18,986 ຄົນ ປະສົບໄພນ້ຳຖ້ວມ ແຂວງຫຼວງນ້ຳທາ

ພູວົງສ໌
2024.09.19
18,986 ຄົນ ປະສົບໄພນ້ຳຖ້ວມ ແຂວງຫຼວງນ້ຳທາ ສະພາບນ້ຳຖ້ວມ ໃນເຂດເທສບານ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ທີ່ຍັງຖືກນ້ຳຖ້ວມຂັງ ເຖິງວ່າລະດັບນ້ຳ ໄດ້ຫຼຸດລົງແດ່ແລ້ວ (TS) ວັນທີ 11 ກັນຍາ 2024.
RFA

ເຫດການນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ອັນເນື່ອງມາຈາກອິດທິພົນ ຂອງພາຍຸໝູນເຂດຮ້ອນ “ຢາກິ” ເມື່ອວັນທີ 9 ຫາ 12 ກັນຍາ 2024 ທີ່ຜ່ານມານີ້, ຖືເປັນເຫດການນ້ຳຖ້ວມ ຄັ້ງໃຫຍ່ ແລະ ຮ້າຍແຮງທີ່ສຸດ ເທົ່າທີ່ຊາວບ້ານ ໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຄີຍປະສົບພົບພໍ້ມາ, ອີງຕາມຄວາມເວົ້າ ຂອງຊາວບ້ານຫຼາຍຄົນ ທີ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ສອບຖາມມາ.

ຊາວບ້ານຫຼາຍຄົນ ຢືນຢັນເປັນສຽງດຽວກັນວ່າ ບໍ່ໄດ້ຮັບການແຈ້ງເຕືອນໃດໆ ກ່ຽວກັບເຫດການນ້ຳຖ້ວມດັ່ງກ່າວ ແບບລ່ວງໜ້າ ຢ່າງໜ້ອຍ 1 ມື້ ຫຼື 2 ມື້ ຈາກອຳນາດການປົກຄອງບ້ານ ຫຼືຂັ້ນເມືອງ ຈຶ່ງເຮັດໃຫ້ຫຼາຍພັນຄອບຄົວ ບໍ່ໄດ້ກະຕຽມຫຍັງເລີຍ, ທັງບໍ່ໄດ້ເອົາສັດລ້ຽງ ເປັນຕົ້ນງົວ, ຄວາຍ, ແບ້, ໝູ, ເປັດ ແລະ ໄກ່ ໄປໄວ້ບ່ອນທີ່ປອດໄພ ແລະ ບໍ່ໄດ້ຂົນເຄື່ອງໃຊ້ສອຍ ທີ່ຈຳເປັນ ໄປໄວ້ບ່ອນສູງ ຈາກນ້ຳຖ້ວມ.

ຊາວບ້ານ ຢູ່ບ້ານຕາຫວ່ານ, ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ທ່ານໜຶ່ງ ກ່າວເຖິງເຫດການນ້ຳຖ້ວມ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກັນຍາ ນີ້ວ່າ ໃນວັນທີ 9 ກັນຍາ ນັ້ນ, ມີກະແສນ້ຳ ໄຫຼມາຢ່າງແຮງ ຊວົະບາດດຽວ ເອົາຫຍັງນຳກໍບໍ່ທັນ ເຮັດໃຫ້ສັດລ້ຽງ ທີ່ລາວລ້ຽງໄວ້ ຕາຍໝົດ ເປັນຕົ້ນແມ່ນໄກ່ ຢູ່ໃນລົກ ແລະ ໝູ ຈຳນວນໜຶ່ງ. ຂະນະທີ່ເຄື່ອງຢູ່-ເຄື່ອງນອນ ກໍເສັຽຫາຍຈົນໝົດ ແລະ ຕ້ອງໄດ້ຊື້ໃໝ່.

