ພາກສ່ວນທີ່ກ່ຽວຂ້ອງ ກຽມປັບປຸງຄ່າແຮງງານ ຂັ້ນຕ່ໍາ
2024.07.25
ຍານາງ ໃບຄໍາ ຂັດຕິຍະ ປະທານ ຄະນະກໍາມະການແຮງງານ ແຫ່ງຊາດ ແລະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວໃນກອງປະຊຸມ ຄະນະກໍາມະການ ແຮງງານແຫ່ງຊາດ ເພື່ອປືກສາຫາລື ປັບປຸງຄ່າແຮງງານຂັ້ນຕ່ໍາ ເມື່ອວັນທີ 24 ກໍລະກົດ 2024 ນີ້ວ່າ ຄ່າແຮງງານຂັ້ນຕ່ໍາ 1,600,000 ກີບ/ເດືອນ ທີ່ໄດ້ກໍານົດໄວ້ ແມ່ນບໍ່ສອດຄ່ອງ ກັບຄ່າຄອງຊີບ ໃນປັດຈຸບັນ ເຮັດໃຫ້ຄົນງານລາວ ປະເຊີນກັບຄວາມຫຍຸ້ງຍາກ ແລະ ບໍ່ສົນໃຈເຮັດວຽກ ພາຍໃນປະເທດ.
ກ່ຽວກັບເລື້ອງນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຮັດວຽກຮ່ວມກັບ ສະຫະພັນ ກໍາມະບານລາວ ແລະ ພາກເອກກະຊົນ ມີຄວາມເຫັນຮ່ວມກັນວ່າ ຈໍາເປັນຕ້ອງໄດ້ຂຶ້ນຄ່າແຮງງານຂັ້ນຕ່ໍາອີກ 600,000 ຫາ 900,000 ກີບ/ເດືອນ ໃນໄລຍະມໍ່ໆນີ້ ເພື່ອໃຫ້ສອດຄ່ອງ ກັບຄ່າຄ່ອງຊີບ ໃນປັດຈຸບັນ. ອີກທັງ ຍັງເປັນການຫລຸດຜ່ອນ ບັນຫາຄົນງານລາວ ຫລັ່ງໄຫລອອກໄປເຮັດວຽກ ຢູ່ຕ່າງປະເທດ, ດັ່ງ ເຈົ້າໜ້າທີ່ ກົມຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 25 ກໍລະກົດ 2024 ນີ້ວ່າ:
“ຄົ້ນຄ້ວາ ເພື່ອຈະປັບຄ່າຈ້າງແຮງງານຂັ້ນຕ່ໍາ ຂຶ້ນເມືອເນາະ ແລ້ວເພິ່ນຍັງມີການປະຊຸມມາ ກໍານົດວ່າ ເອົາເທົ່າໃດແທ້ຫັ້ນເນາະ. ກອງປະຊຸມ 3 ຝ່າຍ ກໍຄິດວ່າບໍ່ດົນ ຈະມີ ມິຕິກາ ອອກມາ ເພາະວ່າ ເພິ່ນກໍເອກກະພາບກັນ ມື້ວານນີ້ (24 ກໍລະກົດ 2024) ແລ້ວເນາະ 2,200,000 ຫາ 2,500,000 ນີ້ແຫລະ.”
