ຕຣຽມພ້ອມມອບ-ຮັບ ບ້ານຈັດສັນນາເຕີຍ ໃຫ້ຊາວບ້ານ
2022.03.25

ຊາວບ້ານຫລາຍຄອບຄົວຢູ່ເຂດບ້ານບໍ່ປຽດ, ບ້ານຕີນຕົກ, ບ້ານບໍ່ເຕັນ ແລະ ບ້ານນາເຕີຍ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ກຳລັງຕຣຽມຍ້າຍເຂົ້າໄປຢູ່ບ້ານຈັດສັນ ເຂດບ້ານນາເຕີຍທີ່ມີຈຳນວນ 159 ຫລັງ ພາຍໃນທ້າຍເດືອນມີນານີ້, ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງຫລວງນໍ້າທາ ກຳລັງກວດກາຄືນຄວາມພ້ອມ ພາຍໃນບ້ານຈັດສັນດ່ັງກ່າວ ແລະຈະກຳນົດມື້ພິທີ ມອບ-ຮັບ ບ້ານຈັດສັນໃຫ້ແກ່ຊາວບ້ານ ໃນອີກບໍ່ດົນນີ້.
ດັ່ງຊາວບ້ານນາງນຶ່ງ ທີ່ຈະໄດ້ເຂົ້າໄປຢູ່ບ້ານຈັດສັນ ເຂດບ້ານນາເຕີຍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 24 ມີນານີ້ວ່າ:
ມື້ນີ້ພວກຄະນະທີ່ວ່າຮັບຜິດຊອບ ເຂົາກຳລັງເຂົ້າໄປກວດຄວາມພ້ອມ ວ່າຈະມອບເຮືອນຫັ້ນແຫລະ ເຂົາເຈົ້າບອກວ່າສິ້ນເດືອນນີ້ ມີແຕ່ລໍຖ້າແຕ່ທາງ ພັກ-ຣັຖ ເພິ່ນຊິມອບໃຫ້ມື້ໃດວ່າຊັ້ນ.
ຍານາງໄດ້ກ່າວຕື່ມວ່າ ສຳລັບລາວເອັງກໍຮູ້ສຶກດີໃຈທີ່ຈະຍ້າຍເຂົ້າ ໄປຢູ່ບ້ານຈັດສັນດັ່ງກ່າວ ຍ້ອນເຮືອນເກົ່າຂອງຄອບຄົວ ກໍໄດ້ມ້າງຖີ້ມໄປແລ້ວປະມານ 2 ປີ, ໃນໄລຍະທີ່ມີການກໍ່ສ້າງ ທາງຣົຖໄຟ ລາວ-ຈີນຜ່ານເຂດບ້ານ, ແຕ່ເຖິງຢ່າງໃດກໍຕາມ ກໍມີຊາວບ້ານຫລາຍຄົນ ທີ່ໄດ້ຮັບເຮືອນໃໝ່ໃນບ້ານຈັດສັນດັ່ງກ່າວ ກໍໄດ້ມີການຊື້-ຂາຍສິດເຂົ້າໄປຢູ່ເຮືອນ ໃນບ້ານຈັດສັນນັ້ນໃຫ້ແກ່ຜູ້ອື່ນລ່ວງໜ້າ ເນື່ອງຈາກພວກເຂົາເຈົ້າຢາກໄດ້ເງິນຫລາຍກວ່າບ້ານຈັດສັນ.
ໃນຂະນະດຽວກັນ ຊາວບ້ານທີ່ຢູ່ໃກ້ກັບບ້ານຈັດສັນ ເຂດບ້ານນາເຕີຍກ່າວວ່າ ລາວເອັງກໍມີໝູ່ ແລະຍາດພີ່ນ້ອງຈຳນວນນຶ່ງ ທີ່ຕຣຽມຍ້າຍໄປຢູ່ບ້ານຈັດສັນດັ່ງກ່າວນັ້ນ ແຕ່ກໍຍັງບໍ່ຮູ້ຄັກແນ່ເທື່ອວ່າຈະໄດ້ຍ້າຍເຂົ້າໄປຢູ່ ໃນມື້ໃດເຄີຍໄດ້ຍິນແຕ່ເຈົ້າໜ້າທີ່ ບອກວ່າພາຍໃນທ້າຍເດືອນມີນານີ້ສື່ໆ.