“ໂອ້ເສຍຫາຍຫຼາຍຮ້ານ, ຖືວ່າມີ ປະເພດຕູ້ແຊ່ ແລ້ວກໍເຄື່ອງໃຊ້ ບ່ອນຢູ່-ບ່ອນນອນ ຄືວ່າໝົດແຫຼະ, ເສຍຫາຍໝົດແຫຼະ. ແມ່ນແຫຼະ, ເອົາຫຍັງບໍ່ທັນ ເພາະວ່າ ນ້ຳມັນມາບາດດຽວ ແລ້ວກໍຖ້ວມເລີຍແບບນັ້ນ ເອົາຫຍັງນຳບໍ່ທັນ. ໂອ, ລ້ຽງໆ ປະເພດໄກ່ ແລະ ກໍໝູ. ເອົາບໍ່ທັນ ປະເພດໂຕໄກ່ ເອົາບໍ່ທັນ, ໄກ່ກໍຕາຍ, ຕາຍໝົດເລີຍ. ຕາຍຢູ່ໃນຄອກ ເຮົາບໍ່ທັນໄດ້ໄປປ່ອຍມັນເດ້. ນ້ຳຖ້ວມເທື່ອນີ້ ຖືວ່າ ບໍ່ເຄີຍມີມາເລີຍ ຖືວ່າເທື່ອທຳອິດແຫຼະ ເທື່ອນີ້ນ່າ. ມັນມາແບບ ບໍ່ຮູ້ໂຕເລີຍນ່າ ນ້ຳມັນມາ ຢູ່ໆກະມາ ຊວົະບາດດຽວເລີຍເດ້, ນ້ຳປ່າ ນ້ຳນັ້ນ ມັນມາບາດດຽວ. ສະເພາະເຂດບ້ານເຮົານີ້ ຖືວ່າ ສ່ວນຫຼາຍກໍ ເຄື່ອງບ່ອນຢູ່-ບ່ອນນອນ ໝູ, ເຫັດ, ເປັດ, ໄກ່ ຫັ້ນແຫຼະ ເຄື່ອງໃຊ້ຂອງສອຍ, ອີ່ຫຍັງຕ່າງໆຫັ້ນແຫຼະ ຖືວ່າເອົາບໍ່ທັນແລ້ວ ໂຕນີ້ນ່າ.”

ຊາວບ້ານ ນາງໜຶ່ງ ທີ່ເປັນເຈົ້າຂອງຮ້ານຄ້າ ຢູ່ບ້ານວຽງເໜືອ, ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ເຄື່ອງຂອງໃນຮ້ານຄ້າ ຂອງຍານາງ ແມ່ນເສັຽຫາຍຈົນໝົດ ເປັນຕົ້ນ ປະເພດຕູ້ແຊ່ 5 ຕູ້ ແລະ ສິນຄ້າ ທີ່ສະຕັອກໄວ້ ກໍເສັຽຫາຍໝົດ, ເອົາຫຍັງບໍ່ທັນຈັກຢ່າງ. ພວກເຄື່ອງບ່ອນຢູ່-ບ່ອນນອນ, ຜ້າຫົ່ມ, ມຸ້ງ, ໝອນ ແມ່ນເສັຽຫາຍໝົດ ຕ້ອງໄດ້ຖິ້ມ.

