ກອງກໍາລັງອາຣະກັນ ຍຶດໄດ້ຫຼາຍເມືອງ ຢູ່ຣັຖຣະຂ່າຍ
2024.03.10

ກອງກໍາລັງອາຣະກັນ ທີ່ເປັນກອງກໍາລັງຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີທົ່ວຣັຖຣະຂ່າຍ ແລະ ໄດ້ອ້າງໄຊຊະນະ ໃນເຂດເມືອງ ພອນນາຈຽມ ເຊິ່ງຫ່າງຈາກໂຕເມືອງຊິດເວ ໄປປະມານ 15 ກິໂລແມັດ.
ກອງກໍາລັງອາຣະກັນ ໄດ້ຍຶດ 6 ເມືອງ ຢູ່ຣັຖຣະຂ່າຍ ແລະ ເມືອງອື່ນໆອີກ ໃນຣັຖສິນ ຢູ່ທາງພາກເໜືອ ນັບແຕ່ມີການລະເມີດການຢຸດຍິງ ໃນເດືອນພຶສຈິກາ 2023 ທີ່ຜ່ານມາ.
ປະຊາຊົນ ເມືອງຊິດເວ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພະສາພະມ້າ ວ່າ ການຕໍ່ສູ້ກັນ ເຮັດໃຫ້ຊາວບ້ານຢູ່ເຂດດັ່ງກ່າວ ແຕກຕື່ນ, ເຮັດໃຫ້ເຂົາເຈົ້າຕ້ອງພາກັນຫຼົບໜີ ກ່ອນທີ່ທະຫານພະມ້າ ຈະເຄື່ອນທັບເຂົ້າມາ.
ປະຊາຊົນກ່າວວ່າ:
“ນັບແຕ່ທະຫານອາຣະກັນ ຢຶດເມືອງພອນນາຈຽມໄດ້, ປະຊາຊົນກໍບໍ່ມີໄຟຟ້າໃຊ້. ປະຊາຊົນຫຼາຍຄົນຕ້ອງພາກັນຫຼົບໜີ ຍ້ອນວ່າ ການຕໍ່ສູ້ເຣີ່ມເຂົ້າມາໃກ້ໂຕເມືອງຊິດເວ ແລະ ແຕ່ລະມື້ມີປະຊາຊົນປະມານ 300 ຄົນ ຕ້ອງພາກັນຫຼົບໜີອອກຈາກບ້ານ.”
ປະຊາຊົນສ່ວນຫຼາຍ ພາກັນໜີໄປເຂດເມືອງ ທີ່ຝ່າຍກອງກໍາລັງອາຣະກັນຍຶດໄດ້ ເຊັ່ນ ເມືອງ ພອກຕໍ, ກີອໍຕໍ, ມິນເບຍ ແລະ ເມືອງ ມຼອກ ຢູ.
ຣັຖຣະຂ່າຍ ບໍ່ມີທາງຣົຖໄຟທີ່ໃຊ້ການໄດ້, ແລະ ທະຫານພະມ້າ ໄດ້ຫ້າມບໍ່ໃຫ້ເດີນທາງໄປເຂດດັ່ງກ່າວ ນັ້ນສ້າງຄວາມຫຍຸ້ງຍາກ ໃຫ້ປະຊາຊົນ ທີ່ໜີອອກທາງຣົຖ ແລະ ທາງທະເລ.
ທະຫານພະມ້າ ທີ່ປະຈໍາຢູ່ເມືອງ ຊິດເວ ໄດ້ປະກາດເຄີຟິວ ຫ້າມປະຊາຊົນອອກຈາກບ້ານ ໃນຂະນະທີ່ທະຫານພະມ້າ ກໍາລັງກະກຽມຮັບມືຕໍ່ສູ້ກັບກອງກໍາລັງອາຣະກັນ ຢູ່ໃນເຂດໂຕເມືອງ ບ່ອນຈະມີທະຫານອາຣະກັນ ເຄື່ອນທັບເຂົ້າມາ.
ເມືອງຊິດເວ ເປັນທີ່ຢູ່ອາໄສ ຂອງປະຊາຊົນ 150,000 ຄົນ ແລະ ໃນນັ້ນປະຊາຊົນຈໍານວນເຄິ່ງນຶ່ງ ຕ້ອງພາກັນໜີ ອອກຈາກບ້ານ.
