ແມ່ຍິງຖືພາ ໃນຊົນນະບົດ ຂາດຄວາມຮູ້ ເຣື່ອງອາຫານ ບຳຣຸງສຸຂພາບ
2022.10.27
ແມ່ຍິງລາວທີ່ຖືພາ ໂດຍສ່ວນໃຫຍ່ ຜູ້ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ແລະຜູ້ທີ່ມີຖານະຄອບຄົວທຸກຍາກ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ, ເມືອງແປກ ແຂວງຊຽງຂວາງ ແລະເມືອງປາກລາຍ ແຂວງໄຊຍະບູຣີ ບໍ່ມີຄວາມຮູ້້ເຣື່ອງ ການກິນອາຫານເສີມ ໃນເວລາຖືພາ ແລະບໍ່ຮູ້ວ່າ ລູກຂາດສານອາຫານ.
ສະເພາະຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ໂຄງການ ຊົນລະກະເສຕ ແລະການຜລິຕເປັນສິນຄ້າ ຂນາດນ້ອຍ ຫຼື ຊກຂ ພົບວ່າ ແມ່ຍິງຖືພາ ຢູ່ເມືອງຊຽງເງິນ 41% ແມ່ນບໍ່ຮູ້ເຖິງ ປະເພດອາຫານເສີມ ທີ່ແມ່ຍິງຖືພາ ສາມາດກິນໄດ້ ເຮັດໃຫ້ລູກນໍ້າໜັກຫຼຸດມາຕຖານ ໃນເວລາຢູ່ໃນທ້ອງ ແລະຫຼາຍກວ່າເຄິ່ງນຶ່ງ ຂອງແມ່ຍິງຖືພາ ຄືປະມານ 54.5% ບໍ່ຮູ້ວ່າລູກຂາດສານອາຫານ ຍ້ອນພວກເຂົາເຈົ້າກິນອາຫານ ບໍ່ພຽງພໍ ໂດຍສະເພາະທາດໂປຣຕີນ ທີ່ພວກເຂົາເຈົ້າຈະກິນໜ້ອຍ ຍ້ອນຈໍານວນນຶ່ງ ບໍ່ມີຄວາມຮູ້ໃນການກິນອາຫານ ໃນເວລາທີ່ຖືພາ ແລະຈໍານວນນຶ່ງ ບໍ່ມີເງິນຊື້ອາຫານ ມາກິນໃຫ້ຄົບໝວດໝູ່ ຕາມທີ່ທ່ານໝໍແນະນໍາ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງຊຽງເງິນ ແຂວງຫຼວງພຣະບາງ ກ່າວໃນວັນທີ 27 ຕຸລາ ນີ້ວ່າ:
“ຄວາມຈິງແລ້ວ ແມ່ນ ເຮົາໄດ້ສຸ່ມເອົາເນາະ ສະນັ້ນ ບາງຄອບຄົວ ກໍຖືເປັນຄອບຄົວທຸກຍາກເນາະ ບາງຄອບຄົວ ກໍມີທັສນະຄະຕິໃຫ້ເຮົາຮູ້ວ່າ ໂອ້ກໍຍ້ອນວ່າຂາດງົປມານ ຈຶ່ງຊື້ອາຫານບໍ່ຄົບເນາະ ຫຼັກໆເຂົາເຈົ້າບໍ່ຮູ້ວ່າ ຈະບໍຣິໂພກຫຍັງ ແລ້ວມັນຊິມີທາດຫຍັງຫັ້ນນ່າເນາະ ສະນັ້ນພວກເຮົາກໍໄດ້ລົງໂຄສະນາເລື້ອຍໆ ແຕ່ວ່າ ແນວຄິດຂອງປະຊາຊົນນີ້ ມັນຈະປ່ຽນແປງຍາກເນາະ ຍົກໂຕຢ່າງ ຊົນເຜົ່າມົ້ງ ເຂົາເຈົ້າເຄີຍກິນແບບງ່າຍໆເນາະ ເປັນແກງຈາງແກງຈືດບໍ ເວລາລຸກໄຮ່ລຸກວຽກມາຫັ້ນເນາະ ສະນັ້ນເຄີຍກິນແນວນັ້ນ ກໍກິນແນວນັ້ນມາ ສະນັ້ນ ຈຶ່ງເຮັດໃຫ້ບໍ່ຢາກຄົບໝວດໝູ່.”
