ບັນຫາ ເດັກນ້ອຍ ເລາະຂາຍເຄື່ອງ ໃນເວລາກາງຄືນ

ພອນ ພູມມີທອນ
2022.10.24
ບັນຫາ ເດັກນ້ອຍ ເລາະຂາຍເຄື່ອງ ໃນເວລາກາງຄືນ ຮ້ານຂາຍເຄື່ອງ ຕລາດແຄມຂອງ ນະຄອນຫຼວງວຽງຈັນ, ວັນທີ 10 ເດືອນ ຕຸລາ ປີ 2022.
ນັກຂ່າວ ພົລເມືອງ

ໃນໄລຍະສັປດາ ທີ່ຜ່ານມາ ມີຜູ້ໃຊ້ເຟສບຸກຄ໌ ທ່ານນຶ່ງ ຖ່າຍຄລິບ ວີດີໂອ ເດັກນ້ອຍເພດຊາຍ ອາຍຸບໍ່ເກີນ 10 ປີ ຢ່າງເລາະຂາຍເຄື່ອງ ຢູ່ບໍຣິເວນດ້ານໜ້າ ສະຖານທີ່ ບັນເທີງດາວຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຈົນຮອດເວລາ 2 ໂມງ ກາງຄືນ ພັດຍັງບໍ່ໄດ້ກັບບ້ານ ເຮັດໃຫ້ສັງຄົມ ອອກມາສະແດງຄວາມເປັນຫ່ວງ ຢ່າງຫລວງຫລາຍວ່າ ເດັກນ້ອຍຜູ້ນີ້ ຄວນໄດ້ເຂົ້າໂຮງຮຽນ, ແຕ່ຕ້ອງມາຂາຍເຄຶ່ອງກາງຄືນ ແລະ ສ່ຽງຕໍ່ອຸບັດຕິເຫຕ.

ກ່ຽວກັບເຣຶ່ອງນີ້, ເຖິງແມ່ນວ່າ ໃນໄລຍະຜ່ານມາ ກະຊວງແຮງງານ ແລະ ສວັດດີການສັງຄົມ, ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມເລ່ັງແກ້ໄຂ ບັນຫາເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 12 ປີ ອອກມາເລາະຂາຍເຄື່ອງ ຕາມສະຖານທີ່ ທີ່ເປັນອັນຕຣາຍ ແລະ ກະທົບຕໍ່ການຮຽນໜັງສື ໂດຍບໍ່ໄດ້ຮັບຄ່າຕອບແທນນັ້ນ ແຕ່ເຖິງຢ່າງໃດກໍຕາມ ມາຮອດປັຈຸບັນ ບັນຫາດ່ັງກ່າວນີ້ ກໍຍັງມີໃຫ້ເຫັນຢ່າງຈະແຈ້ງ ຢູ່ຕາມຮ້ານອາຫານ ແລະ ສະຖານທີ່ບັນເທິງ ໃນເຂດໂຕເມືອງ ແລະ ສະຖານທີ່ ທ່ອງທ່ຽວ.

ດັ່ງຊາວນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ24 ຕຸລາ 2022 ນີ້ວ່າ:

“ເອີ! ບ້ານເຮົາຍັງມີຢູ່ ມັນກໍສຽ່ງຢູ່ຫັ້ນແຫລະ ໄປທ່ຽວ ໄປຫຍັງ ຍັງເຫັນຢູ່ ເປັນປະເພດຂະເຈົ້າຫາມາຂາຍໜໍ່ ເປັນຜັກ ເປັນໜໍ່ ແບບຂະເຈົ້າຫາຢູ່ ປ່າມາຂາຍ (ສ່ຽງຕໍ່ການຖືກຣົຖຕຳ). ເອີ! ກໍຊິປະມານນັນແຫລະ.

ໃນກໍຣະນີ ຂອງເດັກນ້ອຍທີ່ເລາະຂາຍເຄື່ອງ ໃນເວລາຕອນແລງ ຫາຕອນກາງຄືນ ຢູ່ຕາມຮ້ານອາຫານ ແລະ ສະຖານທີ່ບັນເທິງ ສ່ວນຫລາຍແມ່ນມີອາຍຸ ປະມານ 10 ປາຍປີ ແຕ່ບໍ່ກາຍ 15 ປີ ເປັນເດັກນ້ອຍໃນຄອບຄົວ ທຸກຍາກ ຈຶ່ງຕ້ອງອອກມາຊ່ອຍ ພໍ່ແມ່ເຮັດວຽກ ເພື່ອຫາຣາຍໄດ້ ບາງສ່ວນກໍຢ່າງຂາຍເຄື່ອງດ້ວຍຕົວເອງ ແຕ່ບາງສ່ວນ ກໍຈະມີພໍ່ແມ່ ຂີ່ຣົຖຈັກໄປສົ່ງ ຈາກນັ້ນກໍໃຫ້ເດັກນ້ອຍ ຢ່າງເລາະຂາຍເຄື່ຶອງ.

