ປະຊາຊົນ ແຕກຕື່ນ ແຈ້ງປ່ອຍນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍ

ໄຊຍາ
2022.03.28
ປະຊາຊົນ ແຕກຕື່ນ ແຈ້ງປ່ອຍນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍ ພາບຖ່າຍດາວທຽມ ເມື່ອວັນທີ 26 ມີນານີ້ ສແດງໃຫ້ເຫັນ ປະຣິມານນ້ຳທີ່ຖືກປ່ອຍອອກຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ. ປະຊາຊົນ ຣວມທັງຜູ້ລອດຕາຍຈາກເຂື່ອນແຕກໃນອາດິດ ກັງວົນໃຈ ຫຼັງຈາກທີ່ໄດ້ຮັບຄຳເຕືອນວ່າ ເຂື່ອນຈະປ່ອຍນ້ຳ ກະທັນຫັນ. ປະຊາຊົນທີ່ຢູ່ໃຕ້ເຂື່ອນໄດ້ໜີໄປຢູ່ບ່ອນສູງ ແລະຕໍ່ມາຈຶ່ງກັບຄືນມາເຮືອນ. ແຫຼ່ງຂ່າວທີ່ໜ້າເຊື່ອຖື ໄດ້ໃຫ້ຂໍ້ມູນວ່າ ປະຕູເຂື່ອນໃຊ້ການບໍ່ໄດ້.
ຮູບພາບ: Planet Labs

ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຈ້ງການປ່ອຍນໍ້າລົງທ້າຍເຂື່ອນ ຢ່າງກະທັນຫັນ ໃນວັນທີ 25 ມີນາ 2022 ທີ່ຜ່ານມາ ເຮັດໃຫ້ຊາວບ້ານໃນເມືອງສນາມໄຊ ພາກັນແຕກຕື່ນຕົກໃຈ ຟ້າວເກັບມ້ຽນເຄື່ອງຂອງໄວ້ບ່ອນສູງ ເພາະຢ້ານວ່າຈະເກີດເຫດການ ເຂື່ອນແຕກຊໍ້າຮອຍເມື່ອປີ 2018 ອີກຄັ້ງ.

ຂະນະທີ່ເຈົ້າໜ້າທີ່ ເມືອງຂອງແຂວງອັດຕະປື ທ່ານນຶ່ງກ່າວວ່າ ໄດ້ຮັບໜັງສືແຈ້ງການ ຈາກໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ກ່ອນໜ້າພຽງນຶ່ງມື້. ເບື້ອງຕົ້ນທາງໂຄງການບອກພຽງວ່າ ຈະປ່ອຍນໍ້າລົງທ້າຍເຂື່ອນ ເພື່ອສ້ອມແປງສັນເຂື່ອນ “D” ເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມີນານີ້ວ່າ:

ເຊປຽນຫັ້ນ ເພິ່ນປ່ອຍນໍ້າປ່ອຍເມື່ອວັນສຸກ ເຂື່ອນເພິ່ນຊິສ້ອມແປງສ້ອມແປງຄູກັ້ນນໍ້າເດ້ ຄູກັ້ນນໍ້າສ້ອມແປງຕື່ມວ່າຊັ້ນນ່າ ປ່ອຍໃຫ້ນໍ້າມັນຫລຸດຣະດັບເພິ່ນກຳນົດ ໃຫ້ອາທິດນຶ່ງນໍ້າກາ ຂຶ້ນສູງຢູ່ໃດປະມານແມດນຶ່ງນີ້ແຫລະ.

ເຈົ້າໜ້າທີ່ກ່າວຕື່ມວ່າ ພາຍຫລັງທີ່ໄດ້ຮັບແຈ້ງການຈາກໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ໂທຣະສັບໄປຫາ ອຳນາດການປົກຄອງບ້ານໃນເມືອງສນາມໄຊ ໃຫ້ພາກັນມີສະຕິເຝົ້າຣະວັງຫ້າມເຂົ້າໃກ້ຫ້ວຍເຊປຽນ ແລະຄອບຄົວໃດທີ່ຍັງອາສັຍຢູ່ ໃກ້ຫ້ວຍກໍໃຫ້ເກັບມ້ຽນເຄື່ອງຂອງໄວ້ບ່ອນສູງ ແລ້ວພາໂຕເອງໄປຢູ່ບ່ອນປອດພັຍ.