ເຖິງແມ່ນວ່າ ການຂຶ້ນຄ່າແຮງງານຂັ້ນຕ່ໍາ ໃນປະເທດລາວ ຈະສົ່ງຜົນກະທົບ ຕໍ່ຜູ້ປະກອບການ ແລະ ນາຍຈ້າງໂດຍກົງ ແຕ່ມາຮອດປັດຈຸບັນນີ້ ພວກຂະເຈົ້າຈໍານວນໜຶ່ງ ພັດເຫັນດີນໍາ ຍ້ອນຄ່າຈ້າງແຮງງານຂັ້ນຕ່ໍາ ໃນອັດຕາເດີມ ມີມູນຄ່າໜ້ອຍຫລາຍ ແລະ ບໍ່ສາມາດຊ່ວຍເຫລືອ ໃຫ້ຄົນງານລາວ ມີສະພາບຄວາມເປັນຢູ່ ທີ່ດີໄດ້ເທື່ອ, ດັ່ງ ເຈົ້າຂອງທຸລະກິດ ຮັບເໝົາກໍ່ສ້າງ ຢູ່ນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ອ່າ ຖ້າເງິນເດືອນ 1,600,000 ນີ້ ມັນບໍ່ສອດຄ່ອງກັບຄ່າຄອງຊີບ 1,600,000 ມັນກໍສ່ໍາໆ ກັບ 500,000 ໃນສມັຍກ່ອນ ຖ້າວ່າເງິນເດືອນ ໂຕຢ່າງວ່າ 6,000,000 ມັນສ່ໍາກັບ 3,000,000 ມັນທົບເຄິ່ງເລີຍຫັ້ນນ່າ ຄ່າຄອງຊີບ ສຸມື້ນີ້ ກໍເຫັນດີນໍາ ຄັນຖ້າເຂົາປັບຂຶ້ນ ໂຕນີ້ມັນບໍ່ກຸ້ມກິນ ແນ່ນອນວ່າຄົນລາວ ຖ້າວ່າຄົນງານ 1,600,000 ມັນບໍ່ມີໃຜຢາກເຮັດ ແລ້ວກໍແຮງງານ ມັນກໍຈະໄຫລອອກຈາກປະເທດລາວເບີດ.”
ປັດຈຸບັນ ຜູ້ປະກອບການ ແລະ ນາຍຈ້າງ ຈໍານວນຫລາຍ ໄດ້ຂຶ້ນຄ່າຈ້າງແຮງງານ ໃຫ້ແກ່ຄົນງານ ກາຍອັດຕາ ຄ່າຈ້າງແຮງງານຂັ້ນຕ່ໍາ ຕາມທີ່ທາງການລາວ ກໍານົດແລ້ວ.
ແຕ່ເຖິງຢ່າງໃດກໍຕາມ ພັດຍັງມີຜູ້ປະກອບການ ບາງກຸ່ມ ພັດຍັງໃຫ້ຄ່າຈ້າງແຮງງານ ແກ່ຄົນງານ ສະເລັ່ຍແຕ່ພຽງ 1,500,000 ຫາ 1,600,000 ກີບ/ເດືອນ ເຊິ່ງຖ້າຫາກທາງການ ສາມາດຂຶ້ນ ແລະ ບັງຄັບໃຊ້ໄດ້ແທ້ ກໍອາດຈະສາມາດຊ່ວຍເຫລືອ ຄົນງານກຸ່ມດັ່ງກ່າວນີ້ ແລະ ຫລຸດຜ່ອນບັນຫາ ຄົນງານລາວ ເດີນທາງອອກໄປເຮັດວຽກ ຢູ່ປະເທດໄທໄດ້.
ດັ່ງ ພະນັກງານ ບໍຣິສັດຈັດຫາງານ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ:
“ຄືພວກເຮົານີ້ແມ່ນ ຂັ້ນຕ່ໍາຢູ່ທີ່ 2,500,000 ເຈົ້າ ຖ້າມີກໍຊິເປັນປະມານເຄິ່ງສວຍ ແມ່ນໄປເຄິ່ງມື້ຫັ້ນນ່າ ຢູ່ນີ້ກໍບໍ່ຄ່ອຍມີແລ້ວ ເງິນເດືອນເລີ້ມຕົ້ນ 1,500,000 ບໍ່ມີແລ້ວ ຄືເຮົາຈະຫາຄົນງານຍາກຂຶ້ນ ກໍຄືຄົນງານ ຈະອອກນອກປະເທດຫັ້ນນ່າ ສ່ວນຫລາຍຖ້າຂະເຈົ້າ ບໍ່ມີເງື່ອນໄຂ ມີທຶນ ແລ່ນ ພາດສະປອດຫຍັງໄດ້ ຂະເຈົ້າຂ້າມຝັ່ງໄປຊີ້ນ່າ ປະມານນີ້.”
ກ່ຽວກັບເລື້ອງນີ້ ທາງດ້ານຄົນງານລາວ ເມື່ອຮັບຮູ້ວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີແຜນຈະຂຶ້ນ ຄ່າຈ້າງແຮງງານຂັ້ນຕ່ໍາ ໃຫ້ແກ່ພວກຂະເຈົ້າ ເປັນປະມານ 2,200,000 ຫາ 2,500,000 ກີບ/ເດືອນ ນັ້ນ ພັດຮູ້ສຶກບໍ່ດີໃຈປານໃດ ຍ້ອນຍັງເປັນອັດຕາທີ່ຕ່ໍາຫລາຍ ແລະ ບໍ່ສອດຄ່ອງ ກັບອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ.
