ລາວ ຖືກຫຼຸດໃຫ້ຢູ່ຂັ້ນ 2 ທີ່ຕ້ອງສິ້ງຊອມ ດ້ານການຄ້າມະນຸດ

ພູວົງສ໌
2024.06.25
ລາວ ຖືກຫຼຸດໃຫ້ຢູ່ຂັ້ນ 2 ທີ່ຕ້ອງສິ້ງຊອມ ດ້ານການຄ້າມະນຸດ ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ. ເດືອນພະຈິກ ປີ 2023.
Photo: RFA

ໃນມື້ວັນທີ 24 ມິຖຸນາ 2024 ນີ້, ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກບົດລາຍງານ ກ່ຽວກັບສະພາບການ ດ້ານການຄ້າມະນຸດ ໃນປະເທດຕ່າງໆ ທີ່ລວມເອົາປະເທດລາວນຳ. ເມື່ອເວົ້າສະເພາະ ປະເທດລາວແລ້ວ, ໃນປີນີ້ ລັດຖະບານສະຫະລັດອາເມຣິກາ ໄດ້ຫຼຸດສະຖານະ ສະຖານະການ ການຄ້າມະນຸດ ໃນລາວ ມາຢູ່ໃນຂັ້ນທີ 2 ທີ່ຕ້ອງສິ້ງຊອມເປັນພິເສດ ຫຼື Tier 2 Watch List.

ນອກຈາກນີ້, ບົດລາຍງານ ຍັງໄດ້ກ່າວລະອຽດ ເຖິງຄວາມເອົາໃຈໃສ່ ຂອງລັດຖະບານລາວ ໃນການແກ້ໄຂບັນຫາ ດ້ານການຄ້າມະນຸດ ໃນຮອບປີທີ່ຜ່ານມາ, ເຊິ່ງບົດລາຍງານ ໄດ້ລະບຸວ່າ ລັດຖະບານລາວ ຍັງບໍ່ທັນດຳເນີນການເຕັມທີ່ເທື່ອ ເພື່ອໃຫ້ໄດ້ມາຕຖານຂັ້ນຕ່ຳ ໃນການແກ້ໄຂບັນຫາ ການຄ້າມະນຸດ, ແຕ່ໂດຍລວມແລ້ວ ກໍຖືວ່າໄດ້ເອົາໃຈໃສ່ ຫຼາຍສົມຄວນ ໃນການແກ້ໄຂບັນຫາດັ່ງກ່າວ.

ການເອົາໃຈໃສ່ ຕໍ່ບັນຫາດັ່ງກ່າວ ໄດ້ກວມເອົາ ການສືບສວນສອບສວນ ທີ່ເພີ່ມຂຶ້ນ ຕໍ່ຄະດີການຄ້າມະນຸດ ແລະ ໄດ້ຕັດສິນລົງໂທດ ຕໍ່ພວກທີ່ທຳການຄ້າມະນຸດ, ໄດ້ກວດພົບ ຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ທີ່ເພີ່ມຂຶ້ນ ຫຼາຍກວ່າ ບົດລາຍງານທີ່ຜ່ານມາ, ໄດ້ໃຫ້ການຊ່ອຍເຫຼືອຫຼາຍຢ່າງ ແກ່ຜູ້ທີ່ຕົກເປັນເຫຍື່ອດັ່ງກ່າວ ເປັນຈຳນວນຫຼາຍ, ແລະ ໄດ້ນຳເອົາຜູ້ທີ່ອາດຈະຕົກເປັນເຫຍື່ອ ຈາກເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ທີ່ເປັນຂອງນັກລົງທຶນ ຈາກປະເທດຈີນ. ລັດຖະບານລາວ ໄດ້ໃຫ້ຂໍ້ມູນ ຂອງຜູ້ທີ່ຕົກເປັນເຫຍື່ອ ທີ່ມີການໄຈ້ແຍກຄັກແນ່ ລະຫວ່າງການຄ້າມະນຸດ ແລະ ຕົກເປັນເຫຍື່ອ ໃນຮູບການຕ່າງໆ.

ເຖິງຢ່າງໃດກໍຕາມ, ລັດຖະບານລາວ ຍັງບໍ່ທັນສະແດງໃຫ້ເຫັນເຖິງ ຄວາມພະຍາຍາມທີ່ເພີ່ມຂຶ້ນ ໂດຍລວມ ເມື່ອປຽບທຽບໃສ່ບົດລາຍງານ ໃນໄລຍະທີ່ຜ່ານມາ. ລັດຖະບານລາວ ໄດ້ຍົກໃຫ້ເຫັນ ກໍລະນີພວກເຫຍື່ອ ທີ່ຖືກຄ້າມະນຸດ ໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ທີ່ຍັງໜ້ອຍເກີນໄປ ເມື່ອປຽບທຽບໃສ່ບົດລາຍງານ ທີ່ໄດ້ເຜີຍແຜ່ຜ່ານສື່ຕ່າງໆ ໃນເລື່ອງໂສເພນີ ແລະ ການບັງຄັບໃຊ້ແຮງງານ ລວມໄປເຖິງ ຂະບວນການຕົ້ມຕຸ໋ນ ທາງອອນລາຍນ໌ ໃນສະຖານທີ່ຕ່າງໆ ໃນເຂດດັ່ງກ່າວ.

ເພິ່ນໄດ້ຈັດລຳດັບ ເກືອບທຸກກໍລະນີ ທີ່ມີຄວາມເປັນໄປໄດ້ວ່າ ກ່ຽວຂ້ອງກັບພວກເຫຍື່ອ ຈາກການຄ້າມະນຸດ ທີ່ຖືກຊ່ອຍ ອອກມາຈາກ ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ເປັນຕົ້ນວ່າ ຂໍ້ຂັດແຍ້ງດ້ານແຮງງານ ແລະ ບໍ່ໄດ້ລາຍງານ ກໍລະນີໃດໆ ທີ່ມີການດຳເນີນຄະດີ ກ່ຽວກັບການຄ້າມະນຸດ ໃນເຂດດັ່ງກ່າວ. ລັດຖະບານລາວ ໄດ້ອະນຸມັດ ໃຫ້ເປີດນຳໃຊ້ ສະໜາມບິນສາກົນບໍ່ແກ້ວ ທີ່ອຳນວຍຄວາມສະດວກ ໃຫ້ເດີນທາງໄປຍັງເຂດເສດຖະກິດພິເສດ 3 ຫຼ່ຽມຄຳ, ທີ່ຖືກລາຍງານວ່າ ໄດ້ຮັບເງິນລົງທຶນ ຈາກກຸ່ມນິຕິບຸກຄົນ ຕ່າງປະເທດ ທີ່ຜິດກົດໝາຍ. ລັດຖະບານລາວ ບໍ່ໄດ້ລາຍງານ ເຖິງການເອົາທ່າທີຕ່າງໆ ໃນການປ້ອງກັນ ການອຳນວຍຄວາມສະດວກ ໃຫ້ແກ່ການຄ້າມະນຸດ ໃນສະໜາມບິນແຫ່ງນີ້.

ລັດຖະບານລາວ ບໍ່ໄດ້ລາຍງານ ວ່າມີການສືບສວນສອບສວນ, ດຳເນີນຄະດີ ແລະ ລົງໂທດ ຕໍ່ພວກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ໄດ້ກະທຳຜິດ. ການບໍລິການຕ່າງໆ ໃນການປ້ອງກັນເຫຍື່ອ ບໍ່ກວມເອົາການປົກປ້ອງ ເຫຍື່ອການຄ້າມະນຸດ ທີ່ເປັນພວກຜູ້ຊາຍ ແລະ ພວກກຸ່ມຄົນ ຫຼາກຫຼາທາງເພດ ແບບບໍ່ກ້ຳເກິ່ງກັນ.

ຈິດສຳນຶກ ດ້ານການຕ້ານ ການຄ້າມານຸດ ແລະ ຄວາມເຂັ້ມແຂງ ຕໍ່ວຽກງານດັ່ງກ່າວ ໃນກຸ່ມເຈົ້າໜ້າທີ່ຊາຍແດນ ໃນບັນດາເຂດ ທີ່ມີການເຄື່ອນຍ້າຍ ປະຊາກອນຫຼັກໆ ຍັງຄົງຕ່ຳ ເຖິງວ່າໄດ້ມີການຝຶກອົບຮົມ ຈາກພາກລັດຢູ່ເລື້ອຍໆກໍຕາມ.

ສະນັ້ນແລ້ວ, ປະເທດລາວ ຈຶ່ງຖືກຫຼຸດສະຖານະ ມາຢູ່ໃນຂັ້ນ 2 ໃນລາຍຊື່ ທີ່ຕ້ອງສິ້ງຊອມຕື່ມ ດ້ານການຄ້າມະນຸດ ໃນບົດລາຍງານນີ້.

ນອກຈາກນີ້, ບົດລາຍງານສະບັບນີ້, ຍັງໄດ້ຊີ້ແຈງ ໃຫ້ເຫັນເຖິງ ບາງຂໍ້ເປັນຫ່ວງ ຂອງລັດຖະບານ ສະຫະລັດອາເມຣິກາ ຕໍ່ການແກ້ໄຂບັນຫາ ການຄ້າມະນຸດໃນລາວ, ເຊິ່ງໄດ້ສະເໜີບາງຂໍ້ແນະນຳວ່າ ລັດຖະບານລາວ ຄວນມີການສືບສວນສອບສວນ ຢ່າງເປັນປົກກະຕິ ແລະ ດຳເນີນຄະດີ ຕໍ່ພວກທີ່ທຳການຄ້າມະນຸດ ແລະ ເອົາມາຕການລົງໂທດທີ່ຈຳເປັນ ຕໍ່ພວກຄ້າມະນຸດນັ້ນ ລວມເຖິງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນການກະທຳຜິດ ທີ່ຕ້ອງໄດ້ມີການຈຳຄຸກ ຕາມກົດໝາຍ. ຂະນະດຽວກັນ, ກໍຄວນຮ່ວມມືຢ່າງຈິງຈັງ ໃນການແກ້ໄຂບັນຫາດັ່ງກ່າວ ກັບບັນດາປະເທດອ້ອມຂ້າງ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອໃຫ້ບັນຫາດັ່ງກ່າວ ຫຼຸດໜ້ອຍຖອຍລົງໄປ.

ບົດລາຍງານ ຍັງໄດ້ລາຍງານ ການບັງຄັບໃຊ້ກົດໝາຍ ທີ່ເຂັ້ມງວດໜ້ອຍລົງ ໃນຮອບປີທີ່ຜ່ານມາ ເຖິງວ່າຈະມີບົດລົງໂທດຄັກແນ່ແລ້ວ ຕາມກົດໝາຍອາຍາ ມາດຕາທີ 215 ທີ່ລະບຸເຖິງບົດລົງໂທດ ຕໍ່ຜູ້ທີ່ກະທຳການຄ້າມະນຸດ ແລະ ຄ້າໂສເພນີ ທີ່ສາມາດຕັດສິນລົງໂທດ ໃຫ້ຈຳຄຸກ 15 ປີ ແລະ ປັບໃໝເປັນເງິນ ຕັ້ງແຕ່ 10 ລ້ານ ຫາ 100 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.