ຫຼາຍແຂວງ ທາງພາກເໜືອ ໄດ້ຮັບຜົລກະທົບ ຈາກເຂື່ອນປ່ອຍນ້ຳ

ພອນ ພູມມີທອນ
2023.08.08
ຫຼາຍແຂວງ ທາງພາກເໜືອ ໄດ້ຮັບຜົລກະທົບ ຈາກເຂື່ອນປ່ອຍນ້ຳ ນີ້ແມ່ນລະດັບນ້ຳຂອງທີ່ຂຶ້ນສູງ ໃນໄລຍະປີທີ່ຜ່ານມາ, ວັນທີ 13 ສິງຫາ 2022.
RFA

ພາກເໜືອ ປຣິມານນ້ຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ຢູ່ເມືອງຊຽງຄໍ້ ແຂວງຫົວພັນ ພາຍຫລັງ ທີ່ເຂື່ອນວຽດນາມ ລະບາຍນ້ຳອອກມາ ສ່ວນຢູ່ແຂວງຄຳມ່ວນ ແລະແຂວງສວັນນະເຂດ ທາງການກຳລັງໂຍກຍ້າຍ ຜູ້ປະສົບພັຍນ້ຳຖ້ວມ ແຕ່ຍັງບໍ່ສຳເຣັດ ຈຶ່ງນຳເຄື່ອງ (ໃຊ້) ໄປຊ່ອຍເຫລືອຜູ້ທີ່ໂຍກຍ້າຍບໍ່ໄດ້ ແລະ ຍັງຕ້ອງການຄວາມຊ່ວຍເຫລືອ ຈາກສັງຄົມຢ່າງຫລວງຫລາຍ ຕໍ່ເຫຕການ ປະສົບພັຍນ້ຳຖ້ວມຢູ່ ພາຍຫລັງນ້ຳຫລຸດລົງແລ້ວ. ສະເພາະ ສາຍນ້ຳມ່າ ຢູ່ເມືອງຊຽງຄໍ້ ແຂວງຫົວພັນ ປະຣິມານນ້ຳເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ພາຍຫລັງຝົນຕົກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳໄຫລເຂົ້າອ່າງເກັບນ້ຳ ຂອງເຂື່ອນເມືອງຮຸ້ງ ແຂວງເຊິນລາ ປະເທດວຽດນາມເພີ່ມຂຶ້ນ ເຊິ່ງເຂື່ອນດັ່ງກ່າວ ຈຶ່ງປ່ອຍນ້ຳອອກຈາກເຂື່ອນໄຟຟ້າ ເປັນຈຳນວນຫລາຍກວ່າປົກກະຕິ. ຂະນະທີ່ ຫ້ອງວ່າການ ເມືອງຊຽງຄໍ້ ແຈ້ງການ ເລຂທີ 14/ຫວມ.ຊຄ ເຖິງພນັກງານຣັຖກອນ, ຕຳຣວດ ແລະ ບ້ານທີ່ຢູ່ລຽບຕາມສາຍນ້ຳມາ ຈຳນວນ 16 ບ້ານ ໃຫ້ມີສຕິ ແລະ ເຝົ້າລະວັງພັຍນ້ຳຖ້ວມ ເນື່ອງຈາກ ເປັນບ່ອນທີ່ເຄີຍຖືກນ້ຳຖ້ວມມາກ່ອນກ, ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຊຽງຄໍ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 8 ສິງຫາ ນີ້ວ່າ:

