ຊາວອິນເດຍ 518 ຄົນຖືກຊ່ອຍເຫຼືອ ໃນປະເທດລາວໄດ້

ພອນ ພູມມີທອນ
2024.07.24
ຊາວອິນເດຍ 518 ຄົນຖືກຊ່ອຍເຫຼືອ ໃນປະເທດລາວໄດ້ ເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເດືອນພະຈິກ ປີ 2023.
RFA

ອີງຕາມ ຂໍ້ມູນຈາກສະຖານທູດ ອິນເດຍປະຈໍາລາວ ລະບຸຕໍ່ນັກຂ່າວໄທ ແລະ ນັກຂ່າວ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 23 ກໍລະກົດ 2024 ວ່າ ທາງການລາວ ແລະ ອິນເດຍ ຮ່ວມມືກັນ ຊ່ວຍພົນລະເມືອງອິນເດຍ ຢ່າງຕໍ່ເນື່ອງ ເຮັດໃຫ້ ແຕ່ປີ 2022 ຮອດປັດຈຸບັນ ວັນທີ 21 ກໍລະກົດ 2024 ມີຊາວອິນເດຍ ຈໍານວນທັງໝົດ 518 ຄົນ ສາມາດຊ່ອຍອອກຈາກສູນສະແກມເມີ ທາງໄຊເບີຣ໌ (Cyber Scammers Centers) ແລະ ວຽກອື່ນໆ ໃນປະເທດລາວໄດ້.

ປັດຈຸບັນ ພົນລະເມືອງອິນເດຍ ທັງໝົດ 518 ຄົນນັ້ນ ກໍກັບປະເທດອິນເດຍ ຢ່າງປອດໄພແລ້ວ ແລະ ປັດຈຸບັນ ຍັງເຫລືອພົນລະເມືອງອິນເດຍ ອີກຈໍານວນຫລາຍ ທີ່ຍັງລໍຖ້າການຊ່ອຍເຫລືອ ຈາກທາງການລາວ ແລະ ອິນເດຍ. ອີງຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ສະຖານທູດອິນເດຍ ປະຈໍາລາວ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 23 ກໍລະກົດ ຜ່ານການສົນທະນາ ທາງຂໍ້ຄວາມວ່າ: 

(ອ່ານ) ຊ່ວຍເຫຼືອໄດ້ທັງໝົດ 518 ຄົນຫລື ຫລາຍກວ່າຫັ້ນຄົນທີ່ຊ່ວຍຈາກປະເທດລາວ ແຕ່ 2022 ຫາ ປັດຈຸບັນ ແລະ  ກັບປະເທດໝົດແລ້ວຢ່າງປອດໄພ.

ສະເພາະຂອງປີ 2024 ນີ້ ສະຖານທູດອິນເດຍ ປະຈໍາລາວ ແລະ ທາງການລາວ ຊ່ວຍພົນລະເມືອງອິນເດຍ ກັບປະເທດ ໄດ້ແບ່ງອອກເປັນດັ່ງນີ້ ປາຍເດືອນມີນາ 2024 ຊ່ວຍຄົນອິນເດຍໄດ້ 16 ຄົນ, ປາຍເດືອນ ພຶດສະພາ 2024 ຊ່ວຍຄົນອິນເດຍໄດ້ 13 ຄົນ ແລະ ຫລ້າສຸດ ພາຍໃນສອງອາທິດທໍາອິດຂອງ ເດືອນ ກໍລະກົດ 2024 ຊ່ວຍຄົນອິນເດຍ ໄດ້ຕື່ມອີກ 13 ຄົນ. ອີງຕາມຂໍ້ມູນຂອງ ສະຖານທູດອິນເດຍ ປະຈໍາລາວ ແລະ ການຕິດຕາມຂ່າວຂອງ ວິທຍຸ ເອເຊັຽເສຣີ ຢ່າງຕໍ່ເນື່ອງ. 

