ຄວາມທ້າທາຍ ການແກ້ໄຂ ອັດຕຣາແລກປ່ຽນ ເພີ່ມລາຍວັນ
2023.06.09
ປັດຈຸບັນປະເທດລາວ ກຳລັງປະສົບບັນຫາອັດຕຣາແລກປ່ຽນ ເງິນຕຣາຜັນຜວນເຖີງຈະອອກຫຼາຍມາຕການອອກມາກະຕຸ້ນ ທັງປະກາດປິດຮ້ານ ແລກປ່ຽນເງິນຕຣາ ບໍ່ຖືກກົດໝາຍ, ຂາຍພັນທະບັດ, ປະຄອງລາຄານໍ້າມັນ ບໍ່ໃຫ້ແພງເກີນໄປ ແລະ ທະນາຄານເປັນຜູ້ກຳນົດ ອັດຕຣາແລກປ່ຽນກາງ ເພື່ອໃຫ້ເປັນເອກະພາບ ແຕ່ຍັງບໍ່ສາມາດຄວບຄຸມ ໃຫ້ຢູ່ໃນອັດຕຣາປົກກະຕິໄດ້. ສົ່ງຜົນໃຫ້ສີນຄ້າອຸປໂພກ-ບໍຣິໂພກແພງຂຶ້ນເທົ່າໂຕ ຕາມອັດຕຣາແລກປ່ຽນ ປະຊາຊົນຕ່າງກໍອອກປາກວ່າ ສະພາບເປັນຄືທຸກມື້ນີ້ ຄົງຮັບບໍ່ໄຫວແລ້ວ.
ດັ່ງຍານາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມນະໂຍບາຍ ເງິນຕຣາທະນາຄານແຫ່ງ ສປປ ລາວ ໄດ້ຖແລງຕໍ່ສື່ມວນຊົນ ເມື່ອເດືອນພຶສພາ 2023 ຜ່ານມາກ່ຽວກັບການແລກປ່ຽນ ເງິນຕຣາ ຂອງທະນາຄານທຸຣະກິຈ ແລະຮ້ານແລກປ່ຽນເງິນຕຣາ.
“ກໍານົດອັດຕຣາແລກປ່ຽນນີ້ ປັດຈຸບັນພວກເຮົາໃຊ້ຂໍ້ຕົກລົງ 525/ທຫລ ລົງວັນທີ 15 ກັນຍາ 2021 ເຊິ່ງວ່າ ຢູ່ໃນຫັ້ນພວກເຮົາກາໄດ້ກຳນົດ ອັດຕຣາແລກປ່ຽນນີ້ລະບົບ ພວກເຮົາແມ່ນອັດຕຣາແລກປ່ຽນ ຕາມກົລໄກຕລາດ ທີ່ີມີການຄຸ້ມຄອງຣັຖເຊິ່ງວ່າ ໃນຂໍ້ຕົກລົງສະບັບດັ່ງກ່າວຫັ້ນ ກໍແມ່ນໄດ້ກຳນົດໄວ້ແລ້ວວ່າທະນາຄານກາງ ເປັນຜູ້ກຳນົດອັດຕຣາແລກປ່ຽນ ອ້າງອີງແລ້ວທະນາຄານທຸຣະກິຈ ຈະຕ້ອງນຳໄປຈັດຕັ້ງປະຕິບັດ ໃນຂອບເຂດທີ່ກຳນົດໃຫ້ ເຊິ່ງວ່າຢູ່ໃນຂໍ້ຕົກລົງສະບັບນັ້ນ ກໍໄດ້ກຳນົດໃຫ້ວ່າໃຫ້ຊື້ ຫຼື ຂາຍໃນອັດຕຣາທີ່ບໍ່ເກີນ 1.5% ຂອງອັດຕຣາອ້າງອີງໃນແຕ່ລະວັນ ທີ່ທະນາກາງໃນກໍານົດອອກເນາະ.”
ບັນຫາທີ່ສັງຄົມສົນໃຈ ກໍຄືເຣື່ອງການຄຸ້ມຄອງຮ້ານ ແລກປ່ຽນເງິນຕຣາ ທີ່ຜ່ານມາສັງຄົມຕີລາຄາວ່າ ຮ້ານແລກປ່ຽນເງິນຕຣາ ເປັນຜູ້ກຳນົດອັດຕຣາແລກປ່ຽນ ເພາະທະນາຄານຍັງຊັກຊ້າ ໃນການອອກລະບຽບການມາຄຸ້ມຄອງ. ນອກຈາກນີ້ ທະນາຄານຍັງກຳນົດອັດຕຣາ ແລກປ່ຽນ ຕໍ່າກ່ວາຮ້ານແລກປ່ຽນ.
ດັ່ງ ຫົວໜ້າກົມນະໂຍບາຍເງິນຕຣາໄດ້ກ່າວຕື່ມວ່າ:
“ເຣື່ອງການຄຸ້ມຄອງ ຮ້ານແລກປ່ຽນເງິນຕຣາໂຕແທນຕົ້ນຕໍແມ່ນຂຶ້ນກັບ ທະນາຄານທຸຣະກິຈ ໂດຍກົງເພາະວ່າ ເພິ່ນມີສັນຍາການເປັນໂຕແທນ ຄັກແນ່ລະຫວ່າງທະນາຄານທຸຣະກິຈ ກັບຮ້ານແລກປ່ຽນຄືຂະເຈົ້າເວົ້າເບື້ອງຕົ້ນມີ 9 ທະນາຄານທີ່ໄດ້ເຮັດສັນຍາ ເພິ່ນໄດ້ສະນັ້ນເພິ່ນກາມີພັນທະທະນາຄານ ທຸຣະກິຈໃນການຄຸ້ມຄອງ ຮ້ານແລກປ່ຽນ ເງິນຕຣາໂຕແທນຂອງຕົນ.”
ຕໍ່ກັບບັນຫາເງິນເຟີ້ ເຈົ້າໜ້າທີ່ຂອງທະນາຄານກາງ ໄດ້ໃຫ້ຄວາມເຫັນວ່າປີ 2022 ຜ່ານມາອັດຕຣາເງິນເຟີ້ ຢູ່ລາວສະເລັ່ຍ 22.9%. ສຳລັບປີນີ້ໃນ 4 ເດືອນຕົ້ນປີເງິນເຟີ້ ຢູ່ປະມານ 40%. ບັນຫາທ້າທາຍຂອງລາວ ກໍຄືວ່າຈະເຮັດແນວໃດ ໃຫ້ເງິນເຟີ້ລົງມາຢູ່ໃນລະດັບ 1 ໂຕເລຂ ໂດຍທະນາຄານກາງໄດ້ດຳເນີນຫຼາຍ ມາຕການ ດັ່ງໄດ້ເພີ່ມອັດຕຣາດອກເບັ້ຍ ຂຶ້ນຈາກ 3% ມາເປັນ 3.1% ມາເປັນ 6.5% ແລະ ຫຼ້າສຸດ 7.5% ຕໍ່ປີ. ເຊິ່ງນີ້ແມ່ນການສົ່ງສັນຍານ ໃຫ້ທະນາຄານພາກທຸຣະກິຈ ທົ່ວລະບົບເພີ່ມຂຶ້ນອັດຕຣາດອກເບັ້ຍ.
