ເຣື້ອງທີ່ເກັບບັນທຶກໄວ້
2024-06-26
ນັກລົງທຶນຈີນ ທີ່ເຮັດທຸລະກິດ ຢູ່ແຂວງບໍ່ແກ້ວ ເຂົ້າມາດຳເນີນການກໍ່ສ້າງໂຮງແຮມຫຼູຫຼາ ຢູ່ເຂດບ້ານ ເລົ່າໂພໄຊ ເມືອງທ່າແຂກ ແຂວງຄໍາມ່ວນ ເພື່ອເປັນໂຮງແຮມ ທີ່ໄວ້ຕ້ອນຮັບ ນັກທ່ອງທ່ຽວຈີນ ແລະນັກທ່ອງທ່ຽວຕ່າງປະເທດ ໃນອະນາຄົດ.
2024-06-26
ໃຊ້ໄລຍະເສດຖະກິດຝຶດເຄືອງ ເງິນກີບເຟີ້ຫຼາຍ ຫົວໜ່ວຍທຸລະກິດ ກໍພະຍາຍາມ ປັບຂຶ້ນເງິນເດືອນ, ແຕ່ ຄົນງານລາວ ກໍຍັງຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໄທ.
2024-06-26
ອ່າງເກັບນໍ້າຂອງໂຄງການ ເຂື່ອນໄຟຟ້ານໍ້າເທີນ 1 ໃນເມືອງນາແລ ແຂວງຫຼວງນໍ້າທາ ກາຍເປັນສີຂຽວເຂັ້ມ, ມີກິ່ນເໝັນຈົນເຮັດໃຫ້ເກີດປາຍຕາຍ ຈຳນວນໜຶ່ງ ສ່ວນຊາວບ້ານພື້ນທີ່ເຂດຈັດສັນໃໝ່ ຂອງໂຄງການເຂື່ອນໄຟຟ້ານໍ້າທາ 1 ເປັນກັງວົນ ຈົນບໍ່ກ້າໃຊ້ນໍ້າອຸປະໂພກ-ບໍລິໂພກ ກະທົບຕໍ່ຊີວິດການເປັນຢູ່ຢ່າງໜັກ ນັບແຕ່ເດືອນກຸມພາປິ 2024 ຈົນມາຮອດປະຈຸບັນນີ້.
2024-06-26
ເຈົ້າໜ້າທີ່ຕຳຫຼວດ ສາມາດຍຶດຢາບ້າ ຈຳນວນ 5,800,000 ເມັດ ແລະ ເຮໂຣອິນ ອີກ 225 ກິໂລກະລ້າມ ພາຍຫຼັງທີ່ຜູ້ຂົນຢາບ້າໄດ້ຍິງຕໍ່ສູ້ ກັບເຈົ້າໜ້າທີ່ ເຊິ່ງຄາດວ່າ ການລໍາລຽງຢາບ້າໃນຄັ້ງນີ້ ມາຈາກ ປະເທດມຽນມາ ຫຼື ຈີນ ເພາະມີຊາຍແດນ ຕິດຈອດກັບປະເທດມຽນມາ ແລະ ປະເທດຈີນ.
2024-06-26
ຜູ້ຊົມໃຊ້ໄຟຟ້າເຫັນດີ ໃຫ້ທາງພາກລັດຖະບານ ປະຕິຮູບການປະຕິບັດງານ ຂອງເຈົ້າໜ້າທີ່ລັດວິສາຫະກິດ ໄຟຟ້າລາວ ໃຫ້ເປັນເອກະພາບທົ່ວປະເທດ ເປັນຕົ້ນເລື່ອງຄ່າໄຟຟ້າ, ຊ່ອງທາງໃນການສຳລະຄ່າໄຟຟ້າ ແລະ ເຮັດໃຫ້ລະບົບໄຟຟ້າ ມີຄວາມສະຖຽນກ່ວາເກົ່າ ເພາະປະຈຸບັນນີ້ເກີດມີ ໄຟຕົກ-ໄຟດັບ ຢູ່ເປັນປະຈຳກະທົບ ຕໍ່ຊີວິດການເປັນຢູ່.
2024-06-25
ການບອກເລົ່າປະສົບການ ຂອງຊາຍໜຸ່ມລາວ ຫຼັງຈາກກັບມາ ຫາຄອບຄົວ ພາຍຫຼັງທີ່ຖືກຕົວະໄປເຮັດວຽກ ຢູ່ໂຮງກາສິໂນ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ເກືອບ 2 ປີເຕັມ.
2024-06-25
ເຫດການໄຟໄໝ້ອາຄານ ທີ່ເປັນສ່ວນໜຶ່ງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຫຼືຕຶກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫຼັງເກົ່າ ໃນຮົ້ວສຳນັກງານນາຍົກ ນັ້ນ, ເກີດຍ້ອນໄຟຟ້າລັດວົງຈອນ ເຮັດໃຫ້ຄອມເພສເຊີ້ແອ ລະເບີດ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ອອກຖະແຫຼງການເທື່ອ.
