ປະເທດລາວ ຍັງໄດ້ຮັບຜົລກະທົບ ຈາກເງິນເຟີ້ຕໍ່ເນື່ອງ
2023.04.05

ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ປະຈຳເດືອນມີນາ 2023 ພົບວ່າອັດຕຣາເງິນເຟີ້ ໃນລາວຍັງມີສະພາບສູງ ໂດຍຢູ່ໃນລະດັບ 40.97% ໂດຍສະເພາະ ໝວດສະບຽງອາຫານ ຊຶ່ງຊາວລາວຫຼາຍຄົນ ຍັງໄດ້ຮັບຜົລກະທົບ ຄືເກົ່າ ຕ້ອງໄດ້ຈ່າຍເງິນຊື້ສິນຄ້າເພີ່ມຂຶ້ນຫຼາຍເທົ່າໂຕແຕ່ພັດໄດ້ສິນຄ້າເທົ່າເດີມບວກກັບຄ່າຄອງຊີບທຸກຢ່າງກໍແພງຂຶ້ນ ແລະສິນຄ້າບໍ່ມີທ່າອ່ຽງວ່າ ຈະຫຼຸດລາຄາລົງ ເຊັ່ນນໍ້າມັນພືດຍີ່ຫໍ້ກຸກ ເປັນນໍ້າມັນຖົ່ວເຫຼືອງ ທີ່ນຳເຂົ້າຈາກໄທຍ ນໍ້າໜັກ 1 ລິດ ລາຄາຕຸກນຶ່ງ ປະມານ 40,000 ປາຍກີບ ຈາກແຕ່ກ່ອນ 20,000 ປາຍກີບ ແລະ ນໍ້າມັນພືດ ຂອງວຽດນາມ ນຶ່ງລິດຕຸກນຶ່ງ ປະມານ 30,000 ປາຍກີບ ຈາກແຕ່ກ່ອນ 10,000 ປາຍກີບ.
ດັ່ງຊາວລາວ ທ່ານນຶ່ງ ໃນແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ເມສາ ນີ້ວ່າ:
“ຂຶ້ນເລື້ອຍໆ ບໍ່ມີເຫດຜົລເປັນພວກບໍຣິໂພກອິຫຍັງ ຈັ່ງຊິຊີ້ນໝູກໍຂຶ້ນຫຼາຍຈາກແຕ່ເກົ່າ ກໍທົບເຄິ່ງເປັນພວກນໍ້າມັນ ມັນຈະຂຶ້ນຕາມເຣທເລີຍ ສ່ວນຫຼາຍມັນຈະຂຶ້ນໂຕທີ່ນຳເຂົ້າ ປົກກະຕິເຮົາຈະຊື້ນໍ້າມັນກຸກຖົ່ວເຫຼືອງມີແຕ່ 20,000 ປາຍພັນດຽວນີ້ກາຄັນແມ່ນຊື້ກຸກ 40,000 ປາຍພັນກີບ ຄືຈັ່ງເຄີຍໃຊ້ນໍ້າມັນວຽດຕຸກ 10,000ກີບ ດຽວນີ້ກໍຂຶ້ນຕຸກນຶ່ງ 30,000 ກີບ.”
ຂະນະທີ່ຊາວລາວ ໃນແຂວງບໍຣິຄຳໄຊທ່ານນຶ່ງ ກໍກ່າວວ່າທ່ານເອງ ກໍໄດ້ຮັບຜົລກະທົບເຊັ່ນກັນ ເພາະສິນຄ້າໃນປັດຈຸບັນ ກໍຍັງມີລາຄາແພງແຕ່ລາຍໄດ້ ທີ່ໄດ້ຮັບກັບໄດ້ໜ້ອຍ ແລະ ບໍ່ແມ່ນແຕ່ອາຫານການກິນເປັນປະເພດ ຂອງໃຊ້ຕ່າງໆ ກໍແພງຫຼາຍ.
