ຣັຖບານລາວ ປະກາດຫ້າມ ສລອງປີໃໝ່ລາວ ແບບຈັດເຕັມ
2022.03.25
ອີງຕາມການຣາຍງານ ຂອງຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີໃນວັນທີ 23 ມີນາ 2022 ວ່າ ຣັຖບານບໍ່ອະນຸຍາດໃຫ້ ສຳນັກງານຕ່າງໆ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ປະຊາຊົນແຕ່ລະແຂວງ ໃນທົ່ວປະເທດຈັດງານສເລີມສລອງ ປີໃໝ່ລາວ ປະຈຳປີ ພສ 2565 ຫລື ຄສ 2022 ນີ້ທີ່ມີລັກສະນະສັງສັນຄຶກຄື້ນໃຫຍ່ໂຕ ຍ້ອນເປັນຈຸດສ່ຽງໃນການແຜ່ຣະບາດ ຂອງເຊື້ອໂຄວິດ-19, ແຕ່ສາມາດຈັດງານສລອງຕາມຮີດຄອງ ປະເພນີໄດ້ ໃນຄອບຄົວເທົ່ານັ້ນ ຍ້ອນວ່າ ປັດຈບຸັນຍັງມີການຣະບາດ ຂອງເຊື້ອໂຄວິດ-19 ເພີ່ມຂຶ້ນຫລາຍໃນແຕ່ລະວັນ.
ຕໍ່ການປະກາດດັ່ງກ່າວ ເຈົ້າທີ່ທີ່ກ່ຽວຂ້ອງໃນນະຄອນຫລວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 25 ມີນາ ນີ້ວ່າ:
“ໂຕນີ້ທາງການບໍ່ໃຫ້ຈັດງານ ບໍ່ໃຫ້ມີງານລ້ຽງມີສະພາບການຣະບາດ ຂອງພະຍາດໂຄວິດ-19 ເຮັດໃນວົງແຄບ ໂຕນີ້ເຮັດໄດ້ເຮັດຕາມຮີດຄອງປະເພນີ ໂດຍໃຫ້ປະຕິບັດມາຕການປ້ອງກັນ ຄວບຄຸມແລະແກ້ໄຂພະຍາດໂຄວິດ-19 ຫັ້ນໃຫ້ຢູ່ໃນປະເພນີ ສະເພາະລັກສະນະກິນເຂົ້າສາມັກຄີກັນ ທັມມະດາ.”
ທ່ານໄດ້ກ່າວຕື່ມວ່າ ສຳລັບການການສົງພຣະໃນວັດ ກໍສາມາດເຮັດໄດ້ຕາມຮີດຄອງ ປະເພນີເທົ່ານັ້ນໂດຍທາງວັດ ແລະເຈົ້າໜ້າທີ່ຂັ້ນບ້ານ ຂອງແຕ່ລະເຂດທີ່ຈະເປີດໃຫ້ ສົງພຣະພຸທຮູບໃນປີໃໝ່ລາວ ປີນີ້ກໍຕ້ອງມີມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນການເວັ້ນໄລຍະຫ່າງ 1 ແມັດ, ມີເຄື່ອງວັດແທກອຸນຫະພູມ ແລະ ທຸກຄົນຕ້ອງໃສ່ຜ້າປິດປາກປິດດັງ.
ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫລວງພຣະບາງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກໍກ່າວວ່າ ໃນແຂວງຫລວງພຣະບາງ ທາງການກໍໄດ້ແຈ້ງການຫ້າມຈັດງານ ສເລີມສລອງປີໃໝ່ລາວແລ້ວ ໂດຍບໍ່ໃຫ້ຈັດງານໃຫຍ່ ເຊັ່ນກັນຮວມເຖິງການຫົດນໍ້າ ຕາມຖນົນຫົນທາງ, ການແຫ່ນາງສັງຂານ ກໍບໍ່ມີການຈັດຂຶ້ນ, ສ່ວນຕາມວັດວາອາຣາມຕ່າງໆ ກໍຈະມີພຽງເຮັດບຸນຕາມຮີດຄອງ ປະເພນີ ເຊັ່ນສົງພຣະພຸທຮູບ ໂດຍມີມາຕການປ້ອງກັນທີ່ເຂັ້ມງວດ.
