ຄົບຮອບ 3 ປີ ຣັຖປະຫານຢູ່ພະມ້າ ຄອບຄົວຊາວພະມ້າ ຕ້ອງຍ້າຍຖິ່ນຖານ

ອຸ່ນແກ້ວ
2024.02.04
ຄົບຮອບ 3 ປີ ຣັຖປະຫານຢູ່ພະມ້າ ຄອບຄົວຊາວພະມ້າ ຕ້ອງຍ້າຍຖິ່ນຖານ ປະຊາຊົນພາກັນໃຊ້ຣົຖບັນທຸກ ເປັນບ່ອນພັກຊົ່ວຄາວ ຢູ່ ເມືອງ ມົງ ຢ້າງ ພາກເໜືອຂອງຣັຖສານ ໃນວັນທີ 15 ພຶສຈິກາ 2023.
AFP

ເປັນເວລາ 3 ປີ ແລະ ກ້າວເຂົ້າປີທີ 4 ແລ້ວ ນັບແຕ່ມີການຣັຖປະຫານ ຢູ່ປະເທດພະມ້າ ລວມສົງຄາມກາງເມືອງ ຢູ່ພະມ້າ ນັ້ນເຮັດໃຫ້ຄອບຄົວປະຊາຊົນຊາວພະມ້າ ຕ້ອງພັດພາກຈາກຖິ່ນຖານ ແລະ ຄົນໃນຄອບຄົວຕ້ອງພັດພາກຈາກັນ.

ໂຕຢ່າງຄອບຄົວ ນາງ ປີ ໂອ ອອງ ທີ່ຜູ້ເປັນຜົວທີ່ຊື່ວ່າ ໂກເຈມ ເຮັດວຽກເປັນນັກເຄື່ອນໄຫວ ຕ້ອງຖືກຈັບຂັງຄຸກ ຢູ່ ນະຄອນຢ້າງກຸ້ງ ບ່ອນທີ່ມີການທາລຸນນະກັມນັກໂທດ.

ທ່ານ ໂກເຈມ ຖືກສານທະຫານພະມ້າ ຕັດສິນໃຫ້ຕິດຄຸກເປັນເວລາ 8 ປີ ໃນຂໍ້ຫາປະທ້ວງທະຫານພະມ້າ ທີ່ຍຶດອໍານາດໃນວັນທີ 1 ກຸມພາ 2021.​

ຫຼັງຈາກທີ່ ທ່ານໂກເຈມ ຕິດຄຸກໄດ້ 16 ເດືອນ ຜູ້ເປັນແມ່ຂອງທ່ານກໍເສັຽຊີວິດ ຈາກເຫດລະເບີດ ໃນຂະນະທີ່ ກໍາລັງມາລໍ້ຖ້າເຂົ້າຢ້ຽມລູກຊາຍ ຢູ່ໃນຄຸກ ເຊິ່ງເຫດລະເບີດດັ່ງກ່າວ ມາຈາກການໂຈມຕີຂອງກຸ່ມຝ່າຍຕໍ່ຕ້ານ ທະຫານພະມ້າ ທີ່ອ້າງຄວາມຮັບຜິດຊອບ.

ນັບແຕ່ນາງ ປີໂອ ອອງ, ອາຍຸ 35, ແລະ ລູກຊາຍ 2 ຄົນ ໜີອອກຈາກປະເທດພະມ້າແລ້ວ ກໍແທບຈະບໍ່ໄດ້ຮັບຂ່າວຄາວ ຂອງຜູ້ເປັນສາມີເລີຍ ແລະ ລາວ ກໍຍັງບໍ່ສິ້ນຫວັງ ທີ່ວ່າ ມື້ນຶ່ງ ລະບົບທະຫານພະມ້າ ຈະຫຼົ້ມສລາຍ.

ນາງ ໄດ້ກ່າວວ່າ:

ພວກເຮົາບໍ່ເຄີຍຍອມຮັບ ທະຫານເຂົ້າມາຍຶດອໍານາດ. ພວກເຮົາບໍ່ຍອມຮັບ ລະບຽບການຂອງທະຫານ.

