ຫຼາຍຄົນ ກຳລັງກັບຄືນບ້ານເກີດ ເພື່ອສລອງປີໃໝ່ລາວ ກັບຄອບຄົວ
2023.04.10

ຊາວລາວໃນລາວ ຈໍານວນຫຼາຍ ກະຕຣຽມກັບເມືອພູມລໍາເນົາ ໃນໄລຍະບຸນປີໃໝ່ລາວ ເພື່ອສເລີມສລອງກັບຄອບຄົວ. ສະເພາະຊາວລາວ ຈາກແຂວງຫົວພັນ ທີ່ມາເຮັດວຽກ ເປັນກັມມະກອນກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ກໍຕຣຽມໂຕກັບເມືອບ້ານ ກ່ອນວັນທີ 13 ເມສາ ໂດຍຈະເລັ່ງໂບກ, ຕິດກະໂລ້ ແລະ ກໍາແພງໃຫ້ສໍາເຣັດ ແລ້ວຈະຕຣຽມຂອງຂວັນ ແລະເງິນຄໍາກັບເມືອບ້ານ ເພືື່ອສເລີມສລອງກັບຄອບຄົວ ດ້ວຍຄວາມເບີກບານມ່ວນຊື່ນ ຕາມຮີດຄອງປະເພນີ, ຕາມຄວາມເວົ້າ ຂອງຊາວລາວ ຈາກແຂວງຫົວພັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ເມສາ ນີ້ວ່າ:
“ສເລີມສລອງ ອົບອຸ່ນຄອບຄົວ ດ້ວຍຄວາມເບີກບານມ່ວນຊື່ນ ທັມມະດາຕາມຮີດຄອງ ປະເພນີ ກໍບໍ່ໄດ້ຕຣຽມໂຕຫຍັງຫຼາຍ ກໍມີຂອງຂວັນເລັກໆນ້ອຍໆ ໃຫ້ພໍ່ແມ່ ພົບປະສັງສັນອ້າຍນ້ອງ ໝູ່ເພື່ອນທຸກຄົນ ທີ່ຢູ່ທາງບ້ານເທົ່ານັ້ນ ກິນເຂົ້າສາມັກຄີ ມ່ວນຊື່ນກັນທັມມະດາ ແລ້ວກາບໄຫວ້ ຂັນສົມມາພໍ່ແມ່ ຂອງຂວັດກໍຊິເປັນປັດຈັຍທາງເງິນຄໍາ ຊິເປັນວັດຖຸເຄື່ອງໃຊ້ຂອງສອຍ ຈັ່ງຊີ້ເປັນປະເພນີ ຊື້ປີ້ຢູ່ສະຖານີ ລະກໍກັບເລີຍ ບໍ່ຕ້ອງຕຣຽມໂຕອີ່ຫຍັງຫຼາຍ.”
ຂະນະທີ່ ຊາວລາວ ຈາກແຂວງວຽງຈັນ ທີ່ມາເຮັດວຽກ ເປັນພະນັກງານຂາຍເຄື່ອງ ຢູ່ຫ້າງສັບພະສິນຄ້າ ໃນນະຄອນຫຼວງວຽງຈັນ ກໍຕຣຽມເຄື່ອງ ຈໍາພວກເສື້ອຜ້າ ເອົາໄປໃຫ້ພໍ່ແມ່ ແລະລູກ-ຫຼານ ທີ່ລໍຖ້າຢູ່ເຮືອນ ໄວ້ນຸ່ງຕ້ອນຮັບບຸນປີໃໝ່ລາວ ແລະສົມມາພໍ່ແມ່ ເພື່ອໃຫ້ຊີວິດການເງິນ ການງານລາບລື້ນ ແລະລໍຖ້າ ວັນທີ 13-15 ເມສາ ທີ່ສະມາຊິກຂອງຄອບຄົວ ຈະຢູ່ຄົບໜ້າຄົບຕາ ແລະກິນເຂົ້າພ້ອມກັນ.
