ເຣື້ອງທີ່ເກັບບັນທຶກໄວ້
2022-03-28
ເງີນກີບອ່ອນຄ່າ ເຮັດໃຫ້ ຜູ້ຄ້າຂາຍ ຈຳເປັນຕ້ອງໄດ້ປັບ ລາຄາຂາຍຂຶ້ນ ຕາມອັດຕຣາ ແລກປ່ຽນໂດຍສະເພາະເງິນກີບ ເປັນເງິນບາດ ສົ່ງຜົລກະທົບ ຕໍ່ຜູ້ປະກອບການ ຮ້ານອາຫານ ທີ່ສ່ວນໃຫຍ່ ນໍາເຂົ້າວັດຖຸດິບ ແລະສິນຄ້າມາຈາກ ປະເທດໄທຍ.
2022-03-28
ຣົຖໄຟລາວ-ຈີນໂຈະຖ້ຽວ C84/3 ຕອນແລງ 4 ມື້ ແຕ່ 28-31 ມິນານີ້ ລະຫວ່າງນະຄອນຫລວງວຽງຈັນ-ຫລວງພຣະບາງ ຍ້ອນບໍ່ມີຄົນງານພຽງພໍ, ຕ້ອງໄດ້ຜັດປ່ຽນກັນເຮັດວຽກ, ຍ້ອນໂຄວິດ-19 ຣະບາດແຮງ ຄົນງານທີ່ກັບຄືນມາຈາກບ້ານ ຈຶ່ງຕ້ອງໄດ້ຖືກກັກໂຕ ຕາມລະບຽບການ.
2022-03-28
ແຈ້ງການປ່ອຍນໍ້າ ລົງທ້າຍເຂື່ອນ ເຊປຽນ-ເຊນ້ຳນ້ອຍ ຢ່າງກະທັນຫັນ ໃນວັນທີ 25 ມີນາ 2022 ທີ່ຜ່ານມາ ເຮັດໃຫ້ຊາວບ້ານ ແຕກຕື່ນຕົກໃຈ ເກັບມ້ຽນເຄື່ອງຂອງ ໄປໄວ້ບ່ອນສູງ ເພາະຢ້ານວ່າ ຈະເກີດເຫດການ ເຂື່ອນແຕກຊໍ້າຮອຍ ເມື່ອປີ 2018 ອີກຄັ້ງ.
2022-03-28
ບັນຫາຫຍຸ້ງຍາກ ພາຍໃນປະເທດ ສົມທົບເຂົ້າກັບ ຄວາມຂັດແຍ້ງ ລະຫວ່າງ ຝ່າຍບໍຣິຫານ ແລະ ພຼະຣາຊວັງ ເຮັດໃຫ້ ຣັຖບານ ຜຸຍ ຊນະນິກອນ ຕ້ອງລາອອກຈາກ ຕໍາແໜ່ງ.
2022-03-27
ສະຫະຣັຖອາເມຣິກາ ຖແລງການວ່າ ທະຫານພະມ້າຂ້າລ້າງເຜົ່າພັນ ຊາວໂຣຮິງຢາ ຢູ່ຣັຖຣາຂ່າຍ ແລະ ບັນຫາດັ່ງກ່າວ ໄດ້ນຳຂຶ້ນສານອາຍາສາກົນ.
2022-03-27
ສານປະຊາຊົນ ໄດ້ອອກມາຖແລງ ຢືນຢັນ ການຕັດສິນປະຫານ ທ້າວ ສີສຸກ ດາວເຮືອງ, ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຖືກຈັບ ໃນປະເທດລາວ ແລະ ແລະ ໃຊ້ເວລາ ໃນການດຳເນີນຄະດີ ເກືອບ 5 ປີ ຈຶ່ງສຳເຣັດ.
2022-03-26
ຊາວບ້ານຫົວຊ້າງຕໍ່ລອງ ຄ່າຊົດເຊີຍ ທີ່ດິນ, ຄອບຄົວ ຂອງຜູ່ທີ່ເສັຽຊີວິດ ຍື່ນໜັງສື ຮ້ອງທຸກ ພາຍຫຼັງ ອອກລູກ ຢູ່ໂຮງໝໍ, ມີຄໍາຮຽກຮ້ອງ ໃຫ້ເລັ່ງປັບປຸງ ເສັ້ນທາງກາສີ-ເມືອງນານ ໃຫ້ປອດພັຍຂຶ້ນ.
2022-03-26
ການສລອງວັນກອງທັບ ແຫ່ງພຣະຣາຊອານາຈັກລາວ 23 ມີນາຄົບ ຮອບ 72 ປີ ຊຶ່ງສະມາຄົມນັກຣົບເກົ່າແລະຜູ້ປະສົບພັຍສົງຄາມໃນຂົງເຂດກຸງ ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາໄດ້ຈັດຂຶ້ນ ເຖິງບໍ່ໃຫຍ່ແຕ່ກໍມີຄວາມໝາຍ.
