ນາຍົກ ແນະນຳໃຫ້ທາງການແຂວງອັດຕະປື ແກ້ໄຂເສດຖະກິດ ໃຫ້ດີຂຶ້ນກວ່າເກົ່າ

0:00 / 0:00

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ແນະນໍາໃຫ້ທາງການແຂວງອັດຕະປື ສືບຕໍ່ແກ້ໄຂຈຸດອ່ອນ ແລະຂໍ້ຄົງຄ້າງຢ່າງເຂັ້ມງວດ ໂດຍສະເພາະ ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ ແລະການເງິນ ໃຫ້ດີຂຶ້ນ ເພື່ອກະຕຸ້ນເສດຖະກິດ ຫລາຍຂຶ້ນກວ່າເກົ່າ ແລະແກ້ໄຂອີກຫລາຍບັນຫາ ທີ່ຄົງຄ້າງ. ທ່ານກ່າວໃນໂອກາດ ທີ່ທ່ານໄດ້ລົງຕິດຕາມ ຊຸກຍູ້ວຽກງານຮອບດ້ານຢູ່ແຂວງອັດຕະປື ເມື່ອວັນທີ 22 ມິຖຸນານີ້, ອິງຕາມລາຍງານ ຂອງໜັງສືພິມລາວພັດທະນາ ໃນວັນດຽວກັນນີ້.

ກ່ຽວກັບເລື້ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ພະແນກການເງິນແຂວງອັດຕະປື ເພື່ອຂໍຮູ້ເຖິງສະພາບເສດຖະກິດ-ການເງິນຂອງແຂວງ, ແຕ່ເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານນີ້ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ. ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຫລາຍຄົນ ຢູ່ແຂວງອັດຕະປື ກໍເວົ້າວ່າ ທາງການແຂວງນີ້ ຈໍາເປັນຕ້ອງໄດ້ເລັ່ງແກ້ໄຂ ບັນຫາເສດະກິດ-ການເງິນ ຢ່າງຮີບດ່ວນທີ່ສຸດ ຍ້ອນສະພາບເສດຖະກິດໃນທຸກມື້ນີ້ ຖືວ່າຍິ່ງຕົກຕໍ່າຫລາຍ ສົ່ງຜົນກະທົບອັນບໍ່ດີ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໜັກໜ່ວງ ຍ້ອນຄ່າຄອງຊີບຖີບຕົວສູງຂຶ້ນ ໃນຂະນະທີ່ລາຍໄດ້ ຕົກຕໍ່າລົງ.

ດັ່ງປະຊາຊົນຢູ່ແຂວງອັດຕະປືນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນານີ້ວ່າ:

" ແມ່ນ ກະແກ້ໄຂຫັ້ນແຫລະ ຄ່າຄອງຊີບມັນສູງ ກະຢາກໃຫ້ຫລຸດລົງ ຜູ້ບໍ່ມີ ເຂົາເຈົ້າທຸກຍາກຫັ້ນແຫລະ ຢາກໃຫ້ຊ່ວຍໆແນວນັ້ນຫັ້ນແຫລະ ປະຊາຊົນຈັ່ງມີກິນມີຢູ່ເນາະ ຊິເປັນອາຫານປະເພດປາ ອິສັງນີ້ຫລາຍ ກະຂ້ອນຂ້າງສູງໜ້ອຍນຶ່ງ. "

ພ້ອມດຽວກັນນີ້ ຊາວບ້ານຢູ່ແຂວງອັດຕະປື ອີກນາງນຶ່ງ ກໍເວົ້າໃນທໍານອງດຽວກັນ ເຖິງສະພາບເສດຖະກິດຂອງແຂວງ ໃນທຸກມື້ນີ້ວ່າ ຄ່ອຍໆຊຸດໂຊມລົງນໍາເລື້ອຍໆ ຂະນະທີ່ລາຄາສິນຄ້າ ແລະອາຫານຕ່າງໆ ເພີ່ມສູງຂຶ້ນເຖິງ 2-3 ເທົ່າຕົວ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ແບບບໍ່ມີທາງເລືອກ ດັ່ງນັ້ນຈຶ່ງເຫັວ່າ ບັນຫານີ້ ເປັນບັນຫາສໍາຄັນ ທີ່ທາງການນໍາຂອງແຂວງ ຕ້ອງໄດ້ເລັ່ງແກ້ໄຂ ກ່ອນບັນຫາອື່ນໆ.