ຍົກໂຕຢ່າງ ໂຕທ່ານເອງຫາກໍເກີດລູກນ້ອຍ ສິນຄາຂອງເດັກນ້ອຍ ກໍແພງຫຼາຍເປັນຕົ້ນ ແພມເພີສຍີ້ຫໍ້ mommy pago ຖົງສີນໍ້າໝາກກ້ຽງ ລາຄາທີ່ທ່ານຊື້ຖົງລະປະມານ 150,000 ແຕ່ກ່ອນລາຄາປະມານ 80,000-90,000 ກີບ ສ່ວນນົມຜົງຍີ່ຫໍ້ Domax ກັບນ້ອຍລາຄາປະມານ 110,000 ກີບ ສ່ວນລາຄາແຕ່ກ່ອນທ່ານບໍ່ຮູ້ ເນື່ອງຈາກເກີດລູກຄົນນີ້ ນໍ້ານົມແມ່ໜ້ອຍ ບໍ່ມີນໍ້ານົມຈຶ່ງຈຳເປັນຕ້ອງໃຫ້ກິນນົມຜົງ ທົດແທນທ່ານ ເອງກໍເຮັດຫຍັງບໍ່ໄດ້ ສຳລັບໃນຍຸກຂອງແພງນີ້ ກໍມີແຕ່ຫຼຸດຄ່າໃຊ້ຈ່າຍລົງ ຊື້ແຕ່ຂອງຈຳເປັນເທົ່ານັ້ນ ປະຢັດໃຫ້ໄດ້ຫຼາຍທີ່ສຸດ.
“ຍັງສູງຄືເກົ່າຢູ່ ບໍ່ມີທ່າທີວ່າຈະຫຼຸດລົງເກີດລູກ ຜູ້ນຶ່ງບາດນີ້ ໂອ້ອັນໃດກໍແພງແພມເພີສ ຖົງນຶ່ງ 150,000 ຊິເບາະ mommy pago ຖົງສີສົ້ມຫັ້ນນ່າ ແຕ່ກ່ອນມີແຕ່ 80,000 ປາຍພັນ 90,000 ນົມຜົງ Domax ກັບນ້ອຍຫັ້ນ ກັບນຶ່ງກັບລະ 110,000 ແຕ່ກ່ອນຫັ້ນ ຈັ່ງວ່າລູກຜູ້ທໍາອິດ ບໍ່ໄດ້ລ້ຽງ ແພງທຸກຢ່າງເລີຍ.”
ໃນຂະນະດຽວກັນ ຊາວລາວໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ສິນຄ້າປະເພດອາຫານການກິນ ກໍຍັງຄົງມີລາຄາແພງຄືເກົ່າ ບໍ່ເຫັນວ່າຈະຫຼຸດລົງ ເປັນຕົ້ນຊີ້ນງົວລາຄາ 120,000 ກີບຕໍ່ກິໂລກຣັມຈາກແຕ່ກ່ອນ 90,000-100,000 ກີບຕໍ່ກິໂລກຣັມ ແລະ ປານິນ ປັດຈຸບັນນີ້ກໍເຫັນບັນດາ ແມ່ຄ້າຂາຍ 50,000 ກີບຕໍ່ກິໂລກໍມີ.
“ໝົດທຸກອັນເຄື່ອງໃຊ້ຈ່າຍ ໃນຄົວເຮືອນທຸກຢ່າງເລີຍ ມັນຢາກວ່າແພງຢູ່ໂຕແລ້ວນີ້ຕາມເບິ່ງນີ້ ບໍ່ຫຼຸດແລ້ວຊີ້ນງົວ 120,000 ຕອນນັ້ນ 90,000 ແລ້້ວມາ 100,000 ເຮົາເໜັ້ນຊື້ໜ້ອຍລົງ ປານີ້ປານນີນໂລນຶ່ງເຂົາຂາຍ 40,000 ປາຍແລ້ວເດ້ 50,000 ແລ້ວນີ້ ແຕ່ຍັງໄຄກວ່າຊີ້ນ.”
