ເດັກນ້ອຍ ຢູ່ເຂດຫ່າງໄກ ໃນຫຼາຍແຂວງຂອງລາວ ຍັງຂາດສານອາຫານ

ຈຳປາທອງ
2023.06.06
ເດັກນ້ອຍ ຢູ່ເຂດຫ່າງໄກ ໃນຫຼາຍແຂວງຂອງລາວ ຍັງຂາດສານອາຫານ ເດັກນ້ອຍນັກຮຽນ ທີ່ໂຮງຮຽນແຫ່ງນຶ່ງ ໃນແຂວງສວັນນະເຂດ ກຳລັງຕຣຽມກິນອາຫານທ່ຽງ ຕາມໂຄງການອາຫານທ່ຽງ ທີ່ໄດ້ຮັບການສນັບສນູນຈາກສາກົລ (TS) ເດືອນມີນາ ປີ 2023.
RFA

ປະເທດລາວ ແລະ ຫຼາຍປະເທດໃນທົ່ວໂລກ ກໍາລັງພັທນາປະເທດ ເພື່ອລົບລ້າງຄວາມອຶດຫິວ ພາຍໃນປີ 2030  ຊຶ່ງເປັນເປົ້າໝາຍ ຂອງການພັທນາແບບຍືນຍົງ ອັນດັບທີ 2 ຂອງລາວ. ສະເພາະຢູ່ແຂວງຫົວພັນ ຍັງມີເດັກນ້ອຍຢູ່ເຂດຫ່າງໄກ ສອກຫຼີກ ໂດຍສະເພາະເດັກນ້ອຍຊົນເຜົ່າ ທີ່ປະເຊີນກັບຄວາມອຶດຫິວ ແລະຂາດສານອາຫານ, ເຮັດໃຫ້ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ນໍ້າໜັກບໍ່ໄດ້ມາຕຖານ ຫຼື ຈ່ອຍ 2.1% ແລະຕໍ່າເຕັ້ຍ 2.68%, ອີງຕາມຂໍ້ມູນກ່ຽວກັບເດັກນ້ອຍ ທີ່ເຂົ້າເຖິງສະຖານບໍຣິການ, ໂຮງໝໍ ແລະສຸຂສາລາ ຂອງແຂວງຫົວພັນ ແຕ່ເດືອນມົກກະຣາ ຫາ ເດືອນເມສາ 2023 ນີ້.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ມິຖຸ ນານີ້ ເຖິງສະພາບຕົວຈິງ ຢູ່ເຂດຫ່າງໄກ ສອກຫລີກ ວ່າ ເສັ້ນທາງຈາກບ້ານໄປຫາໂຮງໝໍ ຫລື ສຸຂສາລາ ຫຍຸ້ງຍາກ, ທາງຜແນກ ແລະຫ້ອງການສາທາຣະນະສຸຂ ມີອາຫານເສີມ, ວິຕາມິນໃຫ້ເດັກນ້ອຍ ແລະມີທາດເຫຼັກໃຫ້ແມ່ມານ ແຕ່ມີບໍ່ເປັນປົກກະຕິ; ຄອບຄົວຂອງເດັກນ້ອຍ ທຸກຍາກ ພໍ່ແມ່ ຫລື ຜູ້ປົກຄອງ ໃຫ້ເດັກນ້ອຍກິນແຕ່ແຈ່ວ ແລະຜັກ ທີ່ມີຢູ່ໃນທ້ອງຖິ່ນ. ດັ່ງນັ້ນຈຶ່ງເຮັດໃຫ້ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຈໍານວນຫຼາຍ ຂາດສານອາຫານ.

“ເດັກຂາດສານອາຫານ ຍັງມີຫຼາຍ ທີ່ວ່າບໍ່ໄດ້ເຂົ້າລະບົບເນາະ ສ່ວນຫຼາຍຈະແມ່ນເຂດທີ່ວ່ານອກ ເຂດທີ່ວ່ານອກນີ້ ຈະແມ່ນຄວາມທຸກຍາກເນາະ ທີ່ວ່າພໍ່ແມ່ບໍ່ມີອັນທີ່ວ່າໃຫ້ກິນ ອາຫານເສີມ ທາງອັນນ່າທາງສະຖາບັນໂພຊະນາການນີ້ ກໍໃຫ້ໄດ້ແຕ່ສ່ວນນຶ່ງເນາະ ແລ້ວກໍບໍ່ເປັນປົກກະຕິຫັ້ນນ່າ ດຽວນີ້ວິຕາມິນ, ຢາຂ້າແມ່ທ້ອງກໍຂາດ ແລ້ວກໍທາດເຫລັກໃຫ້ແມ່ມານກໍຂາດ.”

