ຈີນ ມອບເງິນຊ່ອຍເຫຼືອລ້າ ແກ່ລາວ 2.6 ລ້ານປາຍໂດລ້າຣ໌

ພູວົງສ໌
2024.07.24
ຈີນ ມອບເງິນຊ່ອຍເຫຼືອລ້າ ແກ່ລາວ 2.6 ລ້ານປາຍໂດລ້າຣ໌ ຄົນງານ ບໍລິສັດຈີນ ພວມໃຊ້ກົລຈັກໜັກ ແລະ ລົດບັນທຸກໜັກ ທຳການຂຸດ, ຮ່ອນ ແລະ ຂົນແຮ່ຄຳ ບໍລິເວນກາງດອນ ໃນແມ່ນ້ຳຂອງ ເຂດເມືອງໝື່ນ ແຂວງວຽງຈັນ (TS) ເດືອນພຶດສະພາ 2024.
RFA

ລັດຖະບານຈີນ ມອບເງິນຊ່ອຍເຫຼືອລ້າ ແກ່ລັດຖະບານລາວ ຈຳນວນ 2,665,900 ໂດລ້າຣ໌ສະຫະລັດ ເພື່ອນຳໄປພັດທະນາ ໂຄງການຕ່າງໆ ຈຳນວນ 10 ໂຄງການ ພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນຕົ້ນ ການພັທນາກະສິກຳ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນ້ຳ, ສາທາລະນະສຸກ, ການຄ້າ, ການສ້າງຄວາມສາມາດ ໃນການຜະລິດອຸດສາຫະກຳ, ການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ.

ກ່ຽວກັບເລື້ອງນີ້, ຊາວລາວ ທ່ານໜຶ່ງ ໃນແຂວງວຽງຈັນ ເຫັນວ່າ ການມອບເງິນຊ່ອຍເຫຼືອລ້າ ແກ່ລັດຖະບານລາວ ນັ້ນ, ກະເປັນສິ່ງທີ່ດີ, ແຕ່ຄົງຈະແມ່ນເພື່ອປະໂຫຍດ ອັນມະຫາສານ ຂອງຈີນ ຫຼາຍກວ່າ. ແຕ່ປະເທດລາວ ແລະ ປະຊາຊົນລາວ ພັດບໍ່ໄດ້ຮັບຜົນປະໂຫຍດ ພໍເທົ່າໃດ. ດັ່ງຊາວລາວ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ເດືອນ 7 ນີ້ວ່າ:

“ເອົ້າ, ມັນກະອ່ານມອງ ທາງໜ້າໄວ້ນັ້ນເນາະ ຄົນຈີນມາຫຼາຍເດ້, ຢູ່ບ້ານເຮົາດຽວນີ້. ເອົ້າ, ສວນກ້ວຍ, ສວນອ້ອຍ ກະມີແຕ່ຈີນເຮັດເນາະ. ລັດຖະບານ ເປັນຜູ້ເຊັນອະນຸຍາດໃຫ້ ເຮົາລະມີແຕ່ຝ່າຍເສຍປຽບ ຂຶ້ນກັບຈີນໂດຍສະເພາະເນາະ, ນັບມື້ນັບຍາກເດີ້ ຈີນເຂົ້າມາຫຼາຍແລ້ວ.”

ຊາວລາວທ່ານນີ້ ກ່າວອີກວ່າ ບໍ່ວ່າຈະເປັນການຊ່ອຍເຫຼືອລ້າ ຫຼືການຮ່ວມມືກັນລົງທຶນ ເພື່ອການພັທນາ ໂຄງການໃດກະຕາມ ໃນປະເທດລາວ, ຜົນປະໂຫຍດສ່ວນຫຼາຍ ຈະຕົກເປັນ ຂອງຄົນຈີນ ໂຕຢ່າງ ໂຄງການປູກກ້ວຍ, ປູກອ້ອຍ ຫຼືພືດຊະນິດອື່ນໆ ເພື່ອຊຸກຍູ້-ສົ່ງເສີມ ໃຫ້ປະຊາຊົນລາວ ມີອາຊີບ ແລະ ລາຍໄດ້ໝັ້ນຄົງ, ແຕ່ການປະຕິບັດໂຕຈິງ ເຫັນແຕ່ຄົນຈີນ ມາເຊົ່າ-ສຳປະທານດິນ ຈາກປະຊາຊົນລາວ ສ່ວນຜົນຜລິດທັງໝົດ ກະສົ່ງອອກໄປປະເທດຈີນ.

ຊາວລາວ ນາງໜຶ່ງ ໃນແຂວງຄຳມ່ວນ ກ່າວວ່າ ລັດຖະບານລາວ ບໍ່ຄວນຈະຮັບເງິນຊ່ອຍເຫຼືອ ຈາກລັດຖະບານຈີນ ຫຼາຍຈົນເກີນໄປ ເພາະບໍ່ເຊື່ອວ່າ ການຮ່ວມມືກັບຈີນ ຈະເຮັດໃຫ້ປະເທດລາວ ແລະ ປະຊາຊົນລາວ ໄດ້ຮັບຜົນປະໂຫຍດ ຢ່າງເທົ່າທຽມ ຍ້ອນປັດຈຸບັນ ມີຄົນຈີນ ເຂົ້າມາເຮັດທຸລະກິດ ຢູ່ປະເທດລາວ ເປັນຈຳນວນຫຼາຍແລ້ວ, ແຕ່ບາງໂຄງການພັທນາ ພັດມີຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຢ່າງໜັກ ແລະ ບໍ່ໄດ້ມີຄວາມຮັບຜິດຊອບ ທີ່ຈະແກ້ໄຂຜົນກະທົບ ທີ່ເກີດຂຶ້ນ ເທົ່າທີ່ຄວນ. ດັ່ງຊາວລາວ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ພໍຢູ່ໄດ້ແລ້ວ, ໄທເຮົານີ້ຫັ້ນ, ບໍ່ມີໂຄງການນີ້ ໄທເຮົາກະຢູ່ໄດ້ແລ້ວ. ດຶງເຂົ້າມາເຮັດພິສັງເນາະເຮີຍ. ຈີນ ມັນກະຈ່າຍເງິນໃຫ້ເຂົາໝົດ ບໍ່ມີຮອດໄປແລ້ວ, ແມ່ລະວ່າໂອ້ຍ ອຸກເດ້ ຊິໄປຢູ່ທາງໃດ.”

