ການແຕ່ງດອງແບບແອບແຝງ ເປັນຊ່ອງວ່າງໃຫ້ຄົນກາງ ພາແມ່ຍິງລາວໄປຈີນ

ສຸພັດຕາ
2025.02.13
ການແຕ່ງດອງແບບແອບແຝງ ເປັນຊ່ອງວ່າງໃຫ້ຄົນກາງ ພາແມ່ຍິງລາວໄປຈີນ ນາຍໜ້າແມ່ຍິງລາວ ຖືກສອບສວນ ການຊັກຊວນ ແມ່ຍິງລາວ ຄົນອື່ນ ໄປແຕ່ງດອງ ກັບຜູ້ຊາຍຈີນ. ເດືອນກັນຍາ ປີ 2024
ຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ

ເຈົ້າໜ້າທີ່ ຄະນະກໍາມະການ ຕ້ານການຄ້າມະນຸດ ໃນລາວ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ຍັງມີຄົນຈີນ ເຂົ້າມາຕົວະຍົວະແມ່ຍິງລາວ ໄປຄ້າມະນຸດ ໃນລັກສະນະແຕ່ງດອງຢູ່ເລື້ອຍໆ ເຊິ່ງເຮັດທຸກຢ່າງ ຖືກຕ້ອງຕາມກົດໝາຍ ໂດຍຈະມີນາຍໜ້າຄົນລາວ ເປັນຄົນປະສານງານໃຫ້. ເປົ້າໝາຍສ່ວນໃຫຍ່ ແມ່ນແມ່ຍິງຊົນເຜົ່າ ຍ້ອນວ່າ ແມ່ຍິງກຸ່ມນີ້ ຮູ້ເທົ່າບໍ່ເຖິງການ ແລະຊີວິດຄອບຄົວທຸກຍາກ.

ເຊິ່ງຫຼ້າສຸດ ເມື່ອບໍ່ດົນມານີ້ ທ່ານກໍເຫັນຫຼາຍຄົນ ເຜີຍແຜ່ຂ່າວ ທາງສື່ສັງຄົມອອນລາຍ ວ່າ ມີແມ່ຍິງຊົນເຜົ່າມົ້ງ 2 ຄົນ ຊື່ ເຊ່ຍວື່ື ແລະ ລີວື່ື ເປັນພີ່ນ້ອງກັນ, ບ້ານຢູ່ຂອງທັງ 2 ຄົນ ແມ່ນບ້ານນາວັງໃຄ້ ເມືອງວຽງທອງ ແຂວງບໍລິຄໍາໄຊ, ຖືກຄົນຈີນຕົວະໄປຂາຍ ແຕ່ໜີກັບມາລາວໄດ້ ໂດຍເດີນທາງຜ່ານ ເຂົ້າລາວ ທາງດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ເຊິ່ງທັງສອງຄົນ ບໍ່ມີເງິນຕິດໂຕຈັກກີບ ບໍ່ຮູ້ຈັກເບີໂທລະສັບພໍ່ແມ່ ແລະຍາດພີ່ນ້ອງ. ອີກທັງ ທັງສອງຄົນ ກໍບໍ່ມີໂທລະສັບນໍາດ້ວຍ ຈຶ່ງໄປຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ລົດໄຟລາວ-ຈີນ ຢູ່ສະຖານນີບໍ່ເຕັນ ໃຫ້ໂພສຜ່ານເຟສບຸກ ເພື່ອໃຫ້ຂໍ້ມູນຈະໄດ້ໄປເຖິງພໍ່ແມ່ ແລະຍາດພີ່ນ້ອງ ເຊິ່ງລັກສະນະນີ້ ແມ່ນຖືກຕົວະໄປ ໃນລັກສະນະແຕ່ງດອງແນ່ນອນ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກຸມພາ ນີ້ວ່າ:

“ເຫັນຢູ່ ເຂົາລົງໃນເຟສບຸກ ກະ 2 ຄົນ ເດ້ເນາະ ເຂົາຕົວະໄປເດ້ ສ່ວນຫຼາຍ ກໍມີແຕ່ນາຍໜ້າ ນາຍໜ້າເຂົາມັກມາຕົວະໄປ ນາຍໜ້າຄົນລາວ ຕົວະໄປໃຫ້ຄົນຈີນ ກະຄົນຊົນເຜົ່າແຫຼະ ເປັນເປົ້າໝາຍຂອງເຂົາ ການສຶກສາບໍ່ສູງ ແລ້ວກະ ອີງໃສ່ເສດຖະກິດຄອບຄົວ ບໍ່ມີປານໃດຫັ້ນນ່່າ ກະທຸກຍາກ.”

