ບັນຫາການປ່ຽນເງິນຕາ ນອກລະບົບ ຢູ່ສະຖານີລົດໄຟວຽງຈັນ
2024.07.24
ປັດຈຸບັນ, ມີການແລກປ່ຽນ ເງິນຕາຕ່າງປະເທດ ນອກລະບົບ ແບບຊະຊາຍ ຢູ່ສະຖານີລົດໄຟວຽງຈັນ (ຄຳສະຫວາດ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ຫາກໍເປີດໃຊ້ບໍລິການ ເມື່ອວັນທີ 20 ເດືອນ 7 ທີ່ຜ່ານມານີ້ ຍ້ອນຢູ່ສະຖານີດັ່ງກ່າວ ບໍ່ມີຮ້ານແລກປ່ຽນເງິນຕາ ແບບຖືກຕ້ອງ ແລະ ກໍບໍ່ມີໂຕແທນທະນາຄານ ທີ່ຮັບແລກປ່ຽນເງິນຕາ ຢູ່ນຳດ້ວຍ ຈຶ່ງເຮັດໃຫ້ບັນດາຮ້ານຄ້າ ຫຼືຜູ້ປະກອບການຕ່າງໆ ຮັບແລກປ່ຽນເງິນກີບ ກັບບັນດານັກທ່ອງທ່ຽວຕ່າງປະເທດ ທີ່ນັ່ງລົດໄຟ ມາລົງຢູ່ສະຖານີລົດໄຟດັ່ງກ່າວ. ດັ່ງຊາວລາວ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ເດືອນ 7 ນີ້ວ່າ:
“ຖືວ່າບໍ່ມີ. ສ່ວນຫຼາຍນີ້ ຄັນແລກນີ້ ມັນຈະມີພວກທີ່ວ່າ ເຂົາເຈົ້າຮັບແລກຢູ່ຫັ້ນ ຖາມແຕ່ລະຄົນທີ່ວ່າ ເຂົາເຈົ້າຢືນແລກຢູ່ຫັ້ນ, ແຕ່ຖ້າຈະໃຫ້ມັນມີແບບໜ້າງານ ແລກເລີຍ, ບໍ່ມີ. ບາງຄົນກະໄລ່ 650,000 ກີບຕໍ່ 1,000 ບາດ, ບາງຄົນກະໄລ່ 680,000 ກີບ ເພາະວ່າບາດດຽວນີ້ມັນລົງ. ມັນເລີ້ມລົງແລ້ວ.”
ໃນຂະນະທີ່ຊາວລາວ ອີກທ່ານໜຶ່ງ ກໍຢືນຢັນວ່າ ຮ້ານຄ້າ, ຮ້ານອາຫານ ທີ່ຢູ່ອ້ອມຂ້າງ ສະຖານວຽງຈັນ (ຄຳສະຫວາດ) ກໍລ້ວນແຕ່ຮັບແລກ ເງິນຕາຕ່າງປະເທດ, ໂດຍສະເພາະການແລກ ເງິນບາດໄທ ເອົາເງິນກີບ, ເຊິ່ງແຕ່ລະຮ້ານ ກໍຄິດໄລ່ອັດຕາແລກປ່ຽນ ທີ່ແຕກຕ່າງກັນໄປ ຕາມຄວາມເໝາະສົມ ຂອງແຕ່ລະຮ້ານ ເພື່ອດຶງດູດລູກຄ້າ. ດັ່ງທ່ານກ່າວວ່າ:
“ມີຢູ່ໆ ມີເປັນບ່ອນຮ້ານຄ້າຢູ່ແຫຼະ. ບາງບ່ອນກະໄລ່ 705,000 ກີບຕໍ່ 1,000 ບາດ, ບາງບ່ອນກະໄລ່ 706,000 ຫຼືວ່າຈະແລກຕາມຮ້ານແລກປ່ຽນ ຫຼືວ່າຮ້ານຄຳກະໄດ້.”