ສາເຫດທີ່ໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຈ້ງການປ່ອຍນໍ້າຢ່າງກະທັນຫັນແບບນີ້ ເພື່ອສ້ອມແປງສັນເຂື່ອນ “D” ກໍຍັງບໍ່ທັນຮູ້ວ່າເກີດບັນຫາຫຍັງຂຶ້ນແທ້ ເປັນການສ້ອມແປງໃນລັກສະນະໃດຈະເປັນອັນຕະຣາຍ ຫລືຄວາມສ່ຽງໃນໄລຍະຍາວ ຫລືບໍ່ນັ້ນຍັງບໍ່ທັນຮູ້ຣາຍລະອຽດ ຢ່າງຈະແຈ້ງເພາະໂຄງການກໍບໍ່ໄດ້ບອກຂໍ້ມູນແບບລະອຽດ.

ສ່ວນຊາວບ້ານໃນເມືອງສນາມໄຊ ແຂວງອັດຕະປືພາຍຫລັງທີ່ຊາບຂ່າວ ຈາກທາງການແຂວງວ່າຈະມີການປ່ອຍນໍ້າລົງທ້າຍເຂື່ອ ກໍມີເວລາເກັບມ້ຽນເຄື່ອງຂອງພຽງນຶ່ງຄືນເທົ່ານັ້ນ ແລະ ຊາວບ້ານຫລາຍຄົນກໍພາກັນແຕກຕື່ນ ຕົກໃຈຫລາຍເພາະກັງວົນວ່າ ຈະເກີດເຫດເຂື່ອນແຕກຊໍ້າຮອຍຈຶ່ງພາກັນໄປຢູ່ບ່ອນປອດພັຍເພື່ອສັງເກດການປະມານ 2-3 ຊົ່ວໂມງກ່ອນຈະ ເຫັນວ່າລະດັບນໍ້າໃນຫ້ວຍເຊປຽນ ບໍ່ໄດ້ເພີ່ມສູງຂຶ້ນຫລາຍປານໃດ.

ດັ່ງຊາວບ້ານຜູ້ນຶ່ງໃນເມືອງສນາມໄຊ ແຂວງອັດຕະປືກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມີນານີ້ວ່າ:

ຄັນເຂົາເຈົ້າແຈ້ງເຕືອນແລ້ວ ກະສິມີຄວາມລະມັດລະວັງແລ້ວ ກາເຂົາກາສິບໍ່ໄປໃກ້ນໍ້າອີກອີສັງຫັ້ນນ່າ ຊ່ວງເພິ່ນປະກາດເຕືອນຫັ້ນ ຂຶ້ນມາຢູ່ເທີງໂນນນີ້ເຂົາກາສິຮູ້ວ່າ ລະດັບນໍ້າສິມາຊໍ່າ ໃດເຂົາກາສິບໍ່ໄປໃກ້ກາສິມີສະຕິ.

ຊາວບ້ານອີກຜູ້ນຶ່ງກ່າວວ່າ ບໍ່ໄດ້ຮັບໜັງສືແຈ້ງການຢ່າງເປັນທາງການ ຈາກໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ວ່າຈະມີການປ່ອຍນໍ້າລົງທ້າຍເຂື່ອນ ແຕ່ໄດ້ຮັບແຈ້ງການຜ່ານໂທຣະສັບ ຈາກທາງການແຂວງອັດຕະປື ວ່າໃຫ້ປະຊາຊົນເມືອງສນາມໄຊເກັບມ້ຽນເຄື່ອງຂອງ ໄວ້ບ່ອນສູງເພາະຈະມີການປ່ອຍນໍ້າລົງທ້າຍເຂື່ອນໃນມື້ຖັດໄປ ພາຍຫລັງຊາບຂ່າວກໍພາກັນແຕກຕື່ນຕົກໃຈ ແລະກັງວົນວ່າຈະເກີດເຫດເຂື່ອນແຕກຂຶ້ນອີກຄັ້ງ.

ໂອ້ຍປະຊາຊົນແຕກຕະພືດຕະພືຢ້ານ ເພາະວ່າປ່ອຍນໍ້າຫັ້ນມັນແຈ້ງກ່ອນ ຈັກອາທິດນຶ່ງກາໄຄແນ່ຫັ້ນອັນນີ້ແຈ້ງມາມື້ນີ້ປ່ອຍມື້ອື່ນໂລດ ບາງຄົນກາບໍ່ທັນຊາບຕີ້ເພາະວ່າ ປະຊາຊົນມັນບໍ່ໄດ້ຢູ່ບ້ານປະຈຳວັນຢູ່ຕາມໄຮ່ຕາມນາ.

