ສານ ຢືນຢັນ ການຕັດສິນ ປະຫານຊີວິດ ສີສຸກ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.03.27
ສານ ຢືນຢັນ ການຕັດສິນ ປະຫານຊີວິດ ສີສຸກ ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງສົງໃສ ຄ້າຢາເສບຕິດ ຖືກຕໍາຣວດ ຈັບໄດ້ ທີ່ແຂວງຫຼວງພຣະບາງ, ວັນທີ 31 ມິນາ 2017.
ນັກ​ຂ່າວ ພົ​ລ​ເມືອງ

ຣາຍ​ການ “ມາ​ຟັງ​ນຳ​ກັນ” ສັ​ປ​ດາ​ນີ້ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ຈະ​ນຳ​ເອົາ ການ​ປະ​ຫານ​ຊີ​ວິດ ພໍ່​ຄ້າ​ຢາ​ເສບ​ຕິດ ຣາຍ​ໃຫ​ຍ່, ທ້າວ​ສີ​ສຸກ ດາວ​ເຮືອງ, ຊຶ່ງສານປະຊາຊົນ ໄດ້ອອກມາຖແລງ ຢືນ​ຢັນ ການຕັດສິດັ່ງ​ກ່າວປະຫານ ທ້າວ ສີສຸກ ດາວເຮືອງ, ພາຍ​ຫຼັງ ທີ່ຖືກຈັບ ໃນປະເທດລາວ ແລະ ໃຊ້​ເວ​ລາ ໃນ​ການດຳເນີນຄະດີ ເກືອບ 5 ປີ ຈຶ່ງສຳເຣັດ. ຈັດ​ມາ​ເສ​ນີ​ທ່ານ ໂດຍ ໄມ​ໂຊ​ລີ ແລະ ໄຊ​ຍາ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ, ຂໍຕ້ອນຮັບເຂົ້າມາສູ່ ຣາຍການ ມາຟັງນຳກັນ ທຸກສັປດາພວກເຮົາ ໄດ້ນຳເອົາ ປະເດັນ ທີ່ສັງຄົມ ໃຫ້ຄວາມສົນໃຈ ມາຣາຍງານ. ສຳລັບ ຫົວຂໍ້ ໃນມື້ນີ້ ແມ່ນ ສານປະຊາຊົນ ອອກມາຖແລງຢືນ​ຢັນ ຕັດສິນ ປະຫານຊີວິດ ສີສຸກ ດາວເຮືອງ.

ສັປດາກ່ອນ ພວກເຮົາ ສເນີໄປແລ້ວວ່າ ສີສຸກ ຖືກສານຕັດສິນ ປະຫານຊີວິດ ແຕ່ມື້ນີ້ ພວກເຮົາ ກໍຈະເອົາຄຳຖແລງ ຂອງານປະຊາຊົນສູງສຸດ ທີ່ໄດ້ຕັດສິນຄະດີ ທ້າວ ສີສຸກ ດາວເຮືອງ ມາສເນີ ເພື່ອເປັນການຢັ້ງຢືນວ່າ ສານໄດ້ລົງໂທດ ປະຫານຊີວິດ ໄປແລ້ວ. ໂດຍເນື້ອໃນ ດັ່ງກ່າວ ສ່ວນນຶ່ງ ພວກເຮົາໄດ້ສອບຖາມ ເຈົ້າໜ້າທີ່ ແລະ ອີກສ່ວນນຶ່ງ ແມ່ນພວກເຮົາ ໄດ້ຈາກບົດຖແລງ ທີ່ສື່ມວນຊົນ ຫລາຍພາກສ່ວນ ເອົາມາໂພສ ໃນສື່ສັງຄົມອອນລາຍນ໌. ເຣື່ອງນີ້ ທ່ານມີຄວາມຄິດເຫັນ ແນວໃດ ຊ່ອຍສົ່ງຄຳເຫັນ ຂອງທ່ານ ລົງຊ່ອງຄອມເມັ້ນ ຂອງເຟສບຸກຄ໌ ທີ່ພວກເຮົາ ກຳລັງອອກຣາຍການ ຢູ່ໃນຂະນະນີ້ ຫລືວ່າ ທ່ານໃດ ທີ່ຕ້ອງການ ເຂົ້າຮ່ວມ ໃນຣາຍການ ດ້ວຍຮູບແບບ ການສັມພາດ ກະຣຸນາ ສົ່ງເບີໂທຣະສັບ ລົງຊ່ອງຄອມເມັ້ນໄດ້ ພວກເຮົາ ຈະຕິດຕໍ່ຫາ. ສຳລັບມື້ນີ້ ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ກັບມາພົບກັບ ພວກເຮົາ ພ້ອມດ້ວຍຂ່າວ ທີ່ທ່ານ ໃຫ້ຄວາມສົນໃຈ. ສັປດານີ້ ມາເກາະຕິດ ຄະດີ ຂອງ ທ້າວ ສີສຸກ ດາວເຮືອງ ໂດຍສານປະຊາຊົນ ໄດ້ຖແລງ ຢືນ​ຢັນວ່າ ໄດ້ຕັດສີນ ປະຫານຊີວິດແລ້ວ. ເພາະວ່າ ກ່ອນໜ້ານີ້ ທີ່ພວກເຮົາ ສເນີ ໃນຣາຍການ ຫລາຍທ່ານ ສະແດງຄຳເຫັນ ເຂົ້າມາວ່າ ຍັງສົງໃສວ່າ ມັນເປັນຄວາມຈິງບໍ່ ເພາະລະດັບ ສີສຸກ ດາວເຮືອງ ຖືວ່າ ເປັນຄົນທີ່ອິດທິພົນຫລາຍ ຊຶ່ງເຣື່ອງການຕັດສິນ ປະຫານຊີ​ວິດ ກໍບໍ່ມີ ພາກສ່ວນໃດ ອອກມາຖແລງຢືນຢັນ ຢ່າງເປັນທາງການ. ແຕ່ແນວໃດ ກໍຂໍຂອບໃຈ ກັບພາກສ່ວນ ທີ່ກ່ຽວຂ້ອງ ທີ່ໄດ້ສົ່ງເອກະສານ ໃຫ້ພວກເຮົາ ໄດ້ນຳສເນີ ໃຫ້ສັງຄົມ ໄດ້ຮັບຊາບ ຢ່າງລະອຽດວ່າ ສານປະຊາຊົນ ໄດ້ຕັດສີນປະຫານຊີວິດ ໄປແລ້ວ ເມື່ອວັນທີ 03 ມີນາ 2022.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.