ອັດຕາແລກປ່ຽນ ຜັນຜວນ ປະຊາຊົນທຸກລະດັບ ເດືອດຮ້ອນ

ໄມ​ຊູ​ລີ ແລະ ໄຊ​ຍາ
2024.07.07
ອັດຕາແລກປ່ຽນ ຜັນຜວນ ປະຊາຊົນທຸກລະດັບ ເດືອດຮ້ອນ ຮ້ານແລກປ່ຽນເງິນຕຣາ ແຂວງພາກໃຕ້. ວັນທີ 30 ກໍລະກົດ ປີ 2023.
RFA

ໄມຊູລີ:  ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ..ຂໍຕ້ອນຮັບທ່ານເຂົ້າສູ່ ລາຍການ ມາຟັງນໍາກັນ ສຳລັບອາທິດນີ້ພວກເຮົາມາຕິດຕາມປະເດັນຮ້ອນກ່ຽວກັບອັດຕາແລກປ່ຽນແຮງຈົນເຮັດໃຫ້ປະຊາຊົນທຸກລະດັບເດືອດຮ້ອນ. ສຳລັບຫົວຂໍ້ໃນມື້ນີ້ ອັດຕາແລກປ່ຽນຜັນຜວນປະຊາຊົນທຸກລະດັບເດືອດຮ້ອນ. ຕໍ່ກໍລະນີດັ່ງກ່າວສະພາແຫ່ງຊາດໄດ້ຮັບຮອງມະຕິຍົກຍ້າຍຜູ້ວ່າການທະນາຄານແຫ່ງ ສປປ ລາວ. ທ່ານຜູ້ຟັງມີຄວາມຄິດເຫັນແນວໃດຊ່ອຍອອກຄຳເຫັນກັບພວກເຮົາດ້ວຍ. ສຳລັບມື້ນີ້ດຳເນີນລາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ:  ສະບາຍດີທ່ານຜູ້ຟັງ ກ່ຽວກັບບັນຫາອັດຕາແລກປ່ຽນຜັນຜວນມັນສົ່ງຜົນກະທົບໄປຍັງປະຊາຊົນທຸກລະດັບທັງຜູ້ຫາເຊົ້າກີນຄໍ່າ, ແມ່ຄ້າຊາວຂາຍ, ນັກທຸລະກິດທຸກລະດັບ.

ເປັນຫຍັງຈຶ່ງວ່າອັດຕາແລກປ່ຽນຜັນຜວນຫຼາຍທ່ານກໍ່ຄົງຈະຮຸູ້ກັນດີເນື່ອງຈາກອັດຕາແລກປ່ຽນມັນຂື້ນຜິດປົກກະຕິ ແລະ ກໍ່ຂື້ນໄປເລື້ອຍ ໆ ຈົນປະຈຸບັນບັນນີ້ອັດຕາແລກ ນອກລະບົບຢູ່ທີ່ 1 ບາດປະມານ 730-750 1 ໂດລາປະມານ 23,000-25,000 ກີບ

ໃນຂະນະທີ່ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ອະດີດຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານວ່າມີມາດຕະການແກ້ໄຂແຕ່ກໍ່ບໍ່ສາມາດຄວບຄຸມສະຖານະການໄດ້ສົ່ງຜົນເຮັດໃຫ້ເກີດຜົນກະທົບເປັນວົງກ້ວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.