ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຂາດສານອາຫານ ເພີ່ມຂຶ້ນ
2023.09.08
ເມື່ອບໍ່ດົນມານີ້ ກະຊວງສາທາຣະນສຸຂ, ສະຫະພາບຢູໂຣບ ແລະ ຢູນິເຊຟ ຣາຍງານວ່າເດັກນ້ອຍລາວອາຍຸ 5 ປີລົງມາ ມີອັດຕຣາຂາດສານອາຫານ ເຮັດໃຫ້ຄວາມສູງ ບໍ່ໄດ້ມາຕຖານ ເພີ່ມຂຶ້ນ 4% ຈາກ 33% ຂຶ້ນມາເປັນ 37% ຂອງຈຳນວນເດັກນ້ອຍ ຕ່ຳກວ່າ 5 ປີ ທັງໝົດພາຍໃນປະເທດ.
ສະເພາະ ຢູ່ແຂວງຊຽງຂວາງ ການຮັກສາສຸຂພາບ ຂອງແມ່ ແລະ ເດັກນ້ອຍ ນັບແຕ່ໄລຍະຖືພາ ບໍ່ໄດ້ຮັບສານອາຫານເຕັມທີ່ ເປັນເວລາດົນ ແລະ ເດັກນ້ອຍອາຍຸຕ່ຳກວ່າ 6 ເດືອນ ບໍ່ໄດ້ກິນນົມແມ່ພຽງຢ່າງດຽວ ແຕ່ກິນເຂົ້າ ຫຼື ນໍ້າແທນ ເຮັດໃຫ້ປີ 2022 ທົ່ວແຂວງມີອັດຕຣາເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຂາດສານອາຫານ ເຮັດໃຫ້ຄວາມສູງ ບໍ່ໄດ້ມາຕຖານ ມີຈຳນວນສູງເຖິງ 29.9% ໂດຍອີງຕາມຜົລສໍາຣວດແບບບໍ່ເປັນທາງການ ແມ່ຂາດສານອາຫານ, ລູກກໍຂາດສານອາຫານ ແຕ່ທ້ອງແມ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 08 ກັນຍານີ້ວ່າ:
“ຊຽງຂວາງ 29,9 ແຕ່ມັນກໍຢູ່ໃນເກນທີ່ສູງຢູ່ຫັ້ນແຫຼະ ໂຕຢ່າງຄືຄວາມຮັບຮູ້ ຂອງເຂົາເຈົ້າຮູ້ຢູ່ແລ້ວວ່າຖືພານ່າ ແຕ່ກໍບໍ່ໄດ້ໃສ່ໃຈເຣື່ອງຂອງຢູ່ຂອງກິນ ກໍນັບກະທັ້ງແຕ່ວ່າ ການຢູ່ການກິນໂຕເອງບໍ່ພໍຢູ່ແລ້ວ ມີລູກເກີດມາອີກ. ນົມທີ່ຈະໃຫ້ລູກກິນ ກໍພັດນົມໂຕເອງບໍ່ພຽງພໍ ເນື່ອງຈາກແມ່ນກໍກິນບໍ່ພຽງພໍຢູ່ແລ້ວ ໃນເມື່ອນົມໃຫ້ລູກກິນບໍ່ພຽງພໍ ກໍຈຳເປັນດິ້ນຮົນຫາສິ່ງໃດ ສິ່ງນຶ່ງ ເພື່ອທົດແທນນົມໂຕເອງ ເປັນເຂົ້າບໍ່ເດັກນ້ອຍ ທີ່ຈະສູງຂຶ້ນຈາກພໍ່ແມ່ ທີ່ມີຄວາມສູງບໍ່ໄດ້ມາຕຖານຫັ້ນ ບໍ່ໄດ້ຫຼາຍມັນກໍເລີຍເປັນວົງຈອນ ແນວນັ້ນຫັ້ນ.”
ທ່ານກ່່່າວຕື່ມວ່າ ອີງຕາມການຣາຍງານເຝົ້າລະວັງ ເດັກນ້ອຍຂາດສານອາຫານໃນ 2 ເມືອງ ຄືເມືອງຄູນ ແລະ ເມືອງໜອງແຮດ ພົບວ່າມີພຽງ 80% ຂອງເດັກນ້ອຍອາຍຸຸຕ່ຳວ່າ 6 ເດືອນ ໄດ້ກິນນົມແມ່ພຽງຢ່າງດຽວ ຂະນະທີ່ເປົ້າໝາຍຂອງແຂວງ ຈະຕ້ອງປະຕິບັດໃຫ້ໄດ້ 100% ສ່ວນເມືອງອື່ນ ແມ່ນພາກສ່ວນທີ່ກ່ຽວຂ້ອງ ບໍ່ມີງົບປະມານລົງຕິດຕາມ ອັດຕຣາເດັກນ້ອຍກິນນົມແມ່ ພຽງຢ່າງດຽວ.
ທາງດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຄູນ ໄດ້ກ່າວວ່າ ສາເຫດໃຫຍ່ໆ ທີ່ເຮັດໃຫ້ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຂາດສານອາຫານ ຄວາມສູງບໍ່ໄດ້ມາຕຖານວ່າ ຄວາມທຸກຍາກຂອງຄອບຄົວ ເດັກນ້ອຍມີມາແຕ່ລຸ້ນບັນພະບູຣຸດ ເຮັດໃຫ້ຄວາມທຸກຍາກນັ້ນ ຖືກສົ່ງຕໍ່ມາຍັງລຸ້ນລູກຫຼານ, ອີກທັງພື້ນທີ່ທຳການຜລິດ ສ່ວນຫຼາຍເປັນພູ ເຮັດໃຫ້ປູກໄດ້ແຕ່ຜັກ ທີ່ບໍ່ຫຼາກຫຼາຍຊະນິດ ເຖິງປູກເຂົ້າໄຮ່ບໍ່ພຽງພໍ ລວມໄປເຖິງເຄື່ອງປ່າຂອງດົງ ທີ່ຫາໄດ້ຕາມທັມມະຊາຕ ມີຈຳກັດ, ແຕ່ປະຊາກອນເພີ່ມຂຶ້ນ.
ດັ່ງທ່ານກ່າວໃນມື້ດຽວກັນ:
“ຫາຢູ່ຫາກິນຕາມທັມມະຊາຕ ເຮັດໃຫ້ຄອບຄົວພໍແຕ່ປະທັງຊີວິດໄປແລ້ວ ບໍ່ມີອັນທີ່ຈະເປັນທືນ ຮອນໃຫ້ລູກ ບາດນີ້ລູກທີ່ມາສ້າງຄອບຄົວອີກ ກໍຕ້ອງດີ້ນຮົນດ້ວຍໂຕເອງອີກ ໂຕຢ່າງ ຄືມີໄຮ່ 2 ບ່ອນ ມີລູກ 3 ຄົນ ສະແດງວ່າບໍ່ພຽງພໍ ແລ້ວອາຫານທີ່ຢູ່ໃນພື້ນທີ່ ມັນກໍມີສະເພາະ ກໍມີແຕ່ຜັກຫັ້ນ ບາງຄົນກໍບໍ່ສາມາດຊື້ໄດ້ ເນື່ອງຈາກຄອບຄົວ ທີ່ບໍ່ມີກຳລັງທາງດ້ານຊັພສິນ ບາງເທື່ອນີ້ເປັນເດືອນເປັນປີມີເງິນດ້າມ 10 ພັນກໍຍັງບໍ່ມີໂຕຢ່າງຄື ໄປຊອກໄດ້ປາໄດ້ປາມາກິນມີກໍໜ້ອຍ ມັນບໍ່ພຽງພໍກັນ ດຽວນີ້ຄົນມັນເພີ່ມຂຶ້ນຫຼາຍ.”
ທ່ານກ່າວຕື່ມວ່າ ອີງຕາມຜົລສຳຣວດຄັ້ງທີ 3 ອັດຕຣາເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຢູ່ແຂວງຊຽງຂວາງຂາດສານອາຫານ ຄວາມສູງບໍ່ໄດ້ມາຕຖານ ມີສູງເຖິງ 29.9% ນັ້ນຖືວ່າ ເປັນອັດຕຣາທີ່ຫຼຸດລົງ ຈາກປີ 2017 ທີ່ມີອັດຕຣາເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຂາດສານອາຫານ ຄວາມສູງບໍ່ໄດ້ມາຕຖານ 32% ເນື່ອງຈາກວ່າ ແຂວງໄດ້ຮັບການຊ່ອຍເຫຼືອ ຈາກອົງການສາກົລ ແລະ ພາກຣັຖ ເອກະຊົນ ຊ່ອຍຫຼຸດຜ່ອນອັດຕຣາ ການຂາດສານອາຫານ ຂອງເດັກນ້ອຍ.