ດ້ານແມ່ຄ້າທ່ານນຶ່ງ ທີ່ນຳເຂົ້າສິນຄ້າຈາກໄທຍ ເຂົ້າມາຂາຍໃນລາວກໍກ່າວວ່າ ສິນຄ້າຕ່າງໆ ໃນລາວກໍຍັງຄົງມີລາຄາແພງຄືເກົ່າ ເພາະສ່ວນໃຫຍ່ປະເທດລາວ ນຳເຂົ້າສິນຄ້າຈາກຕ່າງປະເທດ. ສຳລັບການໄປຊື້ສິນຄ້າຈາກໄທຍ ກໍຍັງຕ້ອງອີງຕາມອັດຕຣາ ແລກປ່ຽນເງິນຕຣາ ຂອງສະກຸນເງິນຕ່າງປະເທດນັ້ນ ແລະປັດຈຸບັນເງິນບາທໄທຍ ຍັງສູງຢູ່ຄົນລາວກໍຕ້ອງໄດ້ໃຊ້ເງິນກີບ ຫຼາຍຂຶ້ນ ເພື່ອໄປແລກເງິນບາທເພາະປັດຈຸບັນ ລາວພົບກັບບັນຫາເງິນກີບອ່ອນຄ່າຢູ່ ເຊັ່ນເງິນບາທ ຈຳນວນ 1,000 ບາທ ແລກເງິນກີບໄດ້ ປະມານ 510,000 ກີບ ຕາມເຣທຂອງທະນາຄານ ສ່ວນຕລາດນອກ ກໍຄາດວ່າຈະແລກໄດ້ 520,000 ກີບ.
“ກໍແພງຢູ່ຄືເກົ່າແພງຢູ່ ທຸກຢ່າງແຫຼະມັນບໍ່ຫຼຸດ ປັດຈຸບັນເນາະຕອນນີ້ແມ່ນບາທ ເຣີ່ມພຸ້ງຂຶ້ນອີກແລ້ວ 1,000 ບາທ ຖ້າແລກຢູ່ທະນາຄານຈະໄດ້ຢູ່ 5 ແສນກັບ 10 ພັນ ຖ້າແລກເຣທນອກຈະໄດ້ຢູ່ 5 ແສນກັບ 20 ພັນ ປັບຕາມເຣທເງິນຫັ້ນແຫຼະ ສົມມຸດເຮົານຳເຂົ້າຈາກໄທຍເນາະ ເຂົາແລະສົ່ງເຮົາ 180 ສາເຮົາມາຂາຍ 200 ຕ່າງແຕ່ວ່າ ເຮົາມາຂາຍເປັນເງິນກີບ.”
ດ້ານພໍ່ຄ້າ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວວ່າ ໃນໄລຍະນີ້ອັດຕຣາແລກປ່ຽນເງິນເຟີ້ຂຶ້ນ ອີກໜ້ອຍນຶ່ງ ຊຶ່ງການແລກປ່ຽນເງິນກີບ ເປັນເງິນບາທຈຳນວນ 1,000 ບາທ ເຣທນອກທະນາຄານກໍຈະຢູ່ປະມານ 515,000 ປາຍກີບຖ້າຢູ່ທະນາຄານ ກໍຈະຫຼຸດມາໜ້ອຍນຶ່ງ.
ໂດຍໂຕທ່ານເອງ ກໍນຳສິນຄ້າຈາກໄທຍ ເຂົ້າມາຂາຍໃນລາວ ກໍຂາຍຕາມເຣທເງິນກີບ ເອົາກຳໄລໜ້ອຍນຶ່ງ ເພາະຂາຍແພງເກິນລູກຄ້າ ກໍບໍຢາກຊື້ເຊັ່ນເອັມ 150 ແພັກນຶ່ງຂາຍໃນລາຄາ ປະມານ 57,000 ກີບຕໍ່ແພັກ ເພາະຮັບມາກໍປະມານ 55,000 ກີບຕໍ່ແພັກ ກໍບໍ່ໄດ້ອົາກຳໄລຫຼາຍເກີນໄປ.
