ທະຫານພະມ້າ ເສັຽເຂດທີ່ໝັ້ນ ໃຫ້ຝ່າຍຕໍ່ຕ້ານ
2024.01.28

ກອງກໍາລັງຊົນເຜົ່າ ໄດ້ເຂົ້າຍຶດຄ້າຍທະຫານພະມ້າ ທີ່ເປັນກອງພັນທະລາບ 123 ຂອງທະຫານພະມ້າ ຢູ່ເຂດຣັຖສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດພະມ້າ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງຝ່າຍຕໍ່ຕ້ານທະຫານພະມ້າ ຫຼັງຈາກທີ່ສູ້ຣົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.
ການສູນເສັຽເຂດທີ່ໝັ້ນ ຂອງຝ່າຍທະຫານພະມ້າ ເຮັດໃຫ້ຝ່າຍກອງກໍາລັງ ກຸ່ມຕໍ່ຕ້ານທະຫານພະມ້າ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມ ຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກຣັຖສານ ພຽງແຕ່ 50 ກິໂລແມັດເທົ່ານັ້ນ.
ນັບຕັ້ງແຕ່ກອງກອງລັງພັນທະມິຕ 3 ຝ່າຍ ຂອງກຸ່ມຊົນຊາຕ ຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານພະມ້າ ແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງຝ່າຍ ກໍສາມາດຍຶດໄດ້ 15 ເມືອງ ທາງພາກເໜືອຂອງຣັຖສານ ແລະ ສາມາດເຂົ້າຍຶດຄອງຄ້າຍ ທະຫານພະມ້າໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານພະມ້າ 4,000 ຄົນ ຕ້ອງຍອມຈໍານົນ.
ກອງທັບເອກະຣາຊກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານພະມ້າ ໃນວັນພຸດທີ່ຜ່ານມາ ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມົກກະຣາ ອີງຕາມການ ກັນຢືນຢັນ ຂອງພັນເອກ ນໍບູ ໂຄສົກກອງທັບເອກະຣາຊກະສິນ ທີ່ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ.
ພັນເອກ ນໍໍໍບູ ໂຄສົກ ກອງທັບເອກະຣາຊ ກະສິນ ໄດ້ກ່າວວ່າ:
“ພວກເຮົາໄດ້ຢືນຢັນວ່າ ຄ້າຍທະຫານພະມ້າ ຢູ່ເມືອງນໍາເພັດກາ ຖືກຍຶດໃນເວລາ 3 ຫຼື 4 ໂມງ ແລງ ແຕ່ວ່າ ພວກເຮົາບໍ່ໄດ້ຮັບຂໍ້ມູນ ເພີ່ມເຕີມ ຈາກພາກສນາມເທື່ອ. ພວກເຮົາບໍ່ສາມາດ ຕິດຕໍ່ພາກສນາມທາງໂທລະສັບໄດ້.”
ຊາວເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ:
“ກອງກໍາລັງເອກະສານກະສິນ ໄດ້ເຂົ້າໄປໃນຄ້າຍທະຫານພະມ້າ ໃນວັນພຸດທີ່ຜ່ານມາ ແລະ ໄດ້ຢືນຢັນວ່າ ພວກທະຫານພະມ້າ ພາກັນໜີທັບໄປເມືອງຕາມອນຢີ ທີ່ຢູ່ໃກ້ຄຽງ.”
ທ່ານ ກ່າວວ່າ:
“ຂ້ອຍແນ່ໃຈວ່າ ກອງກໍາລັງເອກະຣາຊກະສິນ ໄດ້ຕັ້ງຖານຢູ່ ເຂດກອງພັນທະລາບ 123 ນັບແຕ່ທະຫານພະມ້າ ຖອຍມາຢູ່ ເມືອງຕາມອນຢີ. ກອງກໍາລັງເອກະຣາຊ ກະສິນ ໄດ້ຕິດຕາມເພື່ອກວດລ້າງທະຫານພະມ້າ. ພົບວ່າ ໝູ່ບ້ານສ່ວນຫຼາຍທີ່ ຖືກທໍາລາຍ ໄດ້ຮັບຄວາມເສັຽຫາຍຫຼາຍ.”
