ຄົບຮອບ 23 ປີ ຂະບວນການ ນັກສຶກສາ 26 ຕຸລາ

ຈຳປາທອງ
2022.10.25
ຄົບຮອບ 23 ປີ ຂະບວນການ ນັກສຶກສາ 26 ຕຸລາ ຄະນະອະດີຕ ຜູ້ນໍານັກສຶກສາ 26 ຕຸລາ 1999 ທີ່ຕຣຽມການປະທ້ວງ ແບບສັນຕິ ແຕ່ຖືກທາງການລາວ ເຂົ້າຈັບກຸມຄຸມຂັງ ມາຕລອດ 23 ປີ.
Screen captured from fidh.org/fr/regions/asie/laos/page

ວັນທີ 26 ຕຸລາ ເປັນວັນຄົບຮອບ 23 ປີ ທີ່ຂະບວນນັກສຶກສາລາວ ຕຣຽມເດີນຂະບວນ ປະທ້ວງ ຢູ່ໃຈກາງນະຄອນຫລວງວຽງຈັນ ໃນປີ 1999, ໃນມື້ບຸນຊ່ວງ ເຮືອທີ່ໜ້າວັດຈັນ ຊຶ່ງມີຜູ້ຄົນຮ່ວມຊົມຫລາຍ. ພໍແຕ່ໄດ້ຍົກປ້າຍ ປະທ້ວງທາງການລາວ ທວງໃຫ້ມີການປ່ຽນແປງ ລະບອບການປົກຄອງ ຈາກລະບອບຜະເດັດການ ພັກດຽວ ຜູກຂາດອໍານາດ ໄປສູ່ລະບອບ ປະຊາທິປະໄຕ ກໍຖືກເຈົ້າໜ້າທີ່ ຕໍາຣວດ ທັງໃນ ແລະນອກເຄື່ອງແບບ ປາບປາມ, ຈັບກຸມ ຄະນະນໍານັກສຶກສາ 5 ທ່ານ ຄື:

  1. ທ່ານ ທອງປະເສີດ ເກື້ອກຸນ
  2. ທ່ານ ບົວວັນ ຈັນມະນີວົງ
  3. ທ່ານ ຄໍາພູວຽງ ສີສະອາດ
  4. ທ່ານ ແສງອາລຸນ ແພງພັນ ແລະ
  5. ທ່ານ ແກ້ວໃຈ

ຖືກທາງການລາວ ຕັດສິນລົງໂທດ ຈໍາຄຸກເຖິງ 20 ປີ ໃນຂໍ້ຫາ ກໍ່ຄວາມວຸ້ນວາຍ ໃນສັງຄົມ ແລະຫວັງທໍາລາຍຄວາມປອດພັຍ ຂອງຊາຕ 5 ຄົນ, ສ່ວນທີ່ເຫລືອກໍພາ ກັນລີ້ຊ່ອນ ແລະຈໍານວນນຶ່ງ ຫລົບໜີໄປອາສັຍ ຢູ່ຕ່າງປະເທດ, ຢູ່ສະຫະຣັຖອາເມຣິກາ 6 ທ່ານ.

ເວົ້າເຖິງຄະນະນໍາ ຂະບວນການນັກສຶກສາ 5 ຄົນ ທີ່ຖືກທາງການລາວ ຈັບເຂົ້າຄຸກນັ້ນ ຫລາຍອົງການຈັດຕັ້ງ ເພື່ອສິທທິມະນຸສ ແລະປະຊາທິປະໄຕ ທັງຂອງຊຸມຊົນຊາວລາວ, ຊາວຕ່າງປະເທດ ແລະສາກົນ ກໍໄດ້ຕິດຕາມ ແລະຮຽກຮ້ອງໃຫ້ ທາງການລາວ ເປີດເຜີຍຄວາມຈິງ ໃຫ້ສາທາຣະນະຊົນຮູ້ ວ່າມີຊາຕາກັມແນວໃດ.

