ໂຄງການ ທາງດ່ວນ ລາວ-ຈີນ ໄລຍະ 4 ຈະກວມເອົາດິນປະຊາຊົນ

ຈຳປາທອງ
2024.07.26
ໂຄງການ ທາງດ່ວນ ລາວ-ຈີນ ໄລຍະ 4 ຈະກວມເອົາດິນປະຊາຊົນ ນີ້ເປັນພຽງຮູບປະກອບ ເຊິ່ງຢູ່ບໍລິເວນດ່ານສາກົນບໍ່ເຕັນ (TS), ເດືອນທັນວາ ປີ 2021.
RFA

ປະຊາຊົນຈໍານວນໜຶ່ງ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ເວົ້າວ່າ ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ໄລຍະ 4 ທີ່ເຊື່ອມຕໍ່ລະຫວ່າງ ແຂວງອຸດົມໄຊ ແລະດ່ານສາ ກົນບໍ່ເຕັນ ແຂວງຫຼວງນໍ້າທາ ໄດ້ສົ່ງພະນັກງານໄປສົມທົບ ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄປສໍາຫຼວດ ແລະວັດແທກດິນ ຂອງຊາວບ້ານຢູ່ບາງເຂດ ທີ່ຄາດວ່າ ແລວທາງນັ້ນຈະຜ່ານ ໂດຍສະເພາະໃນເຂດເມືອງນາໝໍ້ ເມື່ອກ່ອນໜ້ານີ້. ຊາວບ້ານ ຈໍານວນໜຶ່ງເວົ້າວ່າ ທາງໂຄງການ ມີແຜນທີ່ຈະກວມເອົາດິນຂອງພວກເຂົາເຈົ້າ ແຕ່ຍັງບໍ່ທັນໄດ້ຕົກລົງກັນລາຍລະອຽດ ເລື່ອງຄ່າຊົດເຊີຍເທື່ອ ດັ່ງຊາວບ້ານຢູ່ເມືອງນາໝໍ້ນາງໜຶ່ງ ເວົ້າຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍລະກົດນີ້ວ່າ:

ນາຫມໍ້ ໂອ ຖືກດິນເອື້ອຍແດ່ ໂອ ບໍ່ເວົ້າເລື້ອງເງິນເລື້ອງທອງເທື່ອນ່າ ເຂົາສໍາຫລວດໄປນີ້ຖືກດິນສວນເອື້ອຍ. ໂອ ບໍ່ຖືກເອື້ອຍໄດ ຖືກດິນສວນປະມານ 3 ເຮັກຕ້າຣ໌ນີ້ແຫລະ ຂອງເອື້ອຍນະ ໄປອອກທາງບໍ່ເຕັນ ຜ່ານມາຖືກໝົດແຫລະ. ເຂດນາຫມໍ້, ນາດອງ. ເຂດໃນເມືອງນາຫມໍ້ນີ້ ກະຖືກມາໝົດແຫລະ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ພະແນກແຜນການ ແລະການລົງທຶນ ແຂວງຫຼວງນໍ້າທາທ່ານໜຶ່ງ ໄດ້ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລັດຖະບານລາວໄດ້ອະນຸມັດໂຄງການ ກໍ່ສ້າງທາງດ່ວນລາວ-ຈີນ ໄລຍະ 4 ຊຶ່ງມີຄວາມຍາວ 63 ກິໂລແມັດ ທີ່ຄາດວ່າ ຈະເລີ່ມສຶກສາ ສໍາຫຼວດຄວາມເປັນໄປໄດ້ໃນມໍ່ໆນີ້, ແຕ່ຍັງບໍ່ຮູ້ວ່າ ຈະເລີ່ມກໍ່ສ້າງເມື່ອໃດແທ້ ຫຼືຈະເປັນທ້າຍປີນີ້ ຫຼືບໍ່ ກໍຍັງບໍ່ຮູ້ ດັ່ງທີ່ທ່່ານກ່າວວ່າ:

ໂອ ຍັງບໍ່ໄດ້ລົງອິຫຍັງເທື່ອໄດ ບໍ່ໄດ້ລົງມືກໍ່ສ້າງເທື່ອ ບໍ່ແນ່ໃຈວ່າເຂົາເຈົ້າສິເຮົດ ລົງມືທ້າຍປີນີ້ບໍ່ ຫລືວ່າແນວໃດຫັ້ນນ່າ ບໍ່ໄດ້ເຫັນເຊັນສັນຍາກັນເທື່ອນ່າ.

