ສລອງວັນກອງທັບ ແຫ່ງພຣະຣາຊອານາຈັກລາວ

ຈຳປາທອງ
2022.03.26
ສລອງວັນກອງທັບ ແຫ່ງພຣະຣາຊອານາຈັກລາວ ພິທີຖວາຍອາຫານເພນແດ່ພຣະສົງ ການສລອງວັນກອງທັບແຫ່ງພຣະຣາຊອານາຈັກລາວ 23 ມີນາຄົບ ຮອບ 72 ປີ ຊຶ່ງສະມາຄົມນັກຣົບເກົ່າແລະຜູ້ປະສົບພັຍສົງຄາມໃນຂົງເຂດກຸງ ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ
RFA

ກອງທັບແຫ່ງພຣະຣາຊອານາຈັກລາວ ຫລືກອງທັບແຫ່ງຊາດ ຖືກສ້າງຕັ້ງຂຶ້ນໃນມື້ວັນທີ 23 ມິນາ 1950 ຊຶ່ງມາເຖິງປີ 2022 ນີ້ກໍຄົບຮອບ 72 ປີ ທີ່ນັກ ຣົບເກົ່າ ແລະປະຊາຊົນລາວ ຮວມທັງຜູ້ທີ່ໄດ້ອົພຍົບຫລົບໜີອອກຈາກລະບອບຜະເດັດການພັກດຽວຜູກຂາດອໍານາດ ມາຢູ່ຕ່າງປະເທດ, ສະມາຄົມນັກຣົບເກົ່າແລະຜູ້ປະສົບໄພສົງຄາມໃນຂົງເຂດນະຄອນຫລວງວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ກໍພາກັນສລອງ ເຖິງແມ່ນວ່າຈະບໍ່ໄດ້ຈັດໃຫຍ່ຄືກັນກັບໄລຍະກ່ອນໂຄວິດ-19 ຣະບາດກໍຕາມ ແຕ່ກໍມີຄວາມໝາຍສໍາຄັນດັ່ງດຽວກັນ.

ສະມາຄົມນັກຣົບເກົ່າແລະຜູ້ປະສົບໄພສົງຄາມໃນຂົງເຂດນະຄອນຫລວງວໍຊິງຕັນ ດີຊີ ໄດ້ຈັດງານສລອງວັນກອງທັບແຫ່ງຊາດ ຂຶ້ນຢູ່ວັດລາວພຸດທະເມດຕາ ທີ່ເມືອງ Upper Marlboro ຣັຖ Maryland ໃນມື້ວັນທີ 23 ມິນານີ້.

ທ່ານ ຄໍາສຸວັນ ແກ້ວວິໄລ ຜູ້ວ່າການປະທານສະມາຄົມນັກຣົບເກົ່າແລະຜູ້ປະ ສົບໄພສົງຄາມໃນຂົງເຂດນະຄອນຫລວງວໍຊິງຕັນ ດີຊີ ກ່າວວ່າ ຮູ້ສຶກເສົ້າໃຈ.

ເວົ້າເຖິງບັ້ນຣົບໜັກໆ ທີ່ເຄີຍຜ່ານ ທ່ານ ຄໍາສຸວັນ ກ່າວວ່າ ໄດ້ຜ່ານເກືອບເອົາຕົວບໍ່ລອດ.

ຍານາງ ສົມພິດ ແກ້ວວິໄລ ຫົວໜ້າຜແນກສວັດດິການຂອງສະມາຄົມນັກຣົບເກົ່າແລະຜູ້ປະສົບໄພສົງຄາມ ກ່າວເຖິງເປົ້າໝາຍຂອງການຈັດງານສລອງວັນກອງທັບແຫ່ງຊາດ 23 ມິນາຄົບຮອບ 72 ປີນີ້ວ່າ ເພື່ອລະລຶກເຖິງຜົລງານ ແລະຄຸນງາມຄວາມດີ ຂອງນາຍແລະພົນທະຫານ ແລະຜູ້ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາປະເທດຊາດ ຊຶ່ງໄດ້ເສັຍສະຣະຊີວດໄປແລ້ວ.

ຕໍ່ງານສລອງວັນກອງທັບແຫ່ງຊາດຄັ້ງນີ້ ທ່ານ ສໍຣະສັກ ຈຸນລະມະນີ ອາດີດຮ້ອຍເອກທະຫານເຮືອ ທີ່ປຶກສາສະມາຄົມນັກຣົບເກົ່າແລະຜູ້ປະສົບໄພສົງຄາມ ກ່າວວ່າ ມີຄວາມພາກພູມໃຈ.

ເມື່ອເວົ້າເຖິງສິ່ງທີ່ລືມບໍ່ໄດ້ໃນໄລຍະທີ່ເປັນທະຫານເຮືອ ຮວມທັງວັນກອງທັບແຫ່ງຊາດ 23 ມິນາ ທ່ານ ສໍຣະສັກ ກ່າວວ່າ.

ແລະທ່ານ ໄຕ ຊະນະນິກອນ ທີ່ປຶກສາສະມາຄົມນັກຣົບເກົ່າແລະຜູ້ປະສົບໄພສົງຄາມ ກໍກ່າວວ່າ ການສລອງວັນກອງທັບແຫ່ງຊາດ 23 ມິນາຄົບຮອບ 72 ປີໃນປີນີ້ ບໍ່ໄດ້ຈັດໃຫຍ່ຄືກັນກັບຊຸມປີທີ່ບໍ່ທັນມີການຣະບາດຂອງໂຄວິດ-19, ໄດ້ຈັດໃນວົງແຄບ ແຕ່ກໍມີຄວາມໝາຍແບບດຽວກັນ.

ເວົ້າເຖິງການສລອງວັນກອງທັບແຫ່ງພຣະຣາຊອານາຈັກລາວ ພຣະອາຈານ ທອງວັນ ດາລາວົງ ເຈົ້າອະທິການວັດລາວພຸດທະເມດຕາ ກ່າວວ່າ ຈະຈັດງານໃຫຍ່ ຫລືງານນ້ອຍກໍມີຄວາມໝາຍ ແລະຄວາມສໍາຄັນເທົ່າກັນ.

ພ້ອມກັນນັ້ນ ພຣະອາຈານ ທອງວັນ ດາລາວົງ ພຣະອາຈານ ທອງວັນ ດາລາວົງ ກໍກ່າວວ່າ ດີໃຈນໍາ.

ການສລອງວັນກອງທັບແຫ່ງພຣະຣາຊອານາຈັກລາວ ຄົບຮອບ 72 ປີ ທີ່ສະ ມາຄົມນັກຣົບເກົ່າ ແລະຜູ້ປະສົບໄພສົງຄາມໃນຂົງເຂດນະຄອນຫລວງວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ໄດ້ຈັດຂຶ້ນຢູ່ວັດລາວພຸດທະເມດຕາ ທີ່ເມືອງ Upper Marlboro ຣັຖ Maryland ໃນມື້ວັນທີ 23 ມິນານີ້ ດໍາເນີນໄປຢ່າງລຽບງ່າຍ ຕາມພິທີທາງສາສນາ.

ອອກຕົນຍາດໂຍມໄຫວ້ ພຣະ, ຮັບສິນ, ຢາດນໍ້າ, ຖວາຍສັງຄະທານແດ່ ພຣະສົງ, ຮັບພອນ ຊຶ່ງທຸກຢ່າງຈົບງານ ແລະໄດ້ຮັບຜົລສໍາເຣັດເປັນຢ່າງດີ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.