ຢູ່ແຂວງເຊກອງ ຄອບຄົວຂອງແມ່ ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ລວມເຖິງແມ່ມານເອງ ມີຄວາມເຂົ້າໃຈເຣື່ອງອາຫານ ທີ່ຕ້ອງການກິນ ຢ່າງໜ້ອຍໃຫ້ໄດ້ 4 ໝວດ ໃນ 6 ໝວດອາຫານ ແລະ ໄດ້ຮັບໃນປະຣິມານຢ່າງໜ້ອຍ 3 ຄາບຕໍ່ມືຶ້, ແຕ່ສະພາບໂຕຈິງປະຕິບັດແນວນັ້ນບໍ່ໄດ້ ຍ້ອນບັນຫາເສຖກິຈ ບວກກັບສ່ວນໃຫຍ່ ພູມສັນຖານຂອງແຂວງເຊກອງ ເປັນພູ ເຮັດໃຫ້ຜູ້ທີ່ຢູ່ຫ່າງໄກສອກຫຼີກ ບໍ່ມີເນື້ອທີ່ທຳການຜລິດ ເພື່ອຫາຢູ່ຫາກິນ ໃຫ້ຖືກຫຼັກໂພຊະນາການ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງເຊກອງກ່າວຕື່ມວ່າ:
“ເສຖກິຈທຸກມື້ນີ້ມັນກໍເວົ້າແຕ່ວ່າ ຫາເຂົ້າຊິກິນກໍຍັງຍາກແລ້ວ ຂະຍອນຊິວ່າໄດ້ອາຫານຫັ້ນນ່າ ພູມສັນຖານມັນຍັງດ້ອຍຢູ່ຫັ້ນນ່າ ບາງເທື່ອມັນມີພື້ນທີ່ແຕ່ວ່າຊ່ວງນີ້ ມັນຊ່ວງຝົນການຜລິດມັນບໍ່ໄດ້ເຮັດສວນຄົວຈັ່ງຊີ້ ມັນກໍບໍ່ທັນງາມກໍຂາດໄປ ເຂົາກໍຊິເຂົ້າໃຈວ່າ ໃນແມ່ມານນີ້ເຮົາກໍຕ້ອງໄດ້ບຳລຸງຫັ້ນນ່າ ເພາະວ່າມັນມີ 2 ຄົນເນາະ, ແຕ່ວ່າເວົ້າເຣື່ອງອາຫານ ການກິນນີ້ພວກເຮົາບໍ່ຫຼາກຫຼາຍ ຕາມທີ່ວ່າໃຫ້ມັນຖືກຫຼັກໂພຊານາການ ກິນຄົບ 6 ໝວດຫັ້ນນ່າໃນເຣື່ອງນຶ່ງ ຮອດນໍ້າປາຊິກິນກໍບໍ່ມີ ຄັນລູກເລີກໂຮງຮຽນ ມາກໍຕຳແຈ່ວ ໂປະໂປະ ຈໍ້າກິນແລ້ວຫັ້ນນ່າ ມັນກໍທຸກຍາກຫັ້ນນ່າ.”
ຍານາງກ່າວຕື່ມວ່າ ໃນປີ 2017 ທົ່ວແຂວງເຊກອງ ມີອັດຕຣາເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຂາດສານອາຫານ ຄວາມສູງບໍ່ໄດ້ມາຕຖານ ຈຳນວນສູງເຖິງ 40% ໂດຍອີງຕາມຜົລສຳຣວດຄັ້ງທີ 2 ຢ່າງເປັນທາງການ ສ່ວນວ່າການສໍາຣວດ ຄັ້ງທີ 3 ຍັງບໍ່ທັນມີຣາຍລະອຽດ.