" ໂອ້ຍ ສູງຂຶ້ນ ມັນກໍ 2 ທົບພຸ້ນແຫລະເນາະ ເປັນທົບ 2 ທົບ ຫລັງຈາກວ່າ 3 – 4 ປີຫລັງຂຶ້ນໄປເນາະ ຈາກ 30,000 ເປັນ 60,000 – 70,000 ແລ້ວແຊ້ນນ່າ ຄືແປ້ງນົວເນາະແຕ່່ອນຫັ້ນ 10 ປາຍພັນ ດຽວນີ້ກໍ 30 ປາຍພັນອີ່ຫຍັງນ່າ ມັນກະບໍ່ຂຶ້ນທົບນຶ່ງ 2 ທົບຫັ້ນແຫລະ ຄວາມໝາຍເຮົາວ່າ. "

ບໍ່ພຽງແຕ່ເທົ່ານັ້ນ ບັນຫາເສດຖະກິດຫຍຸ້ງຍາກ ຢູ່ໃນແຂວງອັດຕະປືນີ້ ຍັງສົ່ງຜົນອັນບໍ່ດີ ຕໍ່ໂຮງແຮມ ແລະເຮືອນພັກຂອງປະຊາຊົນນໍາອີກ ເນື່ອງຈາກນັກທ່ອງທ່ຽວ ທີ່ເຂົ້າມາພັກຢູ່ໂຮງແຮມ ແລະເຮືອນພັກ ມີຈໍານວນໜ້ອຍລົງ ເຮັດໃຫ້ຜູ້ປະກອບການ ບໍ່ສາມາດແບກຮັບ ຜົນກະທົບນັ້ນໄດ້.

ດັ່ງອະດີດເຈົ້າຂອງເຮືອນພັກແຫ່ງນຶ່ງ ຢູ່ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

" ເຮືອນພັກຫັ້ນບໍ່ໄດ້ເຮັດແລ້ວໄດ໋ ແມ່ນ ແຂກບໍ່ມີ ຕົກຫລາຍຕົກກວ່າເຄິ່ງ. ໂອ້ຍເລື້ອງເງິນເຟີ້ເນາະກໍບໍ່ສ່າງສິວ່າ ເຝີຖ້ວຍນຶ່ງກໍ 40 ປາຍພັນແລ້ວໄດ໋ ກະສູງຢູ່ຫັ້ນແຫລະເນາະ. "

ແລະພະນັກງານ ປະຈໍາທະນາຄານແຫ່ງນຶ່ງ ໃນແຂວງອັດຕະປື ກໍເວົ້າຄືກັນວ່າ ເສດຖະກິດຂອງແຂວງທຸກມື້ນີ້ ຕົກຕໍ່າລົງ, ອັດຕາແລກປ່ຽນເງິນຕາລະຫວ່າງເງິນກີບ ກັບເງິນຕາຕ່າງປະເທດ ເພີ່ມສູງຂຶ້ນ ເປັນຕົ້ນນັບແຕ່ຕົ້ນປີນີ້ມາ ຍ້ອນເງິນກີບ ຍັງສືບຕໍ່ຕົກຕໍ່າ ອ່ອນຄ່າລົງນໍາເລື້ອຍໆ.