ດັ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ກ່າວຕໍ່ວິທຍຸ ເອເຊັຽໃນມື້ວັນທີ 25 ຕຸລານີ້ວ່າ:

ໃນໂອກາດຄົບຮອບ 23 ປີໃນການຈັບກຸມຄຸມຂັງນັກສຶກສາລາວ 26 ຕຸລານີ້ພວກເຮົາທວງໃຫ້ທາງການ ສປປ ລາວ ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບຜູ້ທີ່ຖືກຈັບໄປເນາະ ເພາະວ່າທີ່ເຮົາຮູ້ມານີ້ 5 ທ່ານນີ້ ມີຜູ້ນຶ່ງກະຖືກທໍຣະມານ ຢູ່ໃນຄຸກເສັຽຊີວິຕ ລະອີກຜູ້ນຶ່ງ ກະແມ່ນຫາຍສາບສູນ ສະນັ້ນພວກເຮົາ ຈຶ່ງທວງໃຫ້ທາງການ ສປປ ລາວ ໃຫ້ຣາຍລະອຽດວ່າ ຂະເຈົ້າຢູ່ໃສແທ້ ພວກທີ່ຍັງເຫລືອນັ້ນ.

ໃນຂະນະດຽວກັນ ທ່ານ ຟິລ ໂຣເບິຣ໌ຕເຊິນ (Phil Robertson) ຮອງຜູ້ອໍານວຍ ການອົງການ ຊິ່ງຊອມ ສິທທິມະນຸສ (Human Rights Watch) ປະຈໍາພາກພື້ນເອເຊັຽ ປາຊີຟິກ ກໍໄດ້ກ່າວກ່ຽວກັບເຣື່ອງນີ້ວ່າ ທາງອົງການ ຂອງພວກທ່ານ ກໍມີຄວາມເປັນຫ່ວງນໍາ ຊາຕາກໍາຂອງກຸ່ມນັກສຶກສາລາວ ທີ່ຖືກຈັບນັ້ນ ຊຶ່ງໃນໂອກາດຄົບຮອບ 23 ປີຂອງຂະບວນການນີ້ ທ່ານກໍຢາກໃຫ້ ທາງການລາວເປີດເຜີຍ ຂໍ້ມູນລ້າສຸດກ່ຽວກັບພວກດັ່ງກ່າວ ໃຫ້ຫລາຍອົງການ ແລະສັງຄົມຮູ້.

ດັ່ງທີ່ທ່ານກ່າວວ່າ:

ກຸ່ມນັກສຶກສາດັ່ງກ່າວ ຄວນໄດ້ຮັບປ່ອຍຕົວ ຕັ້ງແຕ່ດົນແລ້ວ ບໍ່ຄວນສົ່ງພວກເຂົາເຈົ້າ ໄປຄຸມຂັງໃນຄ້າຍຄຸມຂັງ ກໍຕ້ອງປ່ອຍຕົວເລີຍ ໃນຂະນະທີ່ ຫລາຍອົງການ ທີ່ຕິດຕາມເຣື່ອງນີ້ ກໍບໍ່ມີຂໍ້ມູນ ຄວາມຄືບໜ້າແນວໃດເລີຍ ດັ່ງນັ້ນ ພາກສ່ວນທຮ່ກ່ຽວຂ້ອງ ຈໍາເປັນຕ້ອງມີການເປີດເຜີຍ ຂໍ້ມູນລ້າສຸດ ຂອງກຸ່ມນັກສຶກສາດັ່ງກ່າວ ເພື່ອໃຫ້ສັງຄົມ ຮັບຮູ້ວ່າພວກເຂົາເຈົ້າ ມີຄວາມເປັນຢູ່ແນວໃດ ຊຶ່ງພວກເຮົາກໍເຫັນວ່າ ບໍ່ມີຫຍັງຈະແຈ້ງເລີຍ ແລະກໍບໍ່ມີຂ່າວອອກມາ ເຮັດໃຫ້ມີຄວາມຮູ້ສຶກ ເປັນຫ່ວງຢູ່ເລື້ອຍໆ.