ທະຫານພະມ້າ ໄດ້ສ້າງຄວາມຂັດແຍ່ງມາເປັນປີທີ 4 ແລ້ວ ແລະ ການຕໍ່ສູ້ເຮັດໃຫ້ມີຜູ້ເສັຽຊີວິດ ເປັນຈໍານວນຫຼາຍ ລວມທັງເດັກນ້ອຍ.  

ມີປະຊາຊົນປະມານ 2.6 ລ້ານ ຄົນ ຕ້ອງອົບພະຍົບ ຍ້າຍຖິ່ນຖານ, ສະຫະປະຊາຊາຕ ໄດ້ກ່າວວ່າ ຢ່າງໜ້ອຍ ມີປະຊາຊົນປະມານ 4,000 ປາຍຄົນ ເສັຽຊີວິດ ນັບແຕ່ມີການຣັຖປະຫານ ເປັນຕົ້ນມາ ອີງຕາມ ການຣາຍງານ ຂອງສະມາຄົມຜູ້ຊ່ວຍເຫຼືອ ນັກໂທດການເມືອງ ຂອງພະມ້າ ທີ່ມີຫ້ອງການຕັ້ງຢູ່ປະເທດໄທຍ.

ມີເດັກນ້ອຍ 459 ເສັຽຊີວິດ ເພີ່ມຂຶ້ນຈາກຈໍານວນ 265 ຄົນ ໃນເດືອນກຸມພາ 2023 ແລະ ໃນນັ້ນມີ 159 ຄົນ ເປັນເດັກນ້ອຍອາຍຸຕໍ່າກວ່າ 10 ປີ.

ໃນຕົ້ນອາທິດ ນີ້ ຄະນະກັມມາທິການ ສິດທິມະນຸສ ຂອງສະຫະປະຊາຊາຕ ໄດ້ເຕືອນວ່າ ວິດກິດການທາງດ້ານສິດທະນຸດໃນພະມ້າ ຍິ່ງຮ້າຍແຮງຂຶ້ນ ໂດຍ ລະບຸວ່າ ມີການລະເມີດສິດທິມະນຸສເພີ່ມຂຶ້ນ ໃນຫຼາຍເດືອນທີ່ຜ່ານມາ ໃນຂະນະທີ່ ການຕໍ່ສູ້ທາງທະຫານຍິ່ງເພິີ່ມຂຶ້ນ ແລະ ທະຫານພະມ້າເສັຽຖານ ທີ່ໝັ້ນຢູ່ຫຼາຍສນາມຣົບ.

ຈຸດປ່ຽນ ກໍຄື ກຸ່ມຕໍ່ຕ້ານທະຫານພະມ້າ ທີ່ເປັນກອງກໍາລັງຊົນຊາດຊົນເຜົ່າ ໄດ້ມີຄວາມຄືນໜ້າໃນການຍຶດຖານທີ່ໝັ້ນ ຂອງທະຫານພະມ້າ ແລະ ໄດ້ກ່າວວ່າ ຂໍ້ຂັດແຍງ ໃນພະມ້າກໍາລັງກ້າວມາສູ່ຈຸດປ່ຽນ.

ນັບແຕ່ ທ້າຍເດືອນ ຕຸລາ 2023 ທີ່ຜ່ານມາ, ກຸ່ມພັນທະມິຕສາມຝ່າຍ ທີ່ເປັນຕໍ່ຕ້ານທະຫານພະມ້າ ເປັນກອງກໍາລັງຊົນຊາຕ ຊົນເຜົ່າ ໄດ້ມີຄວາມຄືບໜ້າບຸກເຂົ້າຍຶດຄ້າຍທະຫານ ພະມ້າຫຼາຍກວ່າ 200 ຄ້າຍ, ຍຶດໄດ້ 15 ເມືອງ ແລະ ມີທະຫານພະມ້າ 4,000 ຄົນ ຍອມຈໍານົນ.