“ໂອ້, ເອື້ອຍຢູ່ນີ້ມາ 40 ປີ ຫາກໍເຄີຍເຈິເຄີຍພໍ້, ເຮືອນເອື້ອຍນີ້ບັກສູງໆ ມັນຍັງຖ້ວມນ່າ. ຂອງເອື້ອຍແມ່ນ ຕູ້ແຊ່ 5 ໜ່ວຍ ຈັກຊັກຜ້າ ເປັນໝົດ, ເສຍຫາຍໝົດ. ຍັງບໍ່ໄດ້ຢູ່ເຮືອນເທື່ອແຫຼະ ຜ້າຫົ່ມເຄື່ອງນອນ ຖືກໝົດນີ້, ມີແຕ່ໄດ້ ໂສ້ງເສື້ອຄາຄີງທໍ່ນັ້ນ. ຄືວ່າຂອງເອື້ອຍ ກະຊິແມ່ນ ຮ້ອຍປາຍລ້ານກີບນີ້ແຫຼະ. ບໍ່ໄດ້ເອົາຫຍັງແຫຼະ ບໍ່ໄດ້ເອົາຫຍັງທັນ, ເອົາແຕ່ໂສ້ງເສື້ອ ນຸ່ງແຕ່ຊຸດຄາຄີງ ອັນອື່ນກໍບໍ່ໄດ້ເອົາຫຍັງ ອອກບໍ່ໄດ້ແຫຼະ ມັນໄວໂພດເດ້. ນ້ຳຍັງບໍ່ມາເທື່ອ, ໄຟຫາກໍມາ 2 ມື້ມານີ້, ໄຟນ່າ. ອັນນີ້ ແມ່ນຢູ່ນຳເຮືອນພີ່ນ້ອງ ຢູ່ແຂວງພຸ້ນ ອັນນີ້ນ່າ. ຄັນບໍ່ມີພີ່ນ້ອງ ເຂົາກໍໄປຢູ່ສະໂມສອນ, ເຂົາກໍເອົາເຂົ້າມາແຈກ ເລັກໆໜ້ອຍໆ ແຈກມີ່ ແຈກມີຫຍັງນີ້ແຫຼະ. ແມ່ນແຫຼະ ມີແຕ່ວ່າ ໃຜຊ່ອຍຫຍັງສ່ຳໃດ ເຂົາກໍມີນ້ຳໃຈ ເຂົາກໍມາຊ່ອຍ. ອັນເຂົ້າ, ນ້ຳ ອີ່ຫຍັງ ເຂົາກໍບໍ່ຊ່າງເອົາອອກມາ, ນ້ຳຖ້ວມໝົດແຫຼະ. ສະເພາະນອກເຮືອນເຮົາ, ອັນນີ້ນ່າ ສະເພາະນອກເຮືອນເຮົາ ກະຊິແມ່ນ ຮ້ອຍປາຍລ້ານກີບ, ຢູ່ໃນເຮືອນ ກໍຍັງບໍ່ໄລ່ເທື່ອ, ອັນນີ້ນ່າ. ເອີ, ອັນໃດກໍຫາກເສຍຫາຍ ໝົດດອກ, ບໍ່ມີອັນໃດ ທີ່ວ່າເອົາໄດ້. ເສຍຫາຍໝົດ ສະຫຼຸບລວມແມ່ນ ບໍ່ໄດ້ຫຍັງ ໄດ້ແຕ່ຊຸດຄາຄີງ, ຍັງວ່າ.”

ສ່ວນຊາວບ້ານ ຢູ່ບ້ານຫຼວງ, ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ທີ່ເປັນເຈົ້າຂອງ ຮ້ານຖ່າຍຮູບ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ນ້ຳຖ້ວມປີນີ້ ແມ່ນຮ້າຍແຮງທີ່ສຸດ ທີ່ເຄີຍພໍ້ມາ ຈົນເອົາຫຍັງບໍ່ທັນ ເຮັດໃຫ້ອຸປະກອນຫາກິນ ປະເພດຄອມພິວເຕີ້ ແລະ ອຸປະກອນຫ້ອງຖ່າຍຮູບ ຈົມນ້ຳເສັຽຫາຍໝົດ ແລະ ໃຊ້ການບໍ່ໄດ້ອີກ ຕ້ອງຖິ້ມ.

