ນັກຮຽນລົງທະບຽນສອບເສັງ ເຂົ້າມະຫາວິທະຍາໄລແຫ່ງຊາດ ໜ້ອຍລົງ
2024.07.25
ຜ່ານໄປແລ້ວ 17 ມື້ ນັບຕັ້ງແຕ່ມື້ເປີດຮັບສະໝັກລົງທະບຽນເຂົ້າສອບເສັງ, ຮອດວັນທີ 25 ກໍລະກົດນີ້ ມີນັກຮຽນ ລົງທະບຽນສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ສົກສຶກສາ 2024-2025 ຈໍານວນ 4,691 ຄົນ ຊຶ່ງອາດຈະໜ້ອຍລົງກວ່າ ສົກຮຽນ 2023-2024 ທີ່ມີຜູ້ມາລົງທະບຽນສອບເສັງ ທັງໝົດ 11,000 ຄົນ, ອີງຕາມຄໍາໃຫ້ສໍາພາດສື່ມວນຊົນທາງການລາວ ຂອງຮອງສາດສະດາຈານ ດຣ. ເດຊານຸລາດ ແສນດວງເດດ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ແລະອີງຕາມຂໍ້ມູນຈາກເວັບໄຊ ການລົງທະບຽນຜ່ານອອນລາຍ (reg.nuol.edu.la).
ກ່ຽວກັບຈໍານວນຜູ້ລົງທະບຽນສອບເສັງທີ່ວ່ານັ້ນ ອາຈານມະຫາວິທະຍາໄລແຫ່ງຊາດລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 25 ກໍລະກົດນີ້ວ່າ ສໍາລັບປີນີ້ ຍັງບໍ່ສາມາດເວົ້າໄດ້ວ່າ ຈໍານວນຜູ້ລົງທະບຽນ ມັນຈະຫລຸດລົງ ຫລືເພີ້ມຂຶ້ນ ທຽບໃສ່ສົກຮຽນຜ່ານມາ ຈະຮູ້ໄດ້ກໍຈົນກວ່າວ່າ ຈະເຖິງມື້ປິດຮັບສະໝັກ. ແຕ່ກໍສັງເກດວ່າ ສົກຮຽນ 2024-2025 ນີ້ ມີທ່າວ່າ ຜູ້ລົງທະບຽນສອບເສັງ ຫລຸດລົງແທ້ ຍ້ອນບັນຫາເສດຖະກິດ-ການເງິນ.
“ໃກ້ຈະປິດເຮົາຈຶ່ງບໍ່ຮູ້ວ່າ ເຂົາເຈົ້າມາໜ້ອຍຫລາຍ ບາງເທື່ອມັນກໍຂຶ້ນ ແຕ່ມັນອາດຈະມີຫລຸດ ທຸກໆບ່ອນມັນກໍມີຫລຸດໝົດແຫລະ ບໍ່ແມ່ນແຕ່ປະເທດລາວ ໄປຕາມກົນໄກຂອງໂລກ ບໍ່ມີໃຜຈັກເທື່ອທີ່ວ່າ ບໍ່ຢາກຮຽນຫັ້ນນ່າ ປີກາຍປີກ່ອນ ໃນສະພາບ ບາງຄົນເຂົາເຈົ້າມາລົງຫລາຍ ເຂົາເຈົ້າມີຄວາມພ້ອມມາແລ້ວເນາະ ຂີ່ລົດມາມາແລ້ວກໍກັບໄປ ກໍໄດ້ຈັ່ງຊີ້ນ່າ ດຽວນີ້ກໍຄືວ່າ ເສດຖະກິດມັນຂັດສົນ.”
ພ້ອມດຽວກັນນີ້ ອາຈານມະຫາວິທະຍາໄລແຫ່ງຊາດລາວ ອີກທ່ານໜຶ່ງ ກໍເວົ້າຄືກັນວ່າ ໃຫ້ຖ້າເບິ່ງໂຕຈິງ ວັນປິດຮັບລົງທະບຽນສອບເສັງເຂົ້າ ວັນທີ 9 ສິງຫາ 2024 ນີ້, ແຕ່ຖ້າຫາກວ່າ ເມື່ອປິດຮັບລົງທະບຽນແລ້ວ ມີຈໍານວນຜູ້ລົງທະບຽນສອບເສັງ ຫລຸດລົງ ກໍເປັນຍ້ອນໂອກາດ ໃນການເຮັດວຽກ ບໍ່ມີຄວາມແນ່ນອນ ແລະກໍຍ້ອນເສດຖະກິດຫຍຸ້ງຍາກ ທີ່ເປັນບັນຫາຊໍາເຮື້ອມາດົນແລ້ວ.