ສະມາຊິກກຸ່ມ ກອງກໍາລັງປົກປ້ອງປະຊາຊົນ ຢູ່ຣັຖມັນດາເລ ຂອງພະມ້າ ໄດ້ປະທະກັບ ທະຫານພະມ້າ ຢູ່ເຂດພາກເໜືອ ຂອງຣັຖສານ ໃນວັນທີ 10 ທັນວາ 2023.​

ທ່ານ Jason Tower, ເຈົ້າໜ້າທີ່ສະຖານບັນສັນຕິພາບ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ ວໍຊິ້ງຕັນ ດີ.ຊີ. ສະຫະຣັຖອາເມຣິກາ ໄດ້ກ່າວວ່າ ຄວາມສໍາເລັດ ຂອງປະຕິບັດການທີ່ທະຫານຊົນຊາຕ ຊົນເຜົ່າ ໄດ້ເປີດການໂຈມຕີ ທະຫານພະມ້າ ໃນວັນທີ 27 ຕຸລາ 2023 ນັ້ນ ປັດຈຸບັນເປັນໄພຂົ່ມຂູ່ ຕໍ່ທະຫານພະມ້າ.

ທ່ານ Jason Tower ກ່າວຕື່ມວ່າ:

ທະຫານພະມ້າປລາໄຊ ແລະ ມີທະຫານຫຼາຍຈໍານວນຫຼາຍພັນຄົນ ຕ້ອງຍອມຈໍານົນ ອັນເຮັດໃຫ້ຝ່າຍທະຫານພະມ້າເສັຽຖານທີ່ໝັ້ນ.

ນອກຈາກນີ້ ກຸ່ມທະຫານພະມ້າ ໄດ້ຈັບໂຕ ແລະ ກັກຂັງສະມາຊິກພາກສັກນິບາດ ແຫ່ງຊາຕ ເພື່ອປະຊາຊົນທິປະໄຕ ຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດຈາກຣັຖບານພົລເຮືອນ. 

ພັກສັນນະບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ຫຼື NLD ໄດ້ອອກຖແລງການເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.​

ພັກ NLD ຂອງພະມ້າ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະນະ ພັກຂອງຝ່າຍທະຫານພະມ້າ ໃນການເລືອກຕັ້ງທົ່ວໄປ ຂອງພະມ້າໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານພະມ້າ ໄດ້ຣັຖປະຫານຍຶດອໍານາດ ແລະ ຈັບໂຕຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ.

ນັບແຕ່ນັ້ນເປັນຕົ້ນມາ, ກຸ່ມທະຫານພະມ້າ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200​ ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານຂອງພັກ NLD.​

ທ່ານ ຂິນຊວງ, ກັມມະການບໍຣິຫານພັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານພະມ້າ ໄດ້ທໍາລາຍຄວາມຝັນ ຂອງປະຊາຊົນພະມ້າ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.​

ທ່ານ ກ່າວວ່າ:

ທະຫານພະມ້າ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານພະມ້າ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ.

ກຸ່ມທະຫານພະມ້າ ໄດ້ບຸກທໍາລາຍຫ້ອງການຂອງພັກ NLD ໃນທົ່ວປະເທດພະມ້າ ຢ່າງໜ້ອຍ 160 ຄັ້ງ, ທໍາລາຍຕຶກອາຄານ ໄປແລ້ວເກືອບ 400 ແຫ່ງ, ແລະ ຍຶດຊັບສິນ ສະມາຊິກພັກ NLD 370 ທ່ານ ລວມທັງເຮືອນຂອງສະມາຊິກພັກ 180 ທ່ານ, ຊັບສິນອື່ນ ແລະ ຍານພະຫະນະ ອີງຕາມການຣາຍງານຂອງພັກ NLD.

ບົດຣາຍງານງານ ຍັງລະບຸວ່າ ກຸ່ມທະຫານພະມ້າ ໄດ້ສັງຫານສະມາຊິກພັກ NLD ໄປແລ້ວຢ່າງໜ້ອຍ 100 ຄົນ ລວມທັງສະມາຊິກສະພາແຫ່ງຊາຕ ຂອງພະມ້າ.