ທະຫານພະມ້າ ໄດ້ບັງຄັບໃຫ້ປະຊາຊົນ ຢູ່ແຕ່ໃນບ້ານ ຖ່າມກາງການກະກຽມຮັບມື ກັບສົງຄາມ ຊຶ່ງເຂົາເຈົ້າກໍບໍ່ສາມາດໜີ ອອກຈາກບ້ານໄດ້.
ອີງຕາມການຣາຍງານ ຂອງຫ້ອງການປະສານງານ ເພື່ອມະນຸສທັມ ຂອງສະຫະປະຊາຊາດ, ມີປະຊາຊົນ ຕ້ອງອົບພະຍົບຍ້າຍຖິ່ນຖານ ເກືອບ 150,000 ຄົນ ນັບແຕ່ມີການສູ້ຣົບກັນ ໃນວັນທີ 13 ພຶສຈິກາ 2023 ທີ່ຜ່ານມາ.
ໃນວັນທີ 29 ກຸມພາ ທີ່ຜ່ານມາ, ທະຫານພະມ້າ ໄດ້ຍິງປືນຄົກໃສ່ຝູງຊົນຢູ່ຕະຫຼາດ ໃນເມືອງຊິດເວ ເຮັດໃຫ້ມີປະຊາຊົນ ເສັຽຊີວິດ 12 ຄົນ ແລະ ບາດເຈັບ 8 ຄົນ.
ປະຊາຊົນຮູ້ສຶກວ່າ ທະຫານພະມ້າມີຄວາມພະຍາຍາມ ເພື່ອຄວບຄຸມເມືອງອື່ນໆ ທີ່ເປັນເຂດແດນຂອງກອງກໍາລັງອາຣະກັນ.
ຢູ່ເມືອງ ມິນເບຍ ຂອງຣັຖຣະຂ່າຍ, ທະຫານພະມ້າ ໄດ້ບຸກໂຈມຕີ ທໍາລາຍໂຮງຮຽນປະຖົມ ແລະ ເຮືອນປະຊາຊົນ ຫຼາຍຫຼັງ, ແລະ ທະຫານພະມ້າຍັງຖິ້ມລະເບີດໃສ່ບ້ານແອນຕາ ໃນຕອນກາງຄືນ ອິີງຕາມຂໍ້ມູນຈາກປະຊາຊົນ.
ປະຊາຊົນບ້ານແອນຕາ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ມີເຮືອບິນສູ້ຣົບ ຂອງທະຫານພະມ້າ ໄດ້ຖິ້ມລະເບີດຂະໜາດ 200 ປອນ ລົງມາໃສ່ໝູ່ບ້ານ ໃນຕອນກາງຄືນ. ຍັງບໍ່ມີຣາຍງານຜູ້ທີ່ຖືກເຄາະຮ້າຍ ແລະ ລະບົບການສື່ສານຖືກຕັດຂາດ.
ທະຫານພະມ້າ ໄດ້ໂຈມຕີໝູ່ບ້ານ ໃນວັນທີ 29 ກຸມພາ ດ້ວຍການຖິ້ມລະເບີດລົງມາໃສ່ໝູ່ບ້ານ ເຮັດໃຫ້ເຮືອນ 4 ຫຼັງ ໄດ້ຮັບຄວາມເສັຽຫາຍ.
ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຕິດຕໍ່ຫາໂຄສົກ ຝ່າຍທະຫານພະມ້າ ປະຈໍາຣັຖຣະຂ່າຍ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ ທ່ານບໍ່ຮັບໂທລະສັບ.
ສົງຄາມກາງເມືອງຢູ່ປະເທດພະມ້າ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດພະມ້າ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນ ຍ້ອນການສູ້ຣົບກັນ ນັບແຕ່ເດືອນຕຸລາ ປີ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການ ຜູ້ປະສານງານດ້ານມະນຸສທັມ ຂອງສະຫະປະຊາຊາດ.
ການສູ້ຣົບກັນ ລະຫວ່າງ ທະຫານພະມ້າ ແລະ ກຸ່ມກອງກໍາລັງຊົນຊາດຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.
