ອົງການສາກົລ ຊ່ອຍແມ່ຍິງ-ເດັກນ້ອຍ ເມືອງຕະໂອ້ຍ

ພອນ ພູມມີທອນ
2022.03.25
ອົງການສາກົລ ຊ່ອຍແມ່ຍິງ-ເດັກນ້ອຍ ເມືອງຕະໂອ້ຍ ໃນສູນພັກຊົ່ວຄາວທັງ 5 ສູນ ມີເດັກນ້ອຍເກີດໃໝ່ ລະຫວ່າງປີ 2019 ເປັນຕົ້ນມາ ຮວມທັງໝົດເກືອບ 100 ຄົນ ຍັງບໍ່ໄດ້ຮັບການ ຊ່ອຍເຫຼືອ, ເງິນອັດຕຣາກິນ ກໍຍັງບໍ່ໄດ້ ການຢູ່ກິນຈຶ່ງອຶດຢາກ ລໍາບາກ ບໍ່ອີ່ມທ້ອງ
ນັກຂ່າວ ພົລເມືອງ

ປະມານຕົ້ນເດືອນມີນາ ທີ່ຜ່ານມາ ອົງການແພຣນ (PLAN) ຂອງຣັຖບານອົສເຕຣເລັຍ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ແລະ ໃຫ້ທືນຊ່ວຍເຫລືອ ຜ່ານອົງການແພດສາກົນ ປະຈຳປະເທດລາວ ເພື່ອຊ່ວຍເຫລືອ 44 ບ້ານເປົ້າໝາຍ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ທາງດ້ານ ການບໍຣິການສຸຂພາບ, ໂພສະນາການ, ນໍ້າສະອາດ ແລະ ສຸຂະອານາມັຍ ທີ່ປະກອບສ່ວນເຂົ້າ ໃນການຫລຸດຜ່ອນການຂາດໂພສະນາການ ໃນກຸ່ມແອນ້ອຍຍິງ ແລະ ເດັກຊາຍ ອາຍຸ 0-23 ເດືອນ ແລະ ປັບປຸງໂພສະນາການ ຂອງແມ່ຍິງ ຫລັງຈາກ ຮ້ອງຂໍມາແຕ່ເຫິງນານ.

ສະເພາະ ຢູ່ປລ້ອຍ ເມືອງຕະໂອ້ຍ ແຂວງສາຣະວັນ ມີ 130 ຄົວເຮືອນ ໃນນັ້ນ ສ່ວນໃຫຍ່ ເປັນຄອບຄົວທຸກຍາກ ແລະ ມີເດັກອາຍຸຕໍ່າກວ່າ 2 ປີ ຫລື ແອນ້ອຍ ອາຍຸ 0-23 ເດືອນ ຂາດໂພສະນາການ ລວງສູງ ແລະ ນໍ້າຫນັກ ບໍ່ໄດ້ມາຕຖານ ຈຳນວນຫລາຍ ຈຶ່ງເຮັດໃຫ້ອຳນາດການປົກຄອງບ້ານ ສເນິບັນຫານີ້ໃຫ້ຂັ້ນສູນກາງຮັບຊາບ ໃນປີ 2013 ພໍມາຮອດ 2014 ອົງການສາກົລແພຣນສາກົລ ປະຈຳປະເທດລາວ ກໍເຂົ້າມາຊ່ວຍແກ້ໄຂບັນຫາ ຈົນຮອດປັດຈຸບັນ ທີ່ຍັງບໍ່ປະຖິ້ມແມ່ແລະເດັກ ພາຍໃນບ້ານ. ມີການສ້າງ ມີວິດຖ່າຍ ເຈາະນໍ້າບາດານ ສຳລັບຄຸ້ມບ້ານແຕ່ລະຄຸ້ມ ໄວ້ໃຊ້ປະຈຳວັນ ແລະ ສ້າງລະບົບນໍ້າສະອາດ ຄື ນໍ້າຣິນ ເປັນອ້າງເກັບນໍ້າ ສຳລັບໂຮງຮຽນປະຈຳບ້ານ ແລະ ບ້ານປລ້ອຍ ກໍຈະຖືກປະກາດໃຫ້ເປັນບ້ານຍຸຕິການຖ່າຍຊະຊາຍແລ້ວ.