ຕໍ່ກັບຖແລງການ ແລະ ຄໍາອ້າງຂອງພັກ NLD, ເຈົ້າໜ້າທີ່ຝ່າຍກຸ່ມທະຫານພະມ້າ ຍັງຄົງບໍ່ມີຊີ້ແຈງແຕ່ຢ່າງໃດ. ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ພະຍາຍາມຕິດຕໍ່ຫາ ທ່ານ ຊໍມິນຕັນ ຮອງຣັຖມົນຕຣີກະຊວງຖແລງຂ່າວ ຂອງກຸ່ມທະຫານພະມ້າ ເພື່ອຈະຖາມກ່ຽວກັບເຣື່ອງນີ້ ແຕ່ທ່ານບໍ່ຮັບສາຍ.

ອີງຕາມ ສະມາຄົມຊ່ວຍເຫຼືອນັກໂທດ ການເມືອງຂອງພະມ້າ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ປະເທດໄທຍ, ທະຫານພະມ້າໄດ້ສັງຫານ ນັກເຄື່ອນໄຫວໄປແລ້ວປະມານ 4,000 ຄົນ ນັບແຕ່ກຸ່ມທະຫານພະມ້າ ເຂົ້າມາຍຶດອໍານາດ ຈາກຣັຖບານທີ່ມາຈາກການເລືອກຕັ້ງ ໃນເດືອນກຸມພາ ປີ 2021 ແລະ ໄດ້ຈັບໂຕປະຊາຊົນໄປແລ້ວເກືອບ 20,000​ ຄົນ.

ທີ່ຜ່ານມາກຸ່ມທະຫານພະມ້າ ກໍໄດ້ປ່ອຍໂຕນັກໂທດຫຼາຍພັນຄົນ ເພື່ອລົດຄວາມກົດດັນ ຈາກປະຊາຄົມໂລກ.

ນອກຈາກນີ້ ອີກເຣື່ອງນຶ່ງທີ່ເປັນຂ່າວດັງ ຄືກຸ່ມທະຫານວ້າ ຢູ່ພະມ້າ ໄດ້ຈັບໂຕຄົນຈີນ 1,000 ປາຍຄົນ ໃນຂໍ້ຫາເຮັດວຽກຕອບແຊັດ ຫຼື ຄອນເຊັນເດີ ທີ່ຕົວະຕົ້ມເອົາເງິນຄົນທາງອອນລາຍນ໌ ຫຼັງຈາກນັ້ນ ກຸ່ມທະຫານວ້າ ໄດ້ສົ່ງໃຫ້ຄົນຈີນດັ່ງກ່າວ ໃຫ້ຕໍາຣວດຈີນ ຢູ່ເຂດຣັຖສານ ທີ່ຕິດກັບຊາຍແດນຈີນ.

ສໍານັກຂ່າວ ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຣາຍງານວ່າ ກຸ່ມທະຫານວ້າ ໄດ້ໃຊ້ເວລາ 2 ວັນ ໃນການບຸກທະລາຍກຸ່ມແກ້ງ ຄົນຈີນດັ່ງກ່າວ ດ້ວຍການຊ່ວຍເຫຼືອຂອງເຈົ້າ ໜ້າທີ່ຕໍາຣວດຈີນ ຫຼັງຈາກທີ່ມີການຈັບກຸມແລ້ວ ມີການສົ່ງໂຕຄົນຈີນ ດັ່ງກ່າວ ກັບຄືນປະເທດຈີນ.  

ເປັນທີ່ຮູ້ຈັກກັນດີວ່າ ກຸ່ມເຮັດວຽກຕອບແຊັດ ດໍາເນີນການຢູ່ເຂດ ເຂດປົກຄອງພິເສດ ເພື່ອຫຼອກລວງຄົນພະມ້າ ແລະ ຕ່າງປະເທດ ໂດຍສເນີໃຫ້ວຽກເຮັດງານທໍາ ທີ່ມີເງິນເດືອນສູງ ແລະ ນໍາໃຊ້ຊ່ອງທາງເຟສບຸກຄ໌ ເພື່ອຫຼອກລວງ ຄົນໃຫ້ມາລົງທຶນໃນດ້ານຄຣິບໂຕ ແລະ ຮູບແບບອື່ນໆ.​

ປະຊາຊົນ ຢູ່ເມືອງມົງເປືອກ ທີ່ຫ່າງຈາກຊາຍແດນຈີນ 10 ກິໂລແມັດ ໄດ້ກ່າວວ່າ ລາວເຫັນເຈົ້າໜ້າທີ່ຈັບກຸມຄົນຈີນ ແລະ ສົ່ງໃຫ້ທາງການຈີນ.

ປະຊາຊົນທ້ອງຖິ່ນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ່າ:

ເຈົ້າໜ້າທີ່ນໍາໂຕຜູ້ທີ່ຖືກຈັບ ຂຶ້ນໃສ່ຣົຖບັນທຸກທະຫານ 6 ຄັນ ໃນວັນທີ 7 ກັນຍາ 2023 ແລະ ອີກປະມານ 100 ຄົນ ໄດ້ຖືກຈັບໃນວັນທີ 9 ກັນຍາ 2023.

ຢູ່ໃນປະເທດລາວ ສໍາລັບແກ້ງຄໍເຊັນເຕີ້ຊາວຈີນ ຖືກຈັບໄດ້ໃນຫຼາຍແຂວງຂອງລາວ ປະກອບດ້ວຍ ຖືກຈັບ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນ 46 ຄົນ, ຖືກຈັບຢູ່ນະຄອນຫຼວງວຽງຈັນ 77 ຄົນ, ຖືກຈັບຢູ່ແຂວງວຽງຈັນ 22 ຄົນ ແລະຖືກຈັບຢູ່ແຂວງສວັນນະເຂດ 19 ຄົນ ເຊິ່ງການຈັບຜູ້ຕ້ອງຫາຊາວຈີນ ເຫຼົ່ານັ້ນ ເກີດຂຶ້ນໂດຍອີງຕາມບົດບັນທຶກ ຄວາມຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສງົບຂອງລາວ ແລະກະຊວງປ້ອງກັນຄວາມສງົບຂອງຈີນ ແລະ ອີງຕາມຄວາມຮ່ວມມື ຂອງ 2 ກໍາລັງ ຕໍາຣວດ ລາວ-ຈີນ ໃນການມ້າງກຸ່ມແກ້ງດັ່ງກ່າວ.

ໃນຂະນະທີ່ ປະຊາຊົນລາວ ທີ່ຮູ້ຂ່າວດັ່ງກ່າວ ຫຼາຍຄົນກໍຮູ້ສຶກຍິນດີ ທີ່ເຈົ້າໜ້າທີ່ຕໍາຣວດລາວ ສາມາດມ້າງກຸ່ມແກ້ງ ດັ່ງກ່າວໄດ້ ຍ້ອນເປັນພັຍອັນຕລາຍຕໍ່ສັງຄົມ ແລະກໍມີສ່ວນ ທີ່ຕົວະໃຫ້ຊາວລາວຕົກໄປເປັນເຫຍື່ອຄ້າມະນຸສ ຢູ່ເຂດສາມຫຼ່ຽມຄໍາ ແລະຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ລົງຕິດຕາມກວດກາ ການຕອບແຊັດ ເຊິ່ງແກ້ງເຮັດວຽກຄອບແຊັດ ຈະມາຕັ້ງທີ່ທໍາການຢູ່ເຂດຂາຍແດນ ປະເທດທີ່ມີຂໍ້ຂັດແຍ່ງ ທາງດ້ານການເມືອງ ແລະ ການທະຫານ.​

ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ເອີ່! ກະໄດ້ຍິນຢູ່ ກະຫຼາຍຢູ່ໃດ໋ ມັນກະເຮັດໃຫ້ອັນນີ້ແຫຼະ ພວກກ້ອນແກ້ງຄໍເຊັນເຕີ້ອິຫຍັງນີ້ ມັນກະຫຼຸດໆລົງ ອິຫຍັງປະມານນີ້.

ສະເພາະຢູ່ປະເທດລາວ ກໍມີໄວໜຸ່ມລາວຫຼາຍຄົນ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ປະເທດພະມ້າ ແລະ ຫຼາຍກໍຣະນີ ພໍ່ແມ່ຜູ້ປົກຄອງ ຕ້ອງໄດ້ເອົາເງິນໄຖ່ໂຕ ລູກຫຼານຂອງຕົນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.