1,400 ກວ່າ ບໍຣິສັດ ໃນນະຄອນຫຼວງ ຍັງບໍ່ໄດ້ເສັຍພາສີ-ອາກອນ
2022.12.23
ໃນວັນທີ 12 ທັນວາ ທີ່ຜ່ານມາ ໜ່ວຍງານສ່ວຍສາອາກອນ ນະຄອນຫຼວງວຽງຈັນ ອອກແຈ້ງການ ສບັບເລຂທີ 1595/ສອ.ນວ ລະບຸວ່າ ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ທີ່ຍັງບໍ່ມາຈ່າຍພາສີ-ອາກອນໃຫ້ແກ່ຣັຖ ເປັນໄລຍະເວລາ 1 ປີ ຂຶ້ນໄປ ຈໍານວນ 1,432 ບໍຣິສັດ ແມ່ນໃຫ້ຮີບຮ້ອນເຂົ້າມາພົວພັນ ກັບພາກສ່ວນທີ່ກ່ຽວຂ້ອງ ພາຍໃນໄລຍະເວລາທີ່ກໍານົດ ຂະນະທີ່ ກໍມີບາງວິສາຫະກິຈບໍ່ມີການເຄື່ອນໄຫວແນວໃດ ເຊິ່ງສ່ວນຫຼາຍແມ່ນເປັນຂອງນັກທຸຣະກິຈຊາວຈີນ ເຖິງແມ່ນວ່າຈະມີການຈົດທະບຽນ ວິສາຫະກິຈ ແລະຂຶ້ນທະບຽນເສັຍພາສີອາກອນແລ້ວກໍຕາມ ຍົກໂຕຢ່າງ: ບໍຣິສັດ ເຊັນຝູ ຈໍາກັດຜູ້ດຽວ, ບໍຣິສັດ ເສສວນ ໂກຢົ້ງກລຸບ (ຈີນ) ຈໍາກັດ ແລະ ບໍຣິສັດ ອິນດູຈີນ ພັທນາກໍ່ສ້າງເຕັກໂຍໂລຢີ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະສຽງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ທັນວາ 2022 ນີ້ວ່າ:
“ບັນຫາກໍຄື ໜ່ວຍງານອາກອນ ພຍາຍາຕິດຕໍ່ຫາທຸຣະກິຈແລ້ວ ຕິດຕໍ່ບໍ່ໄດ້ ຕາມທີ່ຕັ້ງ ຕາມທີ່ຢູ່ ຂໍ້ມູນທີ່ອອກຈາກ ອຸດສາຫະກັມການຄ້າທີ່ສ່ົງໃຫ້ TAX ຂອງພວກເຮົານີ້ ແຕ່ບໍ່ສາມາດຕິດຕໍ່ໄດ້ ສ່ວນຫຼາຍນີ້ ຄົນຈີນຫັ້ນແຫຼະ ທີ່ມາເປີດມາຕັ້ງແລ້ວໄປໃໝ່ ໄປທາງພຸ້ນ ແລ້ວບໍ່ມາເຂົ້າມາຫາພວກເຮົາເລີຍ ມາເປີດ-ມາຕັ້ງແລ້ວ ກໍໄປທາງອື່ນ.”
ທ່ານກ່າວຕື່ມວ່າ ສໍາລັບຫົວໜ່ວຍທຸຣະກິຈ ທີ່ມາຈົດທະບຽນ ແຕ່ບໍ່ເຂົ້າມາເສັຍພາສີ-ອາກອນໃຫ້ແກ່ຣັຖ ໃນລະບົບ 1 ປີຂຶ້ນໄປ ຈະຕ້ອງດໍາເນີນການໃຫ້ສໍາເຣັດ ພາຍໃນໄລຍະເວລາ 45 ມື້ ນັບແຕ່ມື້ທີ່ອອກແຈ້ງການ ຖ້າຫາກບໍ່ປະຕິບັດຕາມ ທາງການລາວ ແລະພາກສ່ວນກ່ຽວຂ້ອງ ຈະດໍາເນີນການລືບລ້າງໃບອະນຸຍາດ ຍ້ອນສ່ວນນຶ່ງ ແມ່ນມີລັກສະນະ ເຂົ້າຂ່າຍຂບວນການຟອກເງິນ.
