ກອງທຶນຫຼຸດຜ່ອນ ຄວາມທຸກຍາກ ປະສົບຜົລສຳເຣັດ

ໄຊຍາ
2022.04.29
ກອງທຶນຫຼຸດຜ່ອນ ຄວາມທຸກຍາກ ປະສົບຜົລສຳເຣັດ ແມ່ລູກອ່ອນ ທີ່ຢູ່ເຂດຫ່າງໄກ ໃນແຂວງອຸດົມໄຊ ກຳລັງກ່ອມລູກນ້ອຍນອນ.
ນັກຂ່າວ ພົລເມືອງ

ລະຫວ່າງປີ 2003-2021 ຮວມເປັນໄລຍະ 18 ປີ ທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ຫຼື ທລຍ ສາມາດລຶບລ້າງບ້ານທຸກຍາກໄດ້ 2,262 ບ້ານ ກວມເອົາປະຊາກອນທັງໝົດ 1.3 ລ້ານຄົນ ທີ່ໄດ້ຮັບການສນັບສນູນ ຈາກອົງການສາກົນເພື່ອຊ່ອຍປັບປຸງ ເງື່ອນໄຂການດຳຣົງຊີວິດຢູ່ 5 ຂແນງການຄື ຂແນງການສຶກສາທິການ ແລະກິລາ, ສາທາຣະນະສຸຂ, ກະສິກັມ ແລະ ປ່າໄມ້, ໂຍທາທິການ ແລະຂົນສົ່ງ ແລະ ສະຫະພັນແມ່ຍິງ. ໂດຍຜ່ານມາຂະບວນການມີສ່ວນຮ່ວມ ແລະຕັດສິນໃຈຂອງປະຊາຊົນ ໂດຍສະເພາະແມ່ຍິງ ແລະຊົນເຜົ່າໃນພື້ນທີ່ເປົ້າໝາຍ ທີ່ທຸກຍາກທຸລະກັນດານຢູ່ 11 ແຂວງ ຄື ຈຳປາສັກ, ສາຣະວັນ, ເຊກອງ, ອັດຕະປື, ສວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ຫຼວງພຣະບາງ ແລະ ອຸດົມໄຊ.

ສະເພາະແຂວງຫົວພັນ ຢູ່ບ້ານແທນຫີ້ງ, ບ້ານຫ້ວຍສາ, ບ້ານສະກົກ, ບ້ານດອນຄູນ ແລະ  ບ້ານສົບມາດ ເມືອງຮ້ຽມ ກໍໄດ້ຮັບການສນັບສນູນຈາກກອງທຶນ ທລຍ ສ້າງສູນໂພສະນາການ ປູກຜັກສວນຄົວ ແລະຊື້ພັນໄກ່, ໝູ, ເປັດ ລ້ຽງ, ຮວມເຖິງຝຶກອົບຮົມ ປຸງແຕ່ງພາເຂົ້າໃຫ້ລູກຢ່າງຖືກຕ້ອງ ຕາມຫຼັກສາທາຣະນະສຸຂ ອາທິດ 1-2 ເທື່ອ ຕລອດໄລຍະເວລາ 5 ປີ ນັບແຕ່ປີ 2012, ເພື່ອຫຼຸດຜ່ອນພາວະການຂາດສານອາຫານ ຂອງເດັກຕໍ່າກວ່າ 5 ປີ. ປັດຈຸບັນຜູ້ເປັນແມ່ ກໍມີຄວາມຮູ້ ມີຜັກສວນຄົວ ມີຊີ້ນສັດເພື່ອປຸງແຕ່ງອາຫານ ໃຫ້ລູກຂອງໂຕເອງ ເຖິງແມ່ນວ່າກອງທຶນ ທລຍ ຈະສິ້ນສຸດໃຫ້ການສນັບສນູນ ໄປແຕ່ປີ 2017 ແລ້ວກໍຕາມ.

ກອງທຶນ ທລຍ ນີ້ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນເຫັນໄດ້ຢ່າງຊັດເຈນວ່າ ກ່ອນປີ 2012 ທີ່ຈະມີກອງທຶນ ທລຍ ເຂົ້າມາສນັບສນູນກິຈກັມດັ່ງກ່າວ ມີເດັກນ້ອຍອາຍຸຕໍ່າກ່ວາ 5 ປີ ທົ່ວເມືອງຮ້ຽມ 30% ຂາດສານອາຫານ. ແຕ່ມາຮອດປັດຈຸບັນປີ 2021 ເດັກນ້ອຍອາຍຸຕໍ່າກ່ວາ 5 ປີ ຂາດສານອາຫານທົ່ວເມືອງພຽງ 10%, ຕາມເປົ້າໝາຍທີ່ ກະຊວງສາທາຣະນະສຸຂ ວາງໄວ້.