ໃນຂະນະດຽວກັນ, ກໍມີຜູ້ປະກອບການທຸລະກິດ ອີກຈຳນວນໜຶ່ງ ທີ່ມີການຕິດຕໍ່ ກັບຜູ້ໂດຍສານ ລົດໄຟລາວ-ໄທ ແລ້ວໄດ້ນັດໝາຍສະຖານທີ່ ເພື່ອແລກປ່ຽນເງິນຕາ ນຳກັນ ຢູ່ນອກສະຖານີວຽງຈັນ (ຄຳສະຫວາດ) ເນື່ອງຈາກວ່າ ຄັນມີການແລກປ່ຽນເງິນຕາ ຢູ່ສະຖານີລົດໄຟແລ້ວ ຢ້ານຕຳຫຼວດພົບເຫັນ ແລ້ວຈະຖືກໃໝ. ດັ່ງຊາວລາວ ອີກນາງໜຶ່ງ ກ່າວວ່າ:
“ຖ້າຊິແລກຊະຊາຍ ແລ້ວຕຳຫຼວດກະຊິຈັບ ມີແຕ່ນັດວ່າ ເອີ, ຢາກໄດ້ຕ້ອງການແລກບາດ ປະມານ 10,000 ບາດ, ຊີ້ນ່າ ກະຊິກຽມເງິນກີບໄປໃຫ້. ແລກຕະຫຼາດເຊົ້າກະໄດ້, ແຕ່ບາງຮ້ານ ເຂົາກະເລືອກ ບາງຮ້ານເຂົາກະບໍ່ຮັບ ໃນຕະຫຼາດເຊົ້າ.”
ສ່ວນຜູ້ປະກອບການນຳທ່ຽວ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍເຫັນວ່າ ບັນຫາດັ່ງກ່າວ ກຳລັງເກີດຂຶ້ນແທ້ ແລະ ຜູ້ປະກອບການ ທີ່ຮັບແລກ ເງິນຕາຕ່າງປະເທດ ຢູ່ສະຖານີລົດໄຟດັ່ງກ່າວ ບາງຄົນ ກໍມີການກົດ ອັດຕາແລກປ່ຽນເງິນຕາ ທີ່ຕ່ຳກວ່າ ອັດຕາທີ່ທະນາຄານກຳນົດ, ເຊິ່ງເປັນການເອົາປຽບ ນັກທ່ອງທ່ຽວຕ່າງປະເທດ ທີ່ແລກເງິນນຳເຂົາເຈົ້າ, ແຕ່ກໍເຫັນວ່າ ຍັງບໍ່ມີພາກສ່ວນໃດ ໄປຕິດຕາມ-ກວດກາ ຢູ່ສະຖານີລົດໄຟ ດັ່ງກ່າວເທື່ອ. ດັ່ງທ່ານກ່າວວ່າ:
“ບັນຫາເລື້ອງນີ້ແຫຼະ ຕອນນີ້ນ່າ ຢູ່ສະຖານີໃດ ເຂົາໃຫ້ເຈົ້າ 300,000 ຫຼື 300,000 ປາຍໜ້ອຍໜຶ່ງ. ຄັນຖ້າວ່າເຮົາໄປແລກ ຢູ່ຮ້ານຄ້າ ເອົາຄ່າທຳນຽມແຮງຢູ່ໄດ໋. ເຂົາເຈົ້າໃຫ້ແຕ່ 250,000 ຫາ 300,000 ໜຶ່ງໄດ໋. ຄັນແລກທົ່ວໄປ ກະໄດ້ 600,000 ປາຍ ມັນລື່ນກັນເຄິ່ງຕໍ່ເຄິ່ງ.”
ກ່ຽວກັບເລື້ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງທະນາຄານແຫ່ງ ສປປ ລາວ ເພື່ອສອບຖາມ ກ່ຽວກັບສະພາບດັ່ງກ່າວ, ແຕ່ກໍຍັງບໍ່ມີເຈົ້າໜ້າທີ່ຄົນໃດ ສາມາດເວົ້າເຖິງ ບັນຫານີ້ໄດ້ເທື່ອ.