ດັ່ງທ່ານກ່າວວ່າ:
“ເຂົາເຈົ້າບໍ່ທັນຍ້າຍເທື່ອເດ້ ໄດ້ຍິນເພິ່ນວ່າສິຍ້າຍ 70 ຄອບຄົວກ່ອນວ່າຊັ້ນໃກ້ໆ ແລ້ວເດືອນ 3 ຊິໝົດແລ້ວຄືວ່າບໍ່ໄດ້ຍ້າຍເທື່ອ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຄະນະກັມມະການ ທີ່ຮັບຜິດຊອບກ່ຽວກັບການ ມອບ-ຮັບ ບ້ານຈັດສັນໃຫ້ແກ່ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ແຂວງຫລວງນໍ້າທາ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ທ່ານກໍຍັງບໍ່ສະດວກໃຫ້ສັມພາດເທື່ອ, ແຕ່ໃນຂະນະທີ່ເຈົ້າໜ້າທີ່ ຫ້ອງການປົກຄອງແຂວງຫລວງນໍ້າທາ ກ່າວວ່າມາຮອດປັດຈຸບັນ ຍັງບໍ່ທັນມີແຈ້ງການເທື່ອວ່າຈະກຳນົດມື້ ມອບ-ຮັບ ບ້ານຈັດສັນດັ່ງກ່າວນັ້ນໃນມື້ໃດແທ້ ແຕ່ຄາດວ່າໜ້າຈະມີການປະກາດອອກມາໃນໄວໆ ນີ້.
“ໂອຍັງ ບໍ່ທັນມີຂໍ້ມູນເທື່ອນ່າ ເພາະວ່າອັນນັ້ນ ແມ່ນຮອງເຈົ້າແຂວງ ຮັບຜິດຊອບເນາະ ປະສານງານຂະເຈົ້າເລີຍດີບໍ່.”
ສຳລັບຊາວບ້ານຢູ່ບ້ານນາເຕີຍ, ບ້ານບໍ່ເຕັນ ບ້ານບໍ່ປຽດ ແລະ ບ້ານຕີນຕົກຈະໄດ້ເຂົ້າໄປຢູ່ບ້ານຈັດສັນ ເຂດບ້ານນາເຕີຍຈຳນວນ 159 ຫລັງ, ຊຶ່ງຜູ້ທີ່ຈະໄດ້ຍ້າຍເຂົ້າໄປຢູ່ບ້ານຈັດສັນດັ່ງກ່າວ ແມ່ນຜູ້ທີ່ເສັຽເຮືອນ ແລະສິ່ງປຸກສ້າງໃຫ້ແກ່ໂຄງການກໍ່ສ້າງ ທາງຣົຖໄຟໂດຍບໍ່ໄດ້ຄ່າຊົດເຊີຍເປັນເງິນ, ຊຶ່ງເຮືອນໃນບ້ານຈັດສັນຈຳນວນ 159 ຫລັງນັ້ນແບ່ງອອກເປັນເຮືອນໃຫຍ່ ຈຳນວນ 76 ຫລັງ, ເຮືອນກາງຈຳນວນ 45 ຫລັງ ແລະ ເຮືອນນ້ອຍຈຳນວນ 38 ຫລັງ ໂດຍໃຊ້ມູນຄ່າການກໍ່ສ້າງປະມານ 164 ຕື້ກີບ ເປັນທຶນຊ່ອຍເຫລືອລ້າຈາກຣັຖບານຈີນ.
ໃນຂະນະທີ່ການຊົດເຊີຍ ແກ່ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ນະຄອນຫລວງວຽງຈັນ ກໍມີຄວາມຄືບໜ້າພໍສົມຄວນເຊັ່ນດຽວກັນ ຫລ້າສຸດເມື່ອປະມານວັນທີ 14 ເດືອນມີນານີ້ຊາວບ້ານຈຳນວນນຶ່ງຢູ່ ເມືອງ ໄຊເສດຖາ ທີ່ເສັຽທີ່ດິນໃຫ້ແກ່ໂຄງການດັ່ງກ່າວ ກໍໄດ້ຮັບເງິນຄ່າຊົດເຊີຍຜ່ານການໂອນ ເຂົ້າບັນຊີທະນາຄານໂດຍກົງ.