ນອກຈາກນີ້ຍັງໄດ້ເພີ່ມ ອັດຕຣາແຮຝາກ ບັງຄັບໃນນີ້ເງິນກີບຈາກ 5% ເປັນ 5.5%, ເງິນຕຣາຕ່າງປະເທດ ຈາກ 5% ເປັນ 8% ແລະ ໄດ້ອອກພັນທະບັດຂອງທະນາຄານ ແຫ່ງ ສປປ ລາວ ນັບແຕ່ປີຜ່ານມາ ຊຶ່ງໄດ້ອອກໄປແລ້ວປະມານ 8 ພັນຕື້ກີບແລະຍັງໄດ້ຮັບຮອງຈາກຣັຖບານ 2 ພັນຕື້ກີບ. ປັດຈຸບັນກຳລັງ ຕິດຕາມສະພາບອັດຕຣາເງິນເຟີ້ ຫຼື ອັດຕຣາແລກປ່ຽນ ມີການເໜັງຕີງໜ້ອຍຫຼາຍ ຊໍ່າໃດເພື່ຶືອຈະພິຈາຣະນາ ອອກອີກ. ໃນຕອນທ້າຍທ່ານໄດ້ລະບຸວ່າ ການອອກພັນທະບັດ ທະນາຄານ ສປປ ລາວ ແມ່ນໄລຍະສັ້ນ 3 ເດືອນ ຫຼື 6 ເດືອນເທົ່ານັ້ນເພື່ອແກ້ໄຂບັນຫາເງິນເຟີ້, ການອອກພັນທະບັດແມ່ນການດູດເງິນ ອອກຈາກລະບົບເຊິ່ງທະນາຄານກາງ ມີໜ້າທີ່ໃນການອັດສີດເງິນກີບ ເພື່ອກະຕຸ້ນເສຖກິຈ ອອກມາເຮັດໃຫ້ຄວາມຕ້ອງການ ເງິນກີບເພີ່ມສູງຂຶ້ນ. ອັດຕຣາແລກປ່ຽນຜັນຜວນ ມັນສົ່ງຜົນໃຫ້ປະຊາຊົນໃຊ້ຊີວິດ ລໍາບາກແມ່ຄ້າຊາວຂາຍ ຕ່າງກໍຮັບບໍ່ໄຫວແລ້ວ ເພາະມັນຂຶ້ນລາຄາແບບວັນຕໍ່ວັນ. ເຖິງວ່າທະນາຄານກາງ ແລະ ພາກສ່ວນການຄ້າກໍພະຍາຍາມເຂົ້າມາ ຄວບຄຸມແຕ່ມັນກໍຍາກເພາະວ່າສ່ວນຫຼາຍ ສິນຄ້ານຳເຂົ້າມາຈາກໄທຍ ແມ່ຄ້າໃນຕລາດຮັບມາຂາຍເອົາເງິນກີບ. ສ່ວນຂາຍສົ່ງພັດອີງໃສ່ລາຄາເງິນບາທ ໃນເມື່ອມັນຂຶ້ນແນວນີ້ກາບໍ່ຮູ້ວ່າທາງ ພາກຣັຖຈາຫາທາງອອກແນວໃດ ໃຫ້ປະຊາຊົນ. ດັ່ງແມ່ຄ້າຂາຍເຄື່ອງ ໃນຕລາດນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 04 ມິຖຸນາວ່າ:
“ມັນເປັນຫຍັງ ຄືເປັນແນວນີ້ກະທົບຫຼາຍ ເນື່ອງຈາກອາຫານອັນໃດມັນຂຶ້ນໄປເບິດ ທຸກຢ່າງຂຶ້ນແລ້ວບໍ່ແລ້ວຂຶ້ນມື້ນີ້ມື້ອື່ນ ມາຂຶ້ນອີກຕໍ່ມາຂຶ້ນອີກ ພວກຊື້ໄປເຮັດອາຫານການກິນ ຂາຍຫັ້ນນ່າ ຮ້ອງໂອກໆ ເລີຍ.”