ດັ່ງຊາວລາວ ຈາກແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ກຽມເຄື່ອງໄປສົມມາພໍ່ແມ່ ຕັງບໍ່ມີ ມີແຕ່ຊື້ເສື້ອຜ້າໃຫ້ພໍ່ແມ່ ຫຼືວ່າ ລະກໍຊື້ໄປຢາຍລູກ-ຫຼານ ແລ້ວກໍສົມມາພໍ່ແມ່ ກໍຫຼີ້ນຫົດນໍ້າ ກໍຢູ່ຄອບຄົວຫຼາຍໆຄົນ ກໍມີກິນເຂົ້ານໍາກັນ ຢູ່ກັບຄອບຄົວຄົບໜ້າຄົບຕາ.”
ສ່ວນຊາວລາວ ຈາກແຂວງສາຣະວັນ ທີ່ມາເຮັດວຽກເປັນພະນັກງານຕ້ອນຮັບ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ໂຕເອງມີແຕ່ຕຣຽມເຄື່ອງຂອງ ຈໍາພວກເຂົ້າໜົມ ແລະຂອງຝາກຕ່າງໆໄປຝາກພໍ່ແມ່ ພໍຮອດໄລຍະບຸນປີໃໝ່ລາວ ກໍຈະຕຣຽມດອກໄມ້ທູບທຽນ ນໍ້າອົບນໍ້າຫອມ ເພື່ອຫົດສົງພຣະພຸດທະຮູບ ແລະສົມບັດສົມມາພໍ່ແມ່ ພໍ່ເຖົ້າ ແມ່ເຖົ້າ ເພື່ອສເລີມສລອງບຸນປີໃໝ່ລາວປີນີ້.
ດັ່ງພະນັກງານຕ້ອນຮັບ ຢູ່ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ມີແຕ່ເຮົາອອກໄປຊື້ປີ້ຣົຖຢູ່ຫັ້ນເລີຍ ກໍບໍ່ໄດ້ຕຣຽມຫຍັງຫຼາຍ ກໍມີແຕ່ຕຣຽມເຄື່ອງຕຣຽມຂອງ ແລ້ວກໍກັບບ້ານ ສົມບັດສົມມາພໍ່ແມ່ ພໍ່ເຖົ້າແມ່ເຖົ້າ ສົງພຣະອີ່ຫຍັງ ໄປທັມມະດາ ນີ້ແຫຼະ.”
ຊາວລາວ ທັງ 3 ຄົນ ກ່າວຄືກັນວ່າ ປະມານ ວັນທີ 12 ເມສາ ກໍຈະໄປທີ່ສະຖານີ ຂົນສົ່ງໂດຍສານສາຍເໜືອ ແລະສາຍໃຕ້ ເພື່ອໄປຊື້ປີ້ຣົຖ ແລ້ວເດີນທາງເມືອບ້ານຂອງໃຜຂອງລາວ ບໍ່ໄດ້ໂທຈອງຊື້ປີ້ລ່ວງໜ້າ ນໍາພະນັກງານແຕ່ຢ່າງໃດ ແລະປະມານ ວັນທີ 16-18 ເມສາ ກໍຈະເດີນກັບມາເຮັດວຽກ ຢູ່ນະຄອນຫຼວງວຽງຈັນຄືເກົ່າ.
ຕັ້ງແຕ່ວັນທີ 7 ເມສາ ເປັນຕົ້ນມາຈົນຮອດປັດຈຸບັນ ຢູ່ສະຖານີຂົນສົ່ງໂດຍສາຍສາຍໃຕ້ ມີຜູ້ຄົນ ເດີນທາງມາຊື້ປີ້ໂດຍສານ ຈໍານວນຫຼາຍ ເຮັດໃຫ້ແຕ່ລະມື້ ຕ້ອງເພີ່ມຈໍານວນຖ້ຽວຣົຖຫຼາຍຖ້ຽວ ອີກທັງ ໃນໄລຍະບຸນໃໝ່ລາວນີ້ ແຕ່ລະຄິວຣົຖ ຈະບໍ່ນິຍົມໃຫ້ຈອງປີ້ທາງອ໋ອນລາຍນ໌ ຫຼື ໂທມາຈອງປີ້ ມີແຕ່ວ່າ ຣົຖໂດຍສານຄັນໃດ ມີຜູ້ໂດຍສານເຕັມແລ້ວ ກໍພ້ອມອອກເດີນທາງເລີຍ.