ສະຖານທູດອິນເດຍ ປະຈໍາລາວໄດ້ສະແດງ ຄວາມຂອບໃຈ ທາງການລາວ ທີ່ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງ ໃນຂະນະດຽວກັນ ເຈົ້າໜ້າທີ່ລາວ ຜູ້ທີ່ຢູ່ໃນທີມງານ ຊ່ວຍເຫລືອ ພົນລະເມືອງອິນເດຍ ອອກຈາກສູນຫລອກລອງ ຂອງສະແກມເມີ ທາງໄຊເບີ ໃນປະເທດລາວ ກ່າວວ່າ ທຸກປະເທດ ທີ່ຂໍຄວາມຊ່ວຍເຫລືອ ມາຍັງທາງການລາວ ທາງການລາວ ກໍກຽມພ້ອມ ທີ່ຈະໃຫ້ຄວາມຊ່ວຍເຫລືອ. ດັ່ງ ທ່ານກ່າວວ່າ: 

ທຸກປະເທດທີ່ວ່າ ຂໍຄວາມຊ່ວຍເຫລືອ ຄົນເຂົ້າມານີ້ ບໍ່ເຫັນບໍ່ ຫລືວ່າ ຕ້ອງການຄວາມຊ່ວຍເຫລືອຈາກລັດ ເຮົາກໍ ໃຫ້ຄວາມຮ່ວມມື ບາງຄົນເຂົາເຂົ້າມານີ້ບໍ່ ມາວັນທີເທົ່າໃດ ຫລືວ່າ ຄົນມີຢູ່ນີ້ ຢາກອອກໄປບໍ່ ມະຫຍັງກໍ ເຮັດປະສານກັນໄດ້ ເຈົ້າໜ້າທີ່ຢູ່ນີ້ ເຮົາກະກຽມຕ້ອນຮັບໃຊ້ຢູ່ແລ້ວ ເພື່ອຄວາມສະງົບຂອງປະເທດລາວເຮົາແຫລະ ບາງປະເທດກໍບໍ່ມີເງິນ ມີຫຍັງ ເຮົາກະໃຫ້ຄວາມຊ່ວຍເຫລືອ ສະຖານທູດມາຮັບປະກັນເອົາ ກໍຫລາຍປະເທດຢູ່.” 

ເຖິງແນວໃດກໍຕາມ ປັດຈຸບັນ ສະຖານທູດອິນເດຍ ປະຈໍາລາວ ຍັງຢູ່ລະຫວ່າງການປະສານງານ ກັບລັດຖະບານລາວ ກ່ຽວກັບເລື້ອງ ບໍ່ໃຫ້ອອກ ວີຊ້າ ກັບດ່ານຢູ່ແຂວງບໍ່ແກ້ວ ແລະທຸກໆດ່ານສາກົນ ແກ່ຄົນອິນເດຍ ແບບບໍ່ມີເງື່ອນໄຂ ເພື່ອຊ່ວຍປົກປ້ອງບໍ່ໃຫ້ພົນລະເມືອງ ອິນເດຍ ຕົກເປັນເຫຍື່ອ ໃນສູນ ສະແກມເມີທາງໄຊເບີ ແລະ ວຽກອື່ນໆ ໃນປະເທດລາວຕື່ມອີກ. ດັ່ງ ເຈົ້າໜ້າທີ່ ສະຖານທູດອິນເດຍ ປະຈໍາລາວ ຜູ້ດຽວກັບຂ້າງເທິງ ທ່ານກ່າວ ຜ່ານການສົນທະນາ ທາງຂໍ້ຄວາມວ່າ: 

(ອ່ານ) ຍັງໂອລົມ ກັບ ລັດຖະບານລາວ ບໍ່ໃຫ້ອອກວີຊ້າກັບດ່ານ ຢູ່ແຂວງບໍ່ແກ້ວ ແລະ ທຸກໆດ່ານສາກົນ ຖ້າພົນລະເມືອງອິນເດຍ ບໍ່ມີ ປີ້ຍົນໄປກັບ ເງິນແຮ່ຖົງ 200 ໂດລ້າ ຂຶ້ນໄປໃບຈ້ອງໂຮງແຮມ.”

ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງກະຊວງການຕ່າງປະເທດ ພົບວ່າ ປັດຈຸບັນ ປະເທດລາວ ຍັງບໍ່ມີ Free Visa ໃຫ້ພົນລະເມືອງອິນເດຍເທື່ອ (Free Visa ຄື ບໍ່ຕ້ອງຂໍວີຊ້າ ຍ່າງຜ່ານດ່ານກວດຄົນເຂົ້າເມືອງໂລດ), ແຕ່ຈະມີ Tourist  Visa ຫລືວ່າ ວີຊ້າ ທ່ອງທ່ຽວ ໃຫ້ຄົນອິນເດຍ ທ່ອງທ່ຽວໃນລາວໄດ້ 30 ວັນ. ຄົນອິນເດຍ ຕ້ອງຂໍ ວີຊ້າ ຜ່ານລະບົບອິນເຕີຣ໌ເນັດ ຂອງທາງການລາວ.

