ຍັງມີເດັກນ້ອຍ ຈໍານວນໜຶ່ງ ຖືກທໍາຮ້າຍຮ່າງກາຍ
2024.06.10

ຍັງມີເດັກນ້ອຍຊາວລາວ ທັງເພດຍິງ ແລະເພດຊາຍ ຈໍານວນໜຶ່ງ ຖືກທໍາຮ້າຍຮ່າງກາຍ ຍ້ອນບັນຫາຢາເສບຕິດ ແລະບັນຫາ ທາງດ້ານເສດຖະກິດ-ການເງິນ ພາຍໃນຄອບຄົວ ໂດຍສະເພາະ ຄອບຄົວທຸກຍາກ ທັງໃນເຂດໂຕເມືອງ ແລະເຂດຊົນນະບົດ ເປັນຕົ້ນ ພໍ່ຕິດຢາບ້າ ບັງຄັບໃຫ້ລູກມາຢືນຂໍທານ ຢູ່ບໍລິເວນແຫຼ່ງຊຸມຊົນ ແຕ່ເມື່ອ ລູກບໍ່ສາມາດຂໍທານໄດ້ ກໍ່ຖືກພໍ່ທໍາຮ້າຍຮ່າງກາຍ.
ດັ່ງຊາວບ້ານ ຢູ່ບ້ານນາເມືອງ ເມືອງນານ ແຂວງຫຼວງພະບາງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶຶດສະພາ 2024 ທີ່ຜ່ານມາວ່າ:
“ອໍ ທີ່ວ່າ ພໍ່ເຂົາຕີຫັ້ນນ່າ ພໍ່ມັນກິນຢາບ້າ ໃຫ້ລູກນີ້ອອກມາຂໍເງິນ ຄົນທຽວທາງ ຄົນໄປຈອດໄປແວ່ ອັນນີ້ເຂົ້າຫ້ອງສຸຂາເດ້ (ຫ້ອງນໍ້າ) ເວລານັ້ນ ຂໍໄດ້ ຖ້າຂໍໄດ້ແລ້ວກໍ່ແລ້ວໄປ ແຕ່ວ່າ ຂໍບໍ່ໄດ້ ແລ້ວພໍມັນຕິຊິນ່າ ອັນນີ້ນິ່ ເຂົາໜ້າຈະປະກັນນ່າ ແລ້ວເຂົາເປັນຊົນເຜົ່າມົ້ງ ໄທບ້ານເວົ້າກໍ່ບໍ່ໄດ້ຢູ່ຫັ້ນນ່າ ມັນລະເມົາ ແບບບໍ່ຮູ້ ວ່າໂຕເອງເປັນມະນຸດຫັ້ນນ່າ ກ່ອນມານີ້.”
ທ່ານກ່າວຕື່ມວ່າ ໃນໄລຍະທີ່ຂະເຈົ້າ ອອກເດີນທາງຈາກແຂວງຫຼວງພະບາງ ໄປນະຄອນຫຼວງວຽງຈັນ ມັກຈະເຫັນເດັກນ້ອຍເພດຊາຍ ຜູ້ໜຶ່ງ ອາຍຸບໍ່ຮອດ 10 ປີ ຢືນຂໍເງິນ ຜູ້ທີ່ເດີນທາງຜ່ານໄປ-ມາ ຢູ່ບໍລິເວນໜ້າຫ້ອງນໍ້າ ຢູ່ປໍ້ານໍ້າມັນແຫ່ງໜຶ່ງສະເໝີ ຈົນມາຮອດມື້ໜຶ່ງ ເດັກນ້ອຍຜູ້ນີ້ ແມ່ນມີສະພາບໃບໜ້າໄຄ່-ບວມ ແລະມີເລືອດໄຫຼອອກ ເມື່ອສອບຖາມກົກປາຍສາເຫດ ກໍ່ພົບວ່າ ຜູ້ກ່ຽວ ຖືກພໍ່ທໍາຮ້າຍຮ່າງກາຍ ຄັນເອົາຂະໜົມໃຫ້ ກະຍັງຖືກພໍ່ຕີຄືເກົ່າ ຍ້ອນພໍ່ຂອງຜູ້ກ່ຽວ ຕ້ອງການເງິນເພື່ອນໍາໄປຊື້ຢາບ້າ.