ທ່ານກ່າວຕື່ມວ່າ ເມືອງຊຽງເງິນ ແຂວງຫຼວງພຣະບາງ ໄດ້ຮັບການສນັບສນູນ ຈາກທະນາຄານພັທນາເອເຊັຽ ຫຼື ADB ແລະກອງທຶນສາກົລ ເພື່ອການພັທນາ ດ້ານການກະເສຕ ຫຼື ອີຟັດ ໃຫ້ຣັຖບານລາວ ກູ້ຢືມເງິນ ມາຈັດຕັ້ງໂຄງການ ຊົນລະກະເສຕ ແລະການຜລິດ ເປັນສິນຄ້າ ຂນາດນ້ອຍ ແຕ່ປີ 2021-2025 ໂດຍໃຫ້ຂແນງກະສິກັມ ແລະປ່າໄມ້ ເປັນທີ່ປຶກສາ ດ້ານໂພຊະນາການ ເພື່ອຈັດກິຈກັມ ໃຫ້ແນວພັນປູກພືດຜັກສວນຄົວ ຕິດກັບເຮືອນ ແລະລ້ຽງສັດໂຕນ້ອຍ ເປັນຕົ້ນ ໄກ່, ເປັດ, ກົບ ແລະປາ ໄວ້ໃຫ້ແມ່ຍິງຖືພາ ໃນເປົ້າໝາຍ ມີສະບຽງອາຫານໄວ້ກິນ ພ້ອມທັງແນະນໍາ ວິທີການປຸງແຕ່ງ ເມນູອາຫານ ຕາມທ້ອງຖິ່ນ ເປັນຕົ້ນ ເຂົ້າຜັດ, ເຂົ້າປຽກ ແລະແກງ ແບບບໍ່ໃສ່ແປ້ງນົວ ແຕ່ໃສ່ເກືອແທນ ເພື່ອສຸຂພາບທີ່ດີທັງແມ່ ແລະລູກ ໃນໄລຍະ 1,000 ມື້ ນັບຕັ້ງແຕ່ລູກຢູ່ໃນທ້ອງ ເປັນມື້ທໍາອິດ.
ຢູ່ເມືອງແປກ ແຂວງຊຽງຂວາງ ຍັງພົບແມ່ຍິງຖືພາ ທີ່ເປັນຄົນຊົນເຜົ່າ ອອກໄປເຮັດວຽກໜັກ ຢູ່ສວນຢູ່ໄຮ່ ຢູ່ເທິງພູ ເປັນຕົ້ນ ແບກຟືນ, ແບກຫຍ້າ, ຕັດໄມ້ມາເຮັດຟືນ, ແບກຂີ້ໄກ່ໄປໃສ່ສວນ ໃນເວລາຖືພາ ເຮັດໃຫ້ພັກຜ່ອນບໍ່ພຽງພໍ ຮວມເຖິງກິນອາຫານ ບໍ່ຄົບໝວດໝູ່ນໍາດ້ວຍ ຍ້ອນເອົາເວລາໄປເຮັດວຽກ ຢູ່ສວນຢູ່ໄຮ່ ແລະຜູ້ເປັນຜົວ ກໍບໍ່ໃສ່ໃຈ ເບິ່ງແຍງເຣື່ອງອາຫານ ການກິນ ໃຫ້ເມັຍທີ່ກໍາລັງຖືພາ ຜູ້ເປັນເມັຍຕ້ອງໄດ້ໄປຊອກຫາກິນເອງ ຕາມທັມມະຊາຕ ເຊິ່ງເປັນການປະຕິບັດ ຕາມຮີດຄອງປະເພນີ ທີ່ນັບຖືຜົວ ແລະຫຼັງຈາກໄດ້ຜົລຜລິຕ ຈາກການເຮັດໄຮ່ເຮັດສວນ ກໍເອົາໄປຂາຍ ແລ້ວກໍເອົາເງິນໄປຊື້ແນວອື່ນ ບໍ່ໄດ້ເອົາເງິນໄປຊື້ອາຫານເສີມ ມາບໍາຣຸງລູກ ແລະໂຕເອງໃນເວລາຖືພາ ຈຶ່ງເຮັດໃຫ້ພາຍໃນເມືອງແປກ ຍັງພົບເຫັນເດັກນ້ອຍ ຍັງຂາດສານອາຫານ ໃນເວລາແມ່ຖືພາ ຈົນເຖິງເດັກນ້ອຍ ອາຍຸ 2 ປີຢູ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງແປກ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:
“ເພາະວ່າສ່ວນໃຫຍ່ແລ້ວ ອັນນ່າຢູ່ພື້ນຖານ ທີ່ເຂົາເຈົ້າຂາດສານອາຫານ ນຶ່ງກໍຖືວ່າ ເຂົາຜລິຕໄດ້ ແຕ່ເຂົາພັດໄປຂາຍ ໄປຊື້ປັດຈັຍອັນອື່ນ ເຊິ່ງເຂົາບໍ່ມີຄວາມເຂົ້າໃຈວ່າ ເຣື່ອງໂພສະນາການ ຊ່ວງໄລຍະ 1,000 ວັນ ຂອງເຂົາເຈົ້າ ມີຄວາມສໍາຄັນ ສໍ່າໃດສໍາລັບເດັກ ແລ້ວກໍແມ່ ເພາະວ່າ ຜູ້ຊາຍກໍບໍ່ໄດ້ໃສ່ໃຈ ກັບເຣື່ອງການຊອກຫາ ອາຫານໃຫ້ແມ່ຍິງ ແລ້ວແມ່ຍິງກໍໃຊ້ແຮງງານຫຼາຍ ແລ້ວບວກໃສ່ເຣື່ອງອາຫານ ການກິນ ກໍບໍ່ຄົບ ບາງເທື່ອມື້ນຶ່ງ ກໍຮັບໄດ້ພຽງແຕ່ 2 ຢ່າງ ເຂົາເຈົ້າກໍຍັງເຂົ້າໃຈວ່າ ຕ້ອງໄດ້ນັບຖືຜົວ ຕ້ອງໄດ້ອັນນ່າຊອກຫາ ແລ້ວກໍບໍມີສິດທີ່ຈະເວົ້າໃຫ້ຜົວຫັ້ນນ່າ.”
ທ່ານກ່າວຕື່ມວ່າ ໂຄງການຊົນລະກະເສຕ ແລະການຜລິຕເປັນສິນຄ້າ ຂນາດນ້ອຍ ມີແຜນຈະມາຈັດຕັ້ງປະຕິບັດ ວຽກງານດ້ານໂພຊະນາການ ຜ່ານກິຈກັມຜລິຕກະສິກັມ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ແມ່ຍິງຖືພາ ໃຫ້ຮູ້ວິທີການປູກຝັງ, ການລ້ຽງສັດ ເພື່ອລູກແລະໂຕເອງ ແຕ່ປັດຈຸບັນ ຍັງບໍ່ໄດ້ຈັດຕັ້ງປະຕິບັດ ໂຄງການດັ່ງກ່າວເທື່ອ ຍ້ອນຍັງບໍ່ມີທີ່ປຶກສາ ດ້ານໂພຊະນາການ ຈາກສູນກາງ ແລະລໍຖ້າສູນກາງ ມາປະສານງານຕື່ມຢູ່.
