ມີບົດລາຍງານລະບຸວ່າ ລາວເປັນສູນກາງ ອາດຊະຍາກຳຂ້າມຊາດ ໃນພາກພື້ນ

ອຸ່ນແກ້ວ
2024.06.07
ມີບົດລາຍງານລະບຸວ່າ ລາວເປັນສູນກາງ ອາດຊະຍາກຳຂ້າມຊາດ ໃນພາກພື້ນ ກອງປະຊຸມເຜີຍແຜ່ບົດລາຍງານ ເລື່ອງອາດຊະຍາກຳ ຂ້າມຊາດ ຢູ່ຂົງເຂດອາຊີຕາເວັນອອກສຽງໃຕ້ ຂອງ ສະຖາບັນ ເພື່ອສັນຕິພາບ ຂອງສະຫະລັດອາເມຣິກາ ຫຼື United States Institute for Peace (USIP), ວັນທີ 7 ມິຖຸນາ 2024.
RFA

ສະຖາບັນ ເພື່ອສັນຕິພາບ ຂອງສະຫະລັດອາເມຣິກາ ຫຼື United States Institute for Peace (USIP) ໄດ້ຈັດກອງປະຊຸມ ເຜີຍແຜ່ບົດລາຍງານສະບັບສົມບູນ ເລື່ອງອາດຊະຍາກຳ ຂ້າມຊາດ ຢູ່ຂົງເຂດອາຊີຕາເວັນອອກສຽງໃຕ້ ການຂະຫຍາຍໂຕ ຂອງໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ໂດຍລະບຸວ່າ ລາວເປັນແຫຼ່ງອາດຊະຍາກຳຂ້າມຊາດສຳຄັນ ທີ່ເຊື່ອມໂຍງກັບບັນດາປະເທດພາກພື້ນອາຊີຕາເວັນ ອອກສຽງໃຕ້ ແລະ ທົ່ວໂລກ.

ປັດຈຸບັນ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ແຂວງບໍ່ແກ້ວ ກໍເປັນໜຶ່ງໃນຈຸດທີ່ມີການຕົວະຕົ້ມ ອອນລາຍນ໌ ຈາກບັນດາເຫຍື່ອໃນທົ່ວໂລກ ຊຶ່ງນັກຕົວະຕົ້ມຊາວຈີນ ເອີ້ນວິທີການດັ່ງກ່າວວ່າ “ການເຊືອດໝູ” ຫຼື “Pig Butchering” ໂດຍເປັນການຕົວະໃຫ້ເຫຍື່ອຮ່ວມລົງທຶນ ໃນລະບົບສະກຸນເງິນດິຈິຕອນປອມ, ເຮັດໃຫ້ເຫຍື່ອທົ່ວໂລກ ສູນເສຍເງິນຄຳທັງໝົດ ທີ່ພວກເຂົາເຈົ້າມີ ໃຫ້ກັບຂະບວນການຕົວະຕົ້ມອອນລາຍນ໌ນີ້.

ທ່ານ ນາງ ເອຣິນ ເວສຕ໌ (Erin West), ໜຶ່ງໃນຄະນະນັກວິໄຈ ຂອງສະຖານບັນດັ່ງກ່າວ ໄດ້ກ່າວຕໍ່ ເອວິທຍຸເຊັຽເສຣີ ໃນມື້ວັນທີ 7 ມິຖຸນາ 2024 ນີ້.

(ພາສາອັງກິດ) ນາງ ກ່າວວ່າ: “ດັ່ງນັ້ນ, ຢູ່ພື້ນທີ່ສາມຫຼ່ຽມຄຳກໍມີການຕົວະຕົ້ມ ເຊັ່ນດຽວກັບທີ່ເຮົາພົບພໍ້ຢູ່ກຳປູເຈຍ ແລະ ມຽນມາ. ມັນຖືກເອີ້ນວ່າ “ການເຊືອດໝູ” ຕາມທີ່ຄຳພາສາຈີນເພິ່ນໃຊ້. ມັນເປັນໂຄງການຕົວະຕົ້ມ ໂນ້ມນ້າວໃຫ້ລົງທຶນ ໂດຍທີ່ພວກເຂົາເຈົ້າຂໍໃຫ້ເຫຍື່ອ ຮ່ວມລົງທຶນໃນລະບົບສະກຸນເງິນດິຈິຕອນປອມ ແລະ ສິ່ງທີ່ເຮົາເຫັນແມ່ນ ຜູ້ຕົກເປັນເຫຍື່ອທົ່ວໂລກ ພວມສູນເສຍເງິນທັງໝົດ ທີ່ພວກເຂົາເຈົ້າມີ. ມັນເປັນສະພາບການທີ່ຂີ້ຮ້າຍ ອິຫຼີ ສຳລັບຜູ້ເສຍຫາຍ.”