ເພື່ອຂໍຮູ້ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງທາງການລາວ ແຕ່ບໍ່ມີຜູ້ໃດສາມາດ ໃຫ້ສັມພາດໄດ້ ແລະແມ່ນແຕ່ປະຊາຊົນລາວ ຢູ່ພາຍໃນປະເທດ ກໍບໍ່ສະດວກໃຈ ທີ່ຈະໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້. ແຕ່ເຖິງຢ່າງໃດກໍຕາມ ໃນຍຸກປັດຈຸບັນ ຊາວໜຸ່ມລາວລຸ້ນໃໝ່ ກໍເຣີ່ມສົນໃຈກ່ຽວ ກັບເຣື່ອງສິທເສຣີພາບ ໃນດ້ານຕ່າງໆຢູ່ລາວຫລາຍຂຶ້ນ ເປັນຕົ້ນສິທໃນການສແດງຄວາມຄິດເຫັນ ຕໍ່ເຫດການບ້ານເມືອງ ຊຶ່ງທຸກມື້ນີ້ຫລາຍຄົນ ກໍກ້າປາກ ກ້າເວົ້າ ກ່ຽວກັບບັນຫາຕ່າງໆ ຫລືແລກປ່ຽນ ທັສນະຜ່ານທາງສື່ສັງຄົມອອນລາຍນ໌ ຫລາຍຂຶ້ນ.

ດັ່ງປະຊາຊົນລາວນາງນຶ່ງເວົ້າວ່າ:

ເສຣີພາບຫວາ ກະຕ້ອງການ ສ່ວນຫລາຍແຫລະ ຄວາມຄິດເຫັນ ກະມັນຄືດີຢ່າງນຶ່ງເນາະ ເພາະວ່າມັນສາມາດເອີ້ນວ່າ ເປີດກວ້າງຂໍ້ມູນໄດ້ຫລາຍຂຶ້ນ ວ່າຊັ້ນສາ ແຕ່ກີ້ກະມີແຕ່ສໍານັກຂ່າວ ແຕ່ວ່າອັນນີ້ຄືທຸກຄົນມີເຣື່ອງຫຍັງ ເຂົາເຈົ້າກະສາມາດແບ່ງປັນກັນໄດ້.

ຊາວລາວອີກນາງນຶ່ງ ກໍເວົ້າວ່າ ເສຣີພາບ ໃນການສແດງຄວາມຄິດເຫັນ ຂອງຊາວລາວລຸ້ນໃໝ່ ມີການປ່ຽນແປງໄປ ໃນທາງທີ່ດີຂຶ້ນ, ຊາວໜຸ່ມລາວຫລາຍຄົນ ກ້າອອກຄວາມເຫັນ ກ່ຽວກັບບັນຫາຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຜ່ານສື່ສັງຄົມອອນລາຍນ໌ ຫລາຍຂຶ້ນກວ່າແຕ່ກ່ອນ, ອັນສແດງໃຫ້ເຫັນວ່າ ຊາວລາວລຸ້ນໃໝ່ ສົນໃຈເຣື່ອງສິທເສຣີພາບ ຫລາຍຂຶ້ນ.

ດັ່ງທີ່ນາງກ່າວວ່າ:

ກໍຖືວ່າມີການປ່ຽນແປງ ຄືເຫດການນັ້ນນີ້ ກໍສ່ວນຫລາຍ ຄັນວັຍລຸ້ນກະແມ່ນ ຄັນວ່າມີເຣື່ອງອີ່ຫຍັງ ທາງເຟສບຸກຄ໌ ກໍເຫັນຢູ່ ຄອມເມັ້ນສ໌ (comments) ກໍຫລາຍເຕີບຫັ້ນແຫລະ ຄົນໃຫ້ຄວາມຄິດ ຄວາມເຫັນກໍຫລາຍຫັ້ນແຫລະ.