ບັນດານັກລົງທຶນ ທີ່ເຂົ້າມາຈົດທະບຽນວິສາຫະກິຈ ພາຍໃນປະເທດແລ້ວ ແຕ່ບໍ່ມີການເຄື່ອນໄຫວ ຫຼືຈ່າຍພາສີອາກອນໃຫ້ແກ່ທາງການນັ້ນ ສ່ວນຫຼາຍ ແມ່ນເປັນໂຄງການຂນາດໃຫຍ່ ຂອງຊາວຕ່າງປະເທດ.
ດັ່ງນັກທຸຣະກິຈ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄົນຈີນແດ່ ຄົນວຽດແດ່ ມີບາງບໍຣິສັດເຂົາ ກໍມາສັມປະມານເນາະ ຂຸດຄົ້ນບໍ່ແຮ່ບໍ ຫຼືວ່າ ພັທນາເປັນເຂດເສຖກິຈພໍເສດບໍ ບໍຣິສັດອະສັງຫາບໍ ມີບາງບໍຣິສັດ ທີ່ເພິ່ນກໍບໍ່ໄດ້ດໍາເນີນແທ້ ຫຼັງຈາກທີ່ເປີດໄປແລ້ວ ມັນກໍອາຈມີບັນຫາ ທາງດ້ານການເງິນບໍອີ່ຫຍັງ ການແລ່ນເອກກະສານ ຫຼືວ່າຮູບການດໍາເນີນການຫັ້ນ ມັນບໍ່ຖືກຕ້ອງ ຕາມໃບວິສາຫະກິຈເນາະ ກໍເລີຍມີບັນຫາ ກໍເລີຍຖືກຍຸບໄປກໍມີ.”
ທີ່ຜ່ານມາ ການທີ່ນັກທຸຣະກິຈຕ່າງປະເທດ ເຂົ້າມາຕັ້ງບໍຣິສັດ ພາຍໃນປະເທດລາວ ແບບບໍ່ມີຄວາມຮັບຜິດຊອບ ຫຼືບໍ່ເປັນໄປຕາມຂໍ້ກໍານົດທາງກົດໝາຍ ແລະເຂົ້າຂ່າຍການຟອກເງິນນັ້ນ ສ່ວນນຶ່ງ ແມ່ນພວກຂະເຈົ້າ ໄດ້ຮັບການອໍານວຍຄວາມສະດວກ ຈາກເຈົ້າໜ້າທີ່ຣັຖ ແລະຊ່ອງວ່າງທາງກົດໝາຍ.
ດັ່ງນັກກົດໝາຍ ທີ່ມີປະສົບການເຮັດວຽກກ່ຽວກັບ ຄະດີຄວາມ ໃນລັກສະນະດັ່ງກ່າວນີ້ ທ່ານນຶ່ງກ່າວວ່າ:
“ສ່ວນຫຼາຍແມ່ນເປັນໂຄງການຈີນ ເຂົາມາເຮັດແລ້ວເຂົາກໍກັບ ເຂົາຈະຖິ້ມເລີຍ ເຂົາຈະບໍ່ເອົາ ຖ້າວ່າໄປຮອດເຊັ່ນ: ເຂົາເຮັດຫ້າງຢູ່ແຄມຂອງ ເຮັດຢູ່ຊັງຈ້ຽງ ເຮົາເຮັດຕອກເຮັດຕຶກ ໄປບໍ່ລອດແລ້ວເຂົາກໍຖິ້ມເລີຍ ບາງທີເຂົາກໍຖືກຈັບຢູ່ຈີນ ເຂົາມາຟອກເງິນຂໍ້ຫາຈະໜັກ ພາກຣັຖເຂົ້າຮ່ວມນ່າ ໂຄງການແຕ່ລະໂຄງການ ມາເຊັນຮ່ວມ ເຊັນສັມປະທານດິນ ເພາະວ່າ ເຂົາບໍ່ສາມາດໃຊ້ດິນເຮົາໄດ້ເດ້ ດິນນັ້ນມັນດິນຣັຖ ສ່ວນຫຼາຍເຂົາໃຫ້ເຊົ່າເນາະ ເຂົາອາສັຍຣັັຖປ່ອຍໃຫ້ເຊົ່າ ເອົາເງິນຈັ່ງຊີ້ນ່າ.”