" ບາດມາແລກເອົາກີບເນາະ ເລັດທະນາຄານແມ່ນ 671 ກີບຕໍ່ 1 ບາດທີ່ຜ່ານມາເາະ ເອົາທີ່ຜ່ານມາ ມີລັກສະນະສູງຂຶ້ນແດ່ ກະຂ້ອນຂ້າງຢາກອ່ອນຄ່າລົງ ຊ້ວງນີ້. "

ໃນຂະນະດຽວກັນ ເຈົ້າໜ້າທີ່ຜະແນກແຮງງານ ແລະສະວັດດິການສັງຄົມ ແຂວງອັດຕະປື ນາງນຶ່ງກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນານີ້ວ່າ ເຖິງແມ່ນ ເສດຖະກິດຂອງແຂວງໃນຍາມນີ້ ຈະມີບັນຫາຕົກຕໍ່າກໍຕາມ ແຕ່ຢູ່ໃນແຂວງ ກໍມີວຽກ ທີ່ໃຫ້ຄ່າຈ້າງສູງ ແກ່ຄົນງານລາວ ເພີ້ມຂຶ້ນເລື້ອຍໆ ໂດຍສະເພາະບໍລິສັດປູກກ້ວຍ ແລະປູກອ້ອຍ ຂອງນັກລົງທຶນຈີນ ແລະຫວຽດນາມ ທີ່ໃຫ້ເງິນເດືອນຄົນງານຂັ້ນຕໍ່າ ປະມານ 4 ລ້ານກີບຕໍ່ເດືອນ ຊຶ່ງສາມາດດຶງດູດຄົນງານພາຍໃນແຂວງ ບໍ່ໄປເຮັດວຽກຢູ່ຕ່າງປະເທດ ອັນເປັນທ່າແຮງນຶ່ງ ທີ່ຈະຊ່ວຍແກ້ໄຂບັນຫາເສດຖະກິດ ຂອງແຂວງໄດ້ໃນໄລຍະຍາວ.

" ອັດຕາເງິນເດືອນຂອງວຽກຢູ່ນີ້ນິເບາະ ກະຕາມເຂົາເຮັດອັນນັ້ນເນາະ ສວນກ້ວຍສວນອ້ອຍ ກະຄືໂຄງການຂອງຈີນເຂົ້າມາຫັ້ນແຫລະ ກະຖືວ່າດີໄດ໋ ແຮງງານເຮົາພໍໃຈມາສະມັກຫັ້ນແຫລະ ຄັນໃຫ້ໜ້ອຍເຂົາກໍບໍ່ມາສະມັກ. "

ໃນໂອກາດໄປຕິດຕາມ ຊຸກຍູ້ວຽກງານຮອບດ້ານ ຢູ່ແຂວງອັດຕະປື ເມື່ອວັນທີ 22 ມິຖຸນານີ້ ນອກຈາກບັນຫາທີ່ວ່ານັ້ນແລ້ວ ທ່ານ ສອນໄຊ ສີພັນດອນ ກໍໄດ້ແນະນໍາໃຫ້ ທາງການແຂວງອັດຕະປື ເລັ່ງແກ້ໄຂບັນຫາອື່ນໆນໍາດ້ວຍ ເປັນຕົ້ນ ບັນຫາຢາເສບຕິດ ແລະປາກົດການຫຍໍ້ທໍ້ອື່ນໆ ແລະໃຫ້ສ້າງເງື່ອນໄຂອັນສະດວກ ເພື່ອດຶງດູດນັກລົງທຶນເຂົ້າມາ.

ແລະກ່ອນໜ້ານັ້ນ ຄືເມື່ອເດືອນສິງຫາ 2022 ທ່ານ ສອນໄຊ ສີພັນດອນ ກໍເຄີຍໄດ້ແນະນໍາ ຊຸກຍູ້ໃຫ້ມີການພັດທະນາ ເສດຖະກິດ-ສັງຄົມແຂວງອັດຕະປື ມາແລ້ວເທື່ອນຶ່ງ ຮວມທັງໃຫ້ແກ້ໄຂຫລາຍບັນຫາ ເປັນຕົ້ນເລື່ອງການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ໄພເງິນເຟີ້, ລາຄາສິນຄ້າແພງ ແລະອື່ນໆອີກຫລາຍຢ່າງ.