ເຈົ້າໜ້າທີ່ ຜະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ກ່າວວ່າ ການພັທນາໃນຫຼາຍໂຄງການ ຂອງຈີນ ກະເຮັດໃຫ້ປະເທດລາວ ມີການຂະຫຍາຍໂຕຂຶ້ນ, ໂດຍສະເພາະ ເລື້ອງການພັທນາ ລະບົບໄຟຟ້າ ແລະ ເສັ້ນທາງ, ແຕ່ກະມີອີກຫຼາຍໂຄງການ ເຊັ່ນດຽວກັນ ທີ່ເຮັດໃຫ້ລັດຖະບານລາວ ແລະ ປະຊາຊົນລາວ ເສຍຜົນປະໂຫຍດ ຢ່າງມະຫາສານ, ໂດຍສະເພາະ ໂຄງການຂຸດຄົ້ນແຮ່ທາດ ແລະ ໂຄງການປູກພືດເສດຖະກິດ ເນື່ອງຈາກຜົນຜະລິດທັງໝົດ ສົ່ງໄປປຸງແຕ່ງ ແລະ ຂາຍຢູ່ຈີນ.

“ຈຸດພິເສດ ຂອງຈີນນີ້ ກ່ຽວກັບເລື້ອງເສັ້ນທາງ, ໄຟຟ້ານີ້ ກະຫຼາຍອັນຫຼາຍແນວ ມັນກະດີຂຶ້ນມາໄດ໋. ຈີນເຂົາເຈົ້າມານີ້ ເຂົາເຈົ້າຈະເຊົ່າເລື້ອງດິນ. ຕາມເບິ່ງນີ້ ເຮັດແບບນີ້ໃນທົ່ວໂລກ ເສຍຫົວໃຫ້ຈີນໝົດໄດ໋.”

ທາງດ້ານເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານ ການລົງທຶນ ກ່າວວ່າ ເງິນຊ່ອຍເຫຼືອລ້າ ທີ່ລັດຖະບານຈີນ ມອບໃຫ້ກັບລັດຖະບານລາວ ນັ້ນ, ສ່ວນຫຼາຍ ຈະຖືກນຳໄປສືບຕໍ່ ໂຄງການເດີມ ທີ່ມີຢູ່ແລ້ວ ຫຼືຫາກເປັນໂຄງການໃໝ່ ກໍຈະຕ້ອງເປັນໂຄງການ ທີ່ຈີນ ຕ້ອງການຜົນປະໂຫຍດ ຢ່າງຈະແຈ້ງ ເຊັ່ນ ໂຄງການປູກພືດຜັກ ແລະ ໝາກໄມ້ ຢູ່ແຂວງທີ່ຕິດຈອດ ຫຼືໃກ້ກັບເສັ້ນທາງ ລົດໄຟລາວ-ຈີນ ເພື່ອສະດວກ ໃນການຂົນສົ່ງຜົນຜລິດ ສົ່ງອອກໄປປະເທດຈີນ. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂດຍລວມແລ້ວ, ມັນເປັນໂຄງການ ໃນເປົ້າໝາຍ ຂອງເພິ່ນ, ໂດຍສະເພາະ ຕາມແລວທາງລົດໄຟນີ້. ເພິ່ນກະຊິເຮັດປີນີ້ແຫຼະ ປູກພືດຜັກ ພືດທີ່ວ່າ ສາມາດສົ່ງອອກໄດ້ງ່າຍ ສົ່ງອອກໄປ ສປ ຈີນ ເນາະ. ໂຄງການແຕ່ລະແຂວງຫັ້ນ ມັນເໝາະສົມ ກ່ຽວກັບກິດຈະກຳໂຕໃດຫັ້ນ.”

ໃນໄລຍະທີ່ຜ່ານມາ, ລັດຖະບານລາວ ໄດ້ຮັບເງິນຊ່ອຍເຫຼືອລ້າ ຈາກລັດຖະບານຈີນ ພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ມີທັງໝົດ 80 ໂຄງການ, ລວມມູນຄ່າສະສົມແລ້ວ ປະມານ 20 ລ້ານປາຍ ໂດລ້າຣ໌ສະຫະລັດ.

ນອກຈາກນີ້, ໂຄງການຊ່ອຍເຫຼືອລ້າ ຈາກລັດຖະບານຈີນ ທີ່ຊາວລາວເຫັນໄດ້ ຢ່າງຈະແຈ້ງ ແລະ ເປັນໂຄງການໃຫຍ່ນັ້ນ ກໍຄືການກໍ່ສ້າງ ໂຮງໝໍມະໂຫສົດ ຫຼັງໃໝ່ ແລະ ການຊ່ອຍເຫຼືອປັບປຸງ ເຂດອ້ອມຂ້າງ ແລະ ເດີ່ນຫຍ້າ ອານຸສາວະລີ ຫຼືປະຕູໄຊ ໃນນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.