ກ່ອນໜ້ານີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ສາມາດຈັບນັກລົງທຶນຊາວຈີນ ທີ່ເຂົ້າມາດໍາເນີນການຟອກເງິນ ພາຍໃນປະເທດລາວ ໄດ້ຈໍານວນນຶ່ງ ແລະໄດ້ສົ່ງໂຕຜູ້ກ່ຽວກັບຄືນປະເທດຈີນ ຕາມຂໍ້ຕົກລົງ ວ່າດ້ວຍການສົ່ງໂຕຜູ້ຮ້າຍຂ້າມແດນ ແຕ່ຖ້າຫາກເປັນນັກລົງທຶນພາຍໃນປະເທດ ກໍຈະຕ້ອງຮັບໂທດ ຕາມກົດໝາຍອາຍາຂອງລາວ ເຊິ່ງມີໂທດຂ້ອນຂ້າງສູງ.
ດັ່ງນັກກົດໝາຍຜູ້ດຽວກັນນີ້ ກ່າວອີກວ່າ:
“ແມ່ນ ສ່ວນຫຼາຍຈັບແລ້ວ ເພິ່ນຈະເອົາກັບຈີນ ເພາະຈີນ ເພາະວ່າມີສັນຍາລະຫວ່າງ ສົ່ງຜູ້ຮ້າຍຂ້າມແດນ ຈີນ ກັບລາວຮ່ວມກັນ ວຽດນາມຄືກັນ ເພິ່ນຈະສົ່ງຜູ້ຮ້າຍຂ້າມແດນ ເພາະວ່າ ປະເທດນັ້ນຕ້ອງການ ແຕ່ວ່າ ຊັບສິນທີ່ຢູ່ລາວນີ້ ລາວຊິເຮັດເອົາເລີຍ ແມ່ນຫຼວງພຣະບາງກໍມີ ຫຼວງພຣະບາງ, ບໍ່ແກ້ວ, ຫຼວງນໍ້າທາ, ນະຄອນຫຼວງແຮ່ງຫຼາຍ ຈີນມາສັມປະທານ ເຂົາຈະມີວິທີເຂົາ ວິທີໂກງ ວິທີທີ່ເຂົາກູ້ເງິນມາແຕ່ຈີນພຸ້ນນ່າ ເຂົາແບບວ່າ ລັກສະນະມາລົງທຶນເນາະ ຣັຖບານປ່ອຍແບບໃຫ້ເຈົ້າໄປເຮັດທຸຣະກິຈກ່ອນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາຣັຖບານຈີນ ມີນະໂຍບາຍສນັບສນູນໃຫ້ພົລເມືອງໃນປະເທດຈີນ ດໍາເນີນກິຈການຢູ່ຕ່າງປະເທດ ດ້ວຍການອະນຸມັດເງິນກູ້ຢືມ ໂດຍມີເງື່ອນໄຂວ່າ ນັກທຸຣະກິຈຈີນ ຈະຕ້ອງມີການຈົດທະບຽນ ເປັນບໍຣິສັດຢູ່ຕ່າງປະເທດຢ່າງຄັກແນ່ ແລະລາວ ກໍເປັນນຶ່ງໃນປະເທດ ທີ່ນັກທຸຣະກິຈຈີນ ນິຍົມເດີນທາງມາຈົດທະບຽນ ແຕ່ພັດບໍ່ດໍາເນີນການເຄື່ີອນໄຫວແນວໃດ ຫຼືໃຊ້ເປັນແຫຼ່ງໃນການດໍາເນີນການຟອກເງິນ.