2024-06-25
ກຸ່ມຄົນທີ່ລັກຂຸດ ແຮ່ຄຳຈຳນວນ 25 ຄົນ, ເປັນຍິງ 3 ຄົນ ມາສຶກສາອົບຮົມ, ກ່າວເຕືອນ ແລະ ປ່ອຍຕົວໃນວັນທີ 17 ມິຖຸນາ 2024 ໂດຍຊາວບ້ານທີ່ລັກຂຸດຄົ້ນແຮ່ຄຳ ໄດ້ຖືກກັກຕົວໃນວັນທີ 10 ພຶດສະພາ 2024 ຢູ່ເຂດພູນາງນອນ ເມືອງທ່າໂທມ ແຂວງ ໄຊສົມບູນ.
2024-06-25
ປະເທດລາວ ຖືກຫຼຸດສະຖານະ ມາຢູ່ໃນຂັ້ນ 2 ໃນລາຍຊື່ ທີ່ຕ້ອງສິ້ງຊອມຕື່ມ ດ້ານການຄ້າມະນຸດ ເນື່ອງຈາກການແກ້ໄຂບັນຫາ ການຄ້າມະນຸດ ໃນຮອບປີທີ່ຜ່ານມາ ຍັງບໍ່ໄດ້ມາຕຖານຂັ້ນຕ່ຳສຸດເທື່ອ, ອີງຕາມບົດລາຍງານ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ.
2024-06-24
ແມ່ນ້ຳຂອງ ປະເຊີນກັບການປ່ຽນແປງ ນັບມື້ນັບຮຸນແຮງຂຶ້ນ ຍ້ອນຫຼາຍປັດໄຈແວດລ້ອມ ຂະນະທີ່ MRC ກໍພວມຫາແນວທາງ ໃນການແກ້ໄຂບັນຫາດັ່ງກ່າວ ເພື່ອຮັກສາສິ່ງແວດລ້ອມ ໃນແມ່ນ້ຳຂອງ.
2024-06-24
ຄົນງານລາວ ປະມານ 28% ເທົ່ານັ້ນ ທີ່ສາມາດເປີດບັນຊີທະນາຄານໃນປະເທດໄທ ສ່ວນຄົນງານລາວອີກປະມານ 72% ທີ່ເຮັດວຽກຢູ່ໄທ ບໍ່ສາມາດເຂົ້າເຖິງການບໍລິການ ທາງການເງິນຂັ້ນພື້ນຖານໄດ້ ໂດຍສະເພາະການເປີດບັນຊີທະນາຄານ ເປັນຍ້ອນບໍ່ມີເອກະສານ ຕາມທີ່ທະນາຄານກຳນົດ.
2024-06-24
ນາຍົກລັດຖະມົນຕີ ແນະນໍາໃຫ້ທາງການແຂວງອັດຕະປື ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ແລະການເງິນ ໃຫ້ດີຂຶ້ນກວ່າເກົ່າ ແລະອີກຫລາຍບັນຫາ ທີ່ຄົງຄ້າງ ຂະນະທີ່ເສດຖະກິດໂດຍລວມ ຂອງ ສປປ ລາວ ຍັງບໍ່ໄດ້ຮັບການແກ້ໄຂ ໂດຍສະເພາະຄ່າເງິນກີບ ທີ່ຕົກຕ່ຳລົງເລື້ອຍໆ.
2024-06-24
ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ອອກນະໂຍບາຍສະໜັບສະໜູນການຊື້-ຂາຍສິນຄ້າ ທີ່ພາຍໃນ ສາມາດຜະລິດເອງໄດ້ ແລະ ຫ້າມ ຫຼື ຈໍາກັດການນຳເຂົ້າສິນຄ້າ ທີ່ສາມາດຜະລິດ ຢູ່ພາຍໃນປະເທດເອງໄດ້ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ຫ້າມນຳເຂົ້າສິນຄ້າ ຜ່ານດ່ານທ້ອງຖິ່ນແລ້ວ.
2024-06-24
ການອອກໃບຕາດິນຖາວອນ ໃຫ້ປະ ຊາຊົນລາວ 300,000 ຕອນ ໃນປີ 2024 ນີ້ ຕາມທີ່ລັດຖະບານໄດ້ຕັ້ງເປົ້າເອົາໄວ້ນັ້ນ ຍາກທີ່ຈະບັນລຸ, ແລະມາເຖິງເດືອນມິຖຸນານີ້ ສາມາດປະຕິບັດໄດ້ພຽງ 67,489 ຕອນ ຫຼືເທົ່າກັບ 22% ເທົ່ານັ້ນ, ເຮັດໃຫ້ປະຊາຊົນໄດ້ປະສົບກັບບັນຫາຂໍ້ຂັດແຍ່ງເລື່ອງທີ່ດິນ ໂດຍສະເພາະດິນໄຮ່, ດິນສວນ.
2024-06-23
ກອງກໍາລັງອາຣະກັນ ທີ່ເປັນຝ່າຍຕໍ່ຕ້ານທະຫານມຽນມາ ໄດ້ແຈ້ງເຕືອນໃຫ້ອົບພະຍົບປະຊາຊົນ ອອກຈາກພື້ນທີ່ສູ້ຮົບ.