ປະນາມ ການກະທຳຕໍ່ ຊາວໂຣຮິງຢາ ໃນພະມ້າ
2022.03.27
ອົງການສິທທິມະນຸດ ເຫັນດີກັບ ຖແລງການຂອງສະຫະຣັຖອາເມຣິກາ ທີ່ລະບຸວ່າ ທະຫານພະມ້າ ກະທຳການຂ້າລ້າງເຜົ່າພັນ ແລະ ເປັນອາຊກັມ ຕໍ່ມະນຸດຊາດ ໂດຍສະເພາະຕໍ່ຊາວໂຣຮິງຢາ, ໃນຂະນະທີ່ ບາງອົງການສິທິມະນຸດ ກໍກ່າວວ່າ ຜູ້ກະທຳຜິດ ຄື ທະຫານພະມ້າ ຈະຕ້ອງຖືກລົງໂທດ.
ທ່ານ Anthony Blinken ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ກ່າວວ່າ ການອອກມະຕິຮັບຮອງວ່າ ມີການຂ້າລ້າງເຜົ່າພັນໃນພະມ້າ ເປັນໄປຕາມການປະເມີນຂໍ້ເທັດຈິງ ແລະ ກຳລັງມີການກະກຽມທາງດ້ານກົດໝາຍ ໂດຍ ແມ່ນກະຊວງການຕ່າງປະເທດ ສະຫະຮັຖອາເມຣິກາ ເປັນຜູ້ດຳເນີນການ ເຊິ່ງລວມມີ ການຣວບຣວມເອກສານ ຫຼັກຖານ ຈາກອົງການຈັດຕັ້ງດ້ານສິທທິມະນຸດ ເຊັ່ນ ອົງການຊິຣະໂທສກັມສາກົລ Amnesty International ແລະ ອົງການສິ້ງຊອມດ້ານສິທິມະນຸດ ຫຼື Human Rights Watch.
ທ່ານ Anthony Blinken ຣັຖມົນຕຣີ ຕ່າງປະເທດສະຫະຣັຖອາເມຣິກາ ໄດ້ກ່າວຖແລງຕອນນຶ່ງ ໃນວັນທີ 8 ມີນາ ວ່າ:
“ມື້ນີ້ ວັນທີ 8 ເດືອນ ມານີ ຂ້າພະເຈົ້າຂໍຢືນຢັນວ່າ ສະມາຊິກທະຫານພະມ້າ ກະທຳການຂ້າລ້າງເຜົ່າພັນຕໍ່ຊາວໂຣຮິງຢາ.”
ທະຫານພະມ້າ ໄດ້ເຂົ້າໄປກວາດລ້າງ ກຸ່ມຕິດອາວຸດຊາວໂຣຮິງຢາ ຢູ່ ຣັຖຣະຂ່າຍ ທາງພາກຕາເວັນຕົກຂອງພະມ້າ ແຕ່ ສົ່ງຜົລກະທົບເຮັດໃຫ້ຊາວໂຣຮິງຢາປະມານ 700,000 ຄົນ ຕ້ອງໜີຈາກບ້ານເຂົາເຈົ້າ ແລ້ວ ໜີເຂົາໄປປະເທດບັງກະລາເດສ ທີ່ເປັນຊາຍແດນຕິດກັບພະມ້າ ໃນປີ 2017 ຍ້ອນວ່າ ທະຫານພະມ້າ ໄດ້ດຳເນີນການກວາດລ້າງ ໂດຍ ທີ່ທະຫານພະມ້າມີການໂຈມຕີພົລເຮືອນບໍ່ກ່ຽວກັບກຸ່ມຕໍ່ຕ້ານ.
ຊາວໂຣຮິງຢາ ຜູ້ທີ່ອົພຍົບໜີການຕໍ່ສູ້ ແລະ ຄວາມຮຸນແຮງ ຍັງຄົງພັກອາໃສ ຢູ່ ຄ້າຍຜູ້ອົພຍົບ ຢູ່ ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດບັງກະລາ ເດສ.