ແຕ່ຊາວບ້ານຢູ່ເມືອງນາໝໍ້ ອີກຜູ້ໜຶ່ງກໍເວົ້າວ່າ ຕົນເຊື່ອວ່າ ໂຄງການດັ່ງກ່າວ ຈະຕ້ອງກວມເອົາດີນປະຊາຊົນຢ່າງແນ່ນອນ ແຕ່ກໍບໍ່ແນ່ໃຈວ່າ ແລວທາງດ່ວນນັ້ນ ຈະຕັດຜ່ານເຂດໃດແດ່ ແລະຈະກວມເອົາຂອງຕົນນໍາ ຫຼືບໍ່, ມີແຕ່ໄດ້ຍິນຂ່າວ ກ່ຽວກັບເລື່ອງທີ່ວ່ານັ້ນ.

ແມ່ນແຫລະ ໄດ້ຍິນຂ່າວວ່າແນວນັ້ນແຫລະ ແນ່ນອນຢູ່ແລ້ວ ກໍຍັງບໍ່ຮູ້ແລວເທື່ອນ່າ ເຂົາສໍາຫລວດສໍາຫລວດຫລາຍເສັ້ນນາ ຈັກເຂົາສິເອົາທາງໃດແທ້ ບໍ່ຮູ້ນ່າ ກໍຈັ່ງວ່າບໍ່ຮູ້ເທື່ອໃດອັນນີ້.

ປະຊາຊົນ ຢູ່ເມືອງນາໝໍ້ອີກຜູ້ໜຶ່ງ ກໍເວົ້າວ່າ ຮູ້ພຽງແຕ່ວ່າ ຈະມີໂຄງການທາງດ່ວນ ຜ່ານເຂດບ້ານຂອງຕົນ ແຕ່ຍັງບໍ່ທັນເຫັນເພີ່ນມາວັດແທກດິນເທື່ອ ແລະວ່າ ເມື່ອກ່ອນໜ້ານີ້ ກໍເຄີຍຖືກໂຄງການ ທາງລົດໄຟລາວ-ຈີນ ໄດ້ກວມເອົາດິນຂອງຕົນໄປແລ້ວ ແລະກໍອາດຈະຖືກໂຄງການທາງດ່ວນນີ້ ມາກວມເອົາດິນໄປຕື່ມອີກກໍເປັນໄດ້.

ກໍຈັ່ງວ່າ ບາງເທື່ອວ່າ ເຂົາກະວ່າຈັ່ງຊັ້ນແຫລະ ແຕ່ວ່າຖືກບໍ່ຖືກກະຍັງບໍ່ໄດ້ມາແທກ ກະບໍ່ໄດ້ວ່າຫຍັງເທື່ອນ່າ ເຂົາວ່າເປົ້າໝາຍເຂົາຊິມາທາງນັ້ນແຫລະ ແຕ່ວ່າເຮົາກະຍັງບໍ່ທັນຮູ້ເທື່ອ ອ້າຍກະຖືກທາງລົດໄຟຖືກນາ ແລ້ວກະເຂົາຊົດເຊີຍໃຫ້ປະມານ 700800 ລ້ານກີບນີ້ແຫລະ.

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານັ້ນ ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການປົກຄອງເມືອງນາໝໍ້ ແຕ່ເຈົ້າໜ້າທີ່ທີ່ຮູ້ເລື່ອງນີ້ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນໄດ້ເທື່ອ.