ປະຊາຊົນ ນະຄອນຫຼວງວຽງຈັນ ກໍຢືນຢັນວ່າ ປັດຈຸບັນນີ້ມັນມີຜົລ ກະທົບຫຼາຍໂດຍສະເພາະ ການທຳມາຫາກິນ ຫາເງິນຍາກຫຼາຍ. ແຕ່ຊໍ້າພັດມາຊື້ເຄື່ອງແພງ ທີ່ວ່າແພງມັນແພງໄປໝົດທຸກຢ່າງ. ບັນຫານີ້ກໍຫວັງວ່າຈະພາກຣັຖຈະແກ້ໄຂ ຊ່ອຍໃຫ້ປະຊາຊົນຜ່ານ ຄວາມຫຍຸ້ງຍາກນີ້ໄປ ເພາະປັດຈຸບັນນີ້ມັນບໍ່ໄຫວແລ້ວ.
“ກະທົບຫຼາຍຢ່າງຫຼາຍແນວຫັ້ນລະ ເພາະວ່າການດ້ານຄອບຄົວ ເຮົາຫາເງິນກາບໍ່ໄດ້ເນາະແຕ່ຊື້ເຄື່ອງແພງແມ່ນແຕ່ນໍ້າມັນໃສ່ຣົຖ ໃສ່ລາ ກາຍັງຊິບໍ່ມີມີແຕ່ແນວແພງໆ ຈົນຕື່ນລາຄາວ່າ ເທາະໄປເຮັດຫຍັງ ກາບໍ່ໄດ້ລະຄູ່ມື້ນີ້ນ່າ.”
ນັກທຸຣະກິຈ ຮ້ານແລກປ່ຽນເງິນຕຣາ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະສຽງກ່າວເຖິງອັດຕຣາແລກປ່ຽນ ຜັນຜວນວ່າ:
“ທະນາຄານຣັຖ ແລະ ທະນາຄານເອກະຊົນ ຍັງບໍ່ເປັນເອກະພາບກັນ ໃນດ້ານຫົວໜ່ວຍແລກເງິນ ທ້າຍປີ 2022 ເຫັນໂຈະຮ້ານແລກປ່ຽນເງິນ 142 ຮ້ານໃນຂອບເຂດທົ່ວປະເທດ ເພື່ອຄວບຄຸມອັດຕຣາແລກປ່ຽນຜ່ານປະຕູດຽວ ຫຼືຜ່ານທະນາຄານກາງ ຊຶ່ງຕາງໜ້າໂດຍທະນາ ຄານການຄ້າຕ່າງປະເທດລາວ. ໃນຄຳເຫັນໂຕເອງ ຕັ້ງຂໍ້ສັງເກດວ່າເປັນຫຍັງ ອັດຕຣາແລກປ່ຽນທີ່ທະນາຄານກາງ ອອກມາໃນແຕ່ລະມື້ ຄືຕ່າງກັນ.”
ທ່ານໄດ້ຣະບຸຕື່ມວ່າ:
“ອັດຕຣາແລກປ່ຽນ ເງິນຢູ່ທະນາຄານເອກະຊົນ ຫຼື ຕ່າງຄົນຕ່າງກໍານົດເອງ ບໍ່ຄວາມຈິງແລ້ວຄົນລາວຢູ່ໃນປະເທດ ໄດ້ຮັບຜົນກະທົບເຕັມໆ ຈາກພັຍເງິນເຟີ້ແລະລໍຖ້າການແກ້ໄຂ ຢ່າງຮີບດ່ວນຈາກຂັ້ນມະຫາພາກ ຫຼືສູນກາງດັ່ງເຊັ່ນ ກະຊວງການເງິນ ແລະ ທະນາຄານແຫ່ງປະເທດລາວ.”