ນາງກ່າວຕື່ມວ່າ ໃນແຂວງນີ້ ໄດ້ແຈກເງິນອຸດໜຸນ ເດືອນລະ 180,000 ກີບໃຫ້ແມ່ຜູ້ທຸກຍາກ ທີ່ມີລູກອາຍຸຫລຸດ 2 ປີ ເພື່ອໃຫ້ພາລູກໄປຫາໝໍ ແລະຕິດຕາມເຣື່ອງໂພຊະນາການ ຢູ່ເມືອງລະ 5-6 ບ້ານ ຊຶ່ງກໍບໍ່ພຽງພໍ, ມີພຽງແຈກໃຫ້ໄລຍະສັ້ນ 6 ຫາ 18 ເດືອນເທົ່ານັ້ນ.

ຢູ່ແຂວງອັດຕະປື ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍກ່າວເຖິງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີຢູ່ແຂວງນີ້ວ່າ ຂາດສານອາາຫານ ໂດຍສະເພາະເດັກນ້ອຍ ຊົນເຜົ່າ ຊຶ່ງພວກເຂົາເຈົ້າໄດ້ກິນອາຫານ ບໍ່ຄົບໝວດໝູ່. ສ່ວນໃຫຍ່ຈະຂາດສານອາຫານ ໝວດໂປຣຕີນ ຈາກຊີ້ນສັດ ແລະວິຕາມີນ ຈາກໝາກໄມ້ ແລະບາງເທື່ອສານອາຫານ ປະເພດຄາໂບໄຮເດຣຕ ບໍ່ພຽງພໍ.

“ສ່ວນຫຼາຍ ກະແມ່ນກຸ່ມຊົນເຜົ່າຫັ້ນແຫຼະ ຢູ່ເຂດຫ່າງໄກສອກຫລີກ ຄືວ່າອຶດຫິວກໍຍັງມີຫັ້ນແຫຼະ ອາດແມ່ນຍ້ອນການບໍຣິໂພກ ອາຫານຂອງເຂົາເຈົ້າມັນບໍ່ທັນຖືກຫລັກ ໂພຊະນາການ ສ່ວນຫຼາຍພວກໂປຣຕີນພວກວິຕາມິນ ອິຫຍັງຕ່າງໆນີ້ແຫຼະ ເຂົາເຈົ້າກໍບໍ່ໄດ້ກິນ.”

ທ່ານເວົ້າຕື່ມວ່າ ຂແນງກະສິກັມ ແລະປ່າໄມ້, ຜແນກສຶກສາທິການ ແລະກິລາ ແລະຂແນງສາທາຣະນະສຸຂ ໄດ້ຮ່ວມມືກັນຊ່ອຍເຣື່ອງ ສະບຽງອາຫານ ຊຶ່ງຖືວ່າເປັນວຽກງານ ຂອງການພັທນາແບບຍືນຍົງ ແລະວ່າ ແຂວງອັດຕະປື ດຽວນີ້ແມ່ນປະເຊີນກັບການປ່ຽນແປງ ຂອງດິນຟ້າອາກາດ ທີ່ເຮັດໃຫ້ເດັກນ້ອຍຂາດສານອາຫານ ຍ້ອນຜົລລະປູກໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງ ຫລື ພັຍນໍ້າຖ້ວມ ອັນຈະເຮັດໃຫ້ແຂວງນີ້ ຈະສາມາດລົບລ້າງຄວາມອຶດຫິວໄດ້ ຫລືບໍ່ ໃນອີກ 7 ປີຂ້າງໜ້າ, ມັນຂຶ້ນຢູ່ກັບດິນຟ້າອາກາດ.

ສ່ວນຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທີ່ຖືກປະກາດໃຫ້ເປັນເມືອງພົ້ນທຸກແລ້ວນັ້ນ ປະຊາຊົນຢູ່ບ້ານນໍ້າແຊ ເມືອງນາໝໍ້ ເວົ້າວ່າ ເບິ່ງສະພາບຕົວຈິງແລ້ວ ໃນເຂດເທສບານເມືອງນີ້ ແມ່ນເຫັນວ່າ ຢູ່ບ້ານນໍ້າແຊ ທີ່ມີຊາວຊົນເຜົ່າພູນ້ອຍ ຈາກແຂວງຜົ້ງສາລີ ຍ້າຍເຂົ້າມາຢູ່ ຊຶ່ງໃນນັ້ນມີຄອບຄົວທຸກຍາກ 14 ຄອບຄົວ ປະເຊີນກັບຄວາມອຶດຫິວ, ເຂົ້າແຕ່ລະມື້ເກືອບວ່າບໍ່ມີກິນ ເພາະບໍ່ມີທີ່ດິນທໍາກິນ.