ດັ່ງເຈົ້າໜ້າທີ່ກອງທຶນ ຫຼຸດຜ່ອນຄວາມທຸກຍາກ ເມືອງຮ້ຽມ ແຂວງຫົວພັນກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ເມສານີ້ວ່າ:

ພໍ່-ແມ່ກໍມາຮຽນຮູ້ຫັ້ນແລ້ວ ກໍເອົາລູກມາແຕ່ງອາຫານ ເຂົາເຈ້າເອົາອາສາຢູ່ຂັ້ນບ້ານນ່າມາຝຶກ ແລ້ວໄປແຕ່ງໃຫ້ເດັກນ້ອຍກັບແມ່ມານຖືພານັ້ນກິນ ອາທິດນຶ່ງ 2 ຄັ້ງບໍ່, ປັດຈຸບັນມີແຕ່ວ່າພໍ່-ແມ່ຫັ້ນສືບຕໍ່ບົດຮຽນຫັ້ນນຳໄປຈັດຕັ້ງ ປຸງແຕ່ງອາຫານມີຫຍັງຕ່າງໆ ໃຫ້ເດັກເຂົາເຈົ້າກໍ ມີຄວາມຮູ້ຂຶ້ນຕື່ມໜ້ອຍນຶ່ງ ແລ້ວກໍເຮັດໃຫ້ໂຕນີ້ ການຂາດສານອາຫານຫຼຸດລົງເນາະ 2 ປີ 3 ປີ ມານີ້ ຖືວ່າເມືອງຮ້ຽມ ກໍບັນລຸເປົ້າໝາຍເດັກຂາດສານອາຫານ.

ທ່ານກ່າວຕື່ມວ່ານອກຈາກນີ້ຢູ່ເມືອງຮ້ຽນມີອີກ 10 ປາຍບ້ານໄດ້ຮັບທຶນສນັບສນູນສ້ອມ ແປງແລະກໍ່ສ້າງລະບົບນໍ້າລີນຈາກກອງທຶນ ທລຍ ນຳດ້ວຍເຮັດໃຫ້ປະຊາຊົນໃນບ້ານເປົ້າໝາຍ ໂດຍສະເພາະຊົນເຜົ່າອາຂ່າ ມີນໍ້າລິນທີ່ໄດ້ຈາກການຕໍ່ທໍ່ ຈາກແຫຼ່ງນໍ້າໃນປ່າໄວ້ໃຊ້ຕລອດປີ ເຮັດໃຫ້ພະຍາດຖອກທ້ອງທີ່ເຄີຍຣະບາດຮຸນແຮງ ໃນປີ 2000 ເຮັດໃຫ້ມີປະຊາຊົນເສຍຊີວິດ ໄດ້ຜ່ອນເບົາລົງໃນປັດຈຸບັນ. ເນື່ອງຈາກປະຊາຊົນມີຄວາມຮູ້ ໃນການປ້ອງກັນພະຍາດຖອກທ້ອງ ເປັນຕົ້ນການຕົ້ມນໍ້າກ່ອນຈະໃຊ້ດື່ມ ຫຼືປຸງອາຫານ ແລະມີນໍ້າລິນໄວ້ໃຊ້ທຳຄວາມສະອາດ ພາຍຫລັງຖ່າຍໜັກ.

ຂະນະທີ່ແຂວງສວັນນະເຂດ ຢູ່ບ້ານເຊໂປນ ເມືອງເຊໂປນ ມີກອງທຶນ ທລຍ ສນັບສນູນກິຈກັມ ໃນຂແນງສະຫະພັນແມ່ຍິງ ເປັນກອງທຶນໝູນວຽນຕໍ່າຫູກ ເພື່ອສ້າງອາຊີບ ສ້າງລາຍໄດ້ໃຫ້ແມ່ຍິງ ຊົນເຜົ່າພາຍໃນບ້ານເປົ້າໝາຍ ແຕ່ປີ 2013 ມາເຖິງປັດຈຸບັນກອງທຶນໝູນວຽນຕໍ່າຫູກ ກໍສາມາດມີເງິນໃນກອງທຶນໝູນວຽນ ໄປຊ່ອຍແມ່ຍິງຜູ້ອື່ນ ທີ່ທຸກຍາກ ຜູ້ທີ່ມີຄວາມສົນໃຈໃນການຕໍ່າຫູກ ນໍາອີກ.