ນາງ ກ່າວຕຶ່ມວ່າ ມີເຫຍື່ອການຄ້າມະນຸດ ຢູ່ໃນກຸ່ມຕົວະຍົວະເຫຼົ່ານີ້ ຊຶ່ງຖືກບັງຄັບໃຫ້ເຮັດວຽກ ດັ່ງນັ້ນ ນີ້ຈຶ່ງແມ່ນຄັ້ງທຳອິດໃນປະຫວັດສາດ ທີ່ເຮົາເຫັນເຫຍື່ອ ຕົວະຕົ້ມເຫຍື່ອນຳກັນເອງ ແລະ ເປັນວິກິດການທົ່ວໂລກ ທີ່ໜ້າສິ້ນຫວັງ.

ສຳລັບສາເຫດທີ່ພາໃຫ້ລາວ ຕົກເປັນເແຫຼ່ງອາດຊະຍາກຳຂ້າມຊາດ ນັ້ນ ກໍຍ້ອນວ່າ ລັດຖະບານລາວ ບໍ່ມີການບັງຄັບໃຊ້ກົດໝາຍ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢ່າງມີປະສິດທິພາບ.

ທ່ານ ເຈຄອບ ຊິມສ໌ (Jacob Sims), ຜູ້ຊ່ຽວຊານ ປະຈຳ USIP ແລະ ເປັນໜຶ່ງໃນຄະນະນັກວິໄຈເລື່ອງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໃນບໍລິບົດຂອງລາວ ແລະ ບັນດາເຂດເສດຖະກິດພິເສດເຫຼົ່ານີ້ ສາເຫດໜຶ່ງທີ່ເຮັດໃຫ້ອາດຊະຍາກຳ, ການຄ້າຢາເສບຕິດ ແລະ ການຄ້າມະນຸດເກີດຂຶ້ນ ກໍຍ້ອນຂາດການຕອບສະໜອງ ຂອງພາກສ່ວນຜູ້ບັງຄັບໃຊ້ກົດໝາຍ ທີ່ມີປະສິດທິພາບ ແລະ ມີຄວາມຕັ້ງໜ້າທີ່ຈະປົກປ້ອງກົດໝາຍ ຊຶ່ງສິ່ງທີ່ລັດຖະບານລາວສາມາດເຮັດໄດ້ ແມ່ນການເຂົ້າໄປແກ້ໄຂບັນຫາ ຢູ່ໃນເຂດເສດຖະກິດພິເສດ ເຫຼົ່ານີ້ ອີກເທື່ອໜຶ່ງ ເພື່ອທີ່ຈະໃຫ້ຕຳຫຼວດ ໄດ້ເຂົ້າໄປຈັດການແກ້ໄຂບັນຫາ ໃຫ້ມີປະສິດທິພາບຫຼາຍຂຶ້ນ ລວມທັງການໃຫ້ຄວາມຮ່ວມມື ແລະ ການປະສານສົມທົບທີ່ດີຂຶ້ນ ນຳອົງການພາກປະຊາສັງຄົມ ແລະ ລັດຖະບານປະເທດຕ່າງໆ ທີ່ສະແດງຄວາມກັງວົນ ຕໍ່ກັບບັນຫານີ້ ກໍຈະເປັນປະໂຫຍດເຊັ່ນດຽວກັນ.”

ບັນດາກຸ່ມອາດຊະຍາກຳ ຈາກປະເທດຈີນ ເຂົ້າມາເຄື່ອນໄຫວ ໃນປະເທດມຽນມ້າ, ກຳປູເຈຍ ແລະ ລາວ.

ກຸ່ມດັ່ງກ່າວ ສ້າງສາຍພົວພັນອັນດີ ກັບບັນດາຜູ້ປົກຄອງໃນທ້ອງຖິ່ນ ເພື່ອທີ່ໃຊ້ພື້ນທີ່ດັ່ງກ່າວ ໃນການກໍ່ອາດຊະຍາກຳ ທາງອອນລາຍນ໌.

