ເຣື້ອງທີ່ເກັບບັນທຶກໄວ້
2024-07-26
ມີຜູ້ເປັນໄຂ້ຍຸງລາຍ ສະສົມ ເຖິງ 8,000 ປາຍຄົນ ໃນນັ້ນຢູ່ນະຄອນຫລວງວຽງຈັນ ແລະແຂວງເຊກອງ ມີຜູ້ຕິດເຊື້ອແຕ່ລະແຂວງເກືອບ 2,000 ຄົນ ເຊິ່ງເປັນຈໍານວນຜູ້ຕິດເຊື້ອ ນັບແຕ່ຕົ້ນປີ ຈົນມາເຖິງປັດຈຸບັນ ໂດຍສະເພາະ ເຂດມີຄວາມຄວາມສ່ຽງ ໃນໂຕເມືອງ ແລະ ຊຸມຊົນແອອັດ ທີ່ມີບັນຫານໍ້າຖ້ວມຂັງ ໃນຍາມຝົນ.
2024-07-26
ປະຊາຊົນຢູ່ແຂວງອັດຕະປື ພົບການຂຸດຄົ້ນແຮ່ທາດແບບຊະຊາຍ ໃນເຂດວັງຕັດ ເມືອງຊານໄຊ ແຂວງອັດຕະປື ແລະບໍ່ມີເຈົ້າໜ້າທີ່ທາງການ ລົງຕິດຕາມ ກວດກາເຂດສໍາປະທານຂຸດຄົ້ນ ແລະຜົນກະທົບທາງດ້ານສິ່ງແວດລ້ອມ ແລະສັງຄົມ.
2024-07-26
ບົດລາຍງານ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກໍາ ໄດ້ລະບຸວ່າ ໃນປະເທດລາວ ມີເນື້ອທີ່ການປູກຝິ່ນທັງໝົດ ປະມານ 5,000 ເຮັກຕ້າຣ໌ ສ່ວນແຂວງທີ່ຍັງມີການປູກຝິ່ນ ຫຼາຍກວ່າໝູ່ ຍັງເປັນແຂວງຜົ້ງສາລີ.
2024-07-26
ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ເປັນໂຄງການຮ່ວມລົງທຶນ ລະຫວ່າງລັດຖະບານລາວ ທີ່ຖືຮຸ້ນພຽງ 5% ແລະກຸ່ມບໍລິສັດກໍ່ສ້າງ ແລະການລົງທຶນຢູນນານ (YCIH) ຂອງຈີນ ຖືຮຸ້ນຫຼາຍເຖິງ 95% ແລະໂຄງການນີ້ເລີ່ມມີການສໍາຫຼວດ ແລະວັດແທກດິນ ຂອງຊາວບ້ານຢູ່ບາງເຂດ ທີ່ຄາດວ່າ ແລວທາງນັ້ນຈະຜ່ານ ໂດຍສະເພາະໃນເຂດເມືອງນາໝໍ້.
2024-07-25
ການຂຸດຄົ້ນແຮ່ທາດ ຢູ່ບ້ານເຂດນໍ້າພານ ເມືອງຄູນ ແຂວງຊຽງຂວາງ ສົ່ງຜົນກະທົບຕໍ່ ທີ່ດິນກະສິກໍາຂອງຊາວບ້ານ 9 ຄອບຄົວ.
2024-07-25
ນັກຮຽນ ທີ່ລົງທະບຽນເສງເຂົ້າມະຫາວິທະຍາໄລແຫ່ງຊາດລາວ ປີນີ້ໜ້ອຍກວ່າສົກປີກາຍ ຍ້ອນຄວາມທຸກຍາກ, ຮອດວັນທີ 25 ກໍລະກົດນີ້ ມີຜູ້ລົງທະບຽນພຽງ 4,691 ຄົນ, ປີກາຍມີທັງໝົດ 11,000 ຄົນ.
2024-07-25
ລັດຖະບານລາວ ເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ທີ່ນະຄອນຫລວງວຽງຈັນ ແລະ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ເພື່ອຫາລື ການຮ່ວມມືສົ່ງເສີມ ປະຊາຄົມອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ.
2024-07-25
ຄູສອນສາດສະໜາຄຣິສຕຽນ ຢູ່ບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ໄດ້ຖືກຍິງບາດເຈັບສາຫັດ ແລະທາງຄອບຄົວ ໄດ້ນໍາອາຈານ ໄປປິ່ນປົວຢູ່ໂຮງໝໍ ແຂວງອຸດົມໄຊ, ແຕ່ອາຈານໄດ້ເສຍຊີວິດ ໃນເວລາຕໍ່ມາ.