ຕໍ່ບັນຫາດັ່ງກ່າວນີ້, ສສຊ ກໍໄດ້ສເນີໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນກໍານົດໃຫ້ນັກທຸຣະກິຈ ທີ່ຕ້ອງການຈົດທະບຽນເປັນວິສາຫະກິຈ ຕ້ອງຂຽນບົດວິພາກ ເປັນຕົ້ນ: ແຜນການດໍາເນີນກິຈການ ແລະຜົລກະທົບ ທີ່ຄາດວ່າຈະເກີດຂຶ້ນ ຈາກນັ້ນ ຈຶ່ງຈະມີສິດ ທີ່ຈະໄດ້ຮັບການຈົດທະບຽນ ນໍາຂແນງການອຸດສາຫະກັມ ແລະການຄ້າ ທັງນີ້ ກໍເພື່ອເປັນການຫຼຸດຊ່ອງວ່າງທາງກົດໝາຍ ແລະກໍຣະນີນັກທຸຣະກິຈຕ່າງປະເທດບາງຄົນ ເຂົ້າມາສວຍໃຊ້ໂອກາດ ແບບບໍ່ເປັນໄປຕາມກົດໝາຍ, ດັ່ງທ່ານ ສຸກສວັນ ໄຊສົມບັດ ສະມາຊິກສະພາແຫ່ງຊາຕ ປະຈໍາເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ກ່າວໃນກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວາຣະທີ່ທ່ານມີຄວາມເຫັນໃສ່ຮ່າງກົດໝາຍ ວ່າດ້ວຍວິສາຫະກິຈສບັບປັບປຸງ ເມື່ອວັນທີ 21 ທັນວາ ທີ່ຜ່ານມານີ້ວ່າ:
“ຖ້າເຮົາກໍານົດວ່າ ຕ້ອງໄດ້ມີການຂຶ້ນທະບຽນເສັຍກ່ອນ ແລ້ວຈຶ່ງໄປຂໍອະນຸຍາດ ອັນນີ້ຖືວ່າ ມັນກໍເປັນຊ່ອງວ່າງ ໃຫ້ກັບຜູ້ດໍາເນີນທຸຣະກິຈຫັ້ນແຫຼ້ວ ທີ່ວ່າເຫັນຜ່ານມາຫັ້ນເນາະ ບາງເທື່ອ ອະນຸມັດໄປແລ້ວກໍ ທາງທ້ອງຖິ່ນ ພາກສ່ວນທີ່ກ່ຽວຂ້ອງກບໍ່ຮູ້ ແຕ່ວ່າ ເວລາຈັດຕັ້ງດໍາເນີນປະຕິບັດແລ້ວ ກໍພົບບັນຫາ ເປັນຕົ້ນວ່າ ຄັນຖ້າເຣື່ອງຜົລກະທົບ ທາງດ້ານສະພາບແວດລ້ອມບໍ ຜູ້ອະນຸມັດນີ້ກໍ ມີຄວາມຫຍຸ້ງຍາກແຫຼະ ໃນການປັບປຸງແກ້ໄຂ.”
ໃນກອງປະຊຸມສະພາແຫ່ງຊາຕລາວ ຄັ້ງດຽວກັນນີ້ ທ່ານ ສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາຕ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາຣະວັນ ໄດ້ໃຫ້ຄວາມເຫັນ ຕໍ່ຮ່າງກົດໝາຍ ວ່າດ້ວຍວິສາຫະກິຈສບັບປັບປຸງ ວ່າ ຢາກໃຫ້ມີການກໍານົດຢ່າງຈະແຈ້ງ ວ່າ ໃນການສ້າງຕັ້ງບໍຣິສັດ ຈໍາກັດຜູ້ດຽວ ຈະຕ້ອງມີສະມາຊິກຢ່າງໜ້ອຍ 3 ຄົນຂຶ້ນໄປ ເພາະຖ້າມີແຕ່ 2 ຄົນ ຖືວ່າບໍ່ເປັນໝູ່ຄະນະ ແລະທີ່ຜ່ານມາກໍມີຫຼາຍບໍຣິສັດ ທີ່ດໍາເນີນການຈົດທະບຽນແຕ່ພຽງຢ່າງດຽວ ໂດຍບໍ່ມີການເຄື່ອນໄຫວແນວໃດ ນັບເປັນສາເຫດ ເຮັດໃຫ້ມີຣັຖວິສາຫະກິຈຫຼາຍແຫ່ງ ແຕ່ການມອບພາສີ-ອາກອນ ພັດບໍ່ມີການມອບ.