ປະທານອົງການຊາວໂຣຮິງຢາ ທີ່ຢູ່ປະເທດອັງກິດ ໄດ້ກ່າວຕໍ່ ວິທະຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ ພວກເຮົາຫວັງວ່າ ຂະບວນການນີ້ ຈະໄດ້ຮັບການສນັບສນູນຈາກປະຊາຄົມໂລກ ແລະ ຜູ້ກະທຳຜິດຈະຕ້ອງຖືກລົງໂທດ.
ທ່ານ ກ່າວວ່າ:
“ຂ້າພະເຈົ້າວ່າ ສິ່ງດັ່ງກ່າວຈະເປີດເສັ້ນທາງ ເພື່ອໃຫ້ຊາວໂຣຮິງຢາ ແລະ ຊາວຊາດຕິພັນອື່ນໆ ໄດ້ຮັບຄວາມຍຸຕິທັມ ໂດຍສະເພາະ ຜູ້ທີ່ໄດ້ຮັບຄວາມທຸກທໍຣະມານຈາກການຂ້າລ້າງເຜົ່າພັນ ແລະ ການຣະເມີດສິດທິມະນຸດ.”
ທ່ານ Murray Hiebert, ເຈົ້າໜ້າທີ່ໂຄງການເອເຊັຽຕາເວັນອອກສ່ຽງໃຕ້ ປະຈຳສູນສຶກສານາໆຊາດ ແລະ ຍຸທສາດ ຢູ່ ນະຄອນຫລວງວໍຊິງຕັນດີຊີ ປະເທດສະຫະຣັຖອາເມຣິກາ ໄດ້ກ່າວວ່າ ມີການຂວ້າມບາດລົງໂທດ ບັນດານາຍພົນລະດັບສູງຂອງພະມ້າ ເພື່ອໃຫ້ຢຸດຕິດການກະທຳທີ່ຮຸນແຮງ.
ທ່ານ Murray Hiebert ຍັງກ່າວວ່າ ທະຫານພະມ້າ ໄດ້ຢຶດອຳນາດຈາກຣັຖບານຍານາງ ອອງ ຊານ ຊູຈີ ທີ່ຊະນະການເລືອກຕັ້ງ ໃນເດືອນກຸມພາ 2021 ແລະ ນັບແຕ່ນັ້ນ ເປັນຕົ້ນມາ ທະຫານພະມ້າ ໄດ້ບຸກໂຈມຕີ ແລະ ສັງຫານພົລເຮືອນໄປຫຼາຍພັນຄົນ. ຍັງຈະມີການໃຊ້ມາຕການຂວ້າມບາດອີກຄັ້ງ ຢູ່ສະຫະປະຊາຊາດ ແຕ່ ປະເທດຈີນ ແລະ ຣັດເຊັຍ ຄັດຄ້ານ ການລົງຄະແນນສຽງຂວ້າມບາດ.
ທ່ານ Murray Hiebert ກ່າວວ່າ:
“ນັກເຄື່ອນໄຫວດ້ານສິດທິມະນຸດຈຳນວນນຶ່ງ ໄດ້ຮຽກຮ້ອງ ໃຫ້ຄະນະຣັຖບານຂອງ ປະທານາທິບໍດີ ໂຈບາຍເດີນ ຕັດການສົ່ງອອກແກສ ແລະ ນ້ຳມັນໄປພະມ້າ.”
ທ່ານ Maung Zarni ຜູ້ທີ່ເຮັດການວິໃຈກ່ຽວກັບກບັນຫາພະມ້າ ປະຈຳສູນຂໍ້ມູນຂອງກຳພູຊາ ກ່ຽວກັບການຂ້າລ້າງເຜົ່າພັນ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າວ່າ: ທະຫານພະມ້າຜູ້ກະທຳຜິດຈະຕ້ອງຖືກລົງໂທດ.