“ເບິ່ງໂຕຈິງເບິ່ງອີກ ເຂົາກໍເປີດລົງທະບຽນຮອດວັນທີ 9 ພຸ້ນເດ້ ສາເຫດທີ່ມັນຫລຸດລົງກໍສິຫລາຍປັດໃຈ 1 ກໍມາຈາກສາມັນ ເງື່ອນໄຂນັກຮຽນຢູ່ໃນສາມັນ ຫລືສະພາບລວມຂອງເສດຖະ ກິດສັງຄົມຂອງບ້ານເຮົາແດ່ ເວົ້າເລື້ອງເຂົາມາຮຽນ ເລື້ອງວຽກເຮັດງານທໍາບໍ່ ເລື້ອງເສດຖະກິດ 3-4 ປີນີ້ນ່າ ເຂົາໄປເຮັດອັນອື່ນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ກະຊວງສຶກສາທິການ ແລະກິລາ ສະໜັບສະໜູນໃຫ້ນັກຮຽນ ທີ່ມີໃບປະກາດ ຈົບຊັ້ນ ມ.7 ໄປຮຽນຕໍ່ສາຍອາຊີບ, ເຮັດໃຫ້ນັກຮຽນ ຈໍານວນໜຶ່ງ ໄປຮຽນຕໍ່ສາຍອາຊີບ ຈຶ່ງເຮັດໃຫ້ຈໍານວນນັກຮຽນ ທີ່ມາລົງທະບຽນສອບ ເສັງເຂົ້າມະຫາວິທະຍາໄລ ຫລຸດລົງ.
ກ່ຽວກັບເລື່ອງທີ່ວ່ານີ້ ນັກຮຽນຊັ້ນ ມ.7 ທີ່ເຂົ້າສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ຜູ້ໜຶ່ງເວົ້າເຖິງຕົນເອງວ່າ ບໍ່ມີແຜນ ທີ່ຈະຮຽນຕໍ່ ຫລັງຈາກຈົບ ມ.7 ແລ້ວ ຍ້ອນຄອບຄົວບໍ່ມີເງິນສົ່ງຮຽນ ແລະຕົນເອງ ກໍຈະຊອກວຽກເຮັດກ່ອນ ແລ້ວສົກຮຽນໜ້າ 2025-2026 ຈັ່ງຈະສະໝັກຮຽນຕໍ່ຊັ້ນສູງ.
“ຕອນນີ້ນ້ອງຮຽນຈົບແລ້ວ ຈົບປີນີ້ ຕອນນີ້ນ້ອງບໍ່ທັນໄດ້ຄິດວ່າ ໄປຮຽນຕໍ່ແບບວ່າ ງົບມັນບໍ່ພໍໄປຮຽນຕໍ່ຫັ້ນນ່າ ຍັງບໍ່ມີເງິນສົ່ງໄປຮຽນຫັ້ນນ່າ ຄິດວ່າປີໜ້າໄປຮຽນຕໍ່ ຊອກເງິນກ່ອນປີນີ້ ມັນໄດ້ເສັຽຄ່າເທີມທຸກໆປີຫັ້ນແຫລະ ຄ່າເຊົ່າຫ້ອງແຖວອີກ ຫລືວ່າຄ່າອິຫຍັງເຮົາຈະຕ້ອງໄດ້ອອກເອງຫັ້ນນ່າ.”
ລາວເວົ້າຕື່ມວ່າ ສ່ວນອະນາຄົດ ວ່າຈະມີຜູ້ສະໝັກຮຽນຕໍ່ຊັ້ນສູງ ເພີ້ມຂຶ້ນ ຫລືຫລຸດລົງນັ້ນ ແມ່ນຂຶ້ນຢູ່ກັບສະພາບຕົວຈິງ, ຮຽນຈົບໄປແລ້ວ ບໍ່ມີວຽກເຮັດ, ເສດ ຖະກິດຟືດເຄືອງ, ເງິນກີບອ່ອນຄ່າ ຊີວິດການເປັນຢູ່ຫຍຸ້ງຍາກ ກໍຈະບໍ່ມີໃຜຢາກຮຽນຕໍ່.