ປະຊາຊົນ ກ່າວວ່າ:
“ກອງກໍາລັງຝ່າຍຕໍ່ຕ້ານ ທະຫານພະມ້າ ໄດ້ເຣີ່ມບຸກໂຈມຕີ ເມຶອງນາມ ເພັດກາ ໃນທ້າຍເດືອນສິງຫາ 2023, ແຕ່ວ່າ ກອງກໍາລັງເອກະຣາຊ ກະສິນ ໄດ້ເຣີ່ມເຂົ້າຍຶດກອງພົນ ທະຫານຣາບ 123 ຂອງພະມ້າ ໃນວັນທີ 14 ມົກກະຣາ. ທະຫານພະມ້າໄດ້ຕອບໂຕ້ ດ້ວຍການບຸກໂຈມຕີ ຝ່າຍຕໍ່ຕ້ານດ້ວຍປືນໃຫຍ່ ແລະ ການໂຈມຕີທາງອາກາດ.”
ກອງກໍາລັງເອກະຣາຊກະສິນ ໄດ້ກ່າວອ້າງໃນວັນທີ 16 ມົກກະຣາ ວ່າ ສາມາດຍິງຍົນ ສູ້ຣົບຂອງທະຫານພະມ້າຕົກ ໃນເວລາທີ່ມີການຕໍ່ສູ້.
ປະຊາຊົນພະມ້າ ໄດ້ຮັບຄວາມເດືອດຮ້ອນ. ຊາວເມືອງ ນາມເພັດກາ ທີ່ຫຼົບໜີຈາກການສູ້ຣົບ ໄດ້ກ່າວວ່າ ການໂຈມຕີທາງອາກາດ ຂອງທະຫານພະມ້າ ໄດ້ທໍາລາຍບ້ານເຮືອນ ແລະ ເຮັດໃຫ້ມີປະຊາຊົນ ໄດ້ຮັບເຄາະຮ້າຍ.
ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ ກອງກໍາລັງເອກະຣາຊກະສິນ ໄດ້ບຸກເຂົ້າໃນໃນເຮືອນ ແລະ ຍິງອອກໃສ່ທະຫານພະມ້າ ສະນັ້ນ ທະຫານພະມ້າ ຈຶ່ງໄດ້ໂຈມຕີໃສ່ເຮືອນ ອີງຕາມຂໍ້ມູນທີ່ໄດ້ຮັບມາ. ໃນເວລາດຽວກັນ ມີເຮືອນຊາວບ້ານ ຖືກໄຟໃໝ້ຈົນກ້ຽງ ແລະ ເຮືອນຫຼັງອື່ນໆ ກໍພັງເພ ບໍ່ມີຝາ ແລະ ບໍ່ມີຫຼັງຄາ.
ຊາວບ້ານ ໄດ້ກ່າວວ່າ ຢ່າງໜ້ອຍມີປະຊາຊົນ 2 ຄົນເສັຽຊີວິດ ໃນການຍິງປະທະກັນ, ແຕ່ວ່າ ຍັງບໍ່ສາມາດໃຫ້ຂໍ້ມູນເພີ່ມຕື່ມໄດ້ ແລະ ຊາວບ້ານບໍ່ກ້າທີ່ຈະກັບຄືນໄປບ້ານ ຍ້ອນວ່າ ມີການໂຈມຕີທາງອາກາດ.
ມີປະຊາຊົນ ທີ່ອາໃສຢູ່ໃນເມືອງ ນາມ ເພັດກາ ປະມານ 20,000 ຄົນ. ເຈົ້າໜ້າທີ່ ບັນເທົາທຸກ ໄດ້ກ່າວວ່າ ມີປະຊາຊົນ 10,000 ຄົນ ທີ່ດໍາລົງຊີວິດຢູ່ໃກ້ຄ້າຍທະຫານ ໄດ້ຖືກບັງຄັບໃຫ້ໜີອອກຈາກບ້ານ ແລະ ໄປຫຼົບໄພຢູ່ໃນວັດ ຢູ່ໃນເຂດເມືອງ ນາມການ, ເມືອງມູເຊ, ເມືອງລາຊີໂອ ແລະ ເຂດອື່ນໆ ທີ່ຢູ່ໃກ້ກັບເຂດທີ່ມີການຍິງປະທະກັນ.
ປະຊາຊົນຄົນອື່ນໆ ຢູ່ເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ໃນວັນທີ 17 ມົກກະຣາ ໄດ້ບັນທຶກຜູ້ເສັຽຊີວິດ ຢ່າງໜ້ອຍ 24 ຄົນ ຍ້ອນການໂຈມຕີ່ທາງອາກາດ ແລະ ປືນໃຫຍ່ຂອງທະຫານພະມ້າ ແລະ ມີເຮືອນປະຊາຊົນຢ່່່າງໜ້ອຍ 100 ຫຼັງ ຖືກທໍາລາຍ.