ຊາວບ້ານຜູ້ນີ້ກ່າວຕື່ມວ່າເມື່ອໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຈະປະຕິບັດວຽກງານຕ່າງໆ ຫາກເຫັນວ່າຈະມີຜົລກະທົບຕໍ່ຊາວບ້ານ ທີ່ອາສັຍຢູ່ທ້າຍເຂື່ອນໃນເມືອງສນາມໄຊ ກໍຢາກໃຫ້ທາງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ແຈ້ງການໃຫ້ຊາວບ້ານໄດ້ຮັບຊາບລ່ວງໜ້າ ຢ່າງໜ້ອຍ 3-7 ມື້ເພື່ອໃຫ້ຊາວບ້ານໄດ້ຕຣຽມພ້ອມຮັບມື ແລະບໍ່ເກີດຄວາມກັງວົນໃຈວ່າ ຈະເກີດເຫດການເຂື່ອນແຕກອີກຄັ້ງ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ບໍຣິສັດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ກ່າວວ່າໄດ້ອອກແຈ້ງການວ່າຈະປ່ອຍນໍ້າລົງທ້າຍເຂື່ອນແທ້ ຕາມວັນເວລາທີ່ກຳນົດໄວ້. ສ່ວນຣາຍລະອຽດນັ້ນ ຍັງບໍ່ເປີດເຜີຍເພາະຍັງຢູ່ໃນລະຫວ່າງການຕິດຕາມ-ກວດສອບ ຂອງເຈົ້າຂອງໂຄງການເຂື່ອນໄຟຟ້າ ແຕ່ສ່ວນມີການຖແລງຂ່າວ ແລະຊີ້ແຈງຣາຍລະອຽດນັ້ນກໍຂຶ້ນ ກັບຜູ້ບໍຣິຫານຂອງໂຄງການ.

ດັ່ງເຈົ້າໜ້າທີ່ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽ ເສຣີໃນວັນທີ 28 ມີນານີ້ວ່າ:

ຕອນນີ້ເຮົາໃຫ້ຂໍ້ມູນຫຍັງບໍ່ໄດ້ເນາະ ເຈົ້າຍັງຢູ່ລະຫວ່າງການກວດສອບເນາະ ເຈົ້າອັນນີ້ຕ້ອງຂຶ້ນກັບຜູ້ບໍຣິຫານ ຂຶ້ນກັບການຕັດສີນໃຈເນາະ ອັນຍັງຕອບຫຍັງບໍ່ໄດ້.

ທ່ານ Brian Eyler ເຈົ້າໜ້າທີ່ການນຳອົງການຕິດຕາມແມ່ນ້ຳຂອງ ແລະຫົວໜ້າໂຄງການເອເຊັຽຕາເວັນອອກສ່ຽງໃຕ້ ປະຈຳສູນ Stimson ທີ່ນະຄອນຫຼວງ ວໍຊິ່ງຕັນ ດີ.ຊີ., ສະຫະຣັຖອະເມຣິກາ ໄດ້ອະທິບາຍສາເຫດໃຫ້ວິທະຍຸເອເຊັຽເສຣີ ຮູ້ວ່າບັນຫາທີ່ເກີດຂຶ້ນກ່ຽວກັບ ການເຮັດວຽກຜິດປົກກະຕິ ຂອງສ່ວນນຶ່ງຂອງປະຕູຣະບາຍນ້ຳສັນເຂື່ອນ “D” ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ. ຜົນປະກົດວ່າປະຕູບໍ່ສາມາດປິດໄດ້, ປັດຈຸບັນ ທາງທິມນາຍຊ່າງກຳລັງພະຍາຍາມ ປິດປະຕູຢູ່. ຮູບພາບທາງ ດາວທຽມ (Satellite) ສະແດງໃຫ້ເຫັນວ່າ ນ້ຳໄຫຼອອກຈາກປະຕູນັ້ນ ນັບແຕ່ວັນທີ່ 25 ມິນາ ຈົນຮອດວັນທີ່ 27 ມິນາ. ປະກົດວ່າພະລັງນ້ຳທີ່ໄຫຼອອກບໍ່ແຮງຈົນເປັນອັນຕະຣາຍ ຕໍ່ປະຊາຊົນທີ່ຢູ່ໃນທາງພາກລຸ່ມ. ແຕ່ອ່າງເກັບນ້ຳກໍສູນເສັຍນ້ຳຫຼາຍ ແລະທາງບໍຣິສັດເຈົ້າຂອງເຂື່ອນ ກໍຕ້ອງສູນເສັຍຣາຍຮັບຫຼາຍ ຍ້ອນບໍ່ມີນ້ຳພຽງພໍໃນການຜລິດໄຟຟ້າ ທັງໃນປັດຈຸບັນ ແລະອະນາຄົດ. ສັນເຂື່ອນນີ້ເປັນສັນເຂື່ອນໃໝ່ ທີ່ສ້າງແທນສັນເຂື່ອນ “D” ທີ່ແຕກເມື່ອ ປີ 2018.