ສ່ວນຢູ່ ບ້ານໜາມແທ່ງ, ບ້ານໜອງຫອຍ ແລະ ບ້ານຮັງແຮ້ງ ເມືອງຄົງເຊໂດນ ແຂວງສາລະວັນ ມີເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຂາດສາອາຫານ ຍັງມີຫຼາຍ ເນື່ອງຈາກເປັນບ້ານທີ່ຢູ່ ເຂດຊົນນະບົດ, ສິນຄ້າທີ່ຈະແຕ່ງຢູ່ຄົວກິນ ຈຶ່ງມີລາຄາແພງກ່ວາ ຈາກເຂດໃນເມືອງທົບເຄິ່ງ ເປັນຕົ້ນໄຂ່ໄກ່, ໝີ່, ນໍ້າປາ ຈຶ່ງເຮັດໃຫ້ເດັກຂາດສານອາຫານ ຍ້ອນແມ່ບໍ່ມີເງິນຊື້ໄຂ່ ຫຼືເຄື່ອງປຸງ ໃຫ້ໄດ້ຕາມຄວາມຕ້ອງການ ປະຈຳວັນ. ເຖິງວ່າ ພໍ່, ແມ່ ຈະປູກເຂົ້າ, ປູກຜັກ ແລະ ລ້ຽງໝູ, ລ້ຽງໄກ່ ໄວ້ເພື່ອກິນ ແລະ ສ້າງລາຍຮັບພາຍໃນຄອບຄົວແລ້ວ ແຕ່ກໍບໍ່ພຽງພໍ.
ດັ່ງປະຊາຊົນ ຢູ່ບ້ານຮັງແຮ້ງກ່າວ ໃນມື້ດຽວກັນວ່າ:
“ເຮົາຊິມີໂຕນ້ອຍໂຕຈ່ອຍຜີວແຫ່ວ ມັນບໍ່ຄືເດັກນ້ອຍປົກກະຕິ ຢູ່ບ້ານນອກແຮງທຸກ. ທຸກຢ່າງປັບລາຄາຂຶ້ນໝົດ ຄືໄຂ່ ກໍໜ່ວຍນຶ່ງ 4-5 ພັນກີບ. ບາງເທື່ອເຂົາເຈົ້າຊື້ໃຫ້ລູກກິນ, ລູກ 4-5 ຄົນ ກໍໜ່ວຍນຶ່ງ ເວົ້າແລ້ວວ່າ ເສຖກິຈເຮົາບໍ່ພຽງພໍເນາະ ປູກແລ້ວກໍຂາຍ. ບາງຄົນກໍເປັນໜີ້ ເປັນສິນ ເຮົາບໍ່ມີທຶນ ຄ່າປຸຍກໍແພງ ກໍຕ້ອງຂາຍເຂົ້າ ມາຊື້ກິນ. ລ້ຽງສັດກໍບໍ່ພໍວ່າ ເຮົາຊິໄປ ກິນທຸກຄາບຫັ້ນນ່າ.”
ນັບແຕ່ປີ 2023-2030 ຣັຖບານລາວ ມີທຶນຈຳນວນ 41.31 ລ້ານໂດລ້າຣ໌ສະຫະຣັຖ ສຳລັບດຳເນີນໂຄງການ ກະສິກັມ ເພື່ອໂພຊານາການ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຫຼຸດຜ່ອນອັດຕຣາການຂາດສານອາຫານ ຂອງເດັກນ້ອຍ ແລະ ແມ່ມານ ໃນເຂດຫ່າງໄກສອກຫຼີກ ຢູ່ 500 ບ້ານ 20 ເມືອງ ຂອງແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ, ເຊກອງ, ສາລະວັນ ແລະ ອັດຕະປື.
ທຶນ 41.31 ລ້ານໂດລ້າຣ໌ສະຫະຣັຖນັ້ນ ເປັນເງິນຊ່ອຍເຫຼືອລ້າ ຈາກໂຄງການການ ກະເສດ ແລະ ຄວາມໝັ້ນຄົງ ທາງອາຫານໂລກ ຫຼື Global Agriculture and Food Program (GAFSP) 20 ລ້ານໂດລ້າຣ໌ສະຫະຣັຖ, ເງິນກູ້ຈາກກອງທຶນລະຫວ່າງປະເທດ ເພື່ອພັທນາກະສິກັມ ຫຼື International Fund for Agriculture Development (IFAD), ມູນຄ່າ 13.23 ລ້ານໂດລ້າຣ໌ສະຫະຣັຖ ແລະ ເງິນທຶນຈາກຣັຖບານລາວ 4.8 ລ້ານໂດລ້າຣ໌ສະຫະຣັຖ, ເງິນສົມທົບຜູ້ຮັບປໂຍດ 2.13 ລ້ານໂດລ້າຣ໌ສະຫະຣັຖ ແລະ ເງິນສນັບສນູນ ຂອງພາກເອກະຊົນ 1.44 ລ້ານໂດລ້າຣ໌ສະຫະຣັຖ.