ສ່ວນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ກໍມີໂຄງການຊົນລະກະເສຕ ແລະການຜລິຕເປັນສິນຄ້າ ຂນາດນ້ອຍ ເຂົ້າມາຈັດຕັ້ງ ຕັ້ງແຕ່ປີ 2021 ໂດຍເນັ້ນໃສ່ກິຈກັມ ປັບປຸງສຸຂພາບ ແລະໂພຊະນາການຂອງປະຊາຊົນ ຄືກັບເມືອງຊຽງເງິນ ແຂວງຫຼວງພຣະບາງ ແຕ່ຈະສົ່ງເສີມໃຫ້ການປູກຝັງ ແລະການລ້ຽງສັດຂອງປະຊາຊົນ ສາມາດມີລາຍໄດ້ຈາກຜົລຜລິຕ ຍ້ອນມີຕລາດຮອງຮັບ ການປູກຝັງ ແລະການລ້ຽງສັດນັ້ນແລ້ວ ພາຍຫຼັງທີ່ພົບວ່າ ແມ່ຍິງຖືພາ ທີ່ເປັນຄອບຄົວທີ່ມີລາຍໄດ້ຕໍ່າ ບໍ່ມີເງິນຊື້ອາຫານໃຫ້ຄົບໝວດໝູ່ມາກິນ ໃນເວລາຖືພາ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງປາກລາຍ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:
“ຢູ່ພື້ນບ້ານໄທເຮົານີ້ ບາງເທື່ອກໍ ມັນບໍ່ຄືຢູ່ສັງຄົມໃນເມືອງເນາະ ໃນເມືອງນີ້ ບາງເທື່ອມັນກິນອາຫານ ຕ້ອງຄົບ 5 ໝູ່ ບ້ານເຮົານີ້ ບາງເທື່ອ ບ້ານເຮົານີ້ ກໍກິນທາດແປ້ງ ກິນເຂົ້າ ກິນທາດຊີ້ນ ບາງເທື່ອ ກໍຊິໄປຂາດຢູ່ຜັກ ໝາກໄມ້ມິຫຍັງຕ່າງໆ ຈໍານວນນຶ່ງໄດ້ກິນ ແຕ່ບໍ່ຕໍ່ເນື່ອງ ຄັນຊິເວົ້າ ກໍຄອບຄົວທີ່ມີລາຍຮັບຕໍ່າແດ່ເນາະ.”
ທ່ານກ່າວຕື່ມວ່າ ອາຫານເສີມ ຂອງແມ່ຍິງຖືພາ ທີ່ຢູ່ໃນເມືອງ ກັບແມ່ຍິງຖືພາ ທີ່ຢູ່ໃນເຂດຫ່າງໄກສອກຫຼີກ ມີຄວາມແຕກຕ່າງກັນ ຄື ແມ່ຍິງຖືພາ ທີ່ຢູ່ໃນເມືອງ ຈະມີເງິນຊື້ນົມ ສໍາລັບແມ່ຖືພາ ສະເພາະໄວ້ດື່ມບໍາຣຸງແມ່ ແລະລູກໃນເວລາຖືພາ, ແຕ່ສໍາລັບແມ່ຍິງຖືພາ ໃນເຂດຫ່າງໄກສອກຫຼີກ ຈະບໍ່ມີເງິນຊື້ນົມດັ່ງກ່າວ ຈຶ່ງຕ້ອງອາສັຍ ການເດີນທາງໄປຝາກທ້ອງ ຢູ່ໂຮງໝໍ ຫຼື ສຸຂສາລາ ເພື່ອກວດເລືອດ ແລ້ວໃຫ້ທ່ານໝໍ ແນະນໍາວ່າ ຂາດແຮ່ທາດຊະນິດໃດ ແລ້ວກໍໄປຫາມາກິນ ເຊັ່ນ ຊີ້ນສັດ, ໝາກໄມ້ ແລະຜັກ ຕາມທ້ອງຖິ່ນເທົ່ານັ້ນ.