ທ່ານກ່າວອີກວ່າ ຊາວບ້ານໃນເຂດອ້ອມແອ້ມ ໄດ້ແຈ້ງເລື່ອງດັ່ງກ່າວ ໄປຍັງອົງການຈັດຕັ້ງບ້ານແລ້ວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ລົງມາກວດສອບ ພ້ອມກັບສົ່ງໂຕເດັກນ້ອຍຄົນນີ້ເຂົ້າໂຮງຮຽນ ໃນໂຮງຮຽນເດັກກໍ່າພ້າ ຢູ່ນະຄອນຫຼວງວຽງຈັນ ສ່ວນພໍ່ຂອງຜູ້ກ່ຽວ ເຈົ້າໜ້າທີ່ຕໍາຫຼວດໄດ້ສົ່ງໂຕເຂົ້າຄຸກແລ້ວ ແຕ່ ມາຮອດປັດຈຸບັນ ພັດບໍ່ທັນຮັບຮູ້ວ່າ ສະພາບຄວາມເປັນຢູ່ ຂອງເດັກນ້ອຍຜູ້ນີ້ ເປັນແນວໃດເທື່ອ.
ສ່ວນອີກກໍລະນີໜຶ່ງ ແມ່ນເປັນເດັກນ້ອຍເພດຊາຍ ອາໄສຢູ່ນອກເຂດເທດສະບານ ນະຄອນຫຼວງວຽງຈັນ ຖືກພໍ່ ທີ່ຕິດຢາເສບຕິດ ໃຊ້ມີດຟັນແຂນທັງສອງເບື້ອງ.
ດັ່ງຊາວບ້ານ ທີ່ຮູ້ເຫດການ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພໍ່ລາວໃຊ້ມີດ ໃຊ້ອີ່ຫຍັງຫັ້ນຟັນ ເພາະວ່າເມົາຢາ ຢູ່ຫ້ອງແຖວ ແລ້ວກໍ່ພາໄປໂຮງໝໍ ແມ່ນໆ ຫຼາຍແບບຫຼາຍຄັ້ງແລ້ວ ເພາະວ່າພໍ່ຫັ້ນ ເສບຢາແນ່ ແລ້ວແມ່ເພິ່ນຫັ້ນ ກະເຮັດວຽກຢູ່ເປັນສາວໂຮງງານ ເພິ່ນກໍ່ຢູ່ຫ້ອງແຖວຢູ່ຫັ້ນແຫຼະ ຖ້າແກ້ໄຂໄດ້ຫວາ ຢາກໃຫ້ແກ້ໄຂ ເລື່ອງບັນຫາຄອບຄົວເນາະ ເລື່ອງການ ປາກທ້ອງຫັ້ນແຫຼະ ຖ້າບໍ່ມີເງິນ ມັນກໍ່ເຮັດໃຫ້ຄອບຄົວຜິດກັນ ແລ້ວກໍ່ສົ່ງຜົນເຖິງລູກ ລູກກະຈະບໍ່ໄດ້ຮຽນໜັງສື.”
ທ່ານກ່າວຕື່ມວ່າ ເດັກນ້ອຍຜູ້ນີ້ ມີອາຍຸປະມານ 8-9 ປີ ແຕ່ບໍ່ທັນໄດ້ຮຽນໜັງສື ລາວຢູ່ໃນຄອບຄົວທຸກຍາກ ພໍ່ເຮັດວຽກເປັນກໍາມະກອນກໍ່ສ້າງ ແມ່ ເຮັດວຽກເປັນສາວໂຮງງານ ແຕ່ກ່ອນ ເປັນຊາວບ້ານແຂວງຫົວພັນ ແຕ່ຍ້າຍມາເຮັດວຽກ ຢູ່ນະຄອນຫຼວງວຽງຈັນ ທັງໝົດ ອາໄສຢູ່ພາຍໃນຫ້ອງແຖວແຫ່ງໜຶ່ງ ທີ່ສະພາບບໍ່ເປັນຕາຢູ່ ແລະທີ່ຜ່ານມາ ພໍ່ຂອງຜູ້ກ່ຽວ ກໍ່ຈະລົງມືທໍຮ້າຍຮ່າງກາຍຜູ້ກ່ຽວ ໃນຮູບແບບຕ່າງໆ ເປັນຕົ້ນ ເອົາຫົວຂອງຜູ້ກ່ຽວຈຸ່ມນໍ້າ, ໃຊ້ຄ້ອນທຸບຕີມື ແລະເອົາຫົວຟາດໃສ່ຝາ.