ດັ່ງ ຄົນງານລາວ ທີ່ກໍາລັງຊອກວຽກເຮັດ ຢູ່ນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ກໍາມະກອນກໍມື້ໜຶ່ງ 250,000 ນ່າຈະບໍ່ລືງ ນ້ໍາມັນກໍແພງ ຄ່າຄອງຊີບອີ່ຫຍັງກໍສູງ ແມ່ນແຫລະ ມັນຂຶ້ນ 2 ເທົ່າໂຕເລີຍ ນ້ໍາມັນກໍແພງ ແມ່ນແຫລະ ເຮົາມັນເຮືອນເຊົາ-ເຂົ້າຊື້ ອີກມັນ ຂັ້ນຕ່ໍາ ບໍ່ໃຫ້ຫລຸດ 4,000,000 ເຈົ້າ ແມ່ນແຫລະ ສຸມື້ນີ້ ທຸກຢ່າງມັນຂຶ້ນໝົດເດ້.”
ຖ້າຫາກ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ບໍ່ເລັ່ງແກ້ໄຂບັນຫາ ຄ່າຈ້າງແຮງງານ ທີ່ບໍ່ສອດຄ່ອງ ກັບຄ່າຄອງຊີບ ໃນປະເທດນີ້ ກໍຈະເຮັດໃຫ້ຄົນງານລາວ ບໍ່ສົນໃຈເຮັດວຽກ ໃນຕະຫລາດແຮງງານ ແລະ ພາກັນໄປເຮັດວຽກ ດ້ານການກະເສດ ຫລື ອອກໄປເຮັດວຽກ ຢູ່ຕ່າງປະເທດ.
ດັ່ງ ຄົນງານລາວ ທີ່ກໍາລັງຊອກເຮັດວຽກ ຢູ່ນະຄອນຫລວງວຽງຈັນ ອີກທ່ານໜຶ່ງ ກ່າວວ່າ:
“1,600,000 ບໍ່ຢາກມີແລ້ວ ກໍາມະກອນສຸມື້ນີ້ 1,600,000 ບໍ່ມີແລ້ວ ບໍ່ກຸ້ມຢູ່ກຸ້ມກິນຫັ້ນແຫລະ ສູ່ມື້ນີ້ ເລດເງິນສູງ ບໍ່ມີຜູ້ໃດຢາກໄປເຮັດໄປທໍາງານແລ້ວ ແມ່ນແຫລະ ເຮົາກໍເຮັດໄຮ່ ເຮັດສວນ ຢູ່ບ້ານເຮົາ ກໍຄືຊິດີກວ່າ ໄປເຮັດງານອັນອື່ນ ໂດຍໆ ເງິນເລດສູງ ສຸມື້ນີ້ ເງິນລາວເຮົາຕີໃສ່ເງິນໄທ.”
ຍານາງ ໃບຄໍາ ຂັດຕິຍະ ຍັງກ່າວຕື່ມວ່າ ການຄົ້ນຄວ້າ ແລະ ກໍານົດຄ່າຈ້າງແຮງງານຂັ້ນຕ່ໍາ ໂຕໃໝ່ ແມ່ນມີຄວາມສໍາຄັນ ຕໍ່ຜູ້ອອກແຮງງານ ທີ່ບໍ່ມີສີມື ທ່າມກາງບັນຫາເສດຖະກິດ-ການເງິນ ພາຍໃນ ແລະ ຕ່າງປະເທດ, ຄວາມບໍ່ໝັ້ນທ່ຽງ ຂອງລາຄານ້ໍາມັນເຊື້ອໄຟ, ການເໜັ່ງຕິງ ຂອງລາຄາສິນຄ້າ ອຸບປະໂພກ-ບໍລິໂພກ ທີ່ສູງຂຶ້ນ, ໄພເງິນເຟີ້, ເງິນກີບອອ່ນຄ່າ ແລະ ອື່ນໆ.