ຕໍ່ໂຄງການທາງດ່ວນສາຍນີ້ ຜູ້ປະກອບການນໍາທ່ຽວ ຢູ່ແຂວງອຸດົມໄຊຄົນໜຶ່ງເວົ້າວ່າ ຊາວບ້ານຈໍານວນໜຶ່ງເຫັນວ່າ ເປັນເລື່ອງດີ ຍ້ອນຈະເຮັດໃຫ້ການເດີນ ທາງໄປ-ມາ ແລະການຂົນສົ່ງສິນຄ້າລະຫວ່າງລາວ ແລະຈີນ ສະດວກຫຼາຍຂື້ນ ຍ້ອນການໄປ-ມາ ຕາມເສັ້ນທາງເລກທີ 13 ໃນປັດຈຸບັນ ຂ້ອນຂ້າງລໍາບາກຫຼາຍ, ລົດບັນທຸກ 22 ລໍ້ແລ່ນຫຼາຍ ທາງເປ່ເພ.

ດີຕໍ່ການເດີນ ທາງ ມັນຈະລະບາຍລົດນ້ອຍ ລົດນ້ອຍມັນຈະບໍ່ໄດ້ແລ່ນຄູ່ກັບລົດໃຫຍ່ ແລ້ວຫັ້ນນ່າ ລົດບັນທຸກຫັ້ນນ່າ ກໍຈະເຮັດໃຫ້ການເດີນທາງນີ້ ມັນໄວຂຶ້ນກວ່າເກົ່າ ມັນແລ່ນເວລາໄປເຈິະລົດ 22 ລໍ້ຢູ່ທາງໂຄ້ງ ທາງມັນຈະແຄບ ບໍ່ສະດວກ ຄັນຖ້າມີທາງດ່ວນກະຈະສະດວກ ກວ່າເກົ່າ.

ສໍາລັບໂຄງການກໍ່ສ້າງທາງດ່ວນລາວ-ຈີນ ແຕ່ນະຄອນຫຼວງວຽງຈັນ ໄປຫາດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ປັດຈະບັນ ເປີດໃຊ້ແລ້ວ ໄລຍະທີ 1 ທາງຍາວ 109 ກິໂລແມັດ ແຕ່ນະຄອນຫຼວງວຽງຈັນ ໄປຫາເມືອງວັງວຽງ ແຂວງວຽງຈັນ. ສ່ວນໂຄງການ ໄລຍະ 2 ທາງຍາວ 136.90 ກິໂລແມັດ ແຕ່ເມືອງວັງວຽງ ໄປຫາແຂວງຫຼວງພຣະບາງ ແລະໄລຍະທີ 3 ທາງຍາວ 116.58 ກິໂລແມັດ ແຕ່ແຂວງຫຼວງພຣະບາງ ໄປຫາແຂວງອຸດົມໄຊ ບໍ່ທັນໄດ້ກໍ່ສ້າງ ຍັງຢູ່ໃນລະຫວ່າງ ການກວດກາສັນຍາຄືນ.

ໂຄງການກໍ່ສ້າງທາງດ່ວນລາວ-ຈີນນີ້ ເປັນໂຄງການຮ່ວມລົງທຶນ ລະຫວ່າງລັດຖະບານລາວ ທີ່ຖືຮຸ້ນພຽງ 5% ແລະກຸ່ມບໍລິສັດກໍ່ສ້າງ ແລະການລົງທຶນຢູນນານ (YCIH) ຂອງຈີນ ຖືຮຸ້ນຫຼາຍເຖິງ 95%. ໂຄງການນີ້ ຄາດວ່າຈະໃຊ້ງົບປະມານ 6 ຕື້ໂດລ້າສະຫະລັດ, ເມື່ອສ້າງແລ້ວ ຈະຖືກບໍລິຫານໃນຮູບແບບ BOT, ໄລຍະສໍາປະທານ 50 ປີ. ຫຼັງຈາກນັ້ນ ຈະຖືກມອບໃຫ້ລັດຖະບານລາວ ເປັນຜູ້ຄຸ້ມຄອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.