“ມັນຂຶ້ນກັບໃຈເຮົາແນ່ ຢາກໄປຮຽນແດ່ ຫລືວ່າແນວໃດ ຄິດວ່າ ຮຽນຕໍ່ແລ້ວຈົບໄປ ມັນກໍບໍ່ໄດ້ວຽກເຮັດງານເຮັດຫັ້ນນ່າ ມັນກໍບໍ່ຢາກເສັຽເວລາ ຮຽນແດ່ຫັ້ນນ່າ ເຫັນຫລາຍໆຄົນກໍເຮັດແບບນັ້ນແຫລະ ຄືວ່າບໍ່ຢາກຮຽນຕໍ່ປານໃດ ຕອນນີ້ກໍເສດຖະກິດ ຈະໄດ້ໃຊ້ເງິນສູງຫັ້ນນ່າ.”
ແລະນັກຮຽນຊັ້ນ ມ.7 ທີ່ເຂົ້າສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ ອີກຜູ້ໜຶ່ງ ກໍເວົ້າເຖິງຕົນເອງຄືກັນວ່າ ຕັດສິນໃຈບໍ່ຮຽນຕໍ່ຊັ້ນສູງແລ້ວ ຍ້ອນວ່າ ເມື່ອຮຽນຈົບຊັ້ນສູງມາ ກໍບໍ່ມີວຽກເຮັດ ດັ່ງນັ້ນ ຈຶ່ງຕັດສິນໃຈໄປຫາເງິນດີກວ່າ:
“ນ້ອງກໍບໍ່ຮູ້ຄືກັນ ໄປຮຽນເສັຽເວລາສູ້ໄປຫາເງິນດີກວ່າ ຮຽນຈົບມາແລ້ວຍັງໄດ້ໄປຊອກວຽກເຮັດອີກ ບາງເທື່ອຮຽນມາແລ້ວ ກໍບໍ່ໄດ້ເຮັດວຽກຫັ້ນນ່າ.”
ແຕ່ເຖິງຢ່າງໃດກໍຕາມ ຢູ່ລາວ ກໍມີຫລັກສູດ ສໍາລັບນັກສຶກສາ ທີ່ທັງເຮັດວຽກໄປນໍາ ແລະຮຽນໄປນໍາ ຈົນຈົບຫຼັກສູດ ສໍາລັບຜູ້ທີ່ມີເງື່ອນໄຂພ້ອມ ກໍສາມາດປະຕິບັດຫຼັກສູດນີ້ໄດ້ ແລະໃນອະນາຄົດ ມີຂໍ້ມູນທີ່ບໍ່ເປັນທາງການວ່າ ຈະມີຫຼັກສູດປະສົມ ຄືນັກຮຽນສາມາດສະສົມຊົ່ວໂມງຮຽນໄປເລື້ອຍໆ ຈົນຈົບຫຼັກສູດ, ອີງຕາມຄໍາເວົ້ສຂອງອາຈານມະຫາວິທະຍາໄລແຫ່ງຊາດລາວ ຄົນທໍາອິດ ຕໍ່ວິທະຍຸເອເຊັຍເສຣີນັ້ນວ່າ:
“ດຽວນີ້ເພິ່ນກໍກຽມຫລັກສູດໄວ້ໃຫ້ຮຽນ ເຮັດວຽກໄປນໍາສັງຕ່າງໆ. ເພິ່ນກໍໃຫ້ວິທີແກ້ໄຂໄປປະຕິບັດໄດ້ ບາງພາກສ່ວນມີເງື່ອນໄຂພ້ອມ ປະຕິບັດໂລດແຫລະ. ມັນ ຮອດຕໍ່ໄປມັນຈະມີຫລັກສູດສະສົມ ຄືບາງທີເຈົ້າມາຮຽນ ປີນີ້ເຈົ້າມາຮຽນໄດ້ ເຈົ້າພ້ອມກໍມາຮຽນສະສົມໄປໆ ຄົບກໍຄືຈົບ ຈັກປີກໍສຸດແລ້ວແຕ່ເະຄົບເຈົ້າກໍຈົບ.”
ສົກຮຽນ 2024-2025 ນີ້ ມະຫາວິທຍາໄລແຫ່ງຊາດ ມີໂກຕ້າຮັບນັກສຶກສາໃໝ່ 5,920 ຄົນ ຄືຫຼຸດລົງ 1,521 ຄົນ ເມື່ອທຽບກັບສົກຮຽນ 2023-2024 ທີ່ມີໂກຕ້າຮັບ 7,441 ຄົນ, ອີງຕາມຄໍາໃຫ້ສໍາພາດສື່ມວນຊົນທາງການລາວຂອງ ຮອງສາດສະດາຈາດ ດຣ. ເດຊານຸລາດ ແສນດວງເດດ, ອະທິການບໍດີ ມະຫາວິທະ ຍາໄລແຫ່ງຊາດລາວ.