“ເຂົາຊິປ່ອຍເຂື່ອນ ຢູ່ວຽດຫັ້ນເນາະ ທາງຫ້ອງວ່າການ ແລ້ວເຮັດແຈ້ງການ ເອົາໃຫ້ ປະຊາຊົນ ຈຳນວນທີ່ລຽບເສັ້ນທາງ ແຕ່ວ່າ ນ້ຳຫັ້ນ ກໍກຳລັງມາເດ້. ລະດັບມັນເພີ່ມຂຶ້ນ, ເພີ່ມຂຶ້ນ ແຕ່ລະມື້ຫັ້ນນ່າ ບັນຫານຶ່ງ ເຂົາປ່ອຍເຂື່ອນເດ້ ບັນຫາທີ່ສອງ ແມ່ນ ຝົນເດ້ ຫັ້ນນ່າ ມັນກະທົບດຽວຫັ້ນນ່າ ແລ້ວມັນເຮັດໃຫ້ນ້ຳ ເພີ່ມຂຶ້ນຫັ້ນນ່າ ປີນີ້ ຕັ້ງເພີ່ນປ່ອຍເຂື່ອນ ແຕ່ວ່າ ປີກາຍ ມີແຕ່ຝົນຕົກແລ້ວກໍຖືກນ້ຳຖ້ວມ.

ສ່ວນຢູ່ ເມືອງຊຽງເງິນ ແຂວງຫລວງພຣະບາງ ຮອດວັນທີ 8 ສິງຫາ 2023 ຢູ່ບໍຣິເວນ ລຸ່ມເຂື່ອນໄຟຟ້າ ນ້ຳຄານ 3 ຢູ່ໃນລະດັບເທົ່າເກົ່າ ກັບວັນທີ 7 ສິງຫາ 2023 ເນື່ອງຈາກຝົນຢຸດຕົກ ແລະ ເຂື່ອນໄຟຟ້າ ນ້ຳຄານ 3 ລະບາຍນ້ຳ ອອກຈາກເຂື່ອນໃນປະຣິມານປົກກະຕິ ຄື 187m³/s (ລູກບາດເເມັ ຕໍ່ວິນາທີ) ຈຶ່ງເຮັດໃຫ້ບ່ອນທຳການຜລິດ ຂອງປະຊາຊົນ ລຽບແຄມນ້ຳຍັງບໍ່ໄດ້ຮັບຜົລເສັຽຫາຍ, ແຕ່ທຸກພາກສ່ວນພ້ອມກັນ ຕິດຕາມ ລະດັບນ້ຳຢ່າງຕໍ່ເນື່ອງຍ້ອນບໍ່ຮູ້ວ່າ ເຂື່ອນດັ່ງກ່າວ ຈະປ່ອຍນ້ຳຕື່ມ ຫລື ບໍ່.

ຕາມແຈ້ງການ ຂອງບໍຣິສັດ ຜລິດ-ໄຟຟ້າລາວ ມຫາຊົນ, ເຂື່ອນໄຟຟ້າ ນ້ຳຄານ 2 -3 ແຈ້ງການ ເລຂທີ 796/ຜ-ຟຟລ.ນຄ 2-3 ລົງວັນທີ 6 ສິງຫາ 2023 ແຈ້ງວ່າ ຈະປ່ອຍນ້ຳອອກຈາກເຂື່ອນ ຕັ້ງແຕ່ວັນທີ 6 ເຖິງ 12 ສິງຫາ 2023.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຊຽງເງິນ ກ່າວໃນມື້ດຽວກັນນີ້ວ່າ:

“ບໍ່ສູງແລ້ວ ມັນກໍສຳລັບຂອງວັນທີ 6 ທີ 7 ຫັ້ນແຫລະ ເຂື່ອນເຂົາປ່ອຍປົກກະຕິແລ້ວ ຢູ່ແຖວເຂື່ອນນີ້ ມັນບໍ່ຕົກແລ້ວ ມື້ນີ້ ມັນບໍ່ຕົກ ໂຕນີ້ ເຮົາກໍຄາດຄະເນບໍ່ໄດ້ ເພາະວ່າ ທາງເຂື່ອນ ເພີ່ນກໍບໍ່ໄດ້ແຈ້ວມາເທື່ອວ່າ ຈະມີການປ່ອຍນ້ຳເພີ່ມ ຫລື ຊິຫລຸດລົງ.