ດັ່ງທີ່  ທ່ານ ເຈສັນ ທາວເວີ້ (Jason Tower), ຜູ້ອຳນວຍການ USIP ປະຈຳປະເທດມຽນມາ ຊຶ່ງເປັນໜຶ່ງຄະນະນັກວິໄຈ ເລື່ອງນີ້ ກ່າວໃນກອງປະຊຸມ ດັ່ງກ່າວນີ້ວ່າ:

(ພາສາອັງກິດ) “ບົດລາຍງານນີ້ ຊີ້ວ່າ ມີສາມປະເທດທີ່ປະກອບສ່ວນນຳກຸ່ມອາດຊະຍາກຳ ຈາກປະເທດຈີນ ຊຶ່ງພວກເຂົາເຈົ້າໄດ້ຮ່ວມມືນຳຜູ້ປົກຄອງ ໃນທ້ອງຖິ່ນ ເພື່ອທີ່ຈະສາມາດກໍ່ອາດຊະຍາກຳ ອອນລາຍນ໌ ໃນລະດັບອຸດສາຫະກຳໄດ້ ໂດຍໃຊ້ແຮງງານທີ່ຖືກບັງຄັບ ຢູ່ມຽນມາ, ກຳປູເຈຍ ແລະ ລາວ. ໂດຍສະເພາະຢ່າງຍິ່ງ, ທ່ານຈະເຫັນວ່າ ມີຄົນຫຼາຍກວ່າ 300,000 ຄົນ ທີ່ກ່ຽວຂ້ອງກັບປະຕິບັດການ ອັນທີ່ເປັນຕາຢ້ານ ໂຕນີ້.”

ໃນບົດລາຍງານ ສະບັບດັ່ງກ່າວ ຍັງລະບຸຕື່ມວ່າ ປະເທດລາວ ເປັນຈຸດໜຶ່ງ ຂອງການຄ້າມະນຸດ ແລະ ອາດຊະຍາກຳ ຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ໂດຍສະເພາະ ຢູ່ໃນເຂດເສດຖະກິດພິເສດ  ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຢູ່ພາຍໃຕ້ການບໍລິຫານ ຂອງທ່ານ ຈ້າວ ເຫວີຍ (Zhao Wei) ທີ່ມີສາຍພົວພັນ ຢ່າງສະນິດແໜ້ນ ນຳລັດຖະບານຈີນ, ລັດຖະບານລາວ ແລະ ກອງກຳລັງຊົນຊາດ ຊົນເຜົ່າ ຢູ່ມຽນມາ.

ບົດລາຍງານດັ່ງກ່າວ ຍັງມີການປະເມີນ ສະເພາະຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ຂອງປະເທດລາວ ມີນັກຕົວະຕົ້ມ ອອນລາຍນ໌ ຫຼາຍກວ່າ 85,000 ຄົນ.

ເຂດເສດຖະກິດ ພິເສດ ສາມຫຼ່ຽມຄຳ ໃນປະເທດລາວ ໄດ້ພົວພັນກັບການກໍ່ອາດຊະຍາກຳ ຫຼາຍຢ່າງ ເປັນຕົ້ນ ການຟອກເງິນ, ການຄ້າຢາເສບຕິດ, ການຕົວະຕົ້ມ ອອນລາຍນ໌ ແລະ ອາດຊະຍາກຳອື່ນໆ ທີ່ກ່ຽວພັນກັບ ກອງກຳລັງຊົນຊາດ ຊົນເຜົ່າ ໃນປະເທດມຽນມາ.

ໃນປີ 2018 ທີ່ຜ່ານມາ, ທາງການສະຫະລັດອາເມຣິກາ ໄດ້ລະບຸໃຫ້ທຸລະກິດ ຂອງທ່ານ ຈ້າວ ເຫວີຍ ຜູ້ຮັບສຳປະທານ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເປັນອົງກອນອາດຊະຍາກຳ ຂ້າມຊາດ ແລະ ລະບຸວ່າ ທ່ານ ຈ້າວ ເຫວີຍ ມີສ່ວນຮ່ວມໃນການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ, ການຕິດສິນບົນ ແລະ ການຄ້າສັດປ່າ ໂດຍອາໄສທຸລະກິດ ກາສິໂນຄິງສ໌ໂຣມານສ໌ ເປັນສາກບັງໜ້າ.

ນອກຈາກນີ້ແລ້ວ, ທ່ານ ຈ້າວ ເຫວີຍ ຍັງມີສາຍພົວພັນ ອັນດີກັບ ທ່ານ ວານ ກ໋ວກໂກ່ຍ (Wan Kuok-koi), ຜູ້ນຳສະມາຄົມ ຫົງເໝິນ (Hongmen) ແລະ ເປັນນັກທຸລະກິດ ອະສັງຫາລິມະຊັບ ຢູ່ປະເທດມຽນມາ ແລະ ກຳປູເຈຍ ຊຶ່ງຢູ່ເບື້ອງຫຼັງ ການກໍ່ອາດຊະຍາກຳ, ການຄ້າມະນຸດ ແລະ ການຕົວະຕົ້ມ ອອນລາຍນ໌ ໃນປະເທດດັ່ງກ່າວ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.