ດັ່ງເຈົ້າໜ້າທີ່ ທລຍ ຂແນງການສະຫະພັນແມ່ຍິງ ເມືອງເຊໂປນ ແຂວງສວັນນະເຂດກ່າວໃນມື້ດຽວກັນວ່າ:

ໃນແຕ່ລະວັນ ກໍສາມາດລ້ຽງໄດ້ແຕ່ວ່າ ບໍ່ເຖິງຂັ້ນມີເນາະ ພໍໄດ້ແກ້ໄຂເບິ່ງຫຼັງເນາະ ກ່ອນແລະຫຼັງ ແຕ່ກ່ອນບໍ່ຮູ້ເຮັດ ແລະກໍບໍ່ຮູ້ຈັກການຕໍ່າຜ້າຕໍ່າແພ ບໍ່ເປັນບໍ່ຮູ້ນ່າເວົ້າງ່າຍໆ ຕຳແບບພື້ນບ້ານ ມີຫຍັງທັມມະດາ ມີແຕ່ຕໍ່າໃຊ້ທັມມະດາ ແລະຕົກມາໂຄງການອັນນີ້ ເຊົາເພິ່ມຈຳນວນນຶ່ງ ກໍຕໍ່າແລະກໍຜູ້ມີໄປຈອງ ພໍ່ຄ້າກໍເອົາໄປຂາຍ ຜູ້ຕໍ່າໄດ້ຫຼາຍກໍໄດ້ຫຼາຍ ຜູ້ບໍ່ມີເວລາຕໍ່າກໍໄດ້ຈຳນວນ ຂັ້ນຕໍ່າຫັ້ນແຫຼະ.

ທ່ານກ່າວຕື່ມວ່າ ພາຍໃນເມືອງເຊໂປນຍັງໄດ້ຮັບ ການສນັບສນູນຈາກກອງທຶນ ທລຍ ໃນກິຈກັມສ້ອມແປງ ໂຮງຮຽນປະຖົມສຶກສາຊັ້ນປີທີ 1-5 ຈຳນວນ 10 ປາຍແຫ່ງ ຮວມເຖິງກໍ່ສ້າງໂຮງຮຽນແຫ່ງໃໝ່ ໃຫ້ນັກຮຽນຊັ້ນ ປ1-ປ5 ຢູ່ບ້ານນໍ້າຄື້ມນຳດ້ວຍ ເຮັດໃຫ້ນັກຮຽນທີ່ບໍ່ເຄີຍມີໂຮງຮຽນ ໄດ້ເຂົ້າໂຮງຮຽນ ເຂົ້າຕາມເກນອາຍຸ ແລະເຮັດໃຫ້ນັກຮຽນທີ່ເຄີຍຢູ່ໂຮງຮຽນ ທີ່ເປເພ່ ມີໂຮງຮຽນທີ່ໄດ້ຮັບການສ້ອມແປງ ມີຄວາມຮູ້ສຶກຢາກເຂົ້າໂຮງຮຽນນຳໝູ່.

ນອກຈາກນີ້ກອງທຶນ ທລຍ ຍັງໄດ້ໃຫ້ການສນັບສນູນແມ່ຍິງ ແລະເດັກນ້ອຍຢູ່ບ້ານ ອາຕຸກ ເມືອງສະມ້ວຍ ແລະ ບ້ານສັນຍາຍອນ ເມືອງຕະໂອ້ຍ ແຂວງສາຣະວັນ ຈັດຕັ້ງໂຄງການສ້ອມແປງນໍ້າລິນ ແລະຢູ່ບ້ານຮ່ອງໃຫຍ່ ເມືອງຕຸ້ມລ້ານ ແຂວງສາຣະວັນ ຈັດຕັ້ງໂຄງການກໍ່ສ້າງນໍ້າປະປາຊຸມຊົນ ເຮັດໃຫ້ຫຼຸດຜ່ອນການໃຊ້ແຮງງານ ແມ່ຍິງ ແລະເດັກ ທີ່ເຄີຍຂົນນໍ້າເປັນໄລຍະທາງໄກ 1-2 ກິໂລຢ່າງຕໍ່າ. ສາມາດມີນໍ້າໃຊ້ໃກ້ເຮືອນໂຕເອງ ເພື່ອຮັບໃຊ້ຊີວິດການເປັນຢູ່ ໃຫ້ສະດວກຂຶ້ນໂດຍສະເພາະການຂົນນໍ້າ ເພື່ອການປູກຝັງ ແລະລ້ຽງສັດ.