ທ່ານກ່າວອີກວ່າ ເດັກນ້ອຍ ທີ່ຖືກບຸກຄົນໃນຄອບຄົວ ທໍາຮ້າຍຮ່າງກາຍ ເກີດຂຶ້ນຢ່າງຕໍ່ເນື່ອງໃນສັງຄົມລາວ ຍ້ອນບັນຫາທາງດ້ານເສດຖະກິດ-ການເງິນ ພາຍໃນຄອບຄົວ ແລະ ຖ້າຫາກເປັນໄປໄດ້ ກໍ່ຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ເລື່ອງດັ່ງກ່າວນີ້ຕື່ມ ໄປພ້ອມກັບ ການເລັ່ງແກ້ໄຂບັນຫາ ເສດຖະກິດ ເພື່ອໃຫ້ພໍ່ແມ່ປະຊາຊົນ ມີສະພາບຄວາມເປັນຢູ່ ທີ່ດີຂຶ້ນ.
ຍ້ອນຄວາມທຸກຍາກ ພໍ່ແມ່ມັກບັງຄັບໃຫ້ລູກ ເຮັດວຽກຊ່ອຍຄອບຄົວຫາລາຍໄດ້ ຂະນະດຽວກັນ ກໍ່ນໍາມາສູ່ບັນຫາ ການໃຊ້ຄວາມຮຸນແຮງ ເປັນຕົ້ນ ຖ້າຫາກລູກ ບໍ່ຕ້ອງການເຮັດວຽກ ທີ່ເກີນຄວາມສາມາດ ພວກຂະເຈົ້າກໍ່ມັກຖືກພໍ່ແມ່ຕີ ແລະບໍ່ທັນໄດ້ຮັບການຊ່ອຍເຫຼືອເປັນຈໍານວນຫຼາຍ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການຊ່ອຍເຫຼືອແມ່ຍິງ-ເດັກນ້ອຍ ຮ່ວມກັບ ກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາດ (United Nations Children's Fund: UNICEF) ຢູ່ແຂວງທາງພາກເໜືອ ຂອງປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງໜຶ່ງ ກ່າວວ່າ:
“ບໍ່ ມັນເປັນລັກສະນະທີ່ວ່າ ໃນຄອບຄົວກໍ່ໄດ້ ໂດຍສະເພາະວ່າ ມີການໃຊ້ແຮງງານເດັກນ້ອຍບໍ່ ມີການທຸບຕີເດັກນ້ອຍບໍ່ ຫຼືວ່າຢູ່ໃນຄອບຄົວ ຫຼືວ່າ ພໍ່ຕີລູກບໍ່ ພໍ່ແມ່ຕີລູກບໍ່ ຫຼືວ່າ ຜົວຕີເມັຍບໍ່ແບບນັ້ນ ກໍ່ມຈະມີໜ່ວຍງານ ທີ່ເຂົ້າໄປຊ່ວຍເຫຼືອເດັກນ້ອຍ ໂດຍສະເພາະເລີຍ ບາງຄອບຄົວກໍ່ແບບວ່າທຸກຍາກ ແລ້ວກໍ່ໃຊ້ເດັກນ້ອຍໄປເຮັດວຽກ ແລ້ວເຂົາບໍ່ໄປ ກໍ່ທຸບຕີ ຫຼືວ່າ ກິນເຫຼົ້າກິນເບັຍ ແລ້ວກໍ່ທຸບຕີ