ອາຈານ ສອນສາດສະໜາ ຄຣິສຕຽນ ຢູ່ແຂວງອຸດົມໄຊ ຖືກຄາດຕະກໍາ
2024.07.25

ອາຈານ ທອງຄໍາ ພິລາວັນ ອາຍຸ 40 ປີ ຄູສອນສາດສະໜາຄຣິສຕຽນ ຢູ່ບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ໄດ້ຖືກຄົນຮ້າຍ 2 ຄົນ ຂີ່ລົດຈັກມາຫາຢູ່ເຮືອນ ເວລາ 20 ໂມງ 15 ນາທີ, ໃຊ້ປືນຍິງອາຈານ ຫວັງຂ້າ ແລ້ວກໍຂີ່ລົດຫຼົບໜີໄປ, ອາຈານບາດເຈັບສາຫັດ. ທາງຄອບຄົວ ໄດ້ນໍາອາຈານ ໄປປິ່ນປົວຢູ່ໂຮງໝໍ ແຂວງອຸດົມໄຊ ແຕ່ອາຈານໄດ້ເສັຍຊີວິດໃນເວລາຕໍ່ມາ. ທາງຄອບ ຄົວຂອງທ່ານ ເຊື່ອວ່າ ໜ້າຈະເປັນຍ້ອນ ມີຜູ້ບໍ່ພໍໃຈ ຕໍ່ການເຄື່ອນໄຫວທາງສາດສະໜາຄຣິສຕຽນ ຂອງເພິ່ນ ຈຶ່ງນໍາມາຂ້າ ອີງຕາມຄໍາເວົ້າຂອງສະມາຊິກຄອບຄົວ ຂອງອາຈານ ທອງຄໍາ ຜູ້ໜຶ່ງເວົ້າຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 25 ກໍລະກົດນີ້ວ່າ:
“ເຂົາເອົາແມສເຂົາເອົາອີ່ຫຍັງປົກໜ້າປົກຕາເນາະ ລະກະບໍ່ຮູ້ວ່າມາແຕ່ບ່ອນອື່ນບໍ່ ຫລືວ່າຄົນຢູ່ໃກ້ຄຽງ ກະບໍ່ຮູ້ ຄິດວ່າບາງທີອາດຈະກຽ່ວຂ້ອງກັບການທີ່ເຮົາເປັນຜູ້ຮັບໃຊ້ ແນ່ນອນມັນຈະມີຄົນບາງກຸ່ມຄົນທີ່ເຂົາບໍ່ມັກ ເພາະວ່າເຮົາເປັນຄຣິສສະຕຽນ.”
ກ່ຽວກັບເຫດການຄາດຕະກຳ ອາຈານ ທອງຄໍາ ທີ່ວ່ານີ້ ເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງໄຊ ນາງໜຶ່ງເວົ້າວ່າ ໃນມື້ວັນທີ 25 ກໍລະກົດນີ້ ທາງຄອບຄົວ ແລະຍາດພີ່ນ້ອງຂອງເພີ່ນ ກະກຽມປົງສົບ ຕາມຄວາມເຊື່ອຂອງສາສດສະໜາຄຣິສຕຽນ ແລະຄາດວ່າ ຈະມີການຝັງສົບເພີ່ນ ຢູ່ປ່າຊ້າ ປະມານວັນທີ 26 ຫຼື 27 ກໍລະກົດນີ້. ສ່ວນຄົນຮ້າຍ 2 ຄົນ ທີ່ໄດ້ມາຍິງອາຈານເສຍຊີວິດນັ້ນ ຍັງບໍ່ທັນຈັບໄດ້ເທື່ອ ຊຶ່ງຂະນະນີ້ ຕໍາຫຼວດເມືອງໄຊ ກໍາລັງສືບສວນ-ສອບສວນ ຕິດຕາມຫາຈັບຕົວຢູ່.
“ເຂົາຍັງກໍາລັງອັນນັ້ນເດີ ກໍາລັງສືບສວນຢູ່ ຍັງບໍ່ຮູ້ເທື່ອເພາະວ່າຢູ່ຫ້ອງການນີ້ ໂຕນີ້ເຂົາເຈົ້າຍັງບໍ່ເຫັນມີອີ່ຫຍັງມາເທື່ອ.”