ທ່ານ ໂຈເຊຟ ອັກຄະຣະວົງ ນັກເຄື່ອນໄຫວ ເພື່ອສິທທິມະນຸສໃນລາວ ຊຶ່ງປັດຈຸບັນລີ້ພັຍການເມືອງ ຢູ່ປະເທດຝຣັ່ງເສດ ກໍກ່າວວ່າ ທ່ານເອງກໍເຫັນວ່າ ໃນໄລຍະຫລັງມານີ້ ຊາວໜຸ່ມລາວຫລາຍຄົນ ກໍໄດ້ໃຫ້ຄວາມສົນໃຈ ກ່ຽວກັບເຣື່ອງການເມືອງ, ເສຖກິຈ ຫລືແມ່ນແຕ່ຂ່າວກ່ຽວກັບ ການສວຍໃຊ້ອໍານາດ ໄປໃນທາງທີ່ບໍ່ຊອບທັມ ຂອງເຈົ້າໜ້າທີ່ລາວ ຈໍານວນນຶ່ງ ກໍກ້າເວົ້າ, ນັ້ນກໍເປັນທິດທາງ ທີ່ດີໃນເຣື່ອງສິທເສຣີພາບ ໃນການສແດງຄວາມຄິດເຫັນ.

ດັ່ງທີ່ທ່ານກ່າວວ່າ:

ການທີ່ເຮົາເນາະ ສັງເກດການເບິ່ງ ທາງສື່ອອນລາຍນ໌ ເຮົາກະເຫັນວ່າ ໃນໄລຍະຜ່ານມາ ກະມີຄົນໜຸ່ມຄົນສາວ ລາວເຮົາສົນໃຈ ເຣື່ອງການເມືອງ ສິ່ງທີ່ເກີດຂຶ້ນ ກັບເຂົາເຈົ້າ ກະຄືບັນຫາເສຖກິຈ, 2 ມາ ກະອາຈເກີດຈາກ ການຮັບຂໍ້ມູນຂ່າວສານ ທີ່ມັນຫລາຍຂຶ້ນ ທີ່ມັນເຫັນວ່າ ຣັຖບານ ຫລືວ່າຜູ້ປົກຄອງ ໃນລາວ ເຂົາເຈົ້າຈະສວຍໃຊ້ອໍານາດ ເພື່ອຜົນປໂຍດຂອງເຂົາເຈົ້າ.

ໃນໄລຍະ 2-3 ປີຜ່ານມານີ້ ຂະບວນການຕື່ນຕົວ ຂອງຊາວໜຸ່ມ ແລະປະຊາຊົນທົ່ວໄປ ໃນດ້ານສິທເສຣີພາບ ແລະປະຊາທິປະໄຕ ຢູ່ປະເທດລາວ ພວມຢູ່ໃນໄລຍະ ທີ່ມີທ່າທີ ທີ່ກ້າວໜ້າຂຶ້ນ, ເຫັນຄວາມສໍາຄັນຂອງສິທ ເສຣີພາບ ຂອງຕົນຫລາຍຂຶ້ນ ດັ່ງຈະເຫັນໄດ້ຈາກ ການສແດງຄວາມຄິດເຫັນ ກ່ຽວກັບບັນຫາຕ່າງໆທີີ່ເກີດຂຶ້ນ ໃນສົງຄົມ ຊຶ່ງແຕະຕ້ອງສິທ ແລະຜົລປໂຍດ ຂອງພວກເຂົາເຈົ້າ ຮວມທັງເຣື່ອງແຈ້ງການ ຫ້າມຈັດງານ ປະກວດກຸ່ມຄົນ ຫລາກຫລາຍທາງເພດ ໃນລາວ ເມື່ອເດືອນກັນຍາ ທີ່ຜ່ານມາ ຍ້ອນຖືວ່າ ເປັນການຈໍາກັດສິທເສຣີພາບ ຂອງຊາວໜຸ່ມລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.