ຕາມຄວາມເວົ້າ ຂອງຊາວບ້ານ ບ້ານປລ້ອຍ ເມືອງຕະໂອ້ຍ ແຂວງສາຣະວັນ ຕໍ່ວິທະຍຸ ເອເຊັຍເສຣີ ໃນວັນທີ 15 ມີນາ ທີ່ຜ່ານມານີ້ວ່າ:

“ດຽວນີ້ ການຈັດຕັ້ງ ນຶ່ງ ລະແມ່ນນໍ້າສະອາດ ສອງມາ ລະແມ່ນ ວິດຖ່າຍ ວິດຖ່າບ ກໍແມ່ນຈະສຳເຣັດແລ້ວເດ້ ຈະປະກາດແລ້ວເດ້ ເລີມແຕ່ 2013 ທີ່ຂ້ອຍສະເນິຢູ່ວຽງ. ໂຕນີ້ສະເນິແມ່ນ ນຶ່ງ ນໍ້າກິນ ນໍ້າໃຊ້ ພໍດີ ນໍ້າຣິນ ເຂົາກໍມາຕອນປີ 2014 ແຕ່ລະບ້ານ ແຕ່ລະຄຸ້ມ ບາດນີ້ 6 ຄຸ້ມ ຄຸ້ມລະບ່ອນ. ບາດນີ້ໂຮງຮຽນອີກ ຕອນນັ້ນ ໂຮງຮຽນມີ 1 ແຫ່ງ ບາດນີ້ ເຂົາເຈາະແລ້ວເນາະແຫ່ງນຶ່ງ ດຽວນີ້ ໂຮງຮຽນມີ 3 ແຫ່ງ.

ທ່ານກ່າວຕື່ມວ່າ ການສ້າງວິດຖ່າຍ ແລະ ສ້າງລະບົບນໍ້າສະອາດ ໃຫ້ໂຮງຮຽນ ແລະໃຫ້ບ້ານ ແມ່ນເປັນການຊ່ອຍເຫລືອ ຈາກອົງການສາກົລ ທີ່ຍືນຍົງ ແລະ ສ້າງຊຸມຊົນ ໃຫ້ມີຄວາມເຂັ້ມແຂງ ເພິ່ງພາຕົນເອງໄດ້ ຍ້ອນວ່າ ເປັນການແກ້ບັນຫາ ທີ່ຕົ້ນເຫດ ທີ່ສືບເນື່ອງມາຈາກ ແມ່ ແລະ ເດັກ ຮວມເຖິງປະຊາຊົນ ພາຍໃນບ້ານ ເປັນພະຍາດແມ່ທ້ອງຫລາຍ ໂດຍສະເພາະ ຊະນິດໂຕກົມ ແລະ ໂຕແປ ພາຍຫລັງພວກເຂົາເຈົ້າບໍ່ມີຄວາມຮູ້ ເຂົ້າປ່າຖ່າຍຊະຊາຍ ແລ້ວເອົາມືໄປສັມຜັດ ກັບພະຍາດ ທີ່ປົນເປື້ອນຢູ່ກັບຫຍ້າ ຕາມດິນ ຕາມໃບໄມ້ ເຂດທີ່ມີ ການຖ່າຍຊະຊາຍ ແລ້ວບໍ່ລ້າງມືດ້ວຍນໍ້າສະອາດ ແລ້ວເອົາມືນັ້ນໄປກິນເຂົ້າ ຫລືປ້ອນເຂົ້າລູກ ກໍເຮັດໃຫ້ເປັນພະຍາດແມ່ກາຝາກ ແລ້ວພະຍາດນັ້ນ ກໍຍາດແຍ່ງສານອາຫານໃນຮ່າງກາຍຂອງເດັກ ເຮັດໃຫ້ຮ່າງກາຍຂອງເດັກບໍ່ສົມບູນ ໂຕເຕັ້ຍ ແລະຈ່ອຍ ນໍ້າຫນັກບໍ່ໄດ້ຕາມມາຕຖານ.

