ເຣື້ອງທີ່ເກັບບັນທຶກໄວ້
2022-10-27
ແມ່ຍິງທີ່ຖືພາ ໂດຍສ່ວນໃຫ່ຍ ຜູ້ທີ່ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ແລະຜູ້ທີ່ມີຖານະຄອບຄົວ ທຸກຍາກ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ, ເມືອງແປກ ແຂວງຊຽງຂວາງ ແລະເມືອງປາກລາຍ ແຂວງໄຊຍະບູຣີ ບໍ່ມີຄວາມຮູ້້ ເຣື່ອງການກິນອາຫານ ບໍາຣຸງຮ່າງກາຍ ໃນເວລາຖືພາ ແລະບໍ່ຮູ້ວ່າ ລູກຂາດສານອາຫານ.
2022-10-27
ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ຈໍານວນນຶ່ງ ໄດ້ຮັບຜົລກະທົບ ຈາກການສ້າງຖນົນ ເຕ້ 6 ລະຫວ່າງ ບ້ານຄໍາຮຸ່ງ, ຮ່ອມ 2 ແລະບ້ານຫ້ວຍຫົງ ຮ່ອມ 23 ທີ່ມີຄວາມຍາວ ປະມານ 2 ກິໂລແມັດ ຊຶ່ງໄດ້ສ້າງມາເກືອບ 10 ປີ ແຕ່ບໍ່ທັນສຳເຣັດ ສ້າງຄວາມເດືອດຮ້ອນ ໃຫ້ຜູ້ຢູ່ອາສັຍແຄມທາງ ແລະ ຜູ້ສັນຈອນ.
2022-10-26
ພະນັກງານຣັຖ ແລະ ພະນັກງານ ບໍຣິສັດເອກກະຊົນ ຜູ້ທີ່ມີເງິນເດືອນໜ້ອຍ ຕ້ອງຫັນມາຊອກຫາ ເຮັດອາຊີພເສີມ ເພື່ອໃຫ້ສາມາດ ລ້ຽງຄອບຄົວໄດ້ ກັບຄ່າຄອງຊີພ ທີ່ແພງຂຶ້ນ ໃນປັດຈຸບັນ ທີ່ມີສາຍເຫດ ມາຈາກຫຼາຍປັດຈັຍ ເປັນຕົ້ນອັດຕຣາເງິນເຟີ້ ທີ່ເພີ່ມຂຶ້ນສູງ.
2022-10-26
ທາງການລາວ ແລະ ອຳນາດການປົກຄອງ ຂັ້ນເມືອງ, ເມືອງກິມຊອນ ປະເທດເກົາຫລີໃຕ້ ຫາລືເຣຶ່ອງແຮງງານ ດ້ານການກະເສຕ ຂະນະທີ່ຄົນງານລາວ ຍິ່ງມີຄວາມກະຕືລືລົ້ນ ຢາກໄປເຮັດວຽກ ຢູ່ເກົາຫລີໃຕ້ຫລາຍຂຶ້ນ.
2022-10-26
ຮ້ານຮັບຊື້ເຫລັກເສດແຫ່ງນຶ່ງ ຂອງແຂວງວຽງຈັນ ຖືກກວດຄົ້ນ ພ້ອມທັງດຳເນີນຄະດີ ຕໍ່ເຈົ້າຂອງຮ້ານດັ່ງກ່າວ ໃນຂໍ້ຫາຮັບຊືຶ້ຂອງໂຈນ, ເພາະວ່າ ທາງຮ້ານ ໄດ້ຮັບຊື້ເຫລັກເສົາໄຟຟ້າ ທີ່ເປັນຊັພສິນ ຂອງຣັຖວິສາຫະກິຈ ໄຟຟ້າລາວ ຊຶ່ງຖືກກຸ່ມຄົນຂີ້ລັກ ລັກມາຂາຍ ໃຫ້ທາງຮ້ານ.
2022-10-26
ກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ ໄດ້ເຂົ້າໄປສຳຣວດ-ສຶກສາ ຄວາມເປັນໄປໄດ້ ໂຄງການຂຸດຄົ້ນ ແຮ່ຄຳ ຢູ່ບ້ານໝີ່ ເມືອງແປກ ແຂວງຊຽງຂວາງ ແລະ ກໍມີຊາວບ້ານ ຈຳນວນ 20 ປາຍຄອບຄົວ ໄດ້ຮັບຜົລກະທົບ ຍ້ອນມີການຖົມຫ້ວຍ, ຖົມໜອງ ແລະ ຖົມທົ່ງນາ ຂອງຊາວບ້ານ ຈົນບໍ່ສາມາດ ເຮັດນາໄດ້, ບໍ່ສາມາດໃຊ້ນໍ້າ ທີ່ສະອາດໄດ້ຄືເກົ່າ.
2022-10-26
ທາງການລາວ ຈັດງານສເລີມສລອງ ວັນອາຫານໂລກ, ຂະນະທີ່ບັນຫາ ການຄໍ້າປະກັນ ສບຽງອາຫານ ພົບພໍໍ້ກັບສິ່ງທ້າທາຍ ຫລາຍຂຶ້ນ ເນື່ອງຈາກ ການປ່ຽນແປງ ທາງດ້ານດິນຟ້າອາກາດ, ແລະ ພັຍພິບັດທັມມະຊາຕ ສົ່ງຜົລກະທົບ ຕໍ່ຜົລຜລິຕ ຂອງຊາວນາ ເຮັດໃຫ້ຂາດແຄນ ສະບຽງອາຫານ.