ສຳລັບ ຢູ່ເມືອງນ້ຳບາກ ແຂວງຫລວງພຣະບາງ ມາຮອດເວລາ 10 ໂມງ ຂອງມື້ນີ້ (ວັນທີ 8 ສິງຫາ 2023) ເຫັນວ່າ ຝົນໄດ້ເບົາບາງລົງແລ້ວ ເຮັດໃຫ້ສະພາບນ້ຳບາກ ແລະ ຫ້ວຍນ້ຳ ສາຂາພາຍໃນເມືອງ ມີທ່າອຽງລຸດລົງ ຫາກບໍ່ມີຝົນຕົກລົງມາຕື່ມ ລະດັບນ້ຳ ອາດຈະຢູ່ ໃນສະພາບປົກກະຕິ. ສ່ວນລາຍລະອຽດຂອງຜົລການເສັຽຫາຍ ແມ່ນຢູ່ໃນຂັ້ນຕອນການປະເມີນ.

ຕໍ່ສະພາບດັ່ງກ່າວ ອົງການປົກຄອງເມືອງ ແລະ ບ້ານ ໄດ້ແຈ້ງການຜ່ານໂທຣະໂຄ່ງ ກະກຽມຍ້າຍເຄື່ອງຂອງ, ສັດລ້ຽງ ແລະ ສິ່ງຂອງມີຄ່າຂຶ້ນໄປໄວ້ບ່ອນສູງ ແລະ ໃຫ້ພ້ອມກັນ ຕິດຕາມລະດັບນ້ຳຢ່າງຕໍ່ເນື່ອງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງນ້ຳບາກ ກ່າວໃນມື້ດຽວກັນນີ້ວ່າ:

“ເຂົາເຈົ້າກໍໄປກວດເບິ່ງ ທຸກຈຸດແລ້ວ ເຮືອນ ແຕ່ທົ່ງນານີ້ ບາງເຂດກໍຮອດແລ້ວ ແຕ່ບາງເຂດ ກໍບໍ່ຮອດເທື່ອ ຍັງບໍ່ທັນຮ້າຍແຮງເທື່ອ ຝົນຕົກຫລາຍມື້ຝົນຕົກຢູ່ ແຕ່ມັນກໍຫາກຕົກຄ່ອຍ ມັນບໍ່ໄດ້ຕົກແຮງປານໃດຫັ້ນນ່າ ຕອນນີ້ ຍັງບໍ່ຕົກເທື່ອ ແຕ່ວ່າຟ້າຄື້ມຫັ້ນນ່າ ເຂົາກໍຫາກປະຊຸມໃຫ້ຕຽມພ້ອມຮັບມື ອິຫຍັງຫັ້ນນ່າ ເຕືອນປະຊາຊົນ ໃຫ້ມີສຕິຣະວັງໂຕ ຕຽມພ້ອມຮັບມື ກັບພັຍນ້ຳຖ້ວມ ອິຫຍັງ.

ພາກໃຕ້ ໂດຍສະເພາະ ຢູ່ເມືອງຄູນຄຳ ແຂວງຄຳມ່ວນ ຝົນຕົກຕໍ່ເນື່ອງ ຕັ້ງແຕ່ ວັນທີ 27 ມາເຖິງ 3 ສິງຫາ ເຮັດໃຫ້ ນ້ຳຖ້ວມຫລາຍ ທົ່ວຫລາຍ ທົ່ວເມືອງຄູນຄ່າ ມີ ທົ່ງນາ ທັງໝົດ 22 ບ້ານຖືກນ້ຳຖ້ວມໝົດ ແລະ ໃນນັ້ນ ມີ 9 ບ້ານທີ່ນ້ຳໜັກສຸດ ທັງທົ່ງນາ ແລະ ເຮືອນຂອງປະຊາຊົນ ສ່ວນມູລຄ່າ ຄວາມເສັຽຫາຍ ຍັງບໍ່ສາມາດ ປະເມີນໄດ້.