ດັ່ງພະນັກງານຜູ້ໃຫ້ບໍຣິການ ຢູ່ສະຖານີຂົນສົ່ງສາຍໃຕ້-ສາຍຕ່າງປະເທດ ນະຄອນຫຼວງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ຊ້ວງນີ້ຫັ້ນເຕັມຫຼາຍ ໝົດເລີຍນ່າ ເຣີ່ມມາຕັ້ງແຕ່ວັນສຸກ ວັນເສົາ ອາທິດທີ່ແລ້ວ ຊ້ວງນີ້ ພາຍໃນປະເທດ ເຂົາເຈົ້າຈະບໍ່ໃຫ້ຈອງນ່າເຈົ້າ ຊ່ວງປີໃໝ່ນີ້ ເຕັມແລ້ວກໍອອກ ເຕັມແລ້ວກໍອອກ ເພິ່ນບໍ່ຮັບຈອງ.”
ຂະນະທີ່ ຢູ່ສະຖານີຂົນສົ່ງໂດຍສານສາຍເໜືອ ກໍມີຜູ້ຄົນເດີນທາງມາຊື້ປີ້ໂດຍສານ ໄປແຂວງພາກເໜືອຈໍານວນຫຼາຍ ເຮັດໃຫ້ເສັ້ນທາງໄປແຂວງຜົ້ງສາລີ, ແຂວງຊຽງຂວາງ, ເມືອງຊໍາເໜືອ, ເມືອງໜອງແຮດ, ແຂວງໄຊຍະບູຣີ ແລະເມືອງປາກລາຍ ຕ້ອງໄດ້ມີຣົຖເສີມ ຈໍານວນຫຼາຍຄັນຄືກັນ ແລະຜູ້ໃດຢາກໄດ້ປີ້ຣົຖ ກໍສາມາດໂທຈອງນໍາພະນັກງານ ແຕ່ຕ້ອງໂອນເງິນພ້ອມ ເພື່ອໃຫ້ໄດ້ບ່ອນນັ່ງເດີນທາງຄັກແນ່, ດັ່ງພະນັກງານ ຜູ້ໃຫ້ບໍຣິການ ຢູ່ສະຖານີຂົນສົ່ງໂດຍສານສາຍເໜືອ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ເຕັມຢູ່ເຂົາເຈົ້າເພີ່ມຖ້ຽວ ມີ ມື້ນຶ່ງ ເຂົາໄປຕັ້ງເທົ່າໃດຖ້ຽວ ຫຼາຍມື້ນີ້ ເຂົາເສີມຣົຖຈັກຖ້ຽວຫັ້ນນ່າ ເຈົ້າຈອງໄວ້ ເຈົ້າຊື້ ເຈົ້າໂອນເງິນໃຫ້ເຂົາໂລດ.”
ບຸນປີໃໝ່ລາວ ປະຈໍາປີ 2023 ຕຣົງກັບວັນທີ 14-16 ເມສາ ໄລຍະບຸນປີໃໝ່ລາວ ຂອງແຕ່ລະປີ ຜູ້ຄົນຈະເຣີ່ມເດີນທາງເມືອບ້ານ ເນື່ອງຈາກ ເປັນມື້ພັກຍາວຂອງບຸນປີໃໝ່ລາວ ແລະເປັນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໂດຍໃນປີນີ້ ຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ໃຫ້ບຸນປີໃໝ່ລາວປີນີ້ ມີມື້ພັກຍາວ ຕັ້ງແຕ່ວັນທີ 14-18 ເມສາ ໂດຍເອົາມື້ວັນທີ 17-18 ເມສາ ເປັນມື້ພັກຊົດເຊີຍ ເນື່ອງຈາກວັນທີ 15-16 ເມສາ ເປັນວັນເສົາ ວັນທິດ ມື້ພັກທາງຣັຖການ.