ດັ່ງເຈົ້າໜ້າທີ່ ທລຍ ປະຈຳແຂວງສາຣະວັນ ກ່າວໃນມື້ດຽວກັນວ່າ:

ແຕ່ກ່ອນຖືວ່າປະຊາຊົນ ເຄີຍໄປຕັກນໍ້າຢູ່ຫ້ວຍ ຢູ່ນໍາໜອງມີຫຍັງຕ່າງໆ ຫັ້ນນ່າ ເຄີຍໄປເອົາຢູ່ບ່ອນໄກ ປັດຈຸບັນນີ້ໄປເອົາຢູ່ໃກ້ໆ ເຮືອນຫຍັງຫັ້ນນ່າ ຜູ້ຍິງຫຼືວ່າເດັກນ້ອຍສິບໍ່ໄດ້ໃຊ້ ແຮງງານແນວນັ້ນນ່າ.

ທ່ານໄດ້ກ່າວຕື່ມວ່າບໍ່ພຽງແຕ່ ຂແນງການສາທາຣະນະສຸຂ ທີ່ແຂວງສາຣະວັນ ໄດ້ຮັບການສນັບສນູນວຽກງານ ກອງທຶນ ທລຍ ທາງການແຂວງ ຍັງໄດ້ໃຫ້ການສນັບສນູນຈາກ ຂແນງການໂຍທາທິການ ແລະຂົນສົ່ງນໍາດ້ວຍ ໃນການກໍ່ສ້າງ ແລະສ້ອມແປງທາງດິນແດງ ໃຫ້ທາງທີ່ທົນທານເຮັດໃຫ້ປະຊາຊົນ ສາມາດທຽວໄປມາຈາກບ້ານ ຫາເມືອງ ເພື່ອຄ້າຂາຍຜົລຜລິດ ຈາກການປູກຝັງນໍ້າດ້ວຍ.

ສ່ວນຢູ່ແຂວງຫຼວງນໍ້າທາ ຢູ່ເມືອງວຽງພູຄາໄດ້ຮັບທຶນສນັບສນູນ ຈາກກອງທຶນ ທລຍ ສົ່ງເສີມພື້ນຖານໂຄງຮ່າງ ຂແນງການກະສິກັມແລະປ່າໄມ້ ເປັນຕົ້ນການກໍ່ສ້າງແລະສ້ອມແປງ ຝາຍນໍ້າລົ້ນຊົລປະທານ ຮວມທັງພັທນາການປູກການຝັງ ໃນບ້ານເປົ້າໝາຍ ເຮັດໃຫ້ບ້ານເປົ້າໝາຍ ສາມາດມີຣາຍໄດ້ ແລະອາຊີບໝັ້ນຄົງ.

ດັ່ງເຈົ້າໜ້າທີ່ ທລຍ ເມືອງວຽງພູຄາ ແຂວງຫຼວງນໍ້າທາກ່າວໃນມື້ດຽວກັນວ່າ:

ເບີ່ງຮວມແລ້ວ ມັນກໍມີອັນດີຫັ້ນແຫຼະເນາະ ເພາະວ່າບາງຈຸດບາງບ້ານ ກໍຄືເກົ່າຫັ້ນ ບາງບ້ານກໍບໍ່ມີຄວາມຄືບໜ້າ ແຕ່ບາງບ້ານກໍດີຂຶ້ນ ຄັນສົມທຽບໂຕເກົ່າ ມັນກໍມີອັນດີຫັ້ນແຫຼະເຣື່ອງປູກ ເຣື່ອງລ້ຽງ ມັນກໍມີກອງທຶນຫັ້ນເດ ກອງທຶນໝູນວຽນ ກອງທຶນພັທນາ ມີໝູ, ມີໄກ່ ຜ່ານມານີ້ເດ້ ແລ້ວກໍມີປູກນີ້ ປູກຜັກສວນຄົວ ຂອງໂຮງຮຽນກໍມີ ປູກເປັນສິນຄ້າ ເປັນເຮືອນຄົນກໍມີເນາະ.

ທ່ານກ່າວຕື່ມວ່າ ຢູ່ເມືອງວຽງພູຄາຍັງໄດ້ຮັບການຈັດຕັ້ງ ປະຕິບັດວຽກງານ ທລຍ ໃນຂແນງການສຶກສາທິການ ແລະກິລາ, ການກໍ່ສ້າງ ແລະສ້ອມແປງໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ອຸປະກອນການສຶກສາ ແລະ ອຸປະກອນຕົບແຕ່ງພາຍໃນ ໂຮງຮຽນນໍາດ້ວຍ.