ກອງກໍາລັງເອກະຣາຊກະສິນ ໄດ້ກ່າວອ້າງວ່າ ໄດ້ຍິງຍົນສູ້ຣົບ ຂອງທະຫານພະມ້າ ຕົກ ໃນເວລາທີ່ມີການຕໍ່ສູ້ກັນ ຢູ່ເມືອງ ນາມເພັດກາ ໃນວັນທີ 25 ມົກກະຣາ 2024.
ເຈົ້າໜ້າທີ່ພາກປະຊາສັງຄົມ ຜູ້ທີ່ໜີອອກຈາກເມືອງ ນາມ ເພັດ ກາ ຍ້ອນການຕໍ່ສູ້ກັນ ໄດ້ກ່າວໃນວັນພະຫັດ ວ່າ ຈໍານວນຜູ້ເຄາະຮ້າຍ ແລະ ຂໍ້ມູນຄວາມເສັຽຫາຍ ຍັງບໍ່ທັນມີການບັນທຶກລາຍລະອຽດ.
ສົງຄາມກາງເມືອງ ຢູ່ປະເທດພະມ້າ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດພະມ້າ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນ ຍ້ອນການສູ້ຣົບກັນ ນັບແຕ່ເດືອນຕຸລາ ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ ປະສານງານດ້ານມະນຸສທັມ ຂອງອົງການສະຫະປະຊາຊາຕ.
ການສູ້ຣົບກັນ ລະຫວ່າງທະຫານພະມ້າ ແລະ ກຸ່ມກອງກໍາລັງຊົນຊາຕຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.
ຫ້ອງການຜູ້ປະສານງານ ຂອງອົງການສະຫະປະຊາຊາຕ ໄດ້ຣາຍງານ ໃນວັນທີ 15 ທັນວາ 2023 ວ່າ ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານພະມ້າ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖນົນ ເຮັດໃຫ້ປະຊາຊົນພົລເຮືອນ ໄດ້ຮັບເຄາະຮ້າຍ.
ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບ ຈາກການສູ້ຣົບ ກໍມີຂໍ້ຈໍາກັດ ອີງຕາຫ້ອງການສະຫະປະຊາຊາຕ.
ຣາຍງານ ຂອງສະຫະປະຊາຊາຕ ຍັງໄດ້ລະບຸອີກວ່າ ຝ່າຍທະຫານພະມ້າ ຍັງມີການຕັດລະບົບໂທຣະສັບ ແລະ ອິນເຕີເນັດ ເພື່ອເຮັດໃຫ້ສົ່ງຜົລກະທົບ ຕໍ່ການກະຈ່າຍຂໍ້ມູນ ທາງດ້ານຄວາມປອດໄພ ໃຫ້ແກ່ພົລເຮືອນ ແລະ ການປະສານງານ ດ້ານມະນຸສທັມ.
ຣາຍງານຍັງລະບຸອີກວ່າ ຂາດການຊ່ວຍເຫຼືອທາງດ້ານມະນຸສທັມ ແລະ ການຄ້າ ເຮັດຂາດແຄນທາງດ້ານອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຄົວເຮືອນ, ລາຄາສິນຄ້າແພງຂຶ້ນ, ເກີດວິກິດການ ທາງນພະລັງງານ ໃນເຂດທີ່ມີການສູ້ຣົບກັນ.
ໃນວັນທີ 27 ຕຸລາ 2023 ທີ່ຜ່ານມາ, ກອງກໍາລັງພັນທະມິຕ 3 ຝ່າຍ ທີ່ເປັນກຸ່ມຊົນຊາຕ ຊົນເຜົ່າ ອາຣະກັນ, ກອງກໍາລັງພັນທະມິຕ ເພື່ອປະຊາທິປະໄຕ ແຫ່ງຊາຕພະມ້າ ແລະ ກອງກໍາລັງ ປົດປ່ອຍແຫ່ງຊາຕ ຕະອາງ ໄດ້ເປີດການບຸກໂຈມຕີ ໃສ່ຝ່າຍທະຫານພະມ້າ ຢູ່ພາກເໜືອຂອງຣັຖສານ ແລະ ສາມາດຍຶດປ້ອມທະຫານ ພະມ້າໄດ້ຫຼາຍປ້ອມ.
