ເຂື່ອນໄຟຟ້ານໍ້າທາ 1 ຂອງຈີນ ຢູ່ແຂວງບໍ່ແກ້ວ ປ່ອຍນໍ້າລົງມາຖ້ວມຮົ້ວສວນປະຊາຊົນ
2024.08.16

ເຂື່ອນໄຟຟ້ານໍ້າທາ 1 ຂອງຈີນ ໄດ້ປ່ອຍນໍ້າລົງມາ ໃນ 2-3 ມື້ມານີ້ ຍ້ອນຝົນຕົກໜັກ ຊຶ່ງຄາດວ່າ ຈະເຮັດໃຫ້ລະດັບນໍ້າ ໃນລໍານໍ້າທາ ເພີ່ມສູງຂື້ນປະມານ 4 ແມັດ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບເລື່ອງນີ້ໂດຍກົງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ສິງຫານີ້ວ່າ:
“ອໍ ຈະປ່ອຍຢູ່ວັນທີ 14 ຮອດວັນທີ 21 ແມ່ນແຫລະ ແຈ້ງໃຫ້ແຕ່ລະບ້ານໃຫ້ເຝົ້າລະວັງ ອໍ ຖ້າວ່າ ... ຈະມີ 12 ບ້ານທີ່ວ່າຢູ່ແຄທນ້າ ຖ້າວ່າມັນຢູ່ເຂດຂອງນໍ້າທາ ມັນຈະຂຶ້ນຢູ່ປະມານ 4 ແມັດໃນໄລະ 7 ມື້ແຕ່ວ່າມັນຈະບໍ່ຂຶ້ນໄວປານໃດ ມັນຈະຄ່ອຍຈຶ້ນໄປ ແມ່ນແຫລະ ປ່ອຍນໍ້າປະຈໍາປີ ເພາະວ່າເຂື່ອນຮອງຮັບນໍ້າ ນໍ້າຝົນມາແລ້ວຂະເຈົ້າກໍປ່ອຍ ລະບາຍເພື່ອໃຫ້ຮອງຮັບນໍ້າ.”
ແຈ້ງການ ຂອງຫ້ອງວ່າການເມືອງປາກທາ ແຂວງບໍ່ແກ້ວ ໃນມື້ວັນທີ 13 ສິງຫານີ້ ລະບຸວ່າ ຝົນຕົກໜັກ ເຮັດໃຫ້ລະດັບນໍ້າໜ້າເຂື່ອນເພີ່ມສູງຂື້ນ ຈົນເກືອບຮອດລະດັບ ທີ່ເຂື່ອນຈະສາມາດກັກເກັບນໍ້າໄວ້ໄດ້. ສະນັ້ນ ເຂື່ອນໄຟຟ້ານໍ້າທາ 1 ຈຶ່ງມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ເປີດປະຕູປ່ອຍນໍ້າອອກ ຊຶ່ງຈະເລີ່ມປ່ອຍນໍ້າຕັ້ງແຕ່ມື້ວັນທີ 14 ສິງຫານີ້ ແຕ່ເວລາ 10 ໂມງເຊົ້າເປັນຕົ້ນໄປ ແລະຄາດວ່າ ຈະໃຊ້ເວລາໃນການປ່ອຍນໍ້ານັ້ນ ປະມານ 7 ມື້ ແລະຈະເຮັດໃຫ້ລະດັບນໍ້າລຸ່ມເຂື່ອນ ສູງຂື້ນປະມານ 4 ແມັດ.
ມາເຖິງປັດຈຸບັນ ລະດັບນໍ້າ ໃນເຂດລຸ່ມເຂື່ອນ ຍັງບໍ່ທັນສູງເຖິງ 4 ແມັດ ແລະນໍ້າຂອງກໍຂື້ນ ເຮັດໃຫ້ມີຜົນກະທົບ ຕໍ່ເຄື່ອງປູກຂອງຝັງ ຮວມທັງສວນສາລີ ຂອງປະຊາຊົນ ທີ່ຢູ່ຕາມແຄມລໍານໍ້ານັ້ນແລ້ວ, ແຕ່ກໍຍັງບໍ່ມີພາກສ່ວນ ທີ່ກ່ຽວຂ້ອງໃດ ໃຫ້ການຊ່ວຍເຫຼືອເທື່ອ ດັ່ງຊາວບ້ານ ບ້ານກ້ອນຕື່ມ ເມືອງປາກທາ ແຂວງບໍ່ແກ້ວ ເວົ້າຕໍ່ວິທຍຸເອເຊັຍເສລີ ໃນມື້ດຽວກັນນີ້ວ່າ:
“ຊ້ວງນີ້ກໍຜົນກະທົບແດ່ ນໍ້າກໍາລັງຂຶ້ນຢູ່ ສໍາລັບປະຊາຊົນທີ່ປຸກພຶດປູກຫຍັງ ຢູ່ແຄມນໍ້າແຄມໜອງ ແຄມນໍ້າຂອງນີ້ ກໍຈະມີຜົນກະທົບຫລາຍຢູ່ ສ່ວນຫລາຍເປັນສາລີມັນຕົ້ນນີ້ ມັນຕົ້ນນີ້ປອດໄພຢູ່ ມັນຕົ້ນນີ້ຢູ່ເທິງດອຍເນາະ ກໍອັນແຕ່ລະບ້ານນີ້ ມີຫລາຍບ້ານຢູ່ ກໍຕາມອັນນ່າ ສາຍແມ່ນໍ້າຂອງກໍຫລາຍບ້ານຢູ່ ເຄສນີ້ນີ່ຍັງເທື່ອນ່າ ຍັງບໍ່ທັນໄດ້ຮັບແຈ້ງຫຍັງເທື່ອ.”