2022-10-25
ຣັຖບານລາວ ສຳຣວດໂຄງການ ທາງຣົຖໄຟຈາກລາວ ເຊື່ອມຕໍ່ໃສ່ ປະເທດວຽດນາມ, ແຕ່ ເຈົ້າໜ້າທີ່ບາງຄົນ ໃຫ້ທັສນະວ່າ ໂຄງການດັ່ງກ່າວ ບໍ່ກຸ້ມຄ່າ ທີ່ຈະເຮັດ ຖ້າວ່າ ຣັຖບານລາວ ຈະຢືມເງິນ ມາສ້າງອີກ ເພາະຈະເຮັດໃຫ້ ສປປ ລາວ ເປັນໜີ້ຈຳນວນ ມະຫາສານ ເພາະໜີເກົ່າ ຍັງໃຊ້ບໍ່ທັນໝົດ.
2022-10-25
ໂຮງໝໍແຂວງຄໍາມ່ວນ ຈະໄດ້ຮັບການບໍຣິຈາກ ຂອງ ທ່ານ ພາຄິນ ຄໍາວິໄລສັກ ຫລື ໂຕໂນ່ ນັກຮ້ອງທີ່ມີຊື່ສຽງ ຂອງໄທຍ ທີ່ໄດ້ຈັດກິຈກັມ ລອຍນໍ້າຂ້າມຂອງ ຈາກນະຄອນພະນົມ ປະເທດໄທຍ ມາເມືອງທ່າແຂກ ແຂວງຄໍາມ່ວນ ຊຶ່ງທ່ານໄດ້ຮັບ ໃບຍ້ອງຍໍ ຈາກຮອງເຈົ້າແຂວງ ຄໍາມ່ວນ ໃນຄັ້ງນີ້ດ້ວຍ.
2022-10-25
ທາງການ ປາກິສຖານ ຊ່ອຍເຫລືອຄົນງານ ສັນຊາຕ ປາກິສຖານ ທີ່ຖືກຕົວະໄປເຮັດວຽກ ຢູ່ເຂດພິເສດສາມຫລ່ຽມຄຳ ໄດ້ 44 ຄົນ ພ້ອມແຈ້ງເຕືອນ ຜູ້ທີ່ຕ້ອງການ ໄປເຮັດວຽກ ຢູ່ຕ່າງປະເທດ ໃຫ້ລະວັງບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມນັກຕົ້ມຕຸນ.
2022-10-25
ພາກປະຊາສັງຄົມໄທຍ ຮຽກຮ້ອງໃຫ້ຣັຖບານໄທຍ ເລື່ອນການຮັບຊື້ ໄຟຟ້າ ຈາກເຂື່ອນປາກແບງ ແລະ ເປັນກັງວົນ ເຣຶ່ອງການເຊັນສັນຍາ ຊື້ຂາຍໄຟຟ້າ ແບບລັບໆ ໂດຍບໍ່ມີຄວາມເປັນທັມ.
2022-10-25
ມາເຖິງ ວັນຄົບຮອບ 23 ປີແລ້ວ ກໍຍັງບໍ່ຮູ້ຊາຕາກັມ ຂອງຄະນະນໍາ ຂະບວນນັກສຶກສາ 26 ຕຸລາ 5 ທ່ານ ທີ່ທວງໃຫ້ມີການປ່ຽນແປງ ການປົກຄອງ ຈາກລະບອບຜະເດັດການ ພັກດຽວຜູກຂາດອໍານາດ ໄປສູ່ລະບອບ ປະຊາທິປະໄຕ.
2022-10-24
ສັງຄົມເປັນຫ່ວງ ກໍຣະນີ ເດັກນ້ອຍ ເລາະຂາຍເຄື່ອງ ຕາມຮ້ານອາຫານ ແລະຮ້ານກິນດື່ມ ໃນເວລາວິກາລ ອາຈເປັນອັນຕຣາຍ ຕໍ່ສຸຂພາບເດັກເອງ ແລະເຮັດໃຫ້ ເດັກເສັຍໂອກາດ ເຂົ້າໂຮງຮຽນ ຊຶ່ງສາຍເຫດ ທີ່ເດັກນ້ອຍ ອອກມາເລາະຂາຍເຄື່ອງ ໃນເວລາກາງຄືນ ກໍ່ມີຫຼາຍເຫດຜົລ.
2022-10-24
ຍິງສາວລາວ ອາຍຸ 15 ປີ ທີ່ຫາຍໄປ ໃນຂະນະເຮັດວຽກ ນໍາບໍຣິສັດນຶ່ງ ຢູ່ຕຶກຊິນວານຕາ ທີ່ເຂດກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພາຍຫຼັງຖືກໄລ່ອອກ ໂດຍບໍ່ໄດ້ຮັບ ຄ່າແຮງງານນັ້ນ ຖືກພົບແລ້ວ ຢູ່ຮ້ານກິນຕື່ມ, ນາງປອດພັຍ ແລະຈະໄດ້ກັບບ້ານທີ່ເມືອງຊະນະຄາມ ແຂວງວຽງຈັນໃນໄວໆນີ້.
2022-10-24
ທະນາຄານແຫ່ງ ສປປ ລາວ ໄດ້ປະກາດນໍາໃຊ້ ທະນະບັດ ໃບ 10,000 ກີບ ແລະ 20,000 ກີບ ຮູບແບບປັບປຸງໃໝ່ ຂະນະທີ່ ຊາວລາວສ່ວນຫຼາຍ ຢາກໃຫ້ເລັ່ງແກ້ໄຂ ບັນຫາເງິນເຟີ້ ຫຼາຍກ່ອນ.