ຫ້ອງການ ຜູ້ປະສານງານ ຂອງສະຫະປະຊາຊາດ ໄດ້ຣາຍງານ ໃນວັນທີ 15 ທັນວາ ວ່າ ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດ ຂອງທະຫານພະມ້າ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖນົນ ເຮັດໃຫ້ປະຊາຊົນພົລເຮືອນ ໄດ້ຮັບເຄາະຮ້າຍ.
ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນ ຜູ້ທີ່ອົບພະຍົບຈາກການສູ້ຣົບ ກໍມີຂໍ້ຈໍາກັດ ອີງຕາຫ້ອງການສະຫະປະຊາຊາດ.
ຣາຍງານ ຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານພະມ້າ ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົລກະທົບ ຕໍ່ການກະຈ່າຍຂໍ້ມູນ ທາງດ້ານຄວາມປອດໄພ ໃຫ້ແກ່ພົລເຮືອນ ແລະ ການປະສານງານດ້ານມະນຸສທັມ.
ຣາຍງານຍັງລະບຸອີກວ່າ: ຂາດການຊ່ວຍເຫຼືອ ທາງດ້ານມະນຸສທັມ ແລະ ການຄ້າ ຂາດແຄນທາງດ້ານອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຄົວເຮືອນ, ລາຄາສິນຄ້າແພງຂຶ້ນ, ເກີດວິກິດການທາງນພະລັງງານ ໃນເຂດທີ່ມີການສູ້ຣົບກັນ.
ໃນວັນທີ 27 ຕຸລາ ທີ່ຜ່ານມາ, ກອງກໍາລັງພັນທະມິດ 3 ຝ່າຍ ທີ່ເປັນກຸ່ມຊົນຊາດຊົນເຜົາ ອາຣະກັນ, ກອງກໍາລັງພັນທະມິດ ເພື່ອປະຊາທິປະໄຕແຫ່ງຊາດ ພະມ້າ ແລະ ກອງກໍາລັງ ປົດປ່ອຍແຫ່ງຊາດຕະອາງ ໄດ້ເປີດການບຸກໂຈມຕີໃສ່ຝ່າຍທະຫານພະມ້າ ຢູ່ພາກເໜືອຂອງຣັຖສານ ແລະ ສາມາດຍຶດປ້ອມທະຫານພະມ້າ ໄດ້ຫຼາຍປ້ອມ.
ກຸ່ມທະຫານພະມ້າ ໄດ້ຈັບໂຕ ແລະ ກັກຂັງສະມາຊິກພາກ ສັນນິບາດແຫ່ງຊາດ ເພື່ອປະຊາຊົນທິປະໄຕ ຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ.
ພັກສັນນະບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງພະມ້າ ຫຼື NLD ໄດ້ອອກຖແລງການ ເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.
ພັກ NLD ຂອງພະມ້າ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະການພັກ ຂອງຝ່າຍທະຫານພະມ້າ ໃນການເລືອກຕັ້ງທົ່ວໄປ ຂອງພະມ້າໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານພະມ້າ ໄດ້ຣັຖປະຫານຍຶດອໍານາດ ແລະ ຈັບໂຕຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ.
ນັບຕັ້ງນັ້ນເປັນຕົ້ນມາ, ກຸ່ມທະຫານພະມ້າ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200 ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານຂອງພັກ NLD.
ທ່ານ ຂິນຊວງ, ກັມມະການບໍຣິຫານພັກ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານພະມ້າ ໄດ້ທໍາລາຍຄວາມຝັນ ຂອງປະຊາຊົນພະມ້າ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.
ທ່ານ ກ່າວວ່າ:
“ທະຫານພະມ້າ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານພະມ້າ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ.”
ກຸ່ມທະຫານພະມ້າ ໄດ້ບຸກທໍາລາຍ ຫ້ອງການຂອງພັກ NLD ໃນທົ່ວປະເທດພະມ້າ ຢ່າງໜ້ອຍ 160 ຄັ້ງ, ທໍາລາຍຕຶກອາຄານໄປແລ້ວເກືອບ 400 ແຫ່ງ, ແລະ ຍຶດຊັບສິນສະມາຊິກພັກ NLD 370 ທ່ານ ລວມທັງເຮືອນ ຂອງສະມາຊິກພັກ 180 ທ່ານ, ຊັບສິນອື່ນ ແລະ ຍານພາຫະນະ ອີງຕາມການຣາຍງານຂອງພັກ NLDD.