ນັກວິຊາການ ດ້ານການເງິນໄດ້ຕອບຄຳຖາມວ່າ ທະນາຄານກາງ ແລະພາກສ່ວນທີ່ກ່ຽວຂ້ອງ ຈະດຳເນີນນະໂຍບາຍ ແນວໃດເພື່ອເອົາເງິນເຟີ້ ລົງມາຢູ່ທີ່ນຶ່ງໂຕເລຂ. ບັນຫານີ້ນັກວິຊາການ ການເງິນເວົ້າໃນຖານະປະຊາຊົນ ຜູ້ທີ່ໄດ້ໃຊ້ເງິນຕຣາທຸກມື້ວ່າ. ເງິນກີບລາວບໍ່ມີອັດຕຣາແລກປ່ຽນໃນທະນາຄານກາງ. ເຖິງວ່າລາວຈະມີຄຳຫຼາຍ ແຕ່ເອົາເປັນຂອງຕົນເອງບໍ່ໄດ້ສ່ວນຫຼາຍ ມອບໃຫ້ນາຍທືນສັມປະທານ ຈົນບໍ່ມີຄໍາຄໍ້າປະກັນ ໃນທະນາຄານກາງ. ນອກຈາກນີ້ລາວເພີ່ງພາ ການນຳເຂົ້າເກືອບທຸກຢ່າງ ຈາກປະເທດອື່ນຍ້ອນຂາດການສົ່ງເສີມ ພາຍໃນຕັ້ງແຕ່ຕົ້ນເຣື່ອງທີ່ເຫັນວ່າ ລາວມີສີນຄ້າສົ່ງອອກນັ້ນສ່ວນຫຼາຍແມ່ນເປັນຂອງຕ່າງຊາຕ ທີ່ເຂົ້າມາລົງທືນຜລິດ ໃນລາວເພື່ອສົ່ງເສີມກັບປະເທດເຂົາເຈົ້າ.
ນັກວິຊາການລະບຸຕື່ມວ່າ ສິ່ງທີ່ເຮັດໃຫ້ຣັຖບານ ບໍ່ສາມາດແກ້ໄຂ ແລະຄວບຄຸມ ອັດຕຣາແລກປ່ຽນໄດ້ສ່ວນນຶ່ງ ແມ່ນເກີດຈາກ ການເກືອລ້ຽງເຈົ້າໜ້າທີ່ ພະນັກງານບາງຈຳນວນ ຈົນກາຍເປັນພະຍາດຊໍ້າເຮື້ອ, ມີຄວາມເຫັນແກ່ໂຕ, ການສວຍໂອກາດ ແລະການສໍ້ຣາຊບັງຫຼວງ. ເມື່ອມີ 10 ພະຍາດຊໍ້າເຮື້ອໄດ້ປັກຫຼັກຢູ່ປະເທດໃດ ປະເທດນັ້ນແມ່ນມີຄວາມຈິບຫາຍ ແລະປະຊາຊົນຂາດທີ່ເພິ່ງ.
ນອກຈາກນີ້ຍັງ ເກີດຈາກຣັຖບານ ມີຄວາມອ່ອນແອ ລ່ອງລອຍ, ບໍ່ມີຄວາມເດັດຂາດ, ບໍ່ມີຈຸດຢືນເປັນຂອງຕົນເອັງ, ເວົ້າຫຼາຍກ່ວາເຮັດໂຕຈິງ, ຖືກຕ່າງຊາຕຄອບງຳ, ເຫັນແກ່ຜົນ ປໂຍດສ່ວນໂຕ ແລະພັກພວກນາຍທຶນ.
ການແກ້ໄຂ ແລະຄວບຄຸມ ອັດຕຣາແລກປ່ຽນ ກໍຍັງເປັນທີ່ຖົກຖຽງກັນຫຼາຍ ເນື່ອງຈາກຣັຖບານ ອອກມາຕການມາບໍ່ໄດ້ແນ່ໃສ່ ເພື່ອກະຕຸ້ນປະຊາຊົນ ສ່ວນຫຼາຍມາຕການແມ່ນແກ້ໄຂ ໂຄງສ້າງເສຖກິຈ ຂນາດໃຫຍ່. ຊຶ່ງປັດຈຸບັນປະຊາຊົນ ກໍຍັງຫວັງຢາກເຫັນແນວທາງ ແກ້ໄຂທີ່ເປັນຮູບປະທັມເພາະຊີວິດການເປັນຢູ່ ນັບມື້ນັບລຳບາກແບບບໍ່ເຄີຍເປັນມາກ່ອນ.