“ເຂົາຫຍູ້ງຍາກແຫຼະ ເພາະວ່າເຂົ້າກິນເຂົາບໍ່ພໍ ບໍ່ມີເຂົ້າກິນຫັ້ນແຫຼະ ເຂົາຫລົບຢູ່ພູດອຍ ລອຍພູ ອອກຜົ້ງສາລີມາເນາະ ຄົນພູນ້ອຍ ເຂົາລະມາຢູ່ແລ້ວ ເຂົາບໍມີດິນເນາະ ບໍ່ມີ...ບໍ່ມີ... ຍ້ອນທໍາການຜລິດຢູ່ພຸ້ນແຮງຮ້າຍ ຢູ່ພຸ້ນເຂົາເຮັດໄຮ່ ແຮງບໍ່ໄດ້ກິນ ໄຮ່ເຮັດໄຮ່ແຕ່ລະປີເຮັດແຕ່ບ່ອນເກົ່າ ຂຸດເຮັດຈັກປີກໍເຮັດບ່ອນເກົ່າ ເຮັດໄຮ່ແຮງບໍ່ໄດ້ກິນ ຢູ່ບ້ານເຮົາເຂົາເອີ້ນວ່າ ສະບາຍກວ່າຢູ່ພຸ້ນແລ້ວ.”

ຢູ່ບ້ານອໍ້ອັ່ນ ເມືອງແປກ ແຂວງຊຽງຂວາງ ເຈົ້າໜ້າທີ່ຢູ່ບ້ານນີ້ ກໍເວົ້າໃນມື້ດຽວກັນນີ້ວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຂໍຄວາມຮ່ວມມືຈາກຊາວເຜົ່າມົ້ງ ໃຫ້ຍຸຕິການຖາງປ່າເຮັດໄຮ່ເພື່ອປູກເຂົ້າ, ໄດ້ສົ່ງເສີມໃຫ້ປູກຊາແທນ, ແຕ່ພວກເຂົາເຈົ້າ ທີ່ທຸກຍາກປະມານ 80 ຄອບຄົວທີ່ປູກຊານັ້ນຍັງທຸກຍາກ ມີລາຍໄດ້ໃນປັດຈຸບັນ ສເລັ່ຍຄອບຄົວລະ 3 ລ້ານກີບເທົ່ານັ້ນ ຊຶ່ງກໍບໍ່ກຸ້ມຢູ່ກຸ້ມກິນ ບາງມື້ບໍ່ມີເຂົ້າກິນ ຕ້ອງໄດ້ອາສັຍຜູ້ອື່ນຊ່ອຍ.

“ບາງມື້ກໍມີບາງມື້ກໍບໍ່ມີ ແລ້ວກໍມີບາງຄອບຄົວນີ້ ກໍໄປຫາກິນນໍາຜູ້ອື່ນເນາະ ກໍວ່າແຫຼະ ມັນບໍ່ມີກິນແລ້ວກໍຈະເປັນອ້າຍນ້ອງ ຜູ້ຫັ້ນນ່າ ພໍກຸ້ມໂຕເອງຢູ່ ແລ້ວຍັງພໍມີກິນ ແລ້ວມັນໄປຫານໍາເພິ່ນ ນໍາອ້າຍນໍານ້ອງນີ້ກິນ ເຂົາເຈົ້າແບ່ງປັນໃຫ້ກິນນີ້ເດ້.”

ທ່ານກ່າວຕື່ມວ່າ ຕາມແຜນຂອງທາງການເມືອງ ໃນປີ 2030 ຈະເຮັດໃຫ້ບ້ານ ອໍ້າອັ່ນ ຫລຸດພົ້ນຈາກຄວາມອຶດຫິວ, ແຕ່ຈະເຮັດໄດ້ ຫລືບໍ່ນັ້ນ ຕ້ອງອາສັຍການຊ່ອຍເຫລືອ ຈາກໂຄງການຂອງຕ່າງປະເທດ ຫລືພາກຣັຖ-ພາກເອກະຊົນ ຊ່ອຍດ້ານເຕັກນິກວິຊາການ ໃຫ້ປະຊາຊົນປູກຊາໄດ້ຜົລຜລິດດີ ແລະສາມາດເກັບກ່ຽວໃບຊາໄດ້ຕາມການສັ່ງຊື້ ທີ່ຕ້ອງໃຫ້ໄດ້ມາຕຖານສາກົລ. ເປົ້າໝາຍຂອງການພັທນາແບບຍືນຍົງ ອັນດັບທີ 2 ຂອງລາວ ຄື ລົບລ້າງຄວາມອຶດຫິວ ພາຍໃນປີ 2030, ຮັບປະກັນໃຫ້ຄົນທຸກຍາກ ເຂົ້າເຖິງສະບຽງອາຫານພຽງພໍຕລອດປີ ແລະ ລົບລ້າງການຂາດສານ ອາຫານທຸກຮູບແບບ ຮວມໄປເຖິງໃຫ້ຄອບຄົວກະເສຕກອນ ມີຄວາມສເມີພາບ ໃນການເຂົ້າເຖິງທີ່ດິນ ຊັພຍາກອນ ແລະເພິ່ມຂີດຄວາມສາມາດໃນການປັບໂຕ ເຂົ້າກັບການປ່ຽນແປງຂອງ ດິນຟ້າອາກາດ, ອີງຕາມຣາຍງານ ຂອງເຟສບຸກເພຈ SDG Laos ຫຼື ປ.ພ.ຍ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.