“ກະຮ້າຍແຮງຫັ້ນແຫຼະ ເພາະວ່າ ເຮົາບໍ່ທັນໄດ້ເອົາ ເຄື່ອງຫຍັງເລີຍນ່າ ມີແຕ່ເອົາເຄື່ອງ ຕິດໂຕອອກມາ ຊຸດໜຶ່ງ ເປັນເຄື່ອງໃຊ້-ເຄື່ອງສອຍ ເປັນອີ່ຫຍັງ ກໍຈົມນ້ຳໝົດ, ຫັ້ນນ່າ. ແມ່ນ, ມາແຮງບາດດຽວເລີຍ ເຮົາບໍ່ທັນເອົາຫຍັງເລີຍ ມີແຕ່ແລ່ນອອກມາ ລະກະແລ້ວ ເອົາໂຕໝາອອກມາ 3 ໂຕ. ແມ່ນໆ, ເສຍຫາຍໝົດ ກ້ອງຖ່າຍຮູບ ລະກໍປະເພດໄຟ ຄອມພິວເຕີ້ ແມ່ນຫຍັງ ຈົມນ້ຳໝົດເລີຍ, ອຸປະກອນ ກະມີແຕ່ເຄື່ອງເຮັດຮູບ ເຮັດຫຍັງ ກະຈົມນ້ຳໝົດແລ້ວ. ບໍ່, ຍັງບໍ່ທັນໄດ້ເຮັດຫຍັງເທື່ອ, ນ້ຳກະຍັງບໍ່ມາ ໄຟກະຍັງບໍ່ມາເທື່ອນ່າ. ມີແຕ່ເຮົາ ອັນລໍຖ້ານ້ຳ ກັບໄຟຫັ້ນແຫຼະ ດຽວນີ້. ແຕ່ເກີດມາ ເທື່ອນີ້ກະຖືວ່າ ຮ້າຍແຮງຫຼາຍ, ຖ້ວມຫົວ, ຫັ້ນນ່າ ເພາະວ່າຕອນປີ 2016 ກະມີແຕ່ວ່າ ຖ້ວມໜ້າບ້ານ ໜ້ອຍດຽວຫັ້ນ.”

ກ່ຽວກັບການຊ່ອຍເຫຼືອ ຊາວບ້ານ ທີ່ໄດ້ຮັບຜົນກະທົບໜັກນັ້ນ, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມໄປຍັງ ຫ້ອງການປົກຄອງ ເມືອງຫຼວງນ້ຳທາ ໃນມື້ດຽວກັນ, ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສະຫງວນຊື່ ແລະ ສຽງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄລຍະນີ້ ແມ່ນເລັ່ງຊ່ອຍເຫຼືອ ແລະ ເບິ່ງແຍງ ຜູ້ທີ່ປະສົບໄພນ້ຳຖ້ວມກ່ອນ ສ່ວນເລື້ອງອື່ນໆ ແມ່ນຄ່ອຍວ່າກັນຕາມຫຼັງ.

ທ່ານວ່າ: “ໄລຍະນີ້ ແມ່ນເລັ່ງຊ່ອຍເຫຼືອ ຜູ້ທີ່ບໍ່ມີບ່ອນຢູ່ອາສັຍ ໃຫ້ເຂົາເຈົ້າ ມີຢູ່, ມີກິນໄປກ່ອນ. ສ່ວນເລື້ອງຈະຊ່ອຍ ປຸກເຮືອນໃໝ່ ຫຼືແນວໃດນັ້ນ, ແມ່ນຄະນະກຳມະການ ຄຸ້ມຄອງໄພພິບັດແຂວງ ເພິ່ນຈະປະຊຸມກັນ ແລ້ວເພິ່ນຈັ່ງຊິແຈ້ງ ຕາມພາຍຫຼັງ. ໃນເລື້ອງຈະຊ່ອຍທົດແທນຄືນ ຫຼືບໍ່ທົດແທນ ຊັບສິນທີ່ເສຍຫາຍ ເປັນຕົ້ນແມ່ນ ສັດລ້ຽງຕາຍ ແລະ ຜົນຜລິດ ເຂົ້າໃນນາ ແລະ ພືດໃນສວນ ແມ່ນຍັງບໍ່ໄດ້ເວົ້າເຖິງເທື່ອ. ນັບຕັ້ງແຕ່ ມື້ວັນທີ 16 ກັນຍາ ເປັນຕົ້ນແມ່ນ ພາກສ່ວນທີ່ກ່ຽວຂ້ອງ ແມ່ນເລັ່ງສ້ອມແປງ ລະບົບນ້ຳປະປາ ແລະ ທໍ່ນ້ຳປະປາແຕກ ຫຼາຍຈຸດ ແລະ ບ່ອນທີ່ແປງແລ້ວ ແມ່ນນ້ຳປະປາຂຸ່ນ ແລະ ໃຊ້ບໍ່ໄດ້ເທື່ອ. ນອກຈາກນີ້, ກໍເລັ່ງສ້ອມແປງ ລະບົບໄຟຟ້າ ຍ້ອນຕັ້ງແຕ່ມື້ນ້ຳຖ້ວມ ເພິ່ນກໍຕັດໄຟ ແລະ ກ່ອງເຕີ້ຫຼາຍໜ່ວຍ ກໍຖືກນ້ຳຖ້ວມເສຍຫາຍ ຕ້ອງໄດ້ຕໍ່ ກ່ອງເຕີ້ໄຟໃໝ່ກ່ອນ ຈຶ່ງຈະສາມາດໃຊ້ຊີວິດ ຕາມປົກກະຕິໄດ້.”