ຂະນະທີ່ຢູ່ໃນບ້ານ “ຊຶງຕາມອງ” ເມືອງຕະໂອ້ຍ ແຂວງສາຣະວັນ ກໍເປັນອີກບ້ານນຶ່ງ ບ້ານເປົ້າໝາຍ ທີ່ອົງການ “ແພຣນສາກົລ” ປະຈຳລາວ ເຂົ້າມາຊ່ວຍຫລຸດຜ່ອນ ການຂາດໂພສະນາການ ໃນແມ່ ແລະເດັກ, ໂດຍສະເພາະ ກິຈກັມຈັດຕັ້ງ ໃຫ້ທຸກບ້ານ ມີນໍ້າສະອາດ ແລະ ວິດຖ່າຍ ທີ່ຖືກສຸຂະລັກສະນະ ຄືກັບບ້ານປລ້ອຍ. ນອກຈາກນີ້ຍັງເລັ່ງໄສ່ວຽກງານ ດ້ານການກະເສດ ໃຫ້ແນວພັນສັດລ້ຽງ ແລະ ແນວພັນພືດ ສົ່ງເສີມການລ້ຽງແບບຢືນຍົງ ແລະ ວຽກງານສາທາຣະນະສຸຂ ກໍໄດ້ໃຫ້ຄວາມຮູ້ກ່ຽວກັບການປຸງແຕ່ງອາຫານແບບຖືກວິທີ ເປັນປະໂຫຍດ ຕໍ່ທັງແມ່ແລະເດັກ.

ດັ່ງເຈົ້າໜ້າທີ່່ ລະຫວ່າງອົງການ “ແພຣນສາກົລ” ກັບເມືອງຕາໂອ້ຍ ກ່າວໃນມື້ດຽວກັນນີ້ວ່າ:

“ບັນຫາການກິນຂອງເຮົາ ແມ່ນອາສັຍການປຸງອາຫານ ເຣຶ່ອງການໃຊ້ພືດຢູ່ບ້ານ ທີ່ເຮົາມີ ໂດຍການສອນຕົ້ມເຂົ້າປຽກ ສັດທີ່ເຮົາລ້ຽງໄດ້ ຢູ່ໃນຊຸມຊົນ ໂຕງ່າຍ ຈະແມ່ນ ໄກ່ກັບໝູ. ສ່ວນປາ ພວກເຮົາ ກໍມີສ່ວນໃນບາງເຂດ ທີ່ມີເງື່ອນໄຂ.

ທ່ານກ່າວຕື່ມວ່າ ອົງການສາກົລ ຍັງຊ່ອຍສນອງອຸປກອນ ກອງນໍ້າສະອາດ ໃຫ້ໂຮງໝໍນ້ອຍ ຫລື ສຸຂສາລາ ໃນແຕ່ລະເຂດບ້ານເປົ້າໝາຍນຳອີກ ເພື່ອໃຫ້ປະຊາຊົນ ທີ່ມານຳໃຊ້ບໍຣິການ ທັງແມ່ ແລະ ເດັກ ໄດ້ບໍຣິໂພກນໍ້າດື່ມທີ່ປອດພັຍ ພ້ອມທັງລະດົມໃຫ້ ແຕ່ລະຄອບຄົວ ເປັນເຈົ້າການ ເຮັດວິດຖ່າຍໃຫ້ສະອາດ ເພື່ອກຳຈັດຕົ້ນເຫດ ຂອງພະຍາດແມ່ກາຝາກ ແລະ ເດັກຂາດສານອາຫານ ຢ່າງຖືກຈຸດນຳດ້ວຍ.

ເມື່ອເບິ່ງຜົລຮັບຂອງໂຄງການຫລຸດຜ່ອນ ການຂາດໂພສະນາການ ໃນແອນ້ອຍ ຍິງ ແລະ ຊາຍ ອາຍຸ 0-23 ເດືອນ ກໍຖືວ່າ ມີທ່າທີ ທີ່ເຮັດໃຫ້ຈຳນວນເດັກຂາດສານອາຫານ ດີຂື້ນ ແຕ່ຖ້າເວົ້າເຖິງ ຈຳນວນເດັກຂາດສານອາຫານ ທີ່ອາຍຸຕໍ່າກວ່າ 2 ປີ ຍັງເຮັດບໍ່ໄດ້ ຕາມຂັ້ນເທິງກຳນົດໄວ້ ຄື ໄດ້ກຳນົດໄວ້ໃຫ້ທົ່ວເມືອງຕະໂອ້ຍ ມີເດັກອາຍຸຕໍ່າກວ່າ 2 ປີ ຂາດສານອາຫານ ປະເພດຈ່ອຍ 40% ແຕ່ປັດຈຸບັນ ເມືອງຕາໂອ້ຍ ຍັງມີເດັກນ້ອຍ ອາຍຸຕໍ່າກ ກວ່າ 2 ປີ ຂາດສານອາຫານປະເພດຈ່ອຍ 50%, ຂະນະດຽວກັນ ຂັ້ນເທິງໄດ້ກຳນົດໄຫ້  ທົ່ວເມືອງຕະໂອ້ຍ ມີເດັກອາຍຸຕໍ່າກວ່າ 2 ປີ ຂາດສານອາຫານປະເພດເຕັ້ຍ 38% ແຕ່ປັດຈຸບັນ ເມືອງຕະໂອ້ຍ ຍັງມີເດັກຕໍ່າກວ່າ 2 ປີ ຂາດສານອາຫານປະເພດເຕັ້ຍ 50%.