2022-03-25
ທາຣົກຍິງ-ຊາຍ ອາຍຸ ນັບແຕ່ 0-23 ເດືອນ ແລະ ແມ່ຍິງ ໃນ 44 ບ້ານເປົ້າໝາຍ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ໄດ້ຮັບການຊ່ວຍເຫຼືອ ຈາກສາກົລ ທາງດ້ານບໍຣິຫານສຸຂພາບ, ໂພຊະນາການ, ນໍ້າສະອາດ ແລະ ສຸຂອະນາມັຍ ຫລັງຈາກ ຮ້ອງຂໍມາເຫິງນານ.
2022-03-25
ຕໍາຣວດ ນະຄອນຫລວງວຽງຈັນ ແກ້ໄຂບັນຫາ ການຄ້າປະເວນີ ແລະສຶກສາອົບຮົມ ແມ່ຍິງທີ່ຂາຍ ບໍຣິການທາງເພດ 112 ຄົນ, ໃນນັ້ນ ໄດ້ສຶກສາອົບຮົມ 18 ຮ້ານ ແລະ ມີຮ້ານທີ່ຖືກ ດໍາເນີນຄະດີ 4 ຮ້ານ.
2022-03-25
ຊາວບ້ານ ທີ່ຢູ່ແຄມທາງ ຣົຖໄຟລາວ-ຈີນ ໃຊ້ວິທີຂ້າມ ຮົ້ວກັັ້ນທາງຣົຖໄຟ ເພື່ອໄປໄຮ່, ໄປນາ ເຖິງແມ່ນວ່າ ທາງການລາວຈະຫ້າມ ບໍ່ໃຫ້ຂ້າມ ແລະ ໃຫ້ຂ້າມຂົວ ຫຼື ລອດອຸໂມງແທນ ແຕ່ກໍຍັງມີຊາວບ້ານ ຈໍານວນນຶ່ງ ບໍ່ເອົາໃຈໃສ່ ຍ້ອນວ່າ ເປັນເສັ້ນທາງລັດ ທີ່ເຂົາເຈົ້າ ເຄີຍໃຊ້ຜ່ານມາ ດົນນານແລ້ວ.
2022-03-25
ທາງການລາວ ປະກາດບໍ່ໃຫ້ມີ ການສລອງປີໃໝ່ລາວ ເຕັມຮູບແບບ ເປັນຕົ້ນວ່າ ການແຫ່ນາງສັງຂານ, ແຕ່ປະຊາຊົນ ຍັງສາມາດຈັດພິທີ ທາງສາສນາ ແລະ ຈັດພິທີ ຕາມຮີດຄອງ ເພື່ອປ້ອງກັນ ການຕິດເຊື້ອໂຄວິດ-19 ທີ່ກຳລັງຣະບາດ ຢ່າງໜັກໃນປັດຈຸບັນ.
2022-03-25
ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົຖໄຟ ລາວ-ຈີນ ຢູ່ເມືອງຫລວງນໍ້າ ຕຣຽມຍ້າຍເຂົ້າໄປຢູ່ບ້ານຈັດສັນແລ້ວ ຂະນະທີ່ ຊາວນະຄອນຫລວງວຽງຈັນ ບາງຄອບໄດ້ຮັບ ຄ່າຊົດເຊີຍໝົດແລ້ວ ແລະ ຍັງອີກຈຳນວນນຶ່ງ ຍັງບໍ່ທັນໄດ້ ຊຶ່ງກໍ່ມີຄວາມກັງວົງວ່າ ຈະແກ່ຍາວຕໍ່ໄປອີກ.
2022-03-24
ພາວະເງິນກີບ ອ່ອນຄ່າລົງຢ່າງຮຸນແຮງ ໃນຮອບ 2 ສັປດາ ທີ່ຜ່ານມາ ກະທົບຕໍ່ຜູ້ຄ້າຂາຍ ແລະ ຜູ້ປະກອບການຢ່າງໜັກ ເພາະຕ້ອງອາສັຍເງິນຕຣາຕ່າງປະເທດ ໃນການດຳເນີນທຸຣະກິຈ ຈົນຕ້ອງປັບລາຄາສິນຄ້າຫຼາຍຢ່າງຂຶ້ນ ເປັນເງົາຕາມໂຕ.
2022-03-24
ທາງການລາວ ອອກແຈ້ງການໃນມື້ວັນທີ 23 ມິນານີ້ໃຫ້ໂຈະ ການຮຽນ-ການສອນ ໃນໂຮງຮຽນ ແຕ່ການສຶກສາ ກ່ອນໄວຮຽນໄປເຖິງ ຊັ້ນປະຖົມປີທີ 4 ຈົນກວ່າການຣະບາດ ຂອງໂຄວິດ-19 ຈະເບົາບາງລົງ.