ທ່ານ Maung Zarni ກ່າວຕື່ມອີກວ່າ:
“ຖ້າວ່າ ບໍ່ມີການແກ້ໄຂຢ່າງເປັນຮູບປະທຳ ຕໍ່ທະຫານພະມ້າ, ມັນກໍຈະບໍ່ມີຄວາມໝາຍ ແລະ ບໍ່ມີຜົລຫຍັງ.”
ທ່ານ Maung Zarni ຮຽກຮ້ອງໃຫ້ ຄະນະຣັຖບານຂອງປະທານາທິບໍດີ ໂຈ ບາຍເດີນ ໃຫ້ເປັນເຈົ້າການໃນຄວາມພະຍາຍາມ ພົວພັນກັບສະຫະພາບຢູໂຣບ, ອັງກິດ ແລະ ປະເທດທີ່ເປັນປະຊາທິປະໄຕ ໃຫ້ລົງໂທດປະເທດພະມ້າ ຄືກັນກັບທີ່ລົງໂທດຣັດເຊັຽ ທີ່ບຸກລຸກປະເທດ ຢູເຄຼນ.
ສາສດາຈານ Christina Fink ອາຈານສອນ ຢູ່ມະຫານວິທະຍາໄລ ຈອດ ວໍຊິງຕັນ ທີ່ຊ່ຽວຊານດ້ານພະມ້າ ໄດ້ກ່າວວ່າ:
“ການອອກມະຮັບຮອງ ຂອງທ່ານ Blinken ມີຄວາມໝາຍຢ່າງເລິກເຊິ່ງສຳລັບ ຊາວໂຣຮິງຢາ ເຖິງວ່າ
ຜົລຂອງການແກ້ໄຂບັນຫາເຣື່ອງການຂ້າລ້າງເຜົ່າພັນຊາວໂຣຮິງຢາ ຈະຍັງບໍ່ທັນເປັນທີ່ຈະແຈ້ງ.”
ສາສດາຈານ Christina Fink ກ່າວຕື່ມອີກວ່າ:
“ຊາວໂຣຮິງຢາ ໄດ້ປະເຊີນກັບການໃຊ້ຄວາມຮຸນແຮງທາງຮ່າງກາຍ ແລະ ຈິດໃຈ ຈາກການກະທຳຂອງທະຫານພະມ້າ ແຕ່ຍິ່ງໄປກວ່ານັ້ນ ນັກສຶກສາແລະ ຣັຖບານປະເທດຕ່າງໆ ບໍ່ຍອມຮັບທະຫານພະມ້າ. ຣັຖບານສະຫະຣັຖອາເມຣິກາ ໄດ້ແກ້ໄຂບັນການຂ້າລ້າງເຜົ່າພັນ ຊາວໂຣຮິງຢາ ແລະ ອາຊຍາກຳຕໍ່ມະນຸດຊາດ ເພື່ອຟື້ນຟູສັກສີຂອງຊາວໂຣຮິງຢາ.”
ສາສດາຈານ Christina Fink ໄດ້ກ່າວວ່າ:
“ການແກ້ໄຂບັນຫາ ຈະສົ່ງຜົນຕໍ່ຄະດີການຂ້າລ້າງເຜົ່າພັນຊາວໂຣຮິງຢາ ທີ່ຖືກນຳມາຂຶ້ນສານອາຍາສາກົລ ຫຼື ICJ. ປະເທດແອຟຣິກາຕາເວັນຕົກ ໄດ້ກ່າວຫາ ຜູ້ນຳທະຫານພະມ້າ ວ່າ ໄປພົວພັນການຂ້າລ້າງເຜົ່າພັນ ຢູ່ເຂດໂຣຮິງຢາ ຕາມສົນທິສັນຍາສາກົລວ່າດ້ວຍການຂ້າລ້າງເຜົ່າພັນທີມີການຮັບຮອງເອົາໃນປີ 1948.”