ບົດຣາຍງານງານ ຍັງລະບຸວ່າ ກຸ່ມທະຫານພະມ້າ ໄດ້ສັງຫານສະມາຊິກພັກ NLD ໄປແລ້ວຢ່າງ 100 ຄົນ ລວມທັງສະມາຊິກ ສະພາແຫ່ງຊາດ ຂອງພະ ມ້າ.
ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທິມະນຸສ ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ນັກຂ່າວວ່າ:
“ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານພະມ້າທໍາລາຍຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນພະມ້າຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເລື່ອງນີ້.”
ສະມາຊິກຄອບຄົວ ຂອງຜູ້ທີ່ຖືກຈັບ ໄດ້ກ່າວວ່າ ທະຫານພະມ້າໄດ້ຈັບປະຊາຊົນ ທີ່ໂດຍສານໄປນໍາຍົນ ຍ້ອນສົງໄສວ່າ ປະຊາຊົນ ຈະເຂົ້າຮ່ວມກອງກໍາລັງ ຕໍ່ຕ້ານທະຫານພະມ້າ.
ການຈັບປະຊາຊົນ ມີຂຶ້ນ ຖ່າມກາງການບັງຄັບໃຊ້ກົດໝາຍ ການເກນທະຫານ ທີ່ເຮັດໃຫ້ປະຊາຊົນພະມ້າພາກັນໜີ ອອກຈາກປະເທດ ໂດຍ ທະຫານພະມ້າອ້າງວ່າ ປະຊາຊົນເຫລົ່ານັ້ນ ຈະໄປຮ່ວມກອງກໍາລັງຕໍ່ຕ້ານ ທະຫານພະມ້າ ຢູ່ເຂດພື້ນທີ່ຫ່າງໄກ ແທນທີ່ຈະມາຊ່ອຍ ທະຫານຕໍ່ສູ້ ໂດຍສະເພາະ ທະຫານພະມ້າ ທີ່ເຂົ້າມີຢຶດອໍານາດຣັຖປະຫານ ໃນເດືອນກຸມພາ 2021.
ທະຫານພະມ້າ ໄດ້ກັກຂັງຜູ້ໂດຍສານເກືອບ 500 ຄົນ ຫຼັງຈາກທີ່ເຂົາເຂົ້າ ໂດຍສານທາງຍົນມາລົງທີ່ສະໜາມບິນ ຣັຖຣະຂ່າຍ ຫຼັງຈາກທີ່ເຂົາເຈົ້າບິນມາຈາກ ສະໜາມບິນຢ້າງກຸ້ງ. ຜູ້ໂດຍສານທີ່ຖືກຈັບ ຖືກສົ່ງໄປຂັງ ຢູ່ຄ້າຍທະຫານ ຢູ່ ເຂດວັດລໍກັນນາດາ ອີງຕາມຂໍ້ມູນຈາກຍາດພີ່ນ້ອງ ຂອງຜູ້ທີ່ຖືກຈັບ.
ໃນວັນດຽວກັນ, ກໍມີຜູ້ໂດຍສານ 60 ປາຍຄົນ ທີ່ບິນຈາກນະຄອນຢ້າງກຸ້ງ ກໍຖືກຈັບໃນກໍລະນີດຽວກັນ ຫຼັງຈາກທີ່ເຂົາເຈົ້າລົງຈາກຍົນ ຢູ່ເມືອງ ກີອໍຟີຢູ.
ໃນຈໍານວນຜູ້ທີ່ຖືກຈັບ ມີແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ເຖົ້າ ໄດ້ຮັບການປ່ອຍໂຕ ໃນວັນດຽວກັນ ແຕ່ ຍັງບໍ່ມີໂຕເລກທີ່ຂັດເຈນວ່າ ທັງໝົດມີຈໍານວນເທົ່າໃດ.