2024-07-25
ປັດຈຸບັນ ຜູ້ປະກອບການ ຈໍານວນຫລາຍ ໄດ້ຂຶ້ນຄ່າຈ້າງແຮງງານ ສູງກວ່າອັດຕາຄ່າແຮງງານຂັ້ນຕ່ໍາ ຕາມທີ່ທາງການກໍານົດ, ແຕ່ຍັງມີຜູ້ປະກອບການບາງກຸ່ມ ທີ່ຈ່າຍຄ່າຈ້າງແຮງງານ ແກ່ຄົນງານ ສະເລັ່ຍແຕ່ພຽງ 1,500,000 ຫາ 1,600,000 ກີບ/ເດືອນ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ປືກສາຫາລືກຽມປັບປຸງ ຄ່າແຮງງານຂັ້ນຕ່ຳຕື່ມອີກ.
2024-07-24
ປະຊາຊົນສ່ວນຫຼາຍ ທີ່ຢູ່ໃນເຂດນອກເມືອງ ແລະຊົນນະບົດ ຍັງໃຊ້ການດັງໄຟດ້ວຍຟືນ ໃນຊີວິດປະຈໍາວັນ ເປັນສາຍເຫດໜຶ່ງ ທີ່ເຮັດໃຫ້ເກີດພະຍາດ ທີ່ຕິດພັນກັບມົນລະພິດ ທາງອາກາດ ແລະເສຍຊີວິດ ປະມານ 10,000 ຄົນຕໍ່ປີ ແລະອາດເພີ່ມຂຶ້ນເລື້ອຍໆ ຫາກຍັງບໍ່ໄດ້ຮັບ ການຈັດການທີ່ຖືກຕ້ອງ.
2024-07-24
ຂໍ້ມູນຈາກສະຖານທູດອິນເດຍປະຈໍາປະເທດລາວ ລະບຸວ່າ ເລີ່ມຕັ້ງແຕ່ປີ 2022 ຮອດປັດຈຸບັນ ມີຊາວອິນເດຍ ທັງໝົດ 518 ຄົນ ໄດ້ຮັບການຊ່ອຍເຫຼືອ ອອກຈາກສູນສະແກມເມີທາງໄຊເບີຣ໌ (Cyber Scammers Centers) ແລະ ວຽກອື່ນໆທີ່ຜິດກົດໝາຍ ໃນປະເທດລາວໄດ້.
2024-07-24
ລັດຖະບານຈີນ ມອບເງິນຊ່ອຍເຫຼືອລ້າ ແກ່ລັດຖະບານລາວ ຜ່ານກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ແຕ່ຊາວລາວເຫັນວ່າ ບໍ່ຄວນເພິ່ງພາຈີນຫຼາຍເກີນໄປ
2024-07-24
ນ້ໍາປ່າໄຫລຊຸເຂົ້າຖ້ວມເຮືອນ ແລະຊັບສິນ ຂອງປະຊາຊົນ ໃນເຂດບ້ານລາງ ແລະ ບ້ານນາງາມ ເມືອງໄຊ ແຂວງ ອຸດົມໄຊ ສະເພາະຢູ່ບ້ານລາງ ມີ 39 ຄອບຄົວ ລວມມູນຄ່າເສັຍຫາຍ ທັງໝົດ 418,877,000 ລ້ານກີບ ຂະນະທີ່ການຊ່ວຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຍັງເຂົ້າໄປບໍ່ເຖິງເທື່ອ.
2024-07-24
ພົບເຫັນມີການແລກປ່ຽນ ເງິນຕາຕ່າງປະເທດ ນອກລະບົບ ຢູ່ສະຖະນີວຽງຈັນ (ຄຳສະຫວາດ) ຍ້ອນບໍ່ມີຮ້ານແລກປ່ຽນເງິນຕາ ແບບຖືກຕ້ອງ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ເຂົ້າໄປກວດກາ ບັນຫາດັ່ງກ່າວເທື່ອ.
2024-07-23
ທຸລະກິດບໍລິການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ແມ່ນຍັງປະສົບບັນຫາຫລາຍດ້ານ ໂດຍສະເພາະ ບັນຫາຂາດແຄນຜູ້ບໍລິການທີ່ມີສີມື ຍ້ອນການບໍລິການ ພາຍໃນປະເທດ ສ່ວນຫລາຍເປັນຮູບແບບ ທຸລະກິດຄອບຄົວ ເຊິ່ງຍັງບໍ່ທັນສາມາດ ຮັບຮອງນັກທ່ອງທ່ຽວ ໄດ້ພໍເທົ່າໃດ.