ສາສດາຈານ Christina Fink ກ່າວວ່າ ຣະບອບທະຫານພະມ້າ ໄດ້ພະຍາຍາມ ຈະຢັບຢັ້ງຄະດີຄວາມທີ່ວ່ານັ້ນ ໂດຍ ກ່າວອ້າງວ່າ ບັນດາປະເທດທີ່ຖືສາສນາມຸສລິມ ເປັນຜູ້ດຳເນີນການຟ້ອງຮ້ອງຂຶ້ນສານອາຍາສາກົລ ຍ້ອນວ່າ ຊາວໂຣງຮິງຢາ ຖືສາສນາມຸສລິມ ແລະ ແນວທາງແກ້ໄຂບັນຫາສະຫະຣັຖອາເມຣິການ ໄດ້ສແດງ ໃຫ້ເຫັນວ່າ ການຟ້ອງຮ້ອງນີ້ ບໍ່ກ່ຽວຂ້ອບກັບສາສນາ ແຕ່ ມັນແມ່ນເຣື່ອງສິທທີມະນຸດ ຕໍ່ການເປັນພົລເມືອງ, ຄວາມໝັ້ນຄົງ ແລະ ໂອກາດ.
ຍານາງ Wai Wai Nu ອາດີດນັກໂທດການເມືອງ ແລະ ປັດຈຸບັນ ເປັນຜູ້ອຳນວຍການ ເຄື່ອຂ່າຍສັນຕິພາບຂອງແມ່ຍິງໃນພະມ້າ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ: ແນວທາງການແກ້ໄຂ ມີຄວາມສຳຄັນ ສຳລັບຊາວໂຣຮິງຢາ ຜູ້ທີ່ຖືກສັງຫານ ຫຼື ຜູ້ທີ່ຖືກຍ້າຍຖິ່ນຖານ ແລະ ສຳຄັນສຳລັບຄອບຄົວຂອງເຂົາເຈົ້າ.
ຍານາງ ກ່າວຕື່ມອີກວ່າ:
“ແນວທາງການແກ້ໄຂບັນຫາການຂ້າລ້າງເຜົ່າພັນ ໂດຍປະເທດມະຫາອຳນາດ ຄື ສະຫະຣັຖອາເມຣິກາ ຄືກັບ ການໃຫ້ຄຳໝັ້ນສັນຍາ ທີ່ຊ່ວຍເຫຼືອຢຸດຕິການຣະເມີດສິທທິມະນຸດ ລວມທັງ ການຂ້າລ້າງເຜົ່າພັນໃນປະເທດພະມ້າ.”
ກຸ່ມອົງການສິດທິມະນຸດ ທີ່ໄດ້ບັນທຶກການລະເມີດສິດທິມະນຸດ ຕໍ່ຊາວໂຣຮິງຢາ ໄດ້ຮຽກຮ້ອງໃຫ້ ມີການແກ້ໄຂບັນຫາ ແລະ ໃຫ້ປະເທດສະມາຊິກອົງການສະຫະປະຊາຊາດ ຮັບຮອງເອົາ ບັນຫາການຂ້າລ້າງເຜົ່າພັນຊາວໂຣຮິງຢາ ຢູ່ພະມ້າ ແລະ ອົງການຂ້າຫລວງໃຫຍ່ແຫ່ງສະຫະປະຊາຊາດ ໃຫ້ຜັກດັນໃຫ້ອອກມະຕິ ໃຫ້ດຳເນີນການໄປເຖິງສານອາຍາສາກົລ.
ທ່ານ Zaw Win ເຈົ້າໜ້າທີ່ອົງການສິທິມນຸດ ກ່າວວ່າ ມັນເປັນສັນຍານທີ່ດີ ແລະ ເປັນນິມິດໝາຍອັນດີ ສຳລັບຊາວໂຣຮິງຢາ ທີ່ຕົກເປັນເຫຍືອ ແລະ ຜູ້ທີ່ລອດຊີວິດ. ສະຫະຣັຖອາເມຣິກາ ໄດ້ເຫັນດີວ່າ ການໃຊ້ຄວາມຮຸນແຮງ ຕໍ່ຊາວໂຣຮິງຢາ ໂດຍທະຫານພະມ້າ ເປັນການຂ້າລ້າງເຜົ່າພັນ ແລະ ເປັນອາສຍາກຳຕໍ່ມະນຸດຊາດ ແລະ ມັນເປັນການລໍຖ້າຢ່າງຍາວນານ ສຳລັບຊາວໂຣຮິງຢາ.