“ຮູ້ສຶກໄລຍະເດືອນນີ້ ມັນຈະເຟີ້ຂຶ້ນອີກໜ້ອຍນຶ່ງ ຕລາດນອກນີ້ນ່າຮ້ານແລກປ່ຽນ ທົ່ວໄປນີ້ນ່າແມ່ນມັນຈະສູງກ່ວາ ທະນາຄານ 5 ແສນ 15 ພັນກີບ ກໍໄລ່ຕາມເຣທຫັ້ນແລ້ວ ຖ້າເປັນເງິນບາທເຮົາກໍຂາຍຂຶ້ນໄປໜ້ອຍນຶ່ງ ເອັມຮ້ອຍເນາະ ແພັກນຶ່ງ 55 ພັນກີບ ກໍຍັງຂຶ້ນ 57 ພັນກີບ ປະມານນີ້ນ່າ.”
ກ່ຽວກັບອັດຕຣາເງິນເຟີ້ ໃລາວຍັງເຟີ້ຢູ່ນີ້ ເຈົ້າໜ້າທີ່ການຄ້າທ່ານນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າຣັຖບານ ບໍ່ສາມາດຄວບຄຸມໄດ້ເທື່ອເພາະ ສ່ວນໃຫຍ່ສິນຄ້ານຳເຂົ້າ ຈາກຕ່າງປະເທດ ຫຼາຍກ່ວາການສົ່ງອອກ ແລະຍັງຕ້ອງອີງຕາມແລກປ່ຽນ ເງິນຕຣາຂອງຕ່າງປະເທດ ເວລາໄປຊື້ເຄື່ອງຈາກຕ່າງປະເທດ ຈຶ່ງເຮັດໃຫ້ລາຄາສິນຄ້າ ໃນລາວຍັງແພງ.
“ອໍຍັງສູງຢູ່ເດີ້ ສິນຄ້າສູງຫຼາຍເປັນຊີ້ນ ເປັນປາກໍຂຶ້ນລາຄາໝົດແລ້ວ ສ່ວນໃຫຍ່ເປັນຍ້ອນສິນຄ້າ ນໍາເຂົ້າຫັ້ນແຫຼະ ບໍ່ຂຶ້ນກໍບໍ່ໄດ້ເປັນນຳອັດຕຣາແລກປ່ຽນ ແດ່ຫັ້ນແຫຼະເງິນມັນຄຸ້ມບໍ່ໄດ້ແດ່ ເງິນຕຣາກໍ່ຂຶ້ນ.”
ເດືອນມົກກະຣາ ປີ 2023 ນີ້ອັດຕຣາເງິນເຟີ້ ໃນລາວຍັງຖືວ່າເຟີ້ສູງຫຼາຍ, ຣັຖບານບໍ່ສາມາດຄວບຄຸມໄດ້ເພາະສິນຄ້າ ສ່ວນໃຫຍ່ນຳເຂົ້າຈາກຕ່າງປະເທດ ແລະການສົ່ງອອກ ກໍໜ້ອຍຫຼາຍກວ່າ ການນຳເຂົ້າຊາວລາວ ຫຼາຍຄົນກໍຕ້ອງກຸ້ມຕົນເອງ ຫາວິທີລ້ຽງຄອບຄົວໃຫ້ຢູ່ລອດ ໃນຍຸກເຂົ້າຍາກໝາກແພງ. ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ໃນເດືອນມົກກະຣາ 2023 ຜ່ານມາ ປະເທດລາວມີອັດຕຣາເງິນເຟີ້ຢູ່ທີ່ 40.30% ສ່ວນເດືອນກຸມພາ 2023 ອັດຕຣາເງິນເຟີ້ ສູງເຖິງ 41.0% ສ່ວນໃຫຍ່ ເປັນໝວດສະບຽງອາຫານ.