ແລະປະຊາຊົນຢູ່ບ້ານດຽວກັນນີ້ ອີກຜູ້ນຶ່ງກໍເວົ້າວ່າ ເຖິງແມ່ນທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ຈະມີແຈ້ງການເຕືອນ ໃຫ້ປະຊາຊົນຮູ້ລ່ວງໜ້າ ວ່າຈະມີການປ່ອຍນໍ້າອອກຈາກເຂື່ອນ ແຕ່ວັນທີ 14 ຫາວັນທີ 21 ສິງຫານີ້ກໍດີ ແຕ່ກໍມີປະຊາຊົນຈໍານວນນຶ່ງ ຍັງບໍ່ຮູ້. ສໍາລັບຜູ້ທີ່ຮູ້ ກໍສາມາດຂົນຍ້າຍເຄື່ອງຂອງ ແລະສັດລ້ຽງ ໄດ້ພຽງບາງສ່ວນເທົ່ານັ້ນ, ສ່ວນເຄື່ອງປູກຂອງຝັງ ເປັນສາລີ ເປັນມັນ ຢູ່ສວນ ຕາມແຄມນໍ້າທາ ແລະນໍ້າຂອງ ແມ່ນຖືກນໍ້າຖ້ວມ.
“ຢູ່ແຄມນໍ້າຂອງຊີ້ນ່າ ແມ່ນແຫລະໆ ຖ້າເປັນອັນນີ້ເປັນສວນເປັນສາລີເປັນມັນນີ້ ຖ້ວມໝົດແຫລະ ແຄມຂອງນີ້ ໂອ໋ ຖ້ວມຫລາຍເພາະວ່າມັນມີຫລາຍບ້ານເນາະ ໃນແຕ່ລະບ້ານມັນກໍຖ້ວມຢູ່ແລ້ວ ເນາະ ຄັນວ່າຂະເຈົ້າເຮັດສວນສາລີແຄມຂອງ ແຄມນໍ້າມັນກໍຖ້ວມ ມັນຈະມີບາງປີ ປີນຶ່ງສອງປີ ຈະຖ້ວມເທື່ອນຶ່ງເນາະ ບໍ່ມີທຸກປີ ສັດລ້ຽງກໍ ຄັນວ່າເປັນໝູເປັນຫຍັງ ຂະເຈົ້າກໍໄວ້ໄກເນາະໄວ້ແບບດອຍໄວ້ຫັ້ນນ່າ.”
ແລະປະຊາຊົນ ຢູ່ບ້ານຫ້ວຍທອງ ເມືອງປາກທາ ກໍເວົ້າວ່າ ໃນການແກ້ໄຂບັນຫາສະເພາະໜ້າ ເລື່ອງການດໍາລົງຊີວິດຊົ່ວຄາວ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຮົ້ວສວນນັ້ນ ຫຼາຍຄົນຫັນມາເຮັດການປະມົງ.
“ນໍ້າຂຶ້ນລິດັບນຶ່ງແລ້ວ ແມ່ນໆ ຝົນຕົກແດ່ແລ້ວເຂົາກໍທະຍອຍປ່ອຍ ມັນກໍຖ້ວມສວນສາລີພເປັນສວນມັນເປັນເຂົ້າໂພດຊີ້ນ່າ ວກນີ້ແລ້ວກໍສວນມັນແນວນີ້ນະ ຊາວບ້ານກໍເຮັດການປະມົງໄປຫາປາ ໄປຫາປູຫາປາ ໄປຄ້າຂາຍຫັ້ນນ່າ ເປັນສວນມັນເປັນເຂົ້າໂພດຊີ້ນ່າ ທີ່ຖືກນໍາຖ້ວມ.”
ກ່ຽວກັບເລື່ອງຜົນກະທົບທີ່ວ່ານີ້ ທາງການລາວ ລາຍງານວ່າ ມີປະຊາຊົນ 37 ບ້ານ- 1,735 ຄອບຄົວ-10,500 ປາຍຄົນ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະເມືອງນາແລ ແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົນກະທົບ ຈາກການປ່ອຍນໍ້າ ອອກຈາກເຂື່ອນໄຟຟ້ານໍ້າທາ 1 ໄດ້ໂຍກຍ້າຍໄປຢູ່ 11 ຈຸດ ທີ່ເປັນບ້ານຈັດສັນ, ໄປຢູ່ບ້ານຈັດສັນນາແລ ເມືອງນາແລ ມີ 51 ຄອບຄົວ -249 ຄົນ ແລະໄປຢູ່ສາຍນໍ້າຫີນ ເມືອງນາແລ 282 ຄອບຄົວ.
ເຂື່ອນໄຟຟ້ານໍ້າທາ 1, ຂະໜາດ 186 ເມກາວັດ ຂອງບໍລິສັດຈີນ (China Southern Power Grid) ຕັ້ງຢູ່ລະຫວ່າງແຂວງບໍ່ແກ້ວ ແລະແຂວງຫຼວງນໍ້າທາ, ມູນຄ່າການກໍ່ສ້າງ 450 ລ້ານໂດລາສະຫະຣັດ, ອາຍຸສໍາປະທານ 28 ປີ, ໄດ້ເລີ່ມກໍ່ສ້າງໃນປີ 2014 ແລະສ້າງແລ້ວໃນປີ 2018. ໄຟຟ້າທີ່ຜະລິດໄດ້ ສົ່ງໄປເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ, ໄປເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ, ໄປແຂວງທ່າຂີ້ເຫຼັກ ປະເທດພະມ້າ ແລະໄປມົນທົນຍູນນານ ພາກໃຕ້ຂອງຈີນ.