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຫດການຄາດຕະກໍາທີ່ວ່ານີ້ ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງຫ້ອງການຕໍາຫຼວດ ປກສ ທີ່ຮັບຜິດຊອບຄະດີນີ້ ແຕ່ເຈົ້າໜ້າທີ່ທີ່ກ່ຽວຍຂ້ອງ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ ໃນໄລຍະນີ້ໄດ້ເທື່ອ.
ແຕ່ເຖິງຢ່າງໃດກໍຕາມ ຜູ້ທີ່ຮູ້ຈັກອາຈານ ທອງຄໍາ ທ່ານໜຶ່ງກໍເວົ້າວ່າ ຕົນຮູ້ສຶກເສົ້າສະຫຼົດໃຈຫຼາຍ ທີ່ອາຈານ ທອງຄໍາ ຖືກຍິງເສຍຊີວິດ ແລະທ່ານເຊື່ອວ່າ ສາເຫດ ທີ່ພາໃຫ້ມີການຄາດຕະກໍອາຈານນັ້ນ ແມ່ນເປັນຍ້ອນທ່ານເປັນຜູ້ນໍາສາດສະໜາ ຄຣິສຕຽນຢູ່ໃນເຂດນັ້ນ ແລະໄດ້ເຄື່ອນໄຫວ ທາງສາດສະໜານີ້ ຢູ່ເລື້ອຍໆ ແລະວ່າ ບໍ່ໜ້າຈະເກີດຈາກການຂັດແຍ່ງດ້ານອື່ນໆ ເພາະເພີ່ນບໍ່ໄດ້ເຮັດທຸລະກິດຫຍັງ ດັ່ງທີ່ທ່ານກ່າວວ່າ:
“ຮູ້ຈັກເພິ່ນຢູ່ເພິ່ນກະເປັນຜູ້ນໍາ ຢູ່ໂບດອຸດົມໄຊ ເພິ່ນກະໜ້າຈະມີສ່ວນທາງດ້ານນີ້ຫັ້ນແຫລະ ເພາະວ່າເພິ່ນກະເປີດກ້ວາງຫັ້ນນ່າ ເພາະວ່າທຸລະກິດລາວກະບໍ່ໄດ້ເຮັດຫຍັງ ລາວກໍເຮັດແຕ່ວຽກໂຕນີ້.”
ແລະຊາວຄຣິສຕຽນ ທີ່ເຄີຍໄດ້ຮຽນສາດສະໜາຄຣິສຕຽນ ກັບອາຈານ ທອງຄໍາ ກໍເວົ້າວ່າ ຫຼັງຈາກທີ່ຮູ້ຂ່າວຄາດຕະກໍາທີ່ວ່ານັ້ນ ທາງສື່ສັງຄົມອອນລາຍແລ້ວ ຕົນຮູ້ສຶກເສຍໃຈຫຼາຍ ເພາະວ່າ ຕົນນັບຖືອາຈານ ທອງຄໍານີ້ ແຕ່ກໍບໍ່ສາມາດເວົ້າເຖິງເຫດການ ທີ່ວ່ານີ້ໄດ້ ເພາະຕົນເອງ ກໍຢູ່ນະຄອນຫຼວງວຽງຈັນພີ້.
“ເວົ້າເລື້ອງຮູ້ກະຮູ້ ເປັນພໍ່ຫລືວ່າເປັນອາຈານ ທີ່ວ່າສອນຕັ້ງແຕ່ດົນ ແຕ່ວ່າຕອນນີ້ເຮົາບໍ່ໄດ້ຢູ່ອຸດົມໄຊແລ້ວ ຕອນນີ້ ເຮົາຢູ່ນະຄອນຫລວງວຽງຈັນ. ເຮົາຈະບໍ່ຮູ້ເຫດການໆຫຍັງຕ່າງໆ ພຽງແຕ່ຮູ້ກະພຽງແຕ່ຂ່າວເທົ່ານ້ນ.”
