະພາບການດັ່ງກ່າວ ເຈົ້າໜ້າທີ່ ຂແນງອຸດສາຫະກັມ ແລະການຄ້າ ທີ່ມີສ່ວນຮັບຜິດຊອບ ໂດຍຕຣົງນັ້ນກ່າວວ່າ ທາງຣັຖບານ ພະຍາຍາມປະຕິບັດ ແລະ ຄວບຄຸມ ລາຄາສິນຄ້າ ມາໂດຍຕລອດ ແລະ ຫາວິທີເຮັດໃຫ້ສິນຄ້າ ບໍ່ແພງເກີນໄປ ແຕ່ຜ່ານມາ ຍັງຄວບຄຸມບໍ່ທັນໄດ້ດີ.

ດັ່ງເຈົ້າໜ້າທີ່ ຜູ້ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:

ຄືວ່າແຫລະເນາະ ປະເພດເຄື່ອງປຸງອາຫານນີ້ເນາະ ມັນລາຄາສູງ ກອງປະຊຸມ ເພິ່ນກໍເວົ້າຫັ້ນແຫລະ ໄລຍະຍາວເນາະ ຊິລຸດລົງຢູ່ຫັ້ນນ່າ ເພາະຣັຖບານ ເພິ່ນກຳລັງປັບປຸງ ເຣື່ອງການຄຸ້ມຄອງ ລາຄານີ້ນ່າ.

ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕລາວ ໃນເດືອນພຶສຈິກາ ປີ 2022 ອັຕຣາເງິນເຟີ້ ເພີ່ມຂຶ້ນ 38.5%, ໝວດທີ່ອັຕຣາເງິນເຟີ້ ເພີ່ມສູງກ່ວາໝູ່ ແມ່ນຄົມມະນາຄົມ ແລະ ຂົນສົ່ງ, ໝວດສະບຽງອາຫານ ແລະ ເຄື່ອງດື່ມ, ໝວດຮັກສາສຸຂພາບ ແລະ ຢາ, ໝວດຮ້ານອາຫານ ແລະ ໂຮງແຮມ, ແລະ ໝວດເຄື່ອງໃຊ້ໃນຄົວເຮືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.