ຈ.ມ ຈາກຜູ້ຟັງ 03/26/22

ໄມ​ຊູ​ລີ
2022.03.26
ຈ.ມ ຈາກຜູ້ຟັງ 03/26/22 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານຫົວຊ້າງຕໍ່ລອງ ຄ່າຊົດເຊີຍ ທີ່ດິນ, ຄອບຄົວ ຂອງຜູ່ທີ່ເສັຽຊີວິດ ຍື່ນໜັງສື ຮ້ອງທຸກ ພາຍຫຼັງ ອອກລູກ ຢູ່ໂຮງໝໍ, ມີຄໍາຮຽກຮ້ອງ ໃຫ້ເລັ່ງປັບປຸງ ເສັ້ນທາງກາສີ-ເມືອງນານ ໃຫ້ປອດພັຍຂຶ້ນ, ກຸ່ມຄົນ ທີ່ຖ່າຍທອດສົດ ວີດີໂອລາມົກ ຖືກດຳເນີນ ຄະດີແລ້ວ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ມີຄໍາຮຽກຮ້ອງ ໃຫ້ເລັ່ງປັບປຸງ ເສັ້ນທາງກາສີ-ເມືອງນານ ໃຫ້ປອດພັຍຂຶ້ນ

ແປງແດ່ທາງຫັ້ນ ພາກສ່ວນກ່ຽວຂ້ອງ ຢ່າປ່ອຍໃຫ້ຂຸ່ມ ມັນເລິກຫລາຍ ເກັບເງິນ ຄ່າພາສີ ຄ່າທາງທຸກປີ ບໍ່ມີຫລຸດ ແປງໃຫ້ແດ່ ມີຣົຖຂີ່ ກໍເຕັມແຕ່ຂຸມ ຈັງແມ່ນຊາດເນາະ ບໍ່ລົງຂຸມ ກະບໍ່ໄດ້ ເພາະມັນບໍ່ມີ ບ່ອນຫລີກ. ປະເທດລາວເຮົາ ຍັງແຕ່ເສັ້ນທາງນີ້ ລະ ທີ່ຍັງພັດທະນາຊ້າ .ຄວນແກ້ໃຂ ໄວກ່ອນນີ້ ທ່ານ…”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍ​ເຫດ: ວິ​ທ​ຍຸ​ ເອ​ເຊັຽ​ ເສ​ຣີ ໃຫ້​ຄວາມ​ສຳ​ຄັນ ທຸກໆ​ຖ້ອຍ​ຄຳ ຂອງ​ທຸກໆ​ທ່ານ, ແລະ ຮັກ​ສາ ການ​ສະ​ກົດ​ຄຳ ເປັນສ່ວນ​ຫຼາຍ ຂອງ​ຜູ່​ທີ່​ອອກ​ຄວາມ​ຄຶດ​ຄວາມ​ເຫັນ​ໄວ້ ເພື່ອບໍ່​ໃຫ້ ຄວາມ​ໝາຍ​ປ່ຽນ​ໄປ​ຫຼາຍ, ພຽງ​ແຕ່ ປ່ຽນຄຳ​ສັ​ພ ທີ່ບໍ່​ສຸ​ພາບ​ ໃຫ້​ເບົາ​ລົງເທົ່າ​ນັ້ນ. ດັ່ງ​ນັ້ນ ຂໍ​ໃຫ້​ທ່ານ​ຜູ່​ຟັງ ຈົ່ງ​ພິ​ຈາ​ຣະ​ນາ​ ເອົາ​ເອງວ່າ ຄວາມ​ຄຶດ​ຄວາມ​ເຫັນ​ນັ້ນ ມີ​ຄວາມ​ຈິງ​ຫຼາຍ​ໜ້ອຍ​ປານ​ໃດ. ຂອບ​ໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.