ທະຫານພະມ້າ ວາງລະເບີດ ສັງຫານປະຊາຊົນ

ອຸ່ນແກ້ວ
2023.10.22
ທະຫານພະມ້າ ວາງລະເບີດ ສັງຫານປະຊາຊົນ ຊາວບ້ານເຂດສະກາງ ພາກັບໜີ້ການສູ້ຣົບ ວັນທີ 30 ກັນຍາ 2023.
Tabayin township aid group for war-affected people

ມີຜູ້ຊາຍຊາວພະມ້າ 1 ຄົນ ເສັຽຊີວິດ ແລະ ອີກ 8 ຄົນ ໄດ້ຮັບບາດເຈັບ ຈາກເຫດລະເບີດ ທີ່ທະຫານພະມ້າ ຝັງເອົາໄວ້ຢູ່ໃນດິນ ຢູ່ເຂດສະກາງ ຫຼັງຈາກ ທະຫານພະມ້າ ໄດ້ບຸກເຂົ້າມາບຸກໂຈມຕີ ແລະ ເຜົາບ້ານເຮືອນຂອງຊາວບ້ານ.

ປະຊາຊົນທ້ອງຖິ່ນ ໄດ້ກ່າວວ່າ ເກີດເຫດລະເບີດຂຶ້ນ 2 ຄັ້ງ ໃນຂະນະທີ່ ປະຊາຊົນ ກໍາລັງທໍາຄວາມສະອາດບ້ານເຮືອນຂອງເຂົາເຈົ້າ ໃນວັນພະຫັດ ທີ່ 19 ຕຸລາ ທີ່ຜ່ານມາ.

ຫຼັງຈາກທະຫານພະມ້າ ໜີອອກຈາກບ້ານ ປະຊາຊົນ, ເຂົາເຈົ້າ ກໍໄດ້ ຍິງປືນໃຫຍ່ເຂົ້າມາໃສ່ປະຊາຊົນຜູ້ທີ່ລອດຊີວິດ. ປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ: ຫຼັງຈາກທີ່ອອກຈາກບ້ານໄປແລ້ວ, ພວກເຮົາກໍພາກັນກັບບ້ານ ແລະ ກວດເບິ່ງເຮືອນຊານທີ່ຖືກໄຟໃໝ້. ພວກທະຫານພະມ້າ ໄດ້ຝັງລະເບີດໄວ້ໃນດິນ ແລະ ມັນກໍລະເບີດຂຶ້ນ ແລະ ພວກທະຫານ ຍັງຍິງປືນໃຫຍ່ເຂົ້າມາ ເຮັດໃຫ້ປະຊາຊົນ 9 ຄົນ ໄດ້ຮັບບາດເຈັບ ແລະ ຕອນເຊົ້າຕໍ່ມາ ນຶ່ງໃນຜູ້ບາດເຈັບ ກໍໄດ້ເສັຽຊີວິດ.​ ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ ພວກທະຫານພະມ້າພາກັນເດີນທັບເຂົ້າມາ ຈາກເມືອງເມືອງ ເຢອູ ມາຫາ ເມືອງຕາບາຢີນ ແລະ ມີການໂຈມຕີຊາວບ້ານດ້ວຍປືນໃຫຍ່. ທົ່ວເຂດພາກໃຕ້ສະກາງ, ທະຫານ ໄດ້ປະຕິບັດການໂຈມຕີ ເຮັດໃຫ້ປະຊາຊົນຫຼາຍ 1,000 ຄົນ ຕ້ອງໜີອອກຈາກບ້ານເຮືອນຂອງຕົນເອງ ໃນຕົ້ນເດືອນຕຸລານີ້.​

ຂໍ້ມູນຈາກຊາວບ້ານ ໄດ້ລະບຸວ່າ ພວກທະຫານພະມ້າ ໄດ້ສັງຫານຊາວບ້ານ 1 ຄົນ ແລະ ໄດ້ຈັບໂຕຊາວບ້ານອີກ 30 ຄົນ ໃນເວລາທີ່ເຂົ້າບຸກໂຈມຕີເຂດເມືອງ ສະເວບູ, ເມືອງຂິນອູ, ປາເລ ແລະ ເມືອງ ຂັນບາລູ. ໃນວັນເສົາທີ່ຜ່ານມາ, ຊາວບ້ານ ໄດ້ພົບໄວໜຸ່ມ 3 ຄົນ ຖືກທະຫານພະມ້າ ທຸບຕີ ແລະ ຍິງຈົນເສັຽຊີວິດ ຢູ່ໜ້າບ້ານຂອງເຂົາເຈົ້າ ຢູ່ເຂດເມືອງ ຢິນມາບິນ.

ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຕິດຕໍ່ຫາຣັຖມົນຕຣີ ຝ່າຍກິຈການຊົນເຜົ່າ ແລະ ທັງເປັນໂຄສົກຂອງທະຫານພະມ້າ ເພື່ອຖາມຄໍາເຫັນກ່ຽວກັບການໂຈມຕີຊາວບ້ານ, ແຕ່ ວ່າ ທ່ານ ປະຕິເສດທີ່ຈະຕອບຄໍາຖາມ. ທົ່ວປະເທດພະມ້າ ທະຫານພະມ້າ ໄດ້ສັງຫານພົລເຮືອນໄປແລ້ວ 8 ຄົນ ນັບແຕ່ວັນທີ 1-17 ຕຸລາ ຈາກເຫດການໂຈມຕີ ທາງອາກາດ ແລະ ປືນໃຫຍ່ ອີງຕາມຂໍ້ມູນຈາກຊາວບ້ານ. ຜົລປະກົດວ່າ ມີປະຊາຊົນໄດ້ຮັບບາດເຈັບ 8 ຄົນ.​

ມາເຖິງປັດຈຸບັນ ມີປະຊາຊົນປະມານ 800,000 ຄົນ ໄດ້ອົບພະຍົບຖິ້ມບ້ານເຮືອນຂອງຕົນເອງ ໃນເຂດສະກາງ ຍ້ອນມີຂໍ້ຂັດແຍ່ງ ນັບແຕ່ ທະຫານພະມ້າເຂົ້າມາປະຕິວັດຣັຖປະຫານຍຶດອໍານາດຈາກຣັຖບານພົລເຮືອນຂອງພະມ້າ ອີງຕາມຂໍ້ມູນຈາກອົງການ ສະຫະປະຊາຊາຕ.​

ມີປະຊາຊົນ ເສັຽຊີວິດ 29 ຄົນ ໃນນັ້ນລວມເດັກນອ້ອຍ 11 ຄົນ ໃນເວລາທີ່ ທະຫານພະມ້າ ຖິ້ມລະເບີດລົງໃສ່ເຂດພາກເໜືອ ຂອງຣັຖກະສິນ ເຊິ່ງເປັນເຂດຄ້າຍຜູ້ອົບພະຍົບ ອີງຕາມເຈົ້າໜ້າທີ່ຖແລງຂ່າວ ອິສຣະ ຂອງຣັຖກະສິນ.​

ພັກເອກ ນໍບຸນ ໄດ້ກ່າວວ່າ ຜູ້ເຄາະຮ້າຍທັງໝົດ ເປັນປະຊາຊົນທີ່ອົບພະຍົບ ທີ່ດໍາລົງຊີວິດ ຢູ່ໃກ້ກັບເຂດລາຍຊາ ໃນເຂດຊາຍແດນເຂດພູດອຍ ລະຫວ່າງ ຣັຖກະສິນ ແລະ ປະເທດຈີນ. ເຂດລາຍຊາ ເປັນສູນບັນຊາການໃຫຍ່ຂອງ ກອງກໍາລັງກະສິນ ໄດ້ຕໍ່ສູ້ກັບທະຫານພະມ້າ ມາຫຼາຍທົສວັດ ແລະ ຄວບຄຸມຢູ່ເຂດພາກເໜືອຂອງພະມ້າ.

ທ່ານ ນໍບຸນ ໄດ້ກ່າວອ້າງວ່າ ທະຫານພະມ້າ ໄດ້ເລັງເປົ້າໝາຍໂຈມຕີ ສູນບັນຊາການໃຫຍ່ຂອງກອງກໍາລັງກະສິນ ເຊິ່ງການໂຈມຕີ ໄດ້ມີຂຶ້ນໃນຕອນທ່ຽງຄືນ ວັນຈັນ ຕາມເວລທ້ອງຖິນຂອງພະມ້າ. ໃນບັນດາຜູ້ເສັຽຊີວິດ 29 ຄົນ ມີເດັກນ້ອຍ 11 ຄົນ ລວມຢູ່ນໍາ ເຊິ່ງໄດ້ນໍາມາທໍາພິທີເຜົາ ໃນວັນອັງຄານ. ນອກຈາກນີ້ ມີປະຊາຊົນ 57 ຄົນ ໄດ້ຮັບບາດເຈັບ ແລະ ຖືກນໍາສົ່ງໄປປິ່ນປົວຢູ່ໂຮງໝໍ ໃກ້ຄຽງ.

ນອກຈາກນີ້ ເຈົ້າໜ້າທີ່ທ້ອງຖິ່ນຍັງຣາຍງານວ່າ ປັດຈຸບັນ ກໍາລັງຄົ້ນຫາຜູ້ທີ່ສູນຫາຍ ແລະ ເສັຽຊີວິດ ແລະ ກໍາລັງມີການພິສູດສົບຜູ້ເສັຽຊີວິດ. ທ່ານ ນໍບຸນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ນີ້ບໍ່ແມ່ນຮູບແບບການໂຈມຕີ ຂອງທະຫານພະມ້າແບບປົກຕິ. ເຖິງວ່າ ທະຫານພະມ້າ ຈະຍິງໂຈມຕີ ເຂດ ລາຍຊາ ດ້ວຍປືນໃຫຍ່ກໍຕາມ, ແຕ່ ວ່າ ການໂຈມຕີຄັ້ງນີ້ ອາດຈະມາຈາກການໃຊ້ໂດຼນ.​ 

ທ່ານ ກ່າວຕື່ມວ່າ: ມັນບໍ່ແມ່ນປືນໃຫຍ່ ແຕ່ ມັນເປັນຫຍັງຄ້າຍຄືກັບຍົນ ຫຼື ໂດຼນ. ຖ້າວ່າ ມັນເປັນຍົນສູ້ຣົບ ສຽງມັນຕ້ອງດັງ ແລະ ບໍ່ແນ່ໃຈວ່າ ມັນເປັນລະເບີດຊະນິດໃດ.​

ກ່ຽວກັບເຣື່ອງດັ່ງກ່າວ ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທະມະນຸດ ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ນັກຂ່າວວ່າ:

ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານພະມ້າທໍາລາຍ ຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນພະມ້າ ຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເຣື່ອງນີ້.

ກຸ່ມທະຫານພະມ້າ ໄດ້ຈັບໂຕ ແລະ ກັກຂັງສະມາຊິກພາກສັກນິບາດ ແຫ່ງຊາຕ ເພື່ອປະຊາຊົນທິປະໄຕຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ. ພັກສັນນະບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ ຫຼື NLD ໄດ້ອອກຖແລງການເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.​

ພັກ NLD ຂອງພະມ້າ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະການພັກຂອງຝ່າຍທະຫານພະມ້າ ໃນການເລືອກຕັ້ງທົ່ວໄປຂອງພະມ້າໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານພະມ້າ ໄດ້ຣັຖປະຫານຍຶດອໍານາດ ແລະ ຈັບໂຕຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ. ນັບຕັ້ງນັ້ນເປັນຕົ້ນມາ, ກຸ່ມທະຫານພະມ້າ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200​ ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານ ຂອງພັກ NLD.​

ທ່ານ ຂິນຊວງ, ກັມມະການ ບໍຣິຫານພັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານພະມ້າ ໄດ້ທໍາລາຍຄວາມຝັນ ຂອງປະຊາຊົນພະມ້າ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.​

ທ່ານ ກ່າວວ່າ: ທະຫານພະມ້າ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານພະມ້າ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ.

ໃນວັນທີ 7 ຕຸລາ ທີ່ຜ່ານມາ, ຢູ່ປະເທດພະມ້າ ຍັງມີຄຣູ-ອາຈານ 130,000 ຄົນ ຍັງຄົງພາກັນຕໍ່ຕ້ານການຣັຖທະຫານ ແບບອະຣິຍະຂັດຂືນ ຫຼື CMD ໂດຍ ຜູ້ປະທ້ວງເອງເປັນພະນັກ ງານຣັຖກອນ ທີ່ບໍ່ຍອມເຂົ້າໄປເຮັດວຽກ ເພື່ອປະທ້ວງການຣັຖປະຫານ ຂອງທະຫານພະມ້າ ໃນເດືອນກຸມພາ 2021. 

ໃນການກ່າວຄໍາປາໄສ ເພື່ອສລອງວັນຄຣູສາກົລ, ທ່ານ ຊໍເວຊູ ຣັຖມົນຕຣີກະຊວງສຶກສາ ຂອງຣັຖບານ ລວມຊາຕຂອງພະມ້າ ທີ່ເປັນຝ່າຍກົງກັນຂ້າມກັບກຸ່ມທະຫານພະມ້າ ໄດ້ກ່າວວ່າ: ການອະຣິຍະຂັດຂືນຂອງຄຣູ-ອາຈານ ຍັງຄົງສືບຕໍ່ ເພື່ອຕ້ານກັບທະຫານພະມ້າ ເຖິງວ່າ ມັນຈະມີຄວາມຫຍຸ້ງຍາກ ປານໃດກໍຕາມ.​

ທ່ານ ຊໍ ເວ ຊູ ໄດ້ກ່າວຕື່ມວ່າ ບັນດາຄຣູ-ອາຈານ ໄດ້ພາກັນເຂົ້າຮ່ວມການປະທ້ວງ ແບບອະຣິຍະຂັດຂືນ ໂດຍ ຂາດວຽກ ແລະ ຍອມໃຫ້ຕັດເງິນເດືອນ. ມີຄຣູ-ອາຈານ 130,000 ຄົນ ເຂົ້າມາປະທ້ວງແບບອະຣິຍະຂັດຂືນ ໄດ້ຊ່ວຍຈໍາກັດປະສິດທະພາບ ຂອງກຸ່ມທະຫານພະມ້າ.

ໃນຂະນະທີ່ ພວກຄຣູ-ອາຈານ ໄດ້ພາກັນອອກໄປປະທ້ວງ ແບບອະລິຍະຂັດຂືນ ຍ້ອນບັນຫາທາງດ້ານເສຖກິຈ, ແຕ່ ກໍມີຫຼາຍຄົນມີຄວາມກັງວົນ ຕໍ່ຄວາມປອດໄພຂອງຕົນເອງ ຍ້ອນວ່າ ເຂົາເຈົ້າເຫັນພວກທະຫານມີການຈັດກຸມ ແລະ ສັງຫານໝູ່ເພື່ອນຂອງເຂົາເຈົ້າ. ນັບແຕ່ມີການຣັຖປະຫານ, ຣັຖບານລວມຊາຕຂອງພະມ້າ ໄດ້ສ້າງຕັ້ງອາດີດຜູ້ນໍາພົລເຮືອນ ແລະ ນັກເຄື່ອນໄຫວຕ້ານທະຫານ ທາງອອນລາຍ.

ທ່ານ ດູວາ ລາສີລາ ຮັກສາການປະທານາທິບໍດີ ທີ່ເປັນຣັຖບານລວມຊາຕຂອງພະມ້າ ໄດ້ກ່າວວ່າ: ພວກທະຫານພະມ້າ ໄດ້ກໍ່ອາສຍາກັມໄຮ້ມະນຸສສະທັມ ເຊັ່ນ ການໂຈມຕີທາງອາກາດ ແບບບໍ່ເລືອກເປົ້າໝາຍ ແລະ ການເຜົາໂຮງຮຽນ ແລະ ຈັບກຸມ ທໍລະມານ ແລະ ສັງຫານ ຄຣູ-ອາຈານ.

ທະຫານເວົ້າວ່າ ຄຣູ-ອາຈານ, ພໍ່ ແມ່ ນັກຮຽນ ຜູ້ທີ່ເຂົ້າໂຮງຮຽນທີ່ສນັບສນູນ ທາງການເງິນ ຈາກຣັຖບານ ລວມຊາຕຂອງພະມ້າ ຈະຖືກດໍາເນີນມາຕການຢ່າງໂຫດຮ້າຍ. 

ມີຫຼາຍ 1,000 ຄອບຄົວ ໄດ້ເອົາລູກຂອງຕົນເອງ ອອກຈາກໂຮງຮຽນຣັຖ ທີ່ຂຶ້ນກັບກຸ່ມທະຫານພະມ້າ ນັບແຕ່ທະຫານ ພະມ້າເຂົ້າມາຍຶດອໍານາດ ໂດຍ ຣັຖບານລວມຊາຕ ຂອງພະມ້າ ໃຫ້ການຊ່ວຍເຫຼືອສ້າງຕັ້ງໂຮງຮຽນ ແບບສອນລູກຕົນເອງຢູ່ເຮືອນ.

ຖ່າມກາງ ພວກທະຫານພະມ້າ, ທີ່ມີການສູ້ຣົບກັບກຸ່ມກອງກໍາລັງປົກປ້ອງ ປະຊາຊົນ ຫຼື PDF ແລະ ກອງກໍາລັງຊົນຊາຕຊົນເຜົ່າ ຢູ່ເຂດຊາຍແດນພະມ້າທີ່ຢູ່ຫ່າງໄກ, ໄດ້ໂຈມຕີໝູ່ບ້ານ ເຮັດໃຫ້ຊາວບ້ານໄດ້ຮັບບາດເຈັບ ແລະ ເສັຽຊີວິດ ຢູ່ໂຮງຮຽນທີ່ເຂົາເຈົ້າສ້າງຕັ້ງຂຶ້ນເອງ.​

ເຖິງວ່າ ໂຮງຮຽນບາງແຫ່ງຈະບໍ່ໄດ້ຮັບຜົລກະທົບ, ແຕ່ ຄຣູ ແລະ ນັກຮຽນ ກໍຖືກ ກຸ່ມທະຫານພະມ້າ ບັງຄັບໃຫ້ໄປເຂົ້າໂຮງຮຽນ ທີ່ຂາດເຄື່ອງມືອຸປະກອນ ການຮຽນການສອນ.​

ຂໍ້ຄວາມຂອງຣັຖ ບານລວມຊາຕພະມ້າ ຕໍ່ກັບວັນຄຣູສາກົນ ໄດ້ມີຄວາມແຕກຕ່າງ ຈາກນະໂຍບາຍຝ່າຍທະຫານພະມ້າ ທີ່ ພົນເອກ ມິນ ອອງ ລາຍ ຜູ້ນໍາທະຫານພະມ້າ ໄດ້ຮຽກຮ້ອງໃຫ້ຊາວໜຸ່ມພະມ້າ ໄດ້ຮັບການສຶກສາ ເພື່ອສ້າງສັນສັງຄົມ ໃຫ້ມີຄວາມສງົບໃນຕໍ່ໜ້າ ແລະ ຮຽກຮ້ອງໃຫ້ມີຄຣູ-ອາຈານ ທີ່ດີຫຼາຍຂຶ້ນ ດ້ວຍການສ້າງຄົນໜຸ່ມຂຶ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.