ທ່ານ Sebastian Strangio ບັນນາທິການ ສຳນັກຂ່າວ The Diplomat ປະຈຳເອເຊັຽຕາເວັນອອກສ່ຽງໃຕ້ ໄດ້ກ່າວວ່າ: ທຸກຄວາມພະຍາຍາມ ທີ່ຈະນຳຂຶ້ນສານອາດຍາສາກົນ ຢູ່ອົງການສະຫະປະຊາຊາດ ນັ້ນ ຈະຖືກ ຈີນ ແລະ ຣັດເຊັຽ ຄັດຄ້ານ.
ການຣັຖປະຫານຢູ່ປະເທດພະມ້າໃນເດືອນກຸມພາ 2021 ທີ່ຜ່ານມາ ເຮັດໃຫ້ເກີດການຕໍ່ສູ້ກັນ ໂດຍສະເພາະ ກຸມຊາດຕິພັນ ແລະ ກຸ່ມກອງກຳລັງປົກປ້ອງປະຊາຊົນພະມ້າ ທີ່ບໍ່ພໍໃຈການຣັຖປະຫານ ແລະ ຕໍ່ສູ້ກັບທະຫານພະມ້າ.
ປະຊາຊົນຫຼາຍ 100,000 ຄົນ ໜີການສູ້ຣົບ ລະຫວ່າງ ທຫານພະມ້າ ແລະ ກຸ່ມກອງກຳລັງປົກປ້ອງຕົວເອງຂອງປະຊາຊົນ, ກຸ່ມຊາດຕິພັນ.
ສຳນັກຂ່າວເອເຊັຽເສຣີ ຜແນກ ພາສາພະມ້າ ໄດ້ຣາຍງານວ່າ ມີປະຊາຊົນ 230,000 ຄົນ ຢູ່ໃນ 7 ເຂດ ໃນປະເທດພະມ້າ ໄດ້ພາກັນໜີການສູ້ຣົບ ລະຫວ່າງທະຫານພະມ້າ ກັບ ກຸ່ມຊາດຕິພັນ.
ການສູ້ຮົບດັ່ງກ່າວ ໄດ້ອຸບັດຂຶ້ນມາ ເປັນເວລາ ເດືອນແລ້ວ ນັບແຕ່ ທຫານພະມ້າ ໄດ້ມີການຢຶດອຳນາດຈາກຣັຖບານຂອງ ຍານາງ ອອງ ຊານ ຊູ ຈີ ໃນວັນທີ 1 ກຸມພາ 2021.
ທຫານພະມ້າ ໄດ້ຢຶດອຳນາດຈາກ ພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ແລະ ໄດ້ກັກຕົວ ຍານາງ ອອງ ຊານ ຊູ ຈີ ຜູ້ເປັນຫົວໜ້າພັກ ທີ່ສາມາດຊະນະການເລື່ອກຕັ້ງໃນເດືອນພຶສຈິກາ 2020 ຢ່າງເດັດຖານ ໃນຂນະທີ່ທຫານພະມ້າ ຜູ້ປຣາໄຊ ໃນການເລືອກຕັ້ງ ໄດ້ກ່າວຫາວ່າ ມີການໂກງເລືອກຕັ້ງ, ແຕ່ ບໍ່ມີຫຼັກຖານຫຍັງມາພິສູດຄຳກ່າວຫາຂອງຕົນເອງ ສ່ວນວ່າ ປະຊາຊົນພະມ້າ ສ່ວນຫຼາຍທີ່ບໍ່ເຫັນດີກັບການຢຶດອຳນາດ ກໍອອກມາປະທ້ວງກັນເປັນຈຳນວນຫຼາຍ.