ຊາວຄຣິສຕຽນລາວ ທີ່ຢູ່ໃນເຄືອຂ່າຍ ຄຣິສຕະຈັກ ຂ່າວປະເສີດ ຜູ້ໜຶ່ງເວົ້າວ່າ ເຫດການດັ່ງກ່າວ ສ້າງຄວາມເສົ້າສະຫຼົດໃຈ ແລະຄວາມຢ້ານກົວ ໃຫ້ຊາວຄຣິສຕຽນລາວ ຢູ່ຫຼາຍບ່ອນ ທີ່ຮູ້ຂ່າວ ຍ້ອນເຫັນວ່າ ການເຄື່ອນໄຫວ ທາງສາດສະໜາຄຣິສຕຽນຢູ່ປະເທດລາວ ມີຄວາມສ່ຽງ ຕໍ່ອັນຕະລາຍເຖິງຊີວິດ ແລະຜູ້ທີ່ຕໍ່ ຕ້ານສາດສະໜາຄຣິສຕຽນ ກໍກຽມລໍຖ້າໂອກາດ ທີ່ຈະທໍາຮ້າຍຊາວຄຣິສຕຽນຢູ່ ດັ່ງທີ່ທ່ານກ່າວວ່າ:
“ເປັນສິ່ງທີ່ໜ້າສະຫລົດໃຈເນາະ ສໍາລັບພວກເຮົາໂດຍສະເພາະວົງການຄະລິດສະຕຽນເຮົາ ທີ່ຍັງຮູ້ສຶກເສັຽໃຈກັບເຫດການນີ້ ມັນກະຍັງສະຫລຸບບໍ່ໄດ້ວ່າ ມັນເປັນເຫດຫຍັງເນາະ. ອາດຈະເປັນເລື້ອງການເຊື່ອຖືເນາະເພາະວ່າຍັງບໍ່ຮູ້ ທີ່ໄປທີ່ມາເປັນແນວໃດ.”
ມາຮອດມື້ວັນທີ 25 ກໍລະກົດນີ້ ກໍຍັງບໍ່ທັນຮູ້ລາຍລະອຽດເທື່ອວ່າ ອາຈານ ທອງຄໍາ ພິລາວັນ ເລີ່ມເປັນຄູສອນສາດສະໜາຄຣິສຕຽນ ມາຕັ້ງແຕ່ປີໃດ, ແຕ່ໃນໄລຍະທີ່ຜ່ານມາ ທ່ານກໍເປັນຊາວຄຣິສຕຽນລາວຄົນໜຶ່ງ ທີ່ໃຫ້ການຊ່ວຍເຫລືອ ດ້ານຕ່າງໆ ແກ່ຊາວຄຣິສຕຽນລາວ ໃນທ້ອງຖິ່ນ ແລະກໍເປັນຜູ້ນໍາ ໃນການຈັດກິດຈະກໍາຕ່າງໆ ທີ່ກ່ຽວຂ້ອງກັບສາດສະໜາຄຣິສຕຽນນີ້.
ແຕ່ເຖິງຢ່າງໃດກໍຕາມ ເມື່ອກ່ອນໜ້ານີ້ ກໍເຄີຍເກີດເຫດການຄາດຕະກໍາ ຄູສອນສາດສະໜາຄຣິສຕຽນ ມາແລ້ວ ດັ່ງທີ່ເຄີຍເກີດຂຶ້ນກັບອາຈານລີ ແສງມະນີ ຄູສອນສາດສະໜາຄຣິສຕຽນ ອາຍຸ 48 ປີ ຄົນບ້ານດອນແກ້ວ ເມືອງນາກາຍ ແຂວງຄໍາມ່ວນ ທີ່ຖືກພົບເປັນສົບ ຢູ່ປ່າແຫ່ງໜຶ່ງ ຢູ່ເຂດເມືອງທ່າແຂກ ເມື່ອວັນທີ 23 ຕຸລາ 2022. ກ່ອນເກີດເຫດນັ້ນ ມີ 2 ຄົນ ມາໂອ້ລົມກັບທ່ານ ຢູ່ເຮືອນ ແລະຫລັງຈາກນັ້ນບໍ່ດົນ ທ່ານກໍຖືກຄາດຕະກໍາ ຊຶ່ງພາກັນເຊື່ອວ່າ ການຄາດຕະກໍານັ້ນ ໜ້າຈະເກີດການເຄື່ອນໄຫວ ທາງສາດສະໜາຄຣິສຕຽນ ຂອງທ່ານ ແລະມາຮອດມື້ນີ້ ກໍຍັງບໍ່ມີລາຍງານວ່າ ທາງການລາວ ສາມາດຈັບຄົນຮ້າຍ ທີ່ລົງມືກໍ່ເຫດນັ້ນໄດ້.