ສຳລັບສັນເຂື່ອນ “D” ທີ່ສ້າງຂຶ້ນມາໃໝ່ນີ້ຫ່າງຈາກສັນເຂື່ອນເດີມຂຶ້ນ ໄປທາງເທີງປະມານນຶ່ງກິໂລແມດຊຶ່ງທາງໂຄງການໄດ້ປ່ຽນຈາກສັນເຂື່ອນ ດິນທີ່ບໍ່ມີປະຕູຣະບາຍນໍ້າມາເປັນສັນເຂື່ອນ ຄອນກຣີດແບບມີປະຕູຣະບາຍນໍ້າ ໂດຍສັນເຂື່ອນມີຄວາມຍາວ 430 ແມັດ ກ້ວາງ 10 ແມັດ ສູງ 54 ແມັດ ເຣີ່ມກໍ່ສ້າງມາແຕ່ເດືອນມີນາປີ 2019 ແລະ ສ້າງສຳເຣັດໃນເດືອນຕຸລາປີ 2019.

ສາເຫດການແຕກຂອງສັນເຂື່ອນ “D” ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍໃນວັນທີ 23 ກໍຣະກະດາ ປີ 2018 ນັ້ນຜົລການສືບສວນ-ສອບສວນ ຣະບຸວ່າ ໂຄງສ້າງຂອງສັນເຂື່ອນ “D” ທີ່ເປັນສັນເຂື່ອນດິນສ້າງບໍ່ໄດ້ມາຕຖານຕາມການອອກແບບ ແລະມີຮອຍຮົ່ວໄຫລຂອງນໍ້າຫລາຍຈຸດເປັນສາເຫດ ໃຫ້ສັນເຂື່ອນ “D” ບໍ່ສາມາດກັກເກັບນໍ້າ ໃນປະຣິມານມະຫາສານໄດ້ ເຮັດໃຫ້ສັນເຂື່ອນຍຸບໂຕ ແລະພັງລົງໃນທີ່ສຸດ ຊຶ່ງເຮັດໃຫ້ມີຜູ້ເສັຽຊີວິດ 71 ຄົນ ແລະ ບໍ່ມີບ່ອນອາສັຍຖາວອນຫລາຍກວ່າ 7,000 ຄົນໃນ 6 ບ້ານ.

ປັດຈຸບັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແມ່ນໄດ້ຜລິດໄຟຟ້າຂາຍຢ່າງເປັນທາງການແລ້ວ ນັບແຕ່ວັນທີ 6 ທັນວາປີ 2019 ຊຶ່ງໄຟຟ້າທີ່ຜລິດໄດ້ທັງໝົດ ສົ່ງຂາຍໃຫ້ໄທຍ 90% ແລະ ອີກ 10% ນໍາໃຊ້ພາຍໃນປະເທດ.

ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍມີກຳລັງຕິດຕັ້ງຂນາດ 410 ເມກາວັດພາຍໃຕ້ການຮ່ວມຫຸ້ນຂອງບໍຣິສັດ SK Engineering and Construction ປະເທດເກົາຫລີໃຕ້ຖືຫຸ້ນ 26%. ບໍຣິສັດ Korea Western Power ປະເທດເກົາຫລີໃຕ້ຖືຫຸ້ນ 25% ບໍຣິສັດ RATCH Group ປະເທດໄທຍຖືຫຸ້ນ 25% ແລະ ບໍຣິສັດ ວິສາຫະກິດຖືຫຸ້ນລາວ ຖືຫຸ້ນ 24% ມູນຄ່າການລົງທືນ 1.020 ລ້ານໂດລາສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.