ກ່ຽວກັບຜົນເສຍຫາຍ ໃນເບື້ອງຕົ້ນນີ້, ທ່ານນາຍພົລຈັດຕະວາ ອິນແກ້ວ ພົມມະຈັນ, ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ສື່ມວນຊົນ ໃນວັນທີ 16 ກັນຍາ 2024 ນີ້ ທີ່ເຜີຍແຜ່ຜ່ານ ໂທລະພາບ ກອງທັບປະຊາຊົນລາວ ໃນມື້ດຽວກັນນັ້ນວ່າ ເຫດການນ້ຳຖ້ວມ ໃນແຂວງຫຼວງນ້ຳທາ ຄັ້ງນີ້ ແມ່ນເສັຽຫາຍທັງໝົດ 37 ບ້ານ ໃນ 3 ໂຕເມືອງ, ແຕ່ຜົນເສຍຫາຍສ່ວນໃຫຍ່ ແມ່ນເກີດຂຶ້ນ ໃນເຂດເມືອງຫຼວງນ້ຳທາ ອັນເຮັດໃຫ້ມີ 4,159 ຄອບຄົວ ໄດ້ຮັບຜົນກະທົບ ຈາກການລົງຮິບໂຮມຂໍ້ມູນ ໃນເບື້ອງຕົ້ນ ຕັ້ງແຕ່ວັນທີ 9 ຫາ ວັນທີ 13 ກັນຍາ ນີ້.

“ສ່ວນຫຼາຍ ແມ່ນຢູ່ເມືອງຫຼວງນ້ຳທາ ແມ່ນໄດ້ຮັບຜົນກະທົບ ຢູ່ໃນ 3,414 ຫຼັງຄາເຮືອນ, ເຊິ່ງມີຈຳນວນພົນ ປະມານ 18,986 ຄົນ. ໃນນັ້ນ, ພວກເຮົາໄດ້ພົບເຫັນເຮືອນ ທີ່ເປ່ເພ ແລະ ໄຫຼນ້ຳ ຈຳນວນ 115 ຫຼັງຄາເຮືອນ ແລະ ມີປະຊາຊົນ ທີ່ມາພັກອາໄສ ຢູ່ຈຸດທີ່ພວກເຮົາ ໄດ້ກຳນົດຫັ້ນເນາະ ຖືວ່າບໍ່ມີເຄື່ອງໃຊ້ຫັ້ນແຫຼະ ບໍ່ມີບ່ອນເພິ່ງພາອາໄສຫັ້ນ ລະແມ່ນ 2,765 ຄົນ”

ໃນມື້ດຽວກັນນັ້ນ, ທ່ານ ວຽງສະຫວັດ ສີພັນດອນ, ເຈົ້າແຂວງ ແຂວງຫຼວງນ້ຳທາ ກໍໄດ້ກ່າວຕໍ່ສື່ມວນຊົນ ທີ່ເຜີຍແຜ່ຜ່ານ ໂທລະພາບ ກອງທັບປະຊາຊົນລາວ ວ່າ ເຫດການນ້ຳຖ້ວມຄັ້ງນີ້ ຖືວ່າຮ້າຍແຮງທີ່ສຸດ ໃນຮອບ 50 ປີ ແລະ ທ່ານໄດ້ຊີ້ນຳ ໃຫ້ຊ່ອຍເຫຼືອ ຊີວິດປະຊາຊົນ ເປັນສິ່ງທຳອິດ, ສ່ວນວັດຖຸຕ່າງໆ ແມ່ນໃຫ້ປະຖິ້ມກ່ອນ.