ດັ່ງຊາວບ້ານນາງນຶ່ງກ່າວວ່າ:
“ໄດ້ 10 ປາຍມື້ນີ້ແຫລະ ໄດ້ໝົດແລ້ວ ເອື້ອຍຖອນເງິນຜ່ານທະນາຄານມາໄວ້ໝົດແລ້ວ ເອົາເງິນສົດມາໄວ້ໝົດແລ້ວ ໄດ້ເຕັມຈຳນວນແລ້ວ ສະບາຍໃຈໄດ້ຮັບເງິນແລ້ວ.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການປົກຄອງ ເມືອງໄຊເສດຖາ ແລະຄະນະກັມການໄກ່ເກັ່ຽ ສິ່ງກີດຂວາງໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ນະຄອນຫລວງວຽງຈັນ ເພື່ອສອບຖາມຂໍ້ມູນເພີ່ມຕື່ມກ່ຽວກັບເຣື່ອງນີ້ ແຕ່ເຈົ້າໜ້າທີ່ບໍ່ສາມາດໃຫ້ຂໍ້ມູນໄດ້.
ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຊາວບ້ານອີກຫລາຍຄອບຄົວ ຢູ່ນະຄອນຫລວງວຽງຈັນ ທີ່ຍັງລໍຖ້າເງິນຄ່າຊົດເຊີຍຈາກໂຄງການ ກໍ່ສ້າງດັ່ງກ່າວຢູ່ ຊຶ່ງພາກສ່ວນທີ່ກ່ຽວຂ້ອງກໍພະຍາຍາມ ແກ້ໄຂໃຫ້ສຳເຣັດກ່ອນເດືອນພຶສພາປີນີ້ ຈາກທີ່ເຄີຍກຳນົດວ່່າຈະໃຫ້ແລ້ວກ່ອນເດືອນມີນານີ້.
ດັ່ງຊາວບ້ານ ຢູ່ເມືອງຫາດຊາຍຟອງກ່າວວ່າ:
“ເພິ່ນກະພະຍາຍາມລົງມານີ້ແຫລະ ເພິ່ນກາລົງມາມື້ວານນີ້ ຂັ້ນເທິງເພິ່ນກາລົງມາເບິ່ງ ຂອງປະຊາຊົນທີ່ເຄຣຍໃຫ້ປະຊາຊົນ ໃຫ້ມັນແລ້ວກ່ອນເດືອນ 5 ນີ້ເພິ່ນວ່າສິມັນບໍ່ມີທາງອອກ ແລ້ວນ່າມັນອຸກໃຈແຮງດຽວນີ້ ອັບປໂຍດແຮງດຽວນີ້ນ່າ.”
ສ່ວນຊາວບ້ານຢູ່ເມືອງຫາດຊາຍຟອງ ອີກນາງນຶ່ງທີ່ຍັງບໍ່ໄດ້ຄ່າຊົດເຊີຍ ເຊັ່ນດຽວກັນນັ້ນກ່າວວ່າ ມາຮອດປັດຈຸບັນບໍ່ຮູ້ວ່າຈະຫັນໄປເພິ່ງ ພາກສ່ວນໃດໃຫ້ຊ່ອຍຕິດຕາມ ເງິນຊົດເຊີຍດັ່ງກ່າວ ແລະ ກໍຢ້ານຈະແກ່ຍາວໄປເລື້ອຍໆ .
ດັ່ງຍານາງກ່າວວ່າ.
“ແມ່ນແລ້ວ ຍັງບໍ່ທັນໄດ້ເທື່ອ ຕິດຕາມໃຫ້ແດ່ເດີ້ ເພິ່ນກາມີແຕ່ວ້າ ຊິຈ່າຍໃຫ້ເດືອນນັ້ນເດືອນນີ້ ເພິ່ນກາບໍ່ຈ່າຍໃຫ້ຈັກເທື່ອ ນີ້ກາຢ້ານເພິ່ນແກ່ຍາວໄປຫັ້ນແຫລະ.”
ສຳລັບໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ເຂດນະຄອນຫລວງວຽງຈັນ ມີຄວາມຍາວທັງໝົດ 60 ກິໂລແມດ ໃນນັ້ນຖືກດິນຊາວບ້ານ 1,532 ຕອນຢູ່ເມືອງນາຊາຍທອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະ ເມືອງຫາດຊາຍຟອງ ມາຮອດປັດຈຸບັນນີ້ ຍັງເຫລືອອີກປະມານ 200-300 ຕອນທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ.