ຄົນງານລາວ ໃນປະເທດໄທ ປະມານ 72% ຍັງບໍ່ມີບັນຊີທະນາຄານ
2024.06.24

ອີງຕາມບົດລາຍງານ ຂອງອົງການ ລະຫວ່າງປະເທດ ເພື່ອການໂຍກຍ້າຍຖິ່ນຖານ ຫຼື International Organization for Migration (IOM) ປະເທດໄທ ໃນເດືອນ ກຸມພາ 2024 ລະບຸວ່າ ມີຄົນງານລາວ ປະມານ 28% ເທົ່ານັ້ນ ທີ່ມີບັນຊີທະນາຄານ ສະນັ້ນ ຄົນງານລາວ ອີກປະມານ 72% ທີ່ເຮັດວຽກຢູ່ໄທ ບໍ່ສາມາດເຂົ້າເຖິງການບໍລິການ ທາງການເງິນຂັ້ນພື້ນຖານໄດ້ ເຮັດໃຫ້ພວກເຂົາເຈົ້າ ປະສົບຄວາມຫຍຸ້ງຍາກ ໃນການສົ່ງເງິນກັບປະເທດ.
ສໍາລັບສາເຫດ ທີ່ເຮັດໃຫ້ຄົນງານລາວ ຈໍານວນຫຼາຍ ບໍ່ທັນໄດ້ເຂົ້າເຖິງການບໍລິການ ທາງການເງິນ ຂັ້ນພື້ນຖານດັ່ງກ່າວນີ້ ເປັນຍ້ອນພວກເຂົາເຈົ້າ ບໍ່ທັນໄດ້ໃຫ້ຄວາມສໍາຄັນ, ບໍ່ມີເອກກະສານ ສໍາລັບເປີດບັນຊີ ຕາມທີ່ທະນາຄານກໍານົດ ແລະບໍ່ທັນຮູ້ວິທີການໃນການເຂົ້າເຖິງການເປີດບັນຊີ ນໍາທະນາຄານໃນປະເທດໄທ.
ດັ່ງຄົນງານລາວ ທີ່ເຮັດວຽກ ຂາຍເຄື່ອງຍ່ອຍ ຢູ່ນະຄອນຫຼວງບາງກອກ ປະເທດໄທ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນາ 2024 ນີ້ວ່າ:
“ໂອ້ ວັນ 300 (ບາດ) ນ່າ ວັນ 300 (ບາດ) ເດືອນໜຶ່ງ 9,000 (ບາດ) ຫາກໍ່ມາ. ຫາກໍ່ມາເຮັດງານ ຍັງຈະ. ຍັງບໍ່ຮູ້ ແມ່ນ ຍັງບໍ່ທັນຮູ້ ເບີດເດືອນນີ້ກ່ອນເດີ້. ແມ່ນ ບັນຊີຈະໂອນ 10-20 ບາດ ນີ້ແຫຼະ 2,000 (ບາດ) 1,000 (ບາດ).”
ສໍາລັບຄົນງານລາວ ທີ່ບໍ່ທັນມີບັນຊີທະນາຄານ ຢູ່ປະເທດໄທ ພວກຂະເຈົ້າ ຈະໃຊ້ວິທີໃນການຈ້າງຮ້ານ ໂອນເງິນໃນໄທ ດໍາເນີນການໂອນເງິນ ຂອງພວກຂະເຈົ້າ ໄປຍັງປະເທດລາວ ດ້ວຍການປ່ຽນ ຈາກເງິນກີບເປັນເງິນບາດ ໂດຍອີງຕາມອັດຕາແລກປ່ຽນ ໃນແຕ່ລະໄລຍະ ເຊິ່ງຈໍາເປັນຕ້ອງຈ່າຍຄ່າທໍານຽມ ການຈ້າງໂອນນໍາດ້ວຍ.
ດັ່ງຜູ້ຮັບຈ້າງໂອນເງິນ ຈາກໄທໄປລາວ ທ່ານໜຶ່ງ ກ່າວວ່າ:
“ກະຄື ມັນຊິມີ 2 ຢ່າງ ລູກຄ້າ ລູກຄ້າປະຈໍາ ຄືຊິຮູ້ແລ້ວ່າ ຜູ້ນີ້ຊິໂອນບາດ ແລກກີບ ຫຼືວ່າ ກີບແລກາດ ຕາມທີ່ອະທິບາຍມາ ກໍ່ຄືເປັນບາດແລກກີບ ກໍ່ຄື ຈາກບ້ານເຮົາກັບປະເທດລາວ ຄັນຄົນໃໝ່ໆ ກໍ່ຈະຖາມວ່າ ເລດເທົ່າໃດ ແລະຄ່າທໍານຽມ ເປັນຈັ່ງໃດ ຄືມື້ນີ້ Admin ຂ້ອຍຫັ້ນ ເພິ່ນໃຫ້ 697 ແລ້ວກະມີຄ່າທໍານຽມ ຄ່າທໍານຽມນີ້ ຊິມັນເປັນໄປຕາມຈໍານວນເງິນ ທີ່ໂອນຄືບໍ່ເກີນ 500 (ບາດ) ຊິຄິດຄ່າທໍານຽມ 20 ບາດ ຄັນ 500 ຮອດ 1,000 ໜຶ່ງ ກໍ່ຊິເປັນ 50 ບາດ ມັນຊິເປັນຈັ່ງຊີ້ແຫຼະ.”
ປັດຈຸບັນ ຮ້ານຮັບໂອນເງິນນອກລະບົບ ຈາກປະເທດໄທ ມາຍັງປະເທດລາວ ເປັນທີ່ນິຍົມໃນໝູ່ຄົນງານລາວ ຍ້ອນສະດວກ ແຕ່ກໍ່ມີຄວາມເປັນໄປໄດ້ວ່າ ຄົນງານລາວ ອາດຖືກໂກງ ລະຫວ່າງການໂອນເງິນ.
ດັ່ງຜູ້ຮັບຈ້າງໂອນເງິນ ຈາກໄທໄປລາວ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ເລດຕະຫຼາດມືດ ທີ່ເຮົາໂອນກັນນີ້ ຄືເລດຕະຫຼາດມືດ ກັບເລດໃນລະບົບ ກໍ່ຄືລະບົບທະນາຄານ ເລດນອກນີ້ ຊິສູງກວ່າເລດທະນາຄານ ເລດນອກນີ້ ເຮົານິ່ແລກ 697 (ກີບ) ຫຼືວ່າ ບາງຮ້ານກໍ່ໃຫ້ 700 (ກີບ) ບາງບ້ານ ກໍ່ໃຫ້ 700 ປາຍ (ກີບ) ຫຼືວ່າ ບາງຮ້ານກໍ່ໃຫ້ໜ້ອຍ ກວ່າ 697 (ກີບ) ຂຶ້ນຢູ່ກັບແຕ່ລະຮ້ານ ແຕ່ວ່າ ຊິບໍ່ຕ່າງກັນຫຼາຍ ເພາະວ່າ ຄັນຕ່າງກັນຫຼາຍ ຄິດຢ່າງດຽວເລີຍ ຄືມິດສາຊີບ ຄືກົງນີ້ ຕ້ອງເຂົາໃຈກ່ອນ ວ່າ ຕາມກົດໝາຍຂອງໄທນີ້ ມັນຄືການໂອນໃຫ້ ໂດຍສະເໜ່ຫາ ຄືສາວນີ້ ໂອນເງິນໃຫ້ເຮົານີ້. ເຮົາບໍ່ໂອນກັບຄືນກໍ່ໄດ້ ເພາະວ່າ ການໂອນໃຫ້ໂອນໃຫ້ໂດຍສະເໜ່ຫາ ກະຄືໂອນເງິນມາໃຫ້ເຮົາ ຊິໄປແຈ້ງຄວາມ ກະບໍ່ໄດ້ຊິນ່າ.”
ທ່ານກ່າວຕື່ມວ່າ ຮ້ານຮັບໂອນເງິນ ຈາກໄທໄປລາວ ແມ່ນໄລ່ອັດຕາແລກປ່ຽນ ຈາກບາດເປັນກີບ ສູງກວ່າທະນາຄານ ແຕ່ບໍ່ຄືກັນ ຂຶ້ນຢູ່ກັບ ຜູ້ຮັບແລກໂອນ ວ່າ ປັດຈຸບັນ ພວກຂະເຈົ້າ ມີເງິນບາດໃນມື ຫຼືຕ້ອງການເງິນບາດ ຫຼາຍປານໃດ ແຕ່ຢ່າງໃດກໍ່ຕາມ ອັດຕາແລກປ່ຽນ ກໍ່ຈະບໍ່ທັນໄດ້ແຕກຕ່າງກັນຫຼາຍ ທັງນີ້ ຖ້າພົບວ່າ ຮ້ານຮັບໂອນເງິນ ຫົວໜ່ວຍໃດ ໄລ່ອັດຕາແລກປ່ຽນສູງຫຼາຍໆ ແມ່ນໃຫ້ສັນນິຖານ ໄວ້ເລີຍວ່າ ພວກຂະເຈົ້າ ເປັນມິດສາຊີບ.
ທ່ານກ່າວອີກວ່າ ນອກຈາກການໂອນເງິນ ລະຫວ່າງປະເທດ ແບບບໍ່ຜ່ານ ທະນາຄານ (Unregistered Transfer Agents) ແລ້ວ ຄົນງານລາວບາງຄົນ ຍັງນິຍົມ ໃຫ້ການຂົນສົ່ງເງິນ ຈາກປະເທດໄທ ໄປຍັງປະເທດລາວ ນໍາດ້ວຍ (Cash Carriers) ເຊິ່ງເປັນວິທີການ ທີ່ບໍ່ປອດໄພ ຄືກັນ.
ສໍາລັບຄົນງານຂ້າມຊາດ ທີ່ຕ້ອງການເປີດບັນຊີດົນ ໃນປະເທດໄທ ຈະຕ້ອງມີເອກກະສານ ສະແດງໂຕຕົນ ຢ່າງຄົບຖ້ວນ ປະກອບມີ:
- ບັດປະຈໍາໂຕ (Passport),
- ໃບອະນຸຍາດເຂົ້າປະເທດໄທ ແລະ
- ໃບອະນຸຍາດ ເຮັດວຽກໃນໄທ ຂອງແທ້ (Work permit)
(ຂຶ້ນຢູ່ກັບເງື່ອນໄຂ ຂອງແຕ່ລະທະນາຄານ) ກໍ່ຈະສາມາດ ເປີດບັນຊີທະນາຄານ ໃນປະເທດໄທໄດ້.
ດັ່ງພະນັກງານ ທະນາຄານຢູ່ໄທ ນາງໜຶ່ງ ກ່າວວ່າ:
“ຖ້າເປັນໂອນຕ່າງປະເທດ ຜ່ານແອັບ ສາມາດໂອນ ໄປຍັງປະເທດລາວ ໄດ້ໃນສ່ວນຂອງການໂອນເງິນ ໄປຕ່າງປະເທດ ບ່ອນນີ້ ຮອງຮັບຈາກປະເທດ ບໍ່ກ່ຽວຂ້ອງກັບວ່າ ມີສາຂາທີ່ລາວ ສ່ວນຄ່າທໍານຽມ ຈະແຕກຕ່າງກັນໄປ. ຖ້າໂອນໄປຍັງປະເທດລາວ ຈະໂອນໄດ້ແຕ່ລະບົບ ຂອງ SWIFT CODE ເທົ່ານັ້ນ ເຊິ່ງກົງນີ້ ຈະມີໃຫ້ເລືອກ ຜູ້ຊໍາລະຄ່າທໍານຽມ 3 ແບບ ຄື ຜູ້ຮັບເງິນເປັນຜູ້ຊໍາລະ ຫຼືວ່າ ຜູ້ໂອນ-ຜູ້ຮັບເງິນ ເປັນຜູ້ຊໍາລະທັງສອງຝ່າຍ ຫຼືວ່າ ຜູ້ໂອນເງິນ ເປັນຜູ້ຊໍາລະ ພຽງຜູ້ດຽວ ເຊິ່ງກົງນີ້ ຄ່າທໍານຽມ ຈະແຕກຕ່າງກັນໄປ ແຕ່ວ່າປາຍທາງ ຈະບໍ່ໄດ້ຮັບຍອດເງິນເຕັມຈໍານວນ. ຖ້າຫາກມີການຫັກຄ່າທໍານຽມ ຂອງທະນາຄານບາງສ່ວນ ຂຶ້ນຢູ່ກັບ ທະນາຄານປາຍທາງ ທາງທະນາຄານຕົ້ນທາງ ບໍ່ສາມາດກວດສອບໄດ້.”
ສໍາລັບຄົນງານຂ້າມຊາດ 4 ສັນຊາດ ເປັນຕົ້ນ ມຽນມາ, ກໍາປູເຈຍ, ລາວ ແລະຫວຽດນາມ ທີ່ເປີດບັນຊີທະນາຄານ ໃນປະເທດໄທ ພວກຂະເຈົ້າ ນິຍົມເປີດບັນຊີ ນໍາທະນາຄານ ກະສິກອນໄທ (Kasikorn Bank) ຍ້ອນມີເງື່ອນໄຂຕ່າງໆ ທີ່ອໍານວຍຄວາມສະດວກ ໃຫ້ແກ່ຄົນງານຂ້າມຊາດ ໄດ້ຫຼາຍກ່ອນທະນາຄານອື່ນໆ, ອີງຕາມບົດລາຍງານ ຂອງອົງການລະຫວ່າງປະເທດ ເພື່ອການໂຍກຍ້າຍຖິ່ນຖານ ປະເທດໄທ ໃນເດືອນ ກຸມພາ 2024.
ທີ່ຜ່ານມາ ຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ໄທ ໃນຂະແໜງອາຊີບຕ່າງໆ ພັດໄດ້ຮັບຄ່າຈ້າງສະເລ່ຍ ປະມານ ເດືອນລະ 9,699 ບາດ ໃນນີ້ ພາຍຫຼັງຈາກ ຫັກຄ່າໃຊ້ຈ່າຍ ເປັນຕົ້ນ: ຄ່າອາຫານ, ຄ່າເດີນທາງ ແລະຄ່າທີ່ພັກ ພັດຂະເຈົ້າ ຈະສົ່ງເງິນກັບບ້ານ ເດືອນລະ ປະມານ 2,453 ບາດ (ໂຕເລກ ຄ່າສະເລ່ຍນີ້ ນໍາມາແຕ່ ບົດລາຍງານ ຂອງ IOM).
ດັ່ງຄົນງານລາວ ເຮັດວຽກດ້ານການກະເສດ ຢູ່ແຂວງທາງພາກຕາເວັນອອກສຽງເໜືອ ຂອງໄທ ນາງໜຶ່ງ ກ່າວວ່າ:
“ໄປປູກສວນຜັກເດ້ ສ່ວນຫຼາຍ ປະມານ 3 ເດືອນ ໃຫ້ນໍາມາຕໍ່ Passport ໄດ້ເທື່ອໜຶ່ງ ໂອ້ຍ ເຂົາໃຫ້ເດືອນໜຶ່ງນີ້ ກໍ່ໄດ້ 2,000-3,000 ຫຼືວ່າ 4,500 ນີ້ແຫຼະ ເພາະວ່າ ເຮົາໃຊ້ເດ້ ເກັບບໍ່ໄດ້ຫຼາຍນ່າ 6 ເດືອນນີ້ 8,000 ຊີ້ນ່າ ອັນເຂົາໄລ່ ເປັນມື້ເພິ່ນວ່າ ເຂົາໄລ່ເປັນມື້ ເຮົາເຮັດໄດ້ຫຼາຍ ເຮົາກໍ່ໄດ້ເງິນຫຼາຍ ໄດ້ໜ້ອຍ ນີ້ກໍ່ໄດ້ເງິນໜ້ອຍ.”
ນາງກ່າວ ຕື່ມວ່າ ປັດຈຸບັນ ຄົນງານລາວ ທີ່ມີອາຍຸ ຮອດ 18 ປີ ຕາມເກນທີ່ກົດໝາຍກໍານົດ ແລະຍັງບໍ່ທັນຮອດ 18 ປີ ຈໍານວນຫຼາຍ ສົນໃຈ ເດີນທາງໄປເຮັດວຽກຢູ່ໄທ ຍ້ອນໄດ້ຄ່າແຮງງານສູງກວ່າ ການເຮັດວຽກຢູ່ປະເທດລາວ ປະມານ 3-5 ເທົ່າໂຕ ຂະນະທີ່ ປະເທດລາວ ມີຄ່າຈ້າງແຮງງານ ສະເລ່ຍປະມານ 1600,000-3,000,000 ກີບ/ເດືອນ ແລະມີທ່າອຽງຫຼຸດລົງເລື້ອຍໆ ເມື່ອທຽບກັບອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ.
ຂະນະດຽວກັນ ຄົນງານລາວບາງຄົນ ກໍ່ບໍ່ສາມາດ ສົ່ງເງິນໃຫ້ແກ່ຄອບຄົວ ໄດ້ເປັນປະຈໍາທຸກເດືອນ ຍ້ອນບາງເດືອນບໍ່ມີເງິນທ້ອນ ຫຼືບາງເດືອນ ກໍ່ບໍ່ມີວຽກເຮັດ ເຮັດໃຫ້ບໍ່ມີລາຍໄດ້ ຈຶ່ງຈໍາເປັນຕ້ອງນໍາເງິນທ້ອນ ມາຈ່າຍຄ່າທີ່ພັກ ແລະຄ່າກິນຢູ່ ໃນແຕ່ລະມື້.
ດັ່ງຄົນງານລາວ ທີ່ເຮັດວຽກໂຮງງານ ຢູ່ນະຄອນຫຼວງບາງກອກ ປະເທດໄທ ເປັນໄລຍະເວລາ 10 ປາຍປີ ນາງໜຶ່ງ ກ່າວວ່າ:
“12 ປີ ປັດຈຸບັນ ຂາຍເຄື່ອງຢູ່ ມັນແລ້ວແຕ່ຊ່ວງ ບາງທີເຮົາມີບັນຫາຕິດຂັດ ເຮົາກໍ່ບໍ່ໄດ້ສົ່ງ ບາງເດືອນເຮົາຕົກງານ ເຮົາກໍ່ບໍ່ໄດ້ສົ່ງໄປເດ້ ເພາະວ່າຄ່າຫ້ອງເຮົາ ກໍ່ຕ້ອງຈ່າຍ, ຄ່າລົດ, ຄ່າກິນອີກເດ້, ຄ່າເຄື່ອງໃຊ້ ຂອງສອຍ ມັນບໍ່ຄືຢູ່ບ້ານເຮົາໃດ໋ ເລີ່ມຕົ້ນ ກໍ່ Passport ຕໍ່ມາ ກໍ່ເປັນ MOU ເດ້ ມັນບາງທີກໍ່ມີບັນຫາ ກັບໝູ່ຮ່ວມງານ ບໍ່ເຂົ້າໃຈກັນ ກະໜຶ່ງມາ ກໍ່ເຈົ້ານາຍແດ່ (ຄົນງານລາວ ເດີນທາງມາເຮັດວຽກຢູ່ໄທ) ກໍ່ຫຼາຍຢູ່ເດ້ ກໍ່ເພາະວ່າ ເສດຖະກິດລາວ ມັນບໍ່ດີຫັ້ນນ່າ ລັດຖະບານອີ່ຫຍັງ ກໍ່ບໍ່ຊ່ວຍ ເຂົາກໍ່ຕ້ອງການແບບ ຊ່ອຍໂຕເອງແລ້ວໂອ້.”
ອີງຕາມການລາຍງານ ຂອງທ່ານນາງ ຄໍາໃບ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກ່າວໃນກອງປະຊຸມ ສະໄໝສາມັນເທືີ່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 13 ເດືອນມິຖຸນາ 2024 ນີ້ວ່າ ປັດຈຸບັນ ມີຄົນງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ປະມານ 415,956 ຄົນ ໃນນີ້ ເຮັດວຽກ ແບບຖືກກົດໝາຍ 212,795 ຄົນ ສ່ວນເຫຼືອອີກປະມານ 203,161 ຄົນ ແມ່ນເດີນທາງ ໄປແບບຜິດກົດໝາຍ ທັງນີ້ ພວກຂະເຈົ້າ ສາມາດສົ່ງເງິນ ກັບປະເທດ ໄດ້ປະມານ 52,110,000 ໂດລ້າສະຫະລັດ/ເດືອນ.