ສປປ ລາວ ສນັບສນູນມະຕິຢຸດຍິງ ລະຫວ່າງອິຣາແອລ-ຮາມາສ ຂອງ ສປຊ

ອາວະຣີ
2023.10.30
ສປປ ລາວ ສນັບສນູນມະຕິຢຸດຍິງ ລະຫວ່າງອິຣາແອລ-ຮາມາສ ຂອງ ສປຊ UNDP ໄດ້ກາງເຕັ້ນຕຣຽມໄວ້ ສຳລັບຊາວປາເລສຕ່າຍ ທີ່ໄດຮັບຜົລກະທົບ ຈາກການໂຈມຕີ ໂດຍອິສຣາແອລ ໃນກາຊ້າ ສາມາດເບິ່ງເຫັນ ໄດ້ຈາກໃນເຂດຄານ ຢູນິສ (Khan Younis) ໃນວັນພະຫັດ ທີ 19 ຕຸລາ 2023.
AP Photo/Ashraf Amra

ສປປ ລາວ ເປັນປະເທດນຶ່ງໃນສຽງສ່ວນຫລາຍ ຂອງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາຕ ຊຶ່ງມີສະມາຊິກທັງໝົດ 193 ປະເທດ ໄດ້ລົງມະຕິທີ່ສໍາຄັນ ຢູ່ມະຫານະຄອນນິວຢອກ ສະຫະຣັຖອະເມຣິກາ ເມື່ອວັນທີ 27 ເດືອນຕຸລາ ປີ 2023 ນີ້ ຮຽກຮ້ອງໃຫ້ມີການຢຸດຍິງ ລະຫວ່າງປະເທດອິສຣາແອລ ແລະກຸ່ມຮາມາສ. ຈຸດປະສົງຂອງມະຕິຢຸດຍິງດັ່ງກ່າວ ແມ່ນເພື່ອມະນຸສຍະທັມ ແລະເປີດເສັ້ນທາງສົ່ງເຄື່ອງຊ່ວຍເຫລືອ ທີ່ຈຳເປັນ ແລະການປົກປ້ອງຊີວິດ ພົລເຮືອນທີ່ບໍຣິສຸດໃນເຂດກາຊາ.

ສປປ ລາວ ກໍຄືສະມາຊິກສ່ວນຫລາຍ ຂອງສະມາຄົມປະຊາຊາຕ ໃນເຂດເອເຊັຍຕາວັນອອກສ່ຽງໃຕ້ ຫລືອາຊ້ຽນ ລົງຄະແນນສຽງຮັບເອົາ ມະຕິດັ່ງກ່າວ. ໃນທົ່ວໂລກ ປະເທດສ່ວນຫລາຍຄື 121 ປະເທດ ສນັບສນູນ ແລະຮັບຜ່ານມະຕິ ຢ່າງເປັນທາງການ, ໃນຂະນະດຽວກັນ 14 ປະເທດຂັດຄ້ານ ແລະບໍ່ອອກສຽງ 44 ປະເທດ.

ກ່ຽວກັບມະຕິດັ່ງກ່າວ ຊາວລາວຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ໃຫ້ຄຳຄິດຄຳເຫັນວ່າ ຣັຖບານລາວ ສນັບສນູນມະຕິຢຸດຍິງຣະຫວ່າງອິສຣາແອລ ແລະຮາມາສ ກໍເພື່ອປົກປ້ອງພົລເມືອງລາວ ທີ່ຍັງຢູ່ອາໃສໃນປະເທດອິສຣາແອລ ແລະເພື່ອຫລຸດຜ່ອນຜົນກະທົບຕ່າງໆຂອງສົງຄາມ ທີ່ມີຕໍ່ເສຖກິຈ ແລະການເງິນ ຂອງລາວ.