“ເປັນທາງການບໍ່ໄດ້ເຮັດເດ້ ຂະບວນແຫ່ນາງສັນຂານ ເຮັດໃຫຍ່ໂຕບໍ່ໄດ້ເຮັດດອກ ລັກສະນະຄອບຄົວໄດ້ ໃນການສົງນໍ້າພຣະ ເບື້ອງຮີດຄອງໄດ້ເຮັດຢູ່.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ປະຊາຊົນລາວບໍ່ໄດ້ຄາດຫວັງວ່າ ປີໃໝ່ລາວປີນີ້ຈະມີການສເລີມສລອງໃຫຍ່ ເພາະເຂົ້າໃຈທີ່ເຊື້ອໂຄວິດ-19 ກຳລັງຣະບາດໜັກ ໃນປັດຈຸບັນນີ້. ຖ້າທາງການ ບໍ່ມີປະກາດແຈ້ງການອອກມາກໍຢ້ານວ່າ ຫລາຍພາກສ່ວນສວຍໂອກາດ ຈັດງານໃຫຍ່ ຊຶ່ງມັນສ່ຽງຕໍ່ການແຜ່ຣະບາດ ຂອງເຊື້ອໂຄວິດ-19.
ດັ່ງປະຊາຊົນໃນ ແຂວງຫລວງພຣະບາງກ່າວວ່າ:
“ກາດີໃຈນຳ ເພາະໂຄວິດເຮົາຍັງຫລາຍ ສ່ຽງຊີວິດເດ້ເຮົາກໍຢ້ານຄືກັນ ບາງອັນທີ່ວ່າຫລີກບໍ່ໄດ້ ກໍຕ້ອງຕາມຮີດຄອງ ແດ່ຫັ້ນແຫລະ.”
ສ່ວນປະຊາຊົນ ໃນນະຄອນຫລວງວຽງຈັນ ໃຫ້ຄວາມເຫັນວ່າ ເຫັນດີຕາມທາງການທີ່ແຈ້ງອອກມາ ເພາະການຣະບາດໃນໄລຍະນີ້ ຮຸນແຮງຫລາຍ ແລະເພີ່ມຂຶ້ນເຖິງ 2 ພັນປາຍ ໃນແຕ່ລະມື້ ດັ່ງນັ້ນການສເລີມສລອງປີໃໝ່ປີນີ້ ກໍຄວນຈັດນ້ອຍຕາມຮີດຄອງ ປະເພນີ ເພື່ອຫລຸດຄວາມສ່ຽງໃນຕິດເຊື້ອ ເປັນຈຳນວນຫລາຍ.
“ກາດີໄປແນວນຶ່ງ ນີ້ມັນຣະບາດຕລອດ ເຮົາກໍຕ້ອງໄດ້ເຮັດຕາມເພິ່ນ ຫ້າມແຫລະປີທີ 3 ເຂົ້າມານີ້ຖືວ່າ ຈະບໍ່ມີການເຮັດແບບໃຫຍ່ໆ ແລ້ວເມື່ອກີ້ບຸນພະເວດ ກໍເຮັດທັມມະດາແບບ ບໍ່ໄດ້ຄຶກຄື້ນຄືຜ່ານມາ.”
ຕາມການຣາຍງານ ຂອງແຂວງຫລວງພຣະບາງ ໃນວັນທີ 25 ມີນາ 2022 ຜ່ານມານີ້ ທາງການແຂວງຫ້າມບໍ່ໃຫ້ຫົດນໍ້າ ຢູ່ຕາມຖນົນຫົນທາງຢ່າງເດັດຂາດ. ຕ້ອງຮັບປະກັນຄວາມສງົບ, ປອດພັຍ, ເປັນຣະບຽບຮຽບຮ້ອຍ ໂດຍມອບໃຫ້ກອງບັນຊາການ ປ້ອງກັນຄວາມສງົບຂອງແຂວງ ແລະ ເມືອງອອກໄປແນະນຳຕື່ມ.