ໂຄງການ ແລະກິຈກັມທີ່ກອງທຶນ ທລຍ ໄດ້ມີການຈັດຕັ້ງໃນໄລຍະ 18 ປີ ສາມາດເປັນຕົ້ນແບບໃນການຊ່ອຍຫຼຸດຜ່ອນ ຄວາມທຸກຍາກພາຍໃນປະເທດໄດ້ ໂດຍສັງເກດໄດ້ຈາກໄລຍະ 2-3 ປີທີ່ຜ່ານມາປະຊາຊົນຢູ່ເມືອງຮ້ຽມ ແຂວງຫົວພັນ ມີຄວາມຮູ້ຄວາມເຂົ້າໃຈ ຕໍ່ການປັບປຸງຊີວິດໃຫ້ດີຂຶ້ນ ດັ່ງທີ່ໄດ້ຣາຍງານໃນຕອນຕົ້ນ.

ດັ່ງເຈົ້າໜ້າທີ່ ທລຍ ເມືອງຮ້ຽມ ແຂວງຫົວພັນ ຜູ້ດຽວກັນກ່າວວ່າ:

ຫລັງຈາກທີ່ວ່າ ມີໂຄງການໂຕນີ້ມາພັທນາ ເຮັດໃຫ້ໂຕນີ້ຂຶ້ນມາ 2-3 ປີ ຖືວ່າດີຂຶ້ນເດ້ ດີຂຶ້ນຫຼາຍແລ້ວ ປະຊາຊົນກໍມີຄວາມເຂົ້າໃຈ ຮັບຮູ້ຖືວ່າດີຂຶ້ນ ເປັນຕົ້ນແບບໄດ້ຜົລຢູ່.

ທ່ານໄດ້ກ່າວຕື່ມອີກວ່າ ປັດຈຸບັນກອງທຶນ ທລຍ ກໍເຣີ່ມເປີດໂຄງການ ໃນຫຼາຍແຂວງແລ້ວ. ໃນອານາຄົດກໍແມ່ນໃຫ້ບ້ານ ແລະປະຊາຊົນເປັນເຈົ້າການສືບຕໍ່.

ແຕ່ປີ 2003-2021 ທລຍ ໄດ້ຮັບທຶນທັງໝົດ 210 ລ້ານໂດລາຣ໌ສະຫະຣັຖ ທີ່ມາຈາກຫຼາຍແຫຼ່ງທຶນເຊັ່ນ ທຶນກູ້ຢືມທະນາຄານໂລກ 39.67%, ສ່ວນທີ່ເຫຼືອເປັນທຶນຊ່ອຍເຫຼືອລ້າ ຈາກກອງທຶນການພັທນາ ແລະຮ່ວມມືປະເທດສວິດເຊີແລນ, ຣັຖບານອອສເຕຣເລຍ, ທຶນຣັຖບານລາວສົມທົບ, ທຶນແກ້ໄຂພັຍພິບັດຈາກພະຍຸເກດສະໜາ, ທຶນຣັຖບານຢີ່ປຸ່ນ ແລະ ທຶນຣັຖບານຈີນ. ຊຶ່ງງົບປະມານທັງໝົດ ໄດ້ຖືກຈັດສັນໃສ່ກິຈກັມການກໍ່ສ້າງ, ປັບປຸງການເຂົ້າເຖິງການບໍຣິການ ຂັ້ນພື້ນຖານຕ່າງໆ ທີ່ເປັນສາເຫດຂອງຄວາມທຸກຍາກ ໃນເຂດຊົນນະບົດ ມີຈຳນວນ 6,670 ໂຄງການ ໂດຍຜູ້ທີ່ໄດ້ຮັບຜົລປໂຍດ ສ່ວນຫຼາຍແມ່ນຊົນເຜົ່າ ກວມເຖິງ 73% ແລະ ເປັນແມ່ຍິງກວມເອົາເຄິ່ງນຶ່ງ. ອີງຕາມການຣາຍງານຂອງ ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອຳນວຍການບໍຣິການ ກອງທຶນໄດ້ຣາຍງານ ຕໍ່ກອງປະຊຸມ ສມັຍສາມັນຄັ້ງທີ 25 ຂອງສະພາບໍຣິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ວັນທີ 22 ເມສາ 2022 ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.