ຂະນະທີ່ປັຈຸບັນ ການໂຍກຍ້າຍປະຊາຊົນ ອອກມາຢູ່ບ່ອນປອດພັຍ ຍັງບໍ່ທັນໝົດ ຍ້ອນປະຊາຊົນ ຍັງຫາວງຊັພສິນຂອງໂຕເອງ ແຕ່ເຈົ້າໜ້າທີ່ ໄດ້ສົ່ງສະບຽງອາຫານ ແລະ ເຄື່ອງໃຊ້ຈຳເປັນ ໃຫ້ກຸ່ມປະຊາຊົນທີ່ໂຍກຍ້າຍບໍ່ໄດ້ແລ້ວ, ນອກນັ້ນ ສະພາບນ້ຳຖ້ວມ ຫລຸດລົງແລ້ວ ແຕ່ຍັງຕ້ອງການຄວາມຊ່ວຍເຫລືອ ຢ່າງຫລວງຫລາຍ ຕໍ່ເຫຕການ ປະສົບພັຍນ້ຳຖ້ວມຢູ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຄູນຄຳ ກ່າວໃນມື້ດຽວກັນນີ້ວ່າ:

“(ຕ້ອງການຄວາມຊ່ວຍເຫລືອຕື່ມ) ເປັນເຂົ້າ ເປັນອາຫານ ເປັນນ້ຳດື່ມເນາະ ເຄື່ອງນຸ່ງຫົ່ມບາງສ່ວນໃຫ້ ໄທເຮົາ ອອກມາຢູ່ສູນໝົດບ້ານທີ່ທີຄວາມສ່ຽງ 9 ບ້ານ ແຕ່ບ້ານທີ່ເຂົາເຈົ້າຍັງບໍ່ສາມາດຊ່ວຍໄດ້ດີກໍຄືໄທເຮົາສົ່ງອາຫານນ້ຳດື່ມ ອິຫຍັງເຂົ້າໄປ ຝົນຍັງສືບຕໍ່ ແຕ່ວ່າ ເຣື່ອງນ້ຳກໍຫລຸດລົງແລ້ວ ເມື່ອກ່ອນເຮົາຂົນສົ່ງທາງເຮືອ ເຂົ້າໄປບ້ານ ໄປຄອບຄົວຫັ້ນນ່າ ດຽວນີ້ໄທເຮົາໄດ້ເອົາຣົຖເຂົາໄປຮອດກາງທາງໄດ້ແລ້ວ ກໍແຈ້ງ ເຂົາເຈົ້າ ອອກມາທາງຣົຖທີ່ເຂົ້າໄປບໍ່ໄດ້ ນ້ຳປ່າໄຫລຫລາກ.