ອີງຕາມແຈ້ງການ ຂອງຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີເລກທີ 376/ຫສນຍ ລົງວັນທີ 23 ມີນາ 2022 ຣະບຸວ່າ ເຫັນດີໃຫ້ກຳນົດເອົາວັນພຸດ ທີ 13 ເມສາ 2022 ເປັນວັນພັກ ຊົດເຊີຍປີໃໝ່ລາວທົດແທນ ວັນເສົາ ທີ 16 ເມສາ ຊຶ່ງເປັນວັນພັກຣັຖການ. ການສລອງປີໃໝ່ປີນີ້ ບໍ່ໃຫ້ສຳນັກງານອົງການຂັ້ນສູນກາງ ແລະທ້ອງຖິ່ນຈັດງານລ້ຽງສລອງປີໃໝ່ ແລະອວຍພອນກັນຢ່າງເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ.
ນອກຈາກນີ້ແຈ້ງການຣະບຸຕື່ມວ່າ ການສລອງປີໃໝ່ລາວປີນີ້ ໃຫ້ອີງໃສ່ສະພາບການຣະບາດໂຕຈິງ ຂອງແຕ່ລະບ່ອນ. ໂດຍສະເພາະອີງໃສ່ຈຳນວນ ໂຕເລຂຂອງຜູ້ຕິດເຊື້ອໃນແຕ່ລະວັນ ທີ່ຄະນະສະເພາະກິຈ ຣາຍງານເປັນຫລັກ ເພື່ອຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້.
ສຳລັບການສລອງປີໃໝ່ ໃນລາວເມື່ອປີຜ່ານມາ ໄດ້ເກີດເຫດການການຕິດເຊື້ອ ຈາກໜຸ່ມຄົນໄທຍທີ່ລັກລອບເຂົ້າມາທ່ຽວໃນລາວ ໂດຍມີຄົນລາວເປັນຜູ້ນຳກຸ່ມຄົນດັ່ງກ່າວ ລັກລອບເຂົ້າມາຫລີ້ນປີໃໝ່ ໃນທີ່ສຸດເຊື້ອ ໂຄວິດ-19 ກໍມາຣະບາດໜັກ ໃນຮອບທີສອງຈົນແຜ່ລາມມາເຖິງປັດ ຈຸບັນ.
ສ່ວນຜູ້ທີ່ເປັນຕົ້ນເຫດ ນຳເຊື້ອມາແຜ່ຣະບາດສອງໜຸ່ມໄທຍ ຖືກດຳເນີນຂະດີໃນໄທຍ ແລະ ຜູ້ທີ່ມີສ່ວນຮ່ວມກັບກຸ່ມນີ້ ກໍຖືກສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສິນຄະດີຈຳຄຸກໃນວັນທີ 15 ກໍຣະກະດາ 2021 ຜ່ານມາ ດັ່ງ ນາງພາວະດີ ຫລື ຕຸກຕິກ, ນາງ ມອນມີນາ ຫລືຕິນ່າ, ທ້າວ ພານ, ທ້າວ ພູໃສ, ນາງ ສອນນາລີ ຫລື ນີນ່າ ແລະ ທ້າວ ສົມປະສົງ ໃນສະຖານຂົນຂວາຍຄົນອອກ ຫລື ການເອົາຄົນເຂົ້າປະເທດ ຢ່າງຜິດກົດໝາຽ. ການແຜ່ເຊື້ອພະຍາດ ທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດ ຕາມປະມວນກົດໝາຽອາຍາ ມາຕຣາ 128 ວັກ 2 , ມາດຕຣາ 199 ວັກ 03 ແລະ 380 ວັກ 1 ທັງໝົດນີ້ ຖືກຕັດສິນ ຈຳຄຸກຢ່າງໜ້ອຍ 1-2 ປີ.