ຂະນະທີ່ ແມ່ຍິງຖືພາ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ທີ່ໄປຝາກທ້ອງ ຢູ່ໂຮງໝໍໍເມືອງ ກໍເວົ້າວ່າ ໂຕເອງ ໄປຝາກທ້ອງ ກໍພົບເຫັນແມ່ຍິງຖືພາ ທີ່ເປັນຄົນຊົນເຜົ່າ ໄປຝາກທ້ອງຢູ່ບ່ອນດຽວກັນ ແລະເພິ່ນກໍໄດ້ມີລູກຫຼາຍຄົນ ຜູ້ນຶ່ງ ມີລູກຫຼາຍເຖິງ 10 ຄົນ ຮວມເຖິງພວກເຂົາເຈົ້າ ເປັນແມ່ຖືພາ ທີ່ມີຖານະທຸກຍາກ ອີກທັງອາຫານເສີມ ຄືນົມບໍາຣຸງແມ່ແລະລູກ ກໍມີບໍ່ມີເງິນຊື້ມາກິນ ຈະກິນແຕ່ໝາກໄມ້ຕາມທ້ອງຖິ່ນ ເປັນອາຫານເສີມແທນ ຈຶ່ງເຮັດໃຫ້ລູກຂອງຄົນຊົນເຜົ່າ ຂາດສານອາຫານ.
ດັ່ງແມ່ຍິງຖືພາ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ຮີດຂອງເຂົາເຈົ້າ ຮີດຄອງປະເພນີ ວ່າມີລູກຫຼາຍແລ້ວ ເຖົ້າແກ່ມາແລ້ວ ມີລູກເບິ່ງລູກຫຍັງຈັ່ງຊີ້ນ່າ ແລ້ວເຮັດໃຫ້ບໍ່ແຂງແຮງ ເກີດລູກມາເທື່ອ ຫົວປີ ທ້າຍປີ ຈັ່ງຊີ້ນ່າ ທັມມະດາ ຕ້ອງຫ່າງກັນ 2-3 ປີເນາະ ອັນທ້ອງເປົ່າຫັ້ນນ່າ ອາຫານເສີມບໍ່ມີ ມີແຕ່ໝາກອຶກ ໝັກຟັກ ໝາກຖົ່ວ ໝາກຫຍັງແຫຼະ ອາຫານເສີມ ເຂົ້າກໍມີແຕ່ກິນເຂົ້າກັບເກືອ ກິນເຂົ້າກັບນໍ້າຈັ່ງຊີ້ນ່າ ຊົນເຜົ່າມົ້ງ ເຮັດໃຫ້ຂາດສານອາຫານແນວນີ້ ເສຖກິຈບໍ່ດີ ຄັນເສຖກິຈດີ ກໍຊິຊື້ປາ ຊື້ຫຍັງມາກິນ ກໍຊິຄົບຖ້ວນ.”
ເຖິງຢ່າງໃດກໍຕາມ ຫາກບໍ່ຢາກໃຫ້ແມ່ຍິງ ແລະຍິງສາວລາວ ພາຍໃນປະເທດ ປະເຊີນກັບພາວະການຂາດສານອາຫານ ໃນເວລາຖືພາໃນໄລຍະຍາວ ຕ້ອງໄດ້ຮັບການສນັບສນູນ ຈາກພາກຣັຖ ແລະອົງການສາກົລຢ່າງຕໍ່ເນື່ອງ ໂດຍສະເພາະ ວຽກງານການສົ່ງເສີມບົດບາດ ຍິງ-ຊາຍ ໃນເຂດຊົນເຜົ່າອາສັຍຢູ່ໃຫ້ເທົ່າທຽມກັນ ແລະວຽກງານການວາງແຜນຄອບຄົວ ທີ່ບໍ່ພຽງແຕ່ ວາງແຜນການຝາກທ້ອງຢູ່ໂຮງໝໍ ແລະສຸຂສາລາ ແຕ່ຕ້ອງມີການວາງແຜນ ດ້ານການຜລິດສະບຽງອາຫານ ໃນຄອບຄົວທີ່ທຸກຍາກ, ຄອບຄົວທີ່ມີລາຍຮັບຕໍ່າ, ເປັນຊົນເຜົ່າ ແລະມີແມ່ຍິງຖືພານໍາດ້ວຍ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງແປກ ແຂວງຊຽງຂວາງ ຜູ້ດຽວກັນກັບຂ້າງເທິງ ກ່າວມ້ວນທ້າຍ.