ດັ່ງຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ:

“ເດັກນ້ອຍຫວ່າ ເວລາໄປກິນຢູ່ຮ້ານອາຫານ ຈະມັກມີ ຂະເຈົ້າໄປເລາະຂາຍເຄື່ອງຫັ້ນນ່າ; ພວກຂນົມ ໝາກຝລັ່ງ ອິຫຍັງຊີ້ນ່າ ຖ້າໃຫ້ມາຂາຍເອງ ເດັກນ້ອຍນ່າ ຊິບໍ່ມາດອກ ຖ້າບໍ່ແມ່ນວ່າ ຄອບຄົວນີ້ໃຫ້ມາຂາຍ ຄຳວ່າ ບັງຄັບແນ່ກໍຊິວ່າແມ່ນ ຊິໃຊ້ຄຳວ່າ ບໍ່ບັງຄັບກໍຊິວ່າແມ່ນ ຄັນວ່າສະພາບເສຖກິຈ ຄອບຄົວຫັ້ນແຫລະ 10 ໜ້ອຍໆ 10 ປາຍໜ້ອຍ ສ່ວນໃຫຍ່ 12-13 ບໍ່ເກີນ 15 ປະມານນີ້ແຫລະ.”

ທ່ານກ່າວຕື່ມວ່າ ໃນໄລຍະ 2-3 ປີທີ່ຜ່ານມາ ຄົນງານລາວ ຈຳນວນຫລາຍ ເດີນທາງໄປເຮັດວຽກຢູ່ເມືອງ ແລະ ແຂວງຕ່າງໆ ພາຍໃນປະເທດລາວ ແລະ ບາງສ່ວນເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ແຕ່ເມື່ອມີການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ເກີດການຫວ່າງງານ ແລະ ຂາດຣາຍຮັບ ໃນຂະນະທີ່ຄ່າໃຊ້ຈ່າຍເພີ່ມຂຶ້ນ ເຊິ່ງສົ່ງຜົລກະທົບ ໂດຍຕຣົງຕໍ່ຄອບຄົວ ຂອງພວກເຂົາເຈົ້າ ຍ້ອນເຫດຜົລດັ່ງກ່າວນີ້ ຜູ້ເປັນພໍ່ແມ່ ຈຶ່ງຈຳເປັນຕ້ອງ ພາລູກນ້ອຍ ໄປເຮັດວຽກໃນເຂດໂຕເມືອງ ແລະ ເດັກນ້ອຍບາງຄົນ ຕ້ອງຊ່ອຍພໍ່ແມ່ຫາລາຍໄດ້ ຈົນບາງຄົນອອກ ຈາກການຮຽນ.

ສຳລັບເດັກນ້ອຍ ທີ່ເລາະຂາຍເຄື່ອງ ຢູ່ຕາມຮ້ານອາຫານ ຫລືຮ້ານກິນດື່ມ ໃນເວລາກາງຄືນນັ້ນ ທາງການລາວ ຈະເອີ້ນວ່າ ເປັນເດັກຂໍທານ ຍ້ອນສ່ວນຫລາຍ ເດັກນ້ອຍກຸ່ມດັ່ງກ່າວນີ້ ບໍ່ໄດ້ເອົາໃຈໃສ່ ກ່ຽວກັບການຂາຍເຄື່ອງ ແຕ່ເໜັ່ນໜັກໄປທີ່ການເຮັດໃຫ້ ບຸກຄົນທົ່ວໄປ ເກີດຄວາມຮູ້ສຶກອິຕົນ ຫລາຍກ່ອນ ແລະໃຫ້ເງິນ ແກ່ພວກເຂົາເຈົ້າ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານສຸຂພາບ ແລະ ຄວາມປອດພັຍ ຂອງເດັກນ້ອຍ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງທ່ານນຶ່ງ ກ່າວວ່າ:

“ຈັດເປັນເດັກຂໍທານເນາະແບບວ່າ ໄປບາງເທຶ່ອກໍເລາະຂໍເງິນ ບາງຄົນກໍຄືຊ່ວຍບາງຄົນກໍເອົາເງິນໃຫ້ ແມ່ນແຫລະ ເລາະຂາຍເຄຶ່ອງຕາມຮ້ານອາຫານ ຫລືວ່າຢູ່ຮ້ານບັນເທິງຕ່າງໆ ກາງຄໍ່າກາງຄືນຫັ້ນນ່າ ບ້ານເຮົາຈັດວ່າ ເປັນເດັກຂໍທານເນາະ ໄປເລາະຂໍເງິນ ບາງຄົນອາຈມີສິ່ງໃດສິ່ງນຶ່ງ ໄປແລກປ່ຽນ ບາງເທື່ອເຮົາເຫັນວ່າ ໂອ້ນ່າສົງສານ ເຮົາກໍເອົາໃຫ້ບໍ່ເອົາເຄື່ອງ.”