“ຂ້າພະເຈົ້າ ກະໄດ້ຊີ້ນຳວ່າ ຊີວິດອິນຊີ ນີ້ ແມ່ນຕ້ອງມາກ່ອນ. ສ່ວນວັດຖຸສິ່ງຂອງນີ້ ຫາມາໄດ້. ເພາະສະນັ້ນແລ້ວ, ຕັດສິນໃຈ ເຮັດແນວໃດກະເຮັດ ໃຫ້ອົບພະຍົບປະຊາຊົນ ອອກຈາກສະຖານທີ່ສ່ຽງໄພ ໃຫ້ໄດ້ ຮ້ອຍສ່ວນຮ້ອຍ. ນອກຈາກນັ້ນ ລະແມ່ນວ່າ ບໍ່ມີເຄື່ອງໃຊ້, ຄົວເຮືອນ, ເຄື່ອງນຸ່ງຫົ່ມ, ວັດຖຸສິ່ງຂອງຫຍັງ ບໍ່ໄດ້ຈັກດີ້ ມີແຕ່ເຄື່ອງຄາຄີງ ຈຳນວນ 2,765 ຄົນ. ໝາຍຄວາມວ່າ ອັນນີ້ແມ່ນບົດຮຽນ ທີ່ລ້ຳຄ່າ.”

ມາເຖິງວັນທີ 18 ເດືອນກັນຍາ ຫຼື 9 ມື້ ພາຍຫຼັງທີ່ນ້ຳຖ້ວມ ແລະ ລະດັບນ້ຳ ຫຼຸດລົງຈົນໝົດແລ້ວ, ຊາວບ້ານສ່ວນໃຫຍ່ ກໍເລີ່ມກັບເມືອເຮືອນ ຂອງຕົນເອງ ເພື່ອໄປເກັບມ້ຽນ ສິ່ງເສດເຫຼືອ ແລະ ລ້າງຂີ້ຕົມ ອອກຈາກເຮືອນຊານແລ້ວ ພາຍຫຼັງທີ່ຕ້ອງໄປອາໄສ ຢູ່ກັບພີ່ນ້ອງ ຫຼືສະຖານທີ່ ທີ່ອຳນາດການປົກຄອງແຂວງ ຈັດສັນເປັນສູນພັກຊົ່ວຄາວໃຫ້ ເປັນຕົ້ນແມ່ນ ສະໂມສອນ ດອກປີກໄກ່ແຂວງ, ສະໂມສອນ ຫ້ອງວ່າການປົກຄອງແຂວງ, ວັດສາມັກຄີໄຊ ແລະ ສະໂມສອນ ປກສ ແຂວງ.

ສ່ວນຜູ້ທີ່ເຮືອນຊານ ຖືກນ້ຳພັດໄຫຼໄປ ແລະ ເປ່ເພເສຍຫາຍໜັກ ຈົນບໍ່ມີບ່ອນຢູ່ອາໄສນັ້ນ, ແມ່ນສືບຕໍ່ຢູ່ອາໄສ ທີ່ສູນພັກຊົ່ວຄາວ ຂອງອຳນາດການປົກຄອງ ແຂວງຫຼວງນ້ຳທາ ຈັດສັນໄວ້ໃຫ້ ໄປກ່ອນ.

ນອກຈາກນີ້, ຜແນກສາທາລະນະສຸກແຂວງ ກໍໄດ້ຈັດສັນ ແລະ ແຈກຢາຍ ນ້ຳສະອາດ ໃຫ້ແກ່ປະຊາຊົນ ເພາະຖືເປັນສິ່ງຈຳເປັນ ພື້ນຖານ ໃນການໃຊ້ຊີວິດ ໃນເວລາທີ່ລະບົບນ້ຳປະປາ ຍັງບໍ່ສາມາດໃຊ້ໄດ້ ຢ່າງເຕັມທີ່ ໃນເວລານີ້. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.