ທ່ານກ່າວຕື່ມວ່າ ຜ່ານມາ ທາງຄະນະກໍາມະການ ຕ້ານການຄ້າມະນຸດ ໃນລາວ ກໍມີການປະຊາສໍາພັນ ໂຄສະນາ ໃຫ້ບັນດາ ແມ່ຍິງຊົນເຜົ່າ ລະມັດລະວັງໂຕ ໃນເລື່ອງການຖືກຕົວະຍົວະ ໄປໃນລັກສະນະ ແຕ່ງດອງກັບຄົນຈີນ ແຕ່ກໍຍັງມີຄົນຖືກຕົວະໄປ. ສ່ວນໜຶ່ງ ແມ່ນບໍ່ຮູ້ວ່າຄົນຈີນ ເຂົ້າມາຕົວະໃນລັກສະນະນີ້ ແລະສ່ວນໜຶ່ງ ແມ່ນຄວາມທຸກຍາກ ແລະຄິດວ່າ ທຸກຢ່າງເປັນໄປແບບຖືກຕ້ອງ.


ຂ່າວ ກ່ຽວກັນ

ແມ່ຍິງລາວ ຜູ້ຕົກເປັນເຫຍື່ອ ເປີດເຜີຍຂະບວນການ, ລາຍລະອຽດ ກ່ຽວກັບການແຕ່ງດອງ ກັບຜູ້ຊາຍຈີນ

ຕໍາຫຼວດລາວ ຊ່ອຍເຫຍື່ອຄ້າມະນຸດ, ຈັບນາຍໜ້າ ຄາສະໜາມບິນ ວັດໄຕ

ຊາວຈີນ 2 ຄົນ, ແມ່ຍິງລາວ 1 ຄົນ ຖືກຈັບໃນຂໍ້ຫາຄ້າມະນຸດ


ສໍາລັບ ແມ່ຍິງຊົນເຜົ່າ 2 ຄົນນີ້ ແມ່ນໄດ້ຮັບຄວາມຊ່ອຍເຫຼືອ ຈາກພະນັກງານ ລົດໄຟລາວ-ຈີນ ຢູ່ສະຖານີບໍ່ເຕັນແລ້ວ ໂດຍເຈົ້າໜ້າທີ່ ໄດ້ຊື້ປີ້ລົດໄຟ ໃຫ້ເຂົາເຈົ້າໄປນະຄອນຫຼວງວຽງຈັນ ແລະໃຫ້ເງິນເລັກໜ້ອຍຕິດໂຕໄປ ເພື່ອຊື້ກິນ ແລະຈ້າງຄ່າລົດເມ ເມືອບ້ານ ແລະກໍມີຄົນໃຈດີ ຊ່ອຍສົ່ງເຂົາເຈົ້າ 2 ຄົນ ໄປຄິວລົດ ເພື່ອກັບບ້ານແລ້ວ.

ຂະນະທີ່ ຊາວບ້ານ ບ້ານນາວັງໃຄ້ ນາງໜຶ່ງ ກ່າວວ່າ ໄດ້ເຫັນຂ່າວ ຂອງແມ່ຍິງຊົນເຜົ່າມົ້ງ 2 ຄົນນີ້ແລ້ວ. ຫຼ້າສຸດ ໃນວັນທີ 13 ກຸມພາ 2025 ນີ້ ຄາດວ່າ ທັງ 2 ຄົນ ຈະເຖິງບ້ານຢ່າງປອດໄພ. ພໍ່ແມ່ນເຂົາເຈົ້າ ໜ້າຈະນອນຢູ່ໄຮ່ ຢູ່ນາ.

ເບື້ອງຕົ້ນ ທີ່ຮູ້ວ່າ ເມື່ອປະມານ 3-4 ເດືອນກ່ອນ ເຫັນເຂົາເຈົ້າ ແຕ່ງດອງກັບຄົນຈີນ 1 ຄົນ ເຊິ່ງກໍບໍ່ຮູ້ວ່າ ແຕ່ງໄປເທົ່າໃດ. ເມື່ອຄົນຈີນ ພາໄປຈີນ ຄົນນ້ອງກໍຢາກໄປກັບເອື້ອຍ ຈຶ່ງເຮັດເອກກະສານໄປນໍາກັນ ແລະສ່ວນໜຶ່ງ ແມ່ນຄອບຄົວຂອງແມ່ຍິງ ທັງສອງຄົນ ກໍມີຖານະທຸກຍາກ. ພໍ່ແມ່ເຂົາເຈົ້າກໍຍອມໃຫ້ແຕ່ງດອງ ແລະຄິດວ່າ ບໍ່ຖືກຕົວະ ເພາະເຮັດເອກກະສານ ຖືກຕ້ອງໝົດທຸກຢ່າງ:

“ເອີ່ແມ່ນແລ້ວ ເປັນຄົນບ້ານຂ້ອຍ ເມືອງຂ້ອຍນີ້ແຫຼະ ເປັນຄົນຊົນເຜົ່າມົ້ງນີ້ແຫຼະ ເຫັນເຂົາເຈົ້າວ່າ ຈີນນີ້ແຫຼະມາແຕ່ງເອົາ ໄດ້ 3-4 ເດືອນແລ້ວ ສ່ວນຫຼາຍເຂົາເຈົ້າ ກໍ່ຈະຫວັງແຕ່ວ່າ ຄອບຄົວເຂົາເຈົ້າທຸກຍາກ. ຄັນໄດ້ມາແຕ່ງເອົາແບບນີ້ ເຂົາເຈົ້າກໍຄິດວ່າ ບໍ່ຖືກຕົວະຊັ້ນຕິ ມີເອກກະສານຫຍັງຄົບຫັ້ນແຫຼະ ກະແຕ່ງເອົາຜູ້ດຽວ, ເຂົາແລ່ນໄປນໍາກັນ.”

ຂະນະທີ່ ຊາວບ້ານ ບ້ານນາວັງໃຄ້ ນາງໜຶ່ງ ກໍກ່າວວ່າ ເຂດບ້ານນາວັງໃຄ້ນີ້ ກໍມີຄົນຊົນເຜົ່າຫຼາຍຢູ່ ແຕ່ເລື່ອງນີ້ ທ່ານເອງ ກໍບໍ່ຮູ້ເຊັ່ນກັນ ວ່າເກີດເຫດການແນວໃດ ເພາະບໍ່ໄດ້ຢູ່ບ້ານ:

“ແມ່ນ ຢູ່ແຖວເຂດຫັ້ນ ຄົນມົ້ງຫຼາຍ ແມ່ນໄທບ້ານຂ້ອຍ ແຕ່ວ່າບໍ່ຮູ້ ຂ້ອຍບໍ່ໄດ້ຢູ່ບ້ານ.”

ພ້ອມດຽວກັນນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງບໍລິຄໍາໄຊ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ໄດ້ກ່າວວ່າ ທ່ານກໍເຫັນຂ່າວ ທີ່ເຂົາເຈົ້າເຜີຍແຜ່ກັນ ຜ່ານສື່ສັງຄົມອອນລາຍຢູ່ ເຊິ່ງກໍບໍ່ຮູ້ວ່າ ຄວາມຈິງເປັນແນວໃດ, ແຕ່ທີ່ຮູ້ ທາງເຂດເມືອງວຽງທອງ ເປັນເຂດພູດອຍ:

“ສອງຄົນ ອ້າຍເບິ່ງຢູ່ ອ້າຍກະເບິ່ງນໍາເຟສນໍາຫຍັງ ແຕ່ວ່າ ອ້າຍກະບໍ່ແນ່ໃຈຄືກັນ ທາງພຸ້ນ ທາງເມືອງວຽງທອງ ຂ້ອນຂ້າງເປັນເມືອງພູດອຍ ກະຍັງວ່າ ເລື່ອງແບບນີ້ຫັ້ນນ່າ ມັນແມ່ນແທ້ບໍ່.”

ກ່ຽວກັບເລື່ອງນີ້ ທາງວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ ໄປຍັງຄົນທີ່ໃຫ້ການຊ່ອຍເຫຼືອ ແລະເຜີຍແຜ່ຂ່າວ ຂອງແມ່ຍິງຊົນເຜົ່າ ທັງ 2 ຄົນນີ້ ເພື່ອສອບຖາມຂໍ້ມູນເພີ່ມຕື່ີມ ວ່າເປັນແນວໃດ, ແຕ່ບໍ່ສາມາດຕິດຕໍ່ໄດ້ ລວມເຖິງ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າຕໍາຫຼວດ ໃນແຂວງຫຼວງນໍ້າທາ. ທາງຕໍາຫຼວດ ກໍບໍ່ໄດ້ຮັບລາຍງານ ເລື່ອງແມ່ຍິງ 2 ຄົນນີ້ເທື່ອ.

ສໍາລັບການແຕ່ງດອງກັບຄົນຈີນ ເປັນຮູບແບບການຄ້າມະນຸດ ທີ່ກໍາລັງເກີດຂຶ້ນຢ່າງແຜ່ຫຼາຍ ຍ້ອນສ່ວນໃຫຍ່ ແມ່ນການດີ້ນຮົນ ເພື່ອຄວາມຢູ່ລອດ ຖານະຄອບຄົວທຸກຈົນ ເຂົ້າຍາກໝາກແພງ ພໍ່ແມ່ຈຶ່ງຕັດສິນໃຈໃຫ້ລູກສາວ ແຕ່ງດອງກັບຄົນຈີນ. ແຕ່ເມື່ອບາດໄປເປັນເມຍຄົນຈີນ ຢູ່ປະເທດຈີນ, ແຕ່ຄວາມຈິງແລ້ວ ບໍ່ໄດ້ເປັນເມຍ ແຕ່ຖືກທໍາຮ້າຍຮ່າງກາຍ ແລະຂາຍຕໍ່.

ມາຮອດປັດຈຸບັນ, ຍັງມີເດັກນ້ອຍແມ່ຍິງ ແລະແມ່ຍິງລາວ ອາຍຸຕ່ຳກວ່າ 18 ປີ ແລະ ກາຍ 18 ປີ ທີ່ສາມາດລະບຸຕົວຕົນ ໄດ້ປະມານ 18 ຄົນ ທີ່ຍັງຕິດຄ້າງ ຢູ່ປະເທດຈີນ ແລະ ລໍຖ້າການຊ່ອຍເຫຼືອ ຈາກທາງການລາວ ນໍາພາກັບປະເທດລາວ ພາຍຫຼັງ ພວກເຂົາເຈົ້າ ແຕ່ງດອງກັບຜົວຈີນ ແລ້ວຖືກກັກຂັງ, ຖືກບັງຄັບໃຫ້ມີເພດສໍາພັນ ກັບຜົວຄົນຈີນ, ຖືກຍຶດພາສປອດ ແລະ ຖືກທໍາຮ້າຍຮ່າງກາຍ.

ເຖິງຢ່າງໃດກໍຕາມ, ເພື່ອບໍ່ໃຫ້ພົນລະເມືອງລາວ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ທາງການລາວ ກໍໄດ້ລົນນະລົງ ຢ່າງຕໍ່ເນື່ອງວ່າ ແມ່ຍິງລາວ ຜູ້ໃດ ຈະແຕ່ງດອງ ກັບຄົນຕ່າງປະເທດ ຕ້ອງໄດ້ປະກອບເອກກະສານ ໃຫ້ຄົບຖ້ວນ ແລະ ຖືກຕ້ອງກ່ອນ ຕັ້ງແຕ່ຂັ້ນບ້ານ, ຂັ້ນກົງສຸນ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ອີກຫຼາຍພາກສ່ວນ ຕາມດໍາລັດ ເລກທີ 184/ນຍ ລົງວັນທີ 10 ເດືອນມີນາ ປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.