ທ່ານ Jason Tower, ເຈົ້າໜ້າທີ່ສະຖາບັນ ເພື່ອສັນຕິພາບຂອງສະຫະຣັຖອາເມຣິກາ ໄດ້ກ່າວວ່າ:
“ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານພະມ້າ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້.”
ແຕ່ວ່າ ການຕໍ່ສູ້ກັນຢ່າງຕຸເດືອດນັ້ນ ເຮັດໃຫ້ປະຊາຊົນຖືກຈັບ ຢູ່ໃນພື້ນທີ່ການສູ້ຣົບ ເຮັດໃຫ້ປະຊາຊົນຕ້ອງມີການອົບພະຍົບ ເປັນຈໍານວນຫຼາຍ.
ເຈົ້າໜ້າທີ່ຜູ້ທີ່ໃຫ້ການຊ່ວຍເຫຼືອ ປະຊາຊົນທີ່ອົບພະຍົບ ໄດ້ກ່າວວ່າ ມັນບໍ່ມີຄວາມປອດໄພ ໃນການເດີນທາງໄປຊ່ວຍເຫຼືອ ປະຊາຊົນ ທີ່ຕິດຢູ່ໃນພື້ນທີ່ການສູ້ຣົບກັນ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການສົ່ງສະບຽງອາຫານ ແລະ ທີ່ພັກຊົ່ວຄາວ ໃຫ້ແກ່ປະຊາຊົນ ຢູ່ເຂດພາກເໜືອຂອງຣັຖສານ.
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ ການຍິງປະທະກັນ ແລະ ຄວນແຍກແຍະປະຊາຊົນ. ຢູ່ໃນສນາມຣົບ, ສິ່ງສໍາຄັນຢ່າງຍິງ ທີ່ຈະຕ້ອງອົບພະຍົບປະຊາຊົນ ແລະ ມີສະບຽງອາຫານໃຫ້ເຂົາເຈົ້າ. ພວກເຮົາໄດ້ຈັດຫາເຕັ້ນໃຫ້ປະຊາຊົນ ແລະ ຈັດຫາອາຫານໃຫ້ເຂົາເຈົ້າ.
ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ເຂົ້າຄວບຄຸມເຂດເມືອງ ເຊັນວີ ຢູ່ພາກເໜືອຂອງຣັຖສານ ແລະ ໄດ້ທໍາລາຍຂົວຂ້າມ ລະຫວ່າງ ເມືອງເຊັນວີ ແລະ ເມືອງ ລາຊີໂອ ທີ່ເປັນເຂດເມືອງໃຫຍ່ ໃນເຂດພາກເໜືອຂອງຣັຖສານ.
ມີປະຊາຊົນປະມານ 1,300 ຄົນ ຕ້ອງຕິດຢູ່ໃນວັດ ຢູ່ໃນໝູ່ບ້ານ ກີອາງຄໍາ ຢູ່ເຂດເມືອງເຊັນວີ ເຊິ່ງບໍ່ໄກຈາກຄ້າຍທະຫານພະມ້າ. ປະຊາຊົນຕ້ອງພາກັນພັກຢູ່ໃນຣົຖບັນທຸກ ເປັນບ່ອນຫຼົບໄພ ຊົ່ວຄາວ ຢູ່ເຂດມອງຢາງ ພາກເໜືອຂອງຣັຖສານ.
ປະຊາຊົນຜູ້ທີ່ໜີຈາກເມືອງ ເຊັນວີ ໄດ້ກ່າວວ່າ ຜູ້ຄົນ ບໍ່ມີຄວາມປອດໄພ ໃນເວລາເດີນທາງ ແລະ ເຂົາເຈົ້າຕ້ອງປະເຊີນກັບຄວາມຫຍຸ້ງຍາກ ຫຼາຍຢ່າງ.
ຊາວບ້ານກ່າວວ່າ ເສັ້ນທາງ ຈາກເມືອງເຊັນວີ ຫາ ເມືອງລາຊີໂອ ຫຼື ເມືອງອື່ນໆ ເຕັມໄປດ້ວຍອັນຕະລາຍ. ພວກເຮົາມີຄວາມຫຍຸງຍາກ ໃນການໃຊ້ຊີວິດ ແລະ ຊື້ອາຫານການກິນ ໃນເວລາເດີນທາງໄປເມືອງລາຊີໂອ.