ຊາວລາວຜູ້ນີ້ກ່າວ ກັບວິທຍຸເອເຊັຽ ເສຣີໃນວັນທີ່ 30 ເດືອນຕຸລາ ປີ 2023 ນີ້ຕື່ມວ່າ:

ຢູ່ແຖວບ້ານເຮົາ ມັນບໍ່ມີເຫດການແບບນີ້ ມັນກໍຕື່ນແຫລະ ທາງພວກເຮົາ ມັນກໍແນ່ນອນແຫລະເຣື່ອງສິນຄ້າເຣື່ອງອິຫຍັງຕ່າງໆ ຄືນ້ຳມູກນ້ຳມັນນີ້ແຫລະ ຊິເພິ້ມຂຶ້ນເລື້ອຍໆ ແຮ່ງເປັນຜົລກະທົບບາດນີ້. ລາຍຮັບເຮົາ ມັນບໍ່ດຸນກັບຣາຍຈ່າຍ. ລາຍຈ່າຍມັນກໍສູງເກີນກວ່າ 100 ເປີເຊັນວ່າຊັ່ນສ໋າ. ສະເພາະໂຕອິສຣາແອລເນາະ ເຂົາບໍ່ໄດ້ສົ່ງດອກ ເຂົາມີນ້ຳມັນເຂົາເປັນຜົນຜລິດ ທາງການກະເສດ ແຕ່ວ່າມັນຊິເກີດຈາກຕລາດເຂົາເອີ້ນວ່າ ຕລາດນ້ຳມັນ. ມັນກໍແປປ່ວນ ຍ້ອນສົ່ງຄາມບາດນີ້ ຄ່າເງິນມັນໂດດຂຶ້ນມາ ມາລາວແຮງໜັກ ເຮົາທຸກຢ່າງມັນນຳເຂົ້າ ທີ່ເປັນສິນຄ້ານຳເຂົ້າຕ້ອງໄດ້ແລກເງິນຕຣາຕ່າງປະເທດ.

ໃນຂະນະດຽວກັນ ເຈົ້າໜ້າທີ່ນາງນຶ່ງ ທີ່ແຂວງຈຳປາສັກ ທີ່ເປັນຜູ້ຈັດສົ່ງນັກສຶກສາລາວຈຳນວນ 20 ຄົນໄປຝຶກງານ ໃນຂແນງການກະສິກັມ ແລະປ່າໄມ້ຢູ່ປະເທດອິສຣາແອລ ກ່າວກັບວິທຍຸເອເຊັຽເສຣີວ່າ ໂຕນາງເອງ ກໍຢາກໃຫ້ສົງຄາມຢຸດຕິໄວໆ ເພາະອີດູສົງສານນັກສຶກສາລາວ ທີ່ບໍ່ມີສ່ວນກ່ຽວຂ້ອງຫຍັງກັບສົງຄາມ ແລະກໍຕ້ອງຕົກຢູ່ໃນສະພາບ ທີ່ບໍ່ມີຄວາມປອດໄພ. ເຈົ້າໜ້າທີ່ນາງນີ້ກ່າວຕື່ມວ່າ ເຖິງວ່າມີຄວາມສ່ຽງສູງ ແຕ່ປັດຈຸບັນ ນັກສຶກສາລາວ ກໍປອດໄພແດ່ແລ້ວ.

ຕອນແລກຫັ່ນມີບັນຫາຢູ່ຕອນພາກໃຕ້ຫັ່ນ ກໍສອງຄົນກໍປອດໄພໝົດແລ້ວ ບາດນີ້ ເຂົາໄປທາງພາກເໜືອ ກໍເລີຍໂທຖາມວ່າ ກໍບໍ່ມີຫຍັງ ກໍບໍ່ມີບັນຫາຫຍັງຫລືວ່າ ເຂົາຊິຕົ້ວະເຮົາບໍ່. ເຮົາກໍບໍ່ຮູ້ ແບບຈັ່ງຊີ້ບໍ່ ແບບວ່າ ຊະລໍນັກຮຽນເຮົາໄວ້ກ່ອນ. ບໍ່ຢາກໃຫ້ມາຈັ່ງຊີ້ ເພາະວ່າເຂົາກໍມີການເຈຣະຈາກັນ ມີຫຍັງຫັ່ນນ່າ ບາດນັກຮຽນຫັ່ນ ຄືບໍ່ໄດ້ວ່າຈັ່ງໃດຫັ່ນນ່າ ພັດວ່າມັນມີບັນຫາ. ເຂົາໂທມາຫາເຮົາ ດູໂຕນເດັກນ້ອຍເຮົາ ເຮົາຢ້ານຈະຖືກລູກຫລົງຈັ່ງຊີ້ນ່າ ເຮົາຢ້ານຈະຖືກລູກຫລົງຫັ່ນນ່າ ຄືເຮົາເຫັນນັກຮຽນຂອງໄທເນາະ. ເຂົ້າຫ້ອງນ້ຳ ກໍຖືກຍິງຫ່ັນເດ່ ຄືເສຖກິຈລາວຈັ່ງຊີ້ມັນກໍເປັນຊັ່ງຊີ້ນີ້ແຫລະ ຄື ເຈົ້າຮູ້ຫັ້ນແຫລະ.

ສ່ວນຍາດພີ່ນ້ອງ ຂອງນັກສຶກສາລາວ ທີ່ໄປຝຶກງານຢູ່ປະເທດອິສຣາແອລ ກ່າວວ່າ ເຂົາເຫັນດີກັບຣັຖບານລາວ ທີ່ສນັບສນູນມະຕິ ຂອງສະຫະປະຊາຊາຕວ່າ ດ້ວຍການຢຸດຍິງລະຫວ່າງ ອິສຣາແອລແລະກຸ່ມຮາມາສ. ນາງວິຕົກກັງວົນທຸກມື້ ຢ້ານພີ່ນ້ອງໄດ້ຮັບອັນຕະຣາຍ.

ດັ່ງນາງໄດ້ກ່າວຕອນນຶ່ງວ່າ:

ເຫັນດີ ກໍຢາກໃຫ້ເຊົາ ເພາະວ່າ ຄົນທີ່ວ່າຢູ່ພຸ້ນຢູ່ນີ້ ກໍເປັນຫ່ວງ ບໍ່ຢາກໃຫ້ ຢາກໃຫ້ກັບ ຄິດວ່າ ບໍ່ຄຸ້ມປານໃດດອກ ເພາະວ່າ ໄປເຈີສະຖານະການແບບນີ້ ກໍຢາກໃຫ້ສົງຄາມຢຸດຕິໄວໆ ເພາະວ່າ ຢູ່ ກໍສ່ຽງ ການໄປການມາ. ກໍບໍ່ຮູ້ວ່າ ເຂົາເຈົ້າຊິນັ້ນຕອນໃດນ່າ ສົ່ງຜົນກະທົບກໍຄືວ່າ ເຮົາກໍກັງວົນວ່າ ຄົນຢູ່ພຸ້ນ ຊິເປັນຈັ່ງໄດ໋. ເຮົາກໍເປັນຫ່ວງ ເພາະວ່າເຫັນຂ່າວເພິ່ນກໍອອກມາຫລາຍ.

ທາງດ້ານນັກສຶກສາລາວ ທີ່ຍັງຝຶກວຽກງານໃນຂແນງກະສິກັມ ແລະປ່າໄມ້ຜູ້ນຶ່ງ ທີ່ປັດຈຸບັນຍັງຢູ່ພາກເໜືອ ຂອງປະເທດອິສຣາແອລ ກ່າວວ່າ ໂຕເຂົາເອງກັບໝູ່ ຍັງປອດໄພດີ ແລະກໍບໍ່ໄດ້ກັງວົນຕໍ່ສະຖານະການສູ້ຣົບ ຂອງສົງຄາມອິສຣາແອລ-ຣາມັສ ແຕ່ຢ່າງໃດ ເພາະບ່ອນທີ່ໂຕເຂົາຢູ່ ແລະໝູ່ມາຝຶກງານ ປັດຈຸບັນ ບໍ່ມີການສູ້ຣົບແລ້ວ.

ຈ້າວ ປອດໄພແທ້ຢູ່ ບໍ່ໄດ້ເປັນຫຍັງຢູ່ນີ້ ກໍບໍ່ກັງວົນຫລາຍ ເພາະວ່າມັນບໍ່ມີຢູ່ນີ້ ຢູ່ເຂດຂອງນ້ອງຢູ່ນ່າ ມັນບໍ່ມີຫຍັງ.

ເຊັ່ນດຽວກັນ ຜູ້ສາວ ຫລືແຟນຂອງນັກສຶກສາລາວ ຜູ້ນຶ່ງ ກ່າວວ່າ ປັດຈຸບັນ ແຟນຂອງນາງຢູ່ທາງພາກໃຕ້ ຂອງປະເທດອິສຣາແອລ ແຕ່ຢູ່ເມືອງທີ່ບໍ່ມີສົງຄາມ ຍັງປອດໄພດີ ແລະຜູ້ກ່ຽວກໍບໍ່ຢາກກັບລາວເທື່ອ.

ດັ່ງນາງໄດ້ກ່າວຕື່ມວ່າ:

ຍັງປອດໄພດີ ບໍ່ເປັນອີຫຍັງ. ບໍ່! ບໍ່ຢາກກັບມາ ແຕ່ວ່າ ຢູ່ບ່ອນເພິ່ນຢູ່ກໍ ສະພາບປົກກະຕິ ບໍ່ມີອີ່ຫຍັງ ບໍ່ໄດ່ເປັນອິຫຍັງເພິ່ນວ່າ. ບໍ່ຢາກກັບມາປານໃດ ຊິຮຽນຕໍ່ ຢູ່ເຮັດວຽກ ເພາະວ່າເມືອງເພິ່ນຢູ່ຫັ້ນ ກໍປອດໄພລະດັບນຶ່ງ. ພວກທະຫານເຂົາເຈົ້າ ເພິ້ນກໍໄປຕລອດປ້ອງກັນຕລອດທາງເລີຍ.

ນາງກ່າວຕື່ມວ່າ ກຳນົດການຝຶກງານຂອງນັກສຶກສາລາວ ຂແນງກະສິກັມ ແລະປ່າໄມ້ ບໍ່ເໜືອນກັນທຸກຄົນ ຂຶ້ນກັບໂຄງການ ທີ່ເຂົາເຈົ້າສມັກໄປ ບາງຄົນຕ້ອງຝຶກງານຫົກເດືອນ ບາງຄົນນຶ່ງປີ ສະນັ້ນ ກຳໜົດວັນທີ່ພວກເຂົາເຈົ້າ ຈະກັບປະເທດລາວ ຈະຢູ່ປະມານເດືອນມິນາ ເຖິງເດືອນກັນຍາ ປີ 2024.

ຕໍ່ມະຕິຢຸດຍິງເທື່ອນີ້ ທ່ານ Gilad Erdan ເອກອັກຄະຣັຖທູດ ອິສຣາແອລ ປະຈໍາ ສະຫະປະຊາຊາຕ ກ່າວພາຍຫລັງກອງປະຊຸມ ມະມັດຊາໃຫຍ່ ຮັບເອົາມະຕິນັ້ນວ່າ ມື້ນີ້ເປັນມື້ທີ່ຕົກຕ່ຳ ດ້ວຍຄວາມອັບອາຍ ແລະຢືນຢັນວ່າ ອິສຣາແອລ ຈະບໍຢຸດຕິການບຸກໂຈມຕີ ຈົນກວ່າພວກກໍ່ການຮ້າຍ ຮາມາສ ຈະຖືກທຳຣາຍ ແລະໂຕປະກັນ ທຸກຄົນຈະຖືກປ່ອຍ.

ເມື່ອວັນທີ່ 17 ຕຸລາ 2023, ທ່ານ ສຸລິອຸດົງ ສຸນດາລາ ຮອງຣັຖມົນຕຣີກະຊວງ ສຶກສາທິການ ແລະກິລາຂອງລາວ ໄດ້ເປີດເຜີຍຜ່ານເຟສບຸກຄ໌ ສ່ວນໂຕວ່າ ປະເທດລາວ ມີພະນັກງານ ແລະນັກສຶກສາລາວຈຳນວນທັງໝົດ 119 ຄົນ ທີ່ຍັງອາໄສຢູ່ໃນປະເທດອິສຣາແອລ ຊຶ່ງໃນນັ້ນ 70 ຄົນ ເປັນພະນັກງານແລະນັກສຶກສາ ໃນຂແນງກະສິກັມ ແລະປ່າໄມ້ ແລະອີກ 49 ຄົນເປັນນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາຕລາວ. ຫລ້າສຸດ ຍັງບໍ່ມີຣາຍງານວ່າ ພົລເມືອງລາວເຫລົ່ານີ້ ໄດ້ເດີນທາງກັບຄືນປະເທດລາວ ແດ່ແລ້ວ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.