ແຕ່ເຖິງຢ່າງໃດກໍຕາມ, ພະນັກງານປະຈຳ ທະນາຄານ ແຫ່ງໜຶ່ງ ທີ່ມີສາຂາ ຕັ້ງຢູ່ບໍ່ໄກ ຈາກສະຖານີວຽງຈັນ (ຄຳສະຫວາດ) ກໍແນະນຳໃຫ້ຜູ້ໂດຍສານ ຫຼືນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງມາຮອດ ສະຖານີດັ່ງກ່າວ ບໍ່ຄວນແລກເງິນ ກັບຜູ້ປະກອບການ ຫຼືຮ້ານຄ້າ ໃນສະຖານີດັ່ງກ່າວ ແລະ ໃຫ້ໄປແລກປ່ຽນເງິນຕາ ຢູ່ທະນາຄານ ຫຼືບ່ອນຮັບແລກເງິນ ທີ່ຖືກຕ້ອງເທົ່ານັ້ນ ເພື່ອເປັນການເຮັດໃຫ້ຖືກຕ້ອງ ຕາມລະບຽບ. ດັ່ງຍານາງກ່າວວ່າ:
“ໂຕນີ້ ແມ່ນເຮົາບໍ່ແນະນຳ. ມີແຕ່ວ່າ ລົບກວນເຂົ້າມາແລກ ຕາມທະນາຄານເຮົາໄດ້ເລີຍ. ຖ້າຕ້ອງການແລກເງິນ, ບາດເປັນກີບ ສາມາດເຂົ້າມາແລກໄດ້ເລີຍ. ສະຖານີ (ຄຳສະຫວາດ) ປະມານ 5 ກິໂລແມັດ.”
ອີງຕາມຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງ ເງິນຕາຕ່າງປະເທດ ລົງວັນທີ 14 ເດືອນ 7 ປີ 2023 ລະບຸວ່າ ບຸກຄົນ ແລະ ນິຕິບຸກຄົນ ທີ່ເຄື່ອນໄຫວແລກປ່ຽນ ເງິນຕາຕ່າງປະເທດ ແບບຊະຊາຍ ແລະ ສ້າງຄວາມປັ່ນປ່ວນ ດ້ານອັດຕາແລກປ່ຽນ ແມ່ນຈະຖືກດຳເນີນມາດຕະການ ຢ່າງເຂັ້ມງວດ ແລະ ເດັດຂາດ.
ຫຼ້າສຸດນີ້, ເມື່ອວັນທີ 18 ເດືອນ 7 ທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ ກໍໄດ້ເລີ່ມພິທີ ເປີດຂະບວນການ ຕິດຕາມ-ກວດກາ ການຕິດລາຄາສິນຄ້າ ແລະ ການແລກປ່ຽນເງິນຕາ ຢູ່ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ, ໂດຍມີເປົ້າໝາຍ ເພື່ອຄຸ້ມຄອງ ເງິນຕາຕ່າງປະເທດ ບໍ່ໃຫ້ມີການແລກປ່ຽນກັນ ແບບຊະຊາຍ ແລະ ຮັກສາສະຖຽນລະພາບ ຂອງຄ່າເງິນກີບ, ເຊິ່ງໄດ້ເລີ່ມເຮັດ ແຕ່ຢູ່ນະຄອນຫຼວງວຽງຈັນ ກ່ອນ, ແລ້ວຈຶ່ງຄ່ອຍຂະຫຍາຍໄປ ຕາມແຂວງຕ່າງໆ, ແຕ່ຊາວລາວ ຈຳນວນໜຶ່ງ ເຫັນວ່າ ເປັນເລື້ອງຍາກ ທີ່ຈະສາມາດຄຸ້ມຄອງ ແລະ ແກ້ໄຂໄດ້ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກວດກາບໍ່ທົ່ວເຖິງ.