ດ້ວຍເຫດນີ້ອົງການແພຣນສາກົລ ປະຈຳລາວ ຕ້ອງສືບຕໍ່ໂຄງການຫລຸດຜ່ອນ ການຂາດໂພສະນາການ ໄປຕື່ມອີກ 3-5ປີ ເພື່ອໃຫ້ຈຳນວນເດັກຂາດສານອາຫານ ພາຍໃນເມືອງຕະໂອ້ຍ ຫລຸດລົງ ເນື່ອງຈາກ ຕລອດໄລຍະເວລາ 20 ປາຍປີທີ່ຜ່ານມາ ພາຍໃນເມືອງຕະໂອ້ຍ ບໍ່ມີໂຄງການ ທີ່ຊ່ອຍສ້າງຄວາມເຂັ້ມແຂງ ໃຫ້ຊຸມຊົນໄດ້ສໍ່າໂຄງການນີ້.

ດັ່ງເຈົ້າໜ້າທີ່່ ທີ່ກ່ຽວຂ້ອງ ໃນເມືອງຕາໂອ້ຍ ກ່າວໃນມື້ດຽວກັນນີ້ວ່າ:

“ໄລຍະຜ່ານມາ ພວກເຮົາ ທຽບກ່ອນ ກ່ອນໂຄງການເຂົ້າ ກັບຫລັງ ຖືວ່າດີຂື້ນເນາະ ແຕ່ງວ່າ ຖ້າໄດ້ຕາມມາຕຖານທີ່ເຮົາຕ້ອງການ ທີ່ຣັຖບານກຳນົດໄວ້ ຖືວ່າ ຍັງ. ຖ້າເປັນໄປໄດ້ ຕ້ອງຕໍ່ລະດັບ ປະມານ 3-5 ປີ ພຸ້ນນ່າ ເພື່ອແກ້ບັນຫາດັ່ງກ່າວ ຄັນຊິແກ້ປີນຶ່ງ ສອງປີ ມັນເປັນຕາຊິຍາກຢູ່.

ອົງການແພຣນສາກົລ ປະຈຳລາວ ໄດ້ຈັດຕັ້ງໂຄງການຫລຸດຜ່ອນ ການຂາດໂພສະນາການ ໃນແອນ້ອຍ ຍິງ ແລະ ຊາຍ ອາຍຸ 0-23 ເດືອນ ແລະ ປັບປຸງໂພສະນາການ ຂອງແມ່ຍິງ ຢູ່ເມືອງຕາໂອ້ຍ ແຕ່ປີ 2014 ເປັນຕົ້ນ ແລະ ເມື່ອປະມານຕົ້ນເດືອນມີນາ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສືບຕໍ່ຈັດຕັ້ງໂຄງການນີ້ ໄປຈົນເຖິງປີ 2025 ແລະຫາກສີ້ນສຸດໄລຍະເວລາ ຈັດຕັ້ງປະຕິບັດແລ້ວ ທາງອົງການ ແພຣນສາກົລ ຈະເປັນຜູ້ປະເມີນ ໃນຂັ້ນຕໍ່ໄປວ່າ ຈະໃຫ້ບ້ານໃດ ເມືອງໃດ ໄດ້ຮັບການສືບຕໍ່ ໂຄງການນີ້ຕື່ມບໍ່ ແຕ່ຫາກບ້ານໃດ ສາມາດກຸ້ມຕົນເອງໄດ້ ກໍບໍ່ໄດ້ຮັບການສືບຕໍ່ ໂຄງການນີ້ແລ້ວ

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສາຣະວັນ ກ່າວໃນມື້ດຽວກັນນີ້ວ່າ:

“ສືບຕໍ່ປີ 2025 ພາຍຫລັງທີ່ໝົດໂຄງການ ກໍຕ້ອງປະເມີນເນາະ ໂຕຢ່າງວ່າ ມັນມີບັນຫາຢູ່ ບາງເທຶ່ອ ມັນກໍຈະສືບຕໍ່ ແຕ່ຖ້າມັນດີຂື້ນ ມັນຫລຸດຜ່ອນ ບາງເທຶ່ອ ເພິ່ນຊິຢຸດໂຄງການ.

ອົງການແພຣນສາກົລ ປະຈຳລາວບໍ່ໄດ້ຊ່ອຍເຫລືອແຕ່ເມືອງຕາໂອ້ຍເທົ່ານັ້ນ ຍັງຊ່ອຍເຫລືອ ເມືອງສາຣະວັນ ແຂວງສາຣະວັນ, ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ນຳດ້ວຍ, ຂະນະທີ່ ປະມານຕົ້ນເດືອນມີນາທີ່ຜ່ານມາ ໄດ້ເຊັນ MOU ກໍຍ້ອນວ່າ ໝົດໄລຍະ ການຈັດຕັ້ງໂຄງການນີ້ ໃນປີ 2022 ແລະ ຈະມີການເຊັນ MOU ທຸກ 2-3 ປີ ເພື່ອປະເມີນຜົລ ທີ່ໄດ້ຈາກການຈັດຕັງໂຄງການ.

ດັ່ງເຈົ້າໜ້າທີ່່ ອົງການແພຣນສາກົລ ປະຈຳລາວ ກ່າວໃນມື້ດຽວກັນນີ້ວ່າ:

“ອັນທີ່ແນ່ໆ ຄື ຕອນເຮົາເຮັດບົດບັນທຶກນີ້ ເຮົາຫັ້ນ ຊ່ອຍເຫລືອ ເມືອງສາຣະວັນ ແລະ ເມືອງຕາໂອ້ຍ ສອງເມືອງເນິ ບໍ່ແມ່ນແຕ່ເມືອງ ຕາໂອ້ຍເນິ ເຊັ່ນ MOU ແມ່ນຫາກໍເຊັນ ແຕ່ກິຈກັມ ເຮົາດຳເນີນມາແລ້ວ ແຕ່ປີ 2020 ແລ້ວ ຈົນມາຮອດປີ 2022 ທີ່ກຳລັງຈະໝົດ.

ຍານາງກ່າວຕື່ມວ່າ ນອກຈາກກິຈກັມ ສ້າງວິດຖ່າຍ ສ້າງລະບົບນໍ້າສະອາດ ແລະ ກິຈກັມປູກຝັງ-ລ້ຽງສັດ ແລ້ວ, ທາງອົງການແພຣນສາກົລ ຍັງມີກິຈກັມສົ່ງເສີມ ບົດບາດຍິງ-ຊາຍ ການສ້າງຄວາມຮູ້ຄວາມເຂົ້າໃຈ ຕໍ່ຜູ້ຊາຍ ແລະ ແມ່ຍິງ ຜູ້ເປັນພໍ່ແມ່ ໃຫ້ຮູ້ຈັກບົດບາດຂອງໃຜຂອງລາວ ໂດຍສະເພາະ ບໍ່ໃຫ້ຜູ້ຍິງເຮັດວຽກໜັກ ຂະນະຖືພາ ເພຶ່ອໃຫ້ແມ່ຍິງ ມີໂອກາດເບິ່ງແຍງລູກເຕົ້າ ແລະ ເພື່ອໃຫ້ລູກເກີດມາ ມີນໍ້າໜັກ ແລະລວງສູງໄດ້ມາຕຖານ, ເຊິ່ງກິຈກັມທັງມໝົດນີ້ ຈະຖືກຈັດຕັ້ງ ຕາມເງື່ອນໄຂຂອງແຕ່ລະບ້ານເປົ້າໝາຍ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.