ທ່ານກ່າວຕື່ມວ່າ ສຳລັບເຫຕນ້ຳປ່າໄຫລລົງມາແຕ່ພູ ຊຸເອົາທ່ອນໄມ້, ຫິນ ແລະ ດິນເຈື່ອນທັບຖມທາງ 8A ນັ້ນ ມາຮອດ ວັນທີ 8 ສິງຫາ 2023 ປະຊາຊົນຕົກຄ້າງ ປະມານ 80 ຄົນໄດ້ກອບກູ້ເອົາອອກມາ ຢ່າງປອດພັຍທັງໝົດແລ້ວ ແລະ ປັຈຸບັນ ຄົນວຽດນາມ ທີ່ຫາຍສາບສູນ ເຈົ້າໜ້າທີ່ ກຳລັງຊອກຄົ້ນຊ່ອຍເຫລືອຕື່ມ ແຕ່ຍັງບໍ່ມີ ຣາຍງານພົບເຫັນເທື່ອ ຂະນະທີ່ ກ່ອນໜ້ານີ້ ຜູ້ປະສົບພັຍສ່ວນຫລາຍ ໄດ້ຢ່າງອອກໄປ ທາງເມືອງຄູນຄຳ ແລະ ເມືອງຄຳເກີດ ພາຍຫລັງປະສົບເຫຕຣົຖຕົກເຫວ ຕັ້ງແຕ່ວັນທີ 3 ສິງຫາ 2023 ທີ່ຜ່ານມາ ແລະ ປັຈຸບັນນີ້ ຍັງບໍ່ມີຍາດພີ່ນ້ອງ ແຈ້ງຄົນຫາຍເທື່ອ. ຂະນະດຽວກັນ ວັນທີ 6 ສິງຫາ 2023 ຜ່ານມາ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຈັດສົ່ງເຄື່ອງອຸປໂພກ-ບໍຣິໂພກ ຈຳນວນນຶ່ງ ລວມມູລຄ່າ 600 ຮ້ອຍລ້ານກີບ ເພື່ອນຳສົ່ງຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກພັຍນ້ຳຖ້ວມ ຢູ່ແຂວງບໍຣິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສວັນນະເຂດ ເປັນຕົ້ນ ເຂົ້າກິນ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂອນາມ, ມຸ້ງ ແລະ ສາດຍາງ ແລະ ສະເພາະ ເມືອງສະພັງທອງ ແຂວງສວັນນະເຂດ ຈະມີະບຽບການ ນຳສົ່ງເຄື່ອງ ດັ່ງກ່າວ ໃຫ້ກັບບ້ານ ທີ່ຖືກຜົລກະທົບແຮງກວ່າໝູ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງອາດສະພັງທອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

ເຮົາໄດ້ລົງໄປຢູ່ 1 ບ້ານແລ້ວ ທີ່ວ່າ ຖືກຜົລກະທົບແຮງ ຫລືວ່າ ເສັ້ນທາງກໍຕັດຂາດຫັ້ນນ່າ ທັງລະດົມພາກຣັຖເອກກະຊົນ ຫັ້ນແຫລະສຸມໃສ່ບ່ອນທີ່ວ່າ ມັນຕັດຂາດກ່ອນ ເພີ່ນກໍເລັ່ງມາ ມີໝີ່ແຫ້ງ ມີປາກກະປ່ອງນ້ຳດື່ມ ມີເຂົ້າສານ ຖືວ່າ ການນຳຂອງເຮົາ ຖືວ່າ ສົມຄວນເດ້.

ນອກຈາກນີ້ ພາຍຫລັງນ້ຳຫລຸດລົງຢູ່ ແຂວງສວັນນະເຂດ ສະເພາະ ເມືອງ ອາດສະພອນ ປະຊາຊົນຫລາຍບ້ານ ພ້ອມກັນສ້ອມແປງ ເສັ້ນທາງຄືນໃໝ່ ເພື່ອໃຫ້ ມີເສັ້ນທາງສັນຈອນໄປມາຫາສູ່ກັນ ລະຫວ່າງເມືອງຫາບ້ານ ບ້ານຫາເມືອງໄດ້ ແລະ ຢູ່ເມືອງຈຳພອນ ພນັກງານ ແລະ ປະຊາຊົນ ບ້ານດອນແຍງ, ບ້ານໂນນສີທັນ ແລະ ບ້ານຫົວເມືອງ ສ້າງຂະບວນຖົມສັນຝາຍສຸຍ ແລະ ຝາຍບັກ ທີ່ມີການເຊາະເຈື່ອນ.

ເຖິງຢ່າງໃດກໍຕາມ ກົມອຸຕຸນິຍົມ ແລະ ອຸທົກສາດ ຄາດຄະເນ ສະພາບອາກາດ ໄລຍະວັນທີ 7 ຫາ 13 ສິງຫາ 2023 ວ່າ ຢູ່ແຂວງພາກເໜືອ ແລະ ພາກກາງ ຈະມີຝົນສືບຕໍ່ຕົກໝົດອາທິດ ເຊິ່ງຈະຕົກປານກາງ ຫາ ຕົກໜັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.