ໃນຂະນະດຽວກັນ ຄົນອິນເດຍ ສາມາດຂໍວີຊ້າ ຢູ່ດ່ານກວດຄົນເຂົ້າເມືອງ ທີ່ສະໜາມບິນ ແລະ ດ່ານສາກົນຕ່າງໆ ຂອງລາວໄດ້ໂລດ ໂດຍທີ່ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ຈະມີຄໍາຖາມພຽງເຫລັກນ້ອຍເທົ່ານັ້ນ ແລະ ບໍ່ໄດ້ກວດປີ້ຍົນ ໄປກັບ, ເງິນແຮ່ຖົງ 200 ໂດລ້າ ຂຶ້ນໄປ ແລະໃບຈອງໂຮງແຮມ ແຕ່ຢ່າງໃດ. ດັ່ງ ຍານາງ ຂະຫຍາຍຄວາມວ່າ: 

ນຶ່ງຄື ພັກໂຮງແຮມໃດເນາະ ສອງມາ ຢູ່ລາວຈັກວັນ ຖ້າວ່າເງິນຕິດໂຕຫັ້ນ ເພິ່ນບໍ່ໃຫ້ຖາມ ຄັນມາໃນນາມທ່ອງທ່ຽວ ຈະໄດ້ເປັນ TV3 ໝາຍເຖິງ ວີຊ້າ ທ່ອງທ່ຽວ. ຄັນຄົນອິນເດຍມາ ແມ່ນ ລົງດ່ານສະໜາມບິນ ວັດໄຕ. ເຂົ້າມາທາງໜອງຄາຍກໍໄດ້ ຈະເອົາໄດ້ ຢູ່ຂົວ ມິຕພາບລາວ 1, ຂົວ 2, ຢູ່ປາກເຊ ຫັ້ນກໍໄດ້, ຢູ່ບໍ່ແກ້ວ ຂົວ ມິຕພາບ 4 ເອົາຢູ່ຫັ້ນ ກໍໄດ້.” 

ນອກຈາກນີ້ ເພື່ອປົກປ້ອງພົນລະເມືອງອິນເດຍ ບໍ່ໃຫ້ຕົກເປັນເຫຍື່ອ ຢູ່ໃນສູນຫລອກຫລອງ ຂອງ ສະແກມເມີ ທາງໄຊເບີຣ໌ ແລະວຽກອື່ນໆ ໃນປະເທດລາວຕື່ມອີກ, ທາງສະຖານທູດອິນເດຍ ປະຈໍາລາວ ຍັງຄົງສືບຕໍ່ ໃຫ້ຄໍາແນະນໍາ ເຕືອນໄພ ຜ່ານແວບໄຊຕ໌ ຂອງສະຖານທູດອິນເດຍ ປະຈໍາລາວວ່າ ໃຫ້ລະວັງ ຂໍ້ສະເໜີງານປອມ ຫລື ການສະແຫວງຫາຜົນປະໂຍດໃນ ປະເທດລາວ ສືບເນື່ອງຈາກ ຫວ່າງບໍ່ດົນມານີ້ ຊາວອິນເດຍ ກໍຖືກຫລອກລວງມາເຮັດວຽກໃນໄທ ແລ້ວສຸດທ້າຍ ຖືກພາຂ້າມພົມແດນ ຈາກໄທມາລາວ ແລ້ວຖືກຄຸມໂຕ ໄປເຮັດວຽກ ເປັນແກ້ງຄໍເຊັ່ນເຕີ ແລະ ການສໍ້ໂກງສະກຸນເງິນດີຈິຕອລ ໃນລາວ, ບາງເທື່ອ ຖືກຈັບເປັນໂຕປະກັນ ຖືກທໍລະມານຮ່າງກາຍ ແລະ ຈິດໃຈ ແລະ ຖືກສົ່ງໂຕໄປຕາມແຂວງຕ່າງໆ ຂອງລາວ ເພື່ອເຮັດວຽກ ເປັນແຮງງານຢູ່ເໝືອງ ແລະ ໂຮງງານໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.