ທ່ານກ່າວຕື່ມວ່າປັຈຸບັນ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີຂໍ້ມູນທີ່ຄັກແນ່ວ່າ ເດັກນ້ອຍ ທີ່ອອກມາເລາະຂາຍເຄຶ່ອງ ໃນເວລາກາງຄືນນີ້ ແມ່ນຖືກບັງຄັບກັນແທ້ ແຕ່ສ່ວນຫລາຍພັດກ່ຽວຂ້ອງ ກັບສະພາບຄອບຄົວ ເປັນຕົ້ນ ຄອບຄົວທີ່ທຸກຍາກ ພໍ່ແມ່ບໍ່ມີວຽກເຮັດງານທຳ ແລະ ບໍ່ມີທີ່ຢູ່ອາສັຍ ຈຶ່ງຈຳເປັນຕ້ອງໄດ້ພາລູກນ້ອຍ ເລາະຫາກິນເປັນຣາຍມື້ ອີກສ່ວນນຶ່ງ ແມ່ນເດັກນ້ອຍຕ້ອງໄດ້ຢູ່ອາສັຍ ນຳບຸກຄົນນອກຄອບຄົວ ແລະ ຖືກບັງຄັບໃຫ້ຂາຍເຄື່ອງ ຫລືຂໍທານ. ທ່ານກ່າວອີກວ່າ ຖ້າຫາກມີການກວດພົບ ພາກສ່ວນກ່ຽວຂ້ອງ ກໍຈະດຳເນີນການນຳພໍ່ແມ່ ຂອງເດັກນ້ອຍ ໄປເຂົ້າຮັບການຝຶກວິຊາຊີພ ໃຫ້ສອດຄ່ອງ ກັບຄວາມສາມາດ ຂອງພວກຂະເຈົ້າ ສ່ວນເດັກນ້ອຍນັ້ນ ຈະສອບຖາມພວກຂະເຈົ້າກ່ອນວ່າ ຕ້ອງການຮຽນໜັງສື ຫລືບໍ່ ຖ້າຫາກຕ້ອງການ ຮຽນກໍຈະມີອົງກອນ ຊ່ອຍເຫລືອ ໃຫ້ພວກເຂົາເຈົ້າ ຮຽນຕາມຊັ້ນ ແລະຂັ້ນທີ່ເໝາະສົມຕໍ່ໄປໄດ້. ທີ່ຜ່ານມາເດັກນ້ອຍ ທີ່ອອກມາເລາະຂາຍເຄື່ອງນັ້ນ ມີຄວາມຜິດ ຕາມກົດໝາຍ ການນຳໃຊ້ແຮງງານເດັກ ຫລືບໍ່ນັ້ນ ຈຳເປັນຕ້ອງ ໄດ້ພິຈາຣະນາ ເຈຕນາໃນການອອກມາຂາຍ ເຄື່ອງຂອງເດັກນ້ອຍນຳດ້ວຍ ຖ້າຫາກວ່າເປັນຄວາມຕ້ອງການ ຂອງເຂົາເຈົ້າທີ່ຕ້ອງໄດ້ຊອກຫາລາຍໄດ້ ເພື່ອນຳໃຊ້ໃນຊີວິຕ ປະຈຳວັນ ກໍບໍ່ມີຄວາມຜິດ ຕາມກົດໝາຍ ແຕ່ຖ້າຫາກມີການກວດພົບວ່າ ພວກເຂົາເຈົ້າຖືກບັງຄັບ ໃຊ້ແຮງງານ ກໍຕ້ອງມີການດຳເນີນຄະດີ ຄວາມຜິດຕໍ່ໄປ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການຕໍ່ຕ້ານ ການຄ້າມະນຸສ ຜູ້ບໍ່ປະສົງອອກຊື່ ແລະ ຕຳເເໜ່ງ ທ່ານນຶ່ງກ່າວວ່າ:

“ເຄື່ອງແນວໃດ ມັນຕ້ອງເຂົ້າຄ່າຍແນວໃດ ແບບໃດ ມັນມີເບື້ອງຫລັງບໍ່ ຫລືເປັນຄວາມສະມັກໃຈ ຂອງເດັກ ຖ້າມັນມີການວາງແຜນ ມີຜູ້ບົງການມັນກໍຜິດ ຄັນວ່າເດັກມັນບໍ່ຮູ້ຫຍັງ ມັນຢາກໄດ້ເງິນ ມັນກໍຂາຍ ກໍບໍ່ຖືວ່າເປັນເດັກກະທຳຜິດ ຕາມກົດໝາຍ ມີກົດໝາຍຄຸ້ມຄອງວ່າ ເດັກກະທຳຜິດແມ່ນເດັກແນວໃດ ເພາະສະນັ້ນ ມັນສລຸບບໍ່ໄດ້ວ່າເດັກໄປຂາຍເຄື່ອງ ແລ້ວມັນຈະຜິດ ມັນກໍບໍ່ແມ່ນ.”

ໃນໄລຍະທ້າຍປີ 2021 ທີ່ຜ່ານມາ ຍານາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງ ການທ່ອງທ່ຽວ ກະຊວງຖແຫລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກ່າວວ່າ ເຖິງແມ່ນວ່າທາງການລາວ ຍັງຈະບໍ່ມີຕົວເລກທີ່ຈະແຈ້ງ ກ່ຽວກັບການນຳໃຊ້ ແຮງງານເດັກ ຢູ່ພາຍໃນປະເທດ ແຕ່ໃນສະພາບໂຕຈິງ ຍັງພົບເຫັນເດັກນ້ອຍ ຈຳນວນນຶ່ງ ທີ່ເຮັດວຽກຕິດພັນ ສະຖານທີ່ບໍຣິການ ທ່ອງທ່ຽວ ເປັນຕົ້ນ ສະຖານທີ່ ບັນເທີງ, ຮ້ານອາຫານ, ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ ແລະ ຂາຍເຄຶ່ອງຫັຖກັມ, ຕາມສຖານທີ່ຕ່າງໆ ມີເດັກນ້ອຍອາຍຸຕໍ່າກວ່າ 18 ປີ ຈຳນວນບໍ່ໜ້ອຍ ເຂົ້າໄປເຮັດບໍຣິການເສີບເຄື່ອງດື່ມໃນຮ້ານບັນເທິງ, ເດັກນ້ອຍທີ່ອອກໂຮງຮຽນໄປເລາະຂາຍເຄື່ອງຫັຕຖະກັມ ຕາມສຖານທີ່ທ່ອງທ່ຽວ, ສະຖານທີ່ ພັກແຮມ ແລະ ຕລາດກາງຄືນ ເຊິ່ງຖືວ່າເຂົ້າຂ່າຍ ການນຳໃຊ້ແຮງງານເດັກ ຍ້ອນເປັນການເຮັດວຽກ ໃນສະຖານທີ່ ທີ່ອັນຕຣາຍ ແລະ ມີຄວາມສ່ຽງ ຕໍ່ສຸຂພາບຂອງເດັກນ້ອຍ ອີກທັງຍັງເປັນການ ລົບກວນຊີວິຕວັຍຮຽນຂອງພວກເຂົາເຈົ້າ.

ອີງຕາມຂໍ້ຕົກລົງ ວ່າດ້ວຍການກຳນົດ ວຽກທີ່ເປັນອັນຕຣາຍ ທີ່ຫ້າມນຳໃຊ້ແຮງງານ ຊາວໜຸ່ມ ສບັບເລກທີ 4182/ຣສສ ລົງວັນທີ 23 ພສຈິກາ 2016 ຂອງກະຊວງແຮງງານ ແລະ ສວັດດີການ ສັງຄົມ ລະບຸວ່າ ແຮງງານເດັກໃນປະເທດລາວ ແມ່ນໝາຍເຖິງຜູ້ທີ່ມີອາຍຸ ຕໍ່າກວ່າ18 ປີ ທີ່ເຮັດວຽກ ໃນຂແນງການ ອາຊີພ ຫລືສະຖານທີ່ ທີ່ເປັນອັນຕຣາຍຕໍ່ຮ່າງກາຍ, ມັນສມອງ ຫລືຄວາມຮູ້ສຶກຂອງເດັກ ຫລືບັງຄັບໃຫ້ເດັກ ຕ້ອງອອກໂຮງຮຽນ ກ່ອນວັຍ ຫລືເຮັດໃຫ້ເດັກ ຕ້ອງເຮັດວຽກ ຢ່າງໜັກ ເປັນໄລຍະເວລາ ຫລາຍຊົ່ວໂມງ ເຮັດໃຫ້ເດັກເສັຍໂອກາດ ໃນການເຂົ້າຮຽນ, ເຮັດວຽກເກີນເວລາ ປົກກະຕິ ລວມທັງເດັກທີ່ມີອາຍຸ ຕໍ່າກວ່າ 12 ປີ ທີ່ເຮັດວຽກ ເສຖກິຈ ໂດຍບໍ່ໄດ້ຮັບຄ່າຕອບແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.