ອ່າງເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າທາ 1 ກາຍເປັນສີຂຽວ ສົ່ງກິ່ນເໝັນ

ໄຊຍາ
2024.06.26
ອ່າງເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າທາ 1 ກາຍເປັນສີຂຽວ ສົ່ງກິ່ນເໝັນ ອ່າງເກັບນໍ້າຂອງໂຄງການ ເຂື່ອນໄຟຟ້ານໍ້າເທີນ 1 ໃນເມືອງນາແລ ແຂວງຫຼວງນໍ້າທາ ກາຍເປັນສີຂຽວເຂັ້ມ. ວັນທີ 22 ມິຖຸນາ 2024.
ຮູບພາບຈາກເພຈ ພຣະດອນຈັນ ກັນດາລາ

ອ່າງເກັບນໍ້າຂອງໂຄງການ ເຂື່ອນໄຟຟ້ານໍ້າເທີນ 1 ໃນເມືອງນາແລ ແຂວງຫຼວງນໍ້າທາ ກາຍເປັນສີຂຽວເຂັ້ມ, ມີກິ່ນເໝັນຈົນເຮັດໃຫ້ເກີດປາຍຕາຍ ຈຳນວນໜຶ່ງ ສ່ວນຊາວບ້ານພື້ນທີ່ເຂດຈັດສັນໃໝ່ ຂອງໂຄງການເຂື່ອນໄຟຟ້ານໍ້າທາ 1 ເປັນກັງວົນ ຈົນບໍ່ກ້າໃຊ້ນໍ້າອຸປະໂພກ-ບໍລິໂພກ ກະທົບຕໍ່ຊີວິດການເປັນຢູ່ຢ່າງໜັກ ນັບແຕ່ເດືອນກຸມພາປິ 2024 ຈົນມາຮອດປະຈຸບັນນີ້.

ດັ່ງຊາວບ້ານ ໃນເຂດບ້ານຈັດສັນໃໝ່ ຂອງໂຄງການເຂື່ອນໄຟຟ້ານໍ້າທາ 1 ຢູ່ເມືອງນາແລ ແຂວງນໍ້າທາກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມິຖຸນາ ນີ້ວ່າ:

“ມັນຖືກກະທົບຄືກັນ ບ້ານຢູ່ໄກ້ກັນນໍ້ານີ້ຫຍຸ້ງຍາກແທ້ໆ ໃຊ້ນໍ້າຫ້ວຍຮ່ອງນໍ້າຫ້ວຍນໍ້າ ຮ່ອງກາຂຸ່ນອີກປາຕາຍ. ໂອ້..ປານ່າແມ່ນແຫຼະບໍ່ຮູ້ສາເຫດ ຄົນເຮົາບໍ່ເປັນຫຍັງໄປຫາປາກິນປາຕາຍຫັ້ນເນາະ ຢ້ານເປັນພະຍາດເພື່ອມັນຊິມີເນາະ.”

ຊາວບ້ານກ່າວອີກວ່າ ນັບແຕ່ອ່າງເກັບນໍ້າຂອງ ໂຄງການເຂື່ອນໄຟຟ້ານໍ້າທາ 1 ໃນເຂດເມືອງນາແລ ແຂວງຫຼວງນໍ້າທາ ກາຍເປັນສີຂຽວເຂັ້ມ, ມີກິ່ນເໝັນຈົນເຮັດໃຫ້ເກີດປາຕາຍ ຈຳນວນໜຶ່ງ ໂດຍບໍ່ຮູ້ສາເຫດກໍ່ບໍ່ເຫັນມີພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ-ກວດກາ ແລະ ຊີ້ແຈງສາເຫດໃຫ້ກັບຊາວບ້ານໃຫ້ຮັບຮູ້ນໍາ.

ຊາວບ້ານໃນເຂດບ້ານຈັດສັນໃໝ່ ໂຄງການເຂື່ອນໄຟຟ້ານໍ້າທາ 1 ເມືອງນາແລ ອີກທ່ານ ກ່າວໃນມື້ດຽວກັນວ່າ ຕັ້ງແຕ່ເດືອນກຸມພາເປັນຕົ້ນມາ ຈົນຮອດປະຈຸບັນສະພາບນໍ້າໃນອ່າງເກັບນໍ້າຂອງ ໂຄງການເຂື່ອນໄຟຟ້ານໍ້າທາ 1 ໄດ້ກາຍເປັນສີຂຽວເຂັ້ມຄ້າຍໆ ກັບມີສານເຄມີປົນເປື້ອນ ພ້ອມກັບມີກິ່ນເໝັນແຕ່ຊາວບ້ານກາບໍ່ຮູ້ສາເຫດແທ້ຈິງ ຈຶ່ງພາກັນຫ້າມໃຊ້ນໍ້າໃນການອຸປະໂພກ-ບໍລິໂພກ.

“ເປັນສີຂຽວແລ້ວຂຶ້ນພູຢູ່ໜ້ານໍ້າ ລະບໍ່ເຂົ້າໃຈເລີຍ ຈັກມັນເປັນແນວໃດເອົາມືອີ່ຫຍັງຈຸ່ມ ນີ້ຕິດມີຂຶ້ນຂຽວໝົດນ່າ ເຂດເຮົານີ້ໂອ. ນໍ້ານີ້ເປື້ອນແທ້ໆ ນໍ້ານີ້ປາກາຍທຳມະດາຈັກມັນຕາຍແນວໃດ ກາບໍ່ເຂົ້າໃຈບໍ່ຮູ້ນໍາປານີ້ບໍ່ໄດ້ໃຊ້ເລິີຍ ຍັງບໍ່ອາບນໍ້ານ່າມັນເປື້ອນໂພດ ລະໄມ້ຢູ່ຕາມແຄມນໍ້າບ່ອນນໍ້າຮອດ ມັນກາຕາຍໂລດ.”

ຊາວບ້ານອີກທ່ານ ໃນເຂດບ້ານຈັດສັນໃໝ່ ຂອງໂຄງການເຂື່ອນໄຟຟ້ານໍ້າທາ 1 ເມືອງນາແລກ່າວໃນມື້ດຽວກັນວ່າ ຕອນນີ້ຊາວບ້ານໄດ້ຮັບຜົນກະທົບ ຈາກບັນຫານໍ້າເປື້ອນເກືອບ 100% ໂດຍບໍ່ມີພາກສ່ວນກ່ຽວຂ້ອງລົງພື້ນທີ່ ຕິດຕາມ-ກວດກາເພື່ອຫາສາເຫດທີ່ແທ້ຈິງ. ນັບແຕ່ຊາວບ້ານເມືອງນາແລ ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານໍ້າທາ 1 ແລະ ຖືກຍົກຍ້າຍ ມາຢູ່ເຂດບ້ານຈັດສັນໃໝ່ ບໍລິເວນອ່າງເກັບນໍ້າຂອງໂຄງການ ມີແຕ່ບັນຫາເກີດຂຶ້ນທັງເລື່ອງນໍ້າບໍ່ພຽງພໍ, ທີ່ດິນທຳການປູກຝັງ, ບ້ານຈັດສັນບໍ່ເປັນຕາຢູ່ເຮັດໃຫ້ຊາວບ້ານ ຍ້າຍອອກໄປຢູ່ເຂດອື່ນ.

“ຢູ່ທ້ອງຖິ່ນເຮົານີ້ອາໄສຕິດພັນ ກັບທໍາມະຊາດເດ້ບັນຫາເກືອບ 100% ໄດ້ເຂດຈັດສັນນີ້ ທາງເມືອງກາລົງມາກວດເທື່ອໜຶ່ງ ແລ້ວນ່າກາຍັບຍ້າຍມາ ແລ້ວກາມີຫຼາຍບັນຫາເນາະ ບາງຄົນກາໄດ້ຂາຍເຮືອນຊານໜີຫັ້ນນ່າ.”

ກ່ຽວກັບເລື່ອງເຈົ້າໜ້າທີ່ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າໄດ້ຮັບຊາບ ຈາກຊາວບ້ານໃນພື້ນທີ່ບ້ານຈັດສັນ ຂອງໂຄງການເຂື່ອນໄຟຟ້ານໍ້າທາ 1 ແລ້ວວ່າ ໃນອ່າງເກັບນໍ້າຕາມສາຍນໍ້າທາ ກາຍເປັນສີຂຽວເຂັ້ມ ມີກິ່ນເໝັນ ແລະ ມີປາຕາຍ ແຕ່ກາບໍ່ໄດ້ໄປຕິດຕາມ-ກວດກາ ຈຶ່ງບໍ່ຮູ້ສາເຫດເກີດຂຶ້ນ.

“ກາບໍ່ຮູ້ຄືກັນສາເຫດທີ່ວ່າເກີດຂຶ້ນ ຖືວ່າມີນໍ້າເປື້ອນມັນເປັນຄືນໍ້າສີນີ້ນ່າ ລອຍຢູ່ໜ້ານໍ້າຫັ້ນນ່າ ຍັງບໍ່ຮູ່ວ່າມັນນໍ້າເສຍຈາກອັນນ່າ ພືດພັນໄມ້ທີ່ວ່າມັນໄດ້ຈົມຢູ່ໃຕ້ນໍ້າ ຂຶ້ນມາບໍ່ຫຼືວ່າແມ່ນເຂົາປ່ອຍສານເຄມີບໍ່ ຈາກໂຮງງານບໍ່ຫັ້ນນ່າ ນໍ້າຫັ້ນມັນຄັນເນາະ ປະຊາຊົນໃຊ້ບໍ່ໄດ້ຖືວ່າ ລົງອາບນໍ້າບໍ່ໄດ້ມັນເປັນຕຸ່ມຫັ້ນນ່າ ຍັງປະສົບເຫັນຢູ່.

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ເບື້ອງຕົ້ນເຈົ້າໜ້າທີ່ສັນນິຖານ ເກີດຈາກສອງບັນຫາຕົ້ນຕໍ ເຊັ່ນເກີດຈາກນໍ້າເນົ່າເປື່ອຍ ຂອງຕົ້ນໄມ້ເປັນຈຳນວນຫຼາຍພາຍໃນອ່າງ ເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າທາ 1 ແລະ ເກີດການປ່ອຍນໍ້າເສຍ ຂອງໂຮງງານຜະລິດເຈັ້ຍ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ. ຕໍ່ກໍລະນີການປ່ອຍນໍ້າເສຍ ຂອງໂຮງງານເຈັ້ຍ ທາງເຈົ້າໜ້າທີ່ກໍ່ໄດ້ລົງຕິດຕາມ ກວດກາແລ້ວ ບໍ່ພົບນໍ້າເປື້ອນໃນປະລິມານຫຼາຍ ຈົນເຮັດໃຫ້ອ່າງເກັບນໍ້າ ກາຍເປັນສີຂຽວເຂັ້ມ. ພ້ອມນີ້ ພະແນກຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ແຂວງກໍ່ໄດ້ສັ່ງຫ້າມຊາວບ້ານ ບໍ່ໃຫ້ໃຊ້ນໍ້າໃນອ່າງ, ຫ້າມຫາປາ ໃນເຂດເມືອງນາແລຈົນກ່ວາ ນໍ້າໃນອ່າງຈະກັບມາເປັນປົກກະຕິ.

ຕໍ່ກັບບັນຫາທີ່ເກີດຂຶ້ນ ນັກຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງບໍລິສັດຜູ້ລົງທຶນ ພັດທະນາເຂື່ອນໄຟຟ້ານໍ້າທາ 1 ແຕ່ບໍ່ສາມາດຕິດຕໍ່ໄດ້. ປະຈຸບັນມີຊາວບ້ານໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານໍ້າທາ 1 ຈຳນວນ 37 ບ້ານ, 1,707 ຄອບຄົວ ລວມ 10 ພັນປາຍຄົນ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍຊາວບ້ານທັງໝົດ ຖືກຍົກຍ້າຍອອກມາຢູ່ບ້ານຈັດສັນໃໝ່ ທັງໝົດ 11 ຈຸດ ແຕ່ລະຈຸດສ້າງຢູ່ເທິງພູ ກະຈາຍກັນຢູ່ຕາມອ່າງເກັບນໍ້າ ຂອງໂຄງການ ແລະແລວແມ່ນໍ້າທາ.

ໂຄງການເຂື່ອນໄຟຟ້ານໍ້າທາ 1 ມີກໍາລັງຕິດຕັ້ງ 186 ເມກາວັດ ມູນຄ່າການລົງທຶນ 450 ລ້ານໂດລ້າສະຫະລັດ ຕັ້ງຢູ່ລະຫວ່າງແຂວງບໍ່ແກ້ວ ກັບ ແຂວງຫຼວງນໍ້າທາເລີ່ມກໍ່ສ້າງ ໃນປີ 2014 ແລະ ສ້າງສໍາເລັດໃນປີ 2018 ໂດຍບໍລິສັດ China Southern Power Grid ປະເທດຈີນ ເປັນເຈົ້າຂອງໂຄງການແລະມີລັດວິສາຫະກິດ ໄຟຟ້າລາວຖືຮຸ້ນ 20%.  ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ຖືກດຳເນີນການຂຶ້ນມາພາຍໃຕ້ກອບຄວາມຮ່ວມມື ໜຶ່ງແລວທາງໜຶ່ງເສັ້ນທາງ ເພື່ອສະໜອງໄຟຟ້າ ໃຫ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ແລະ ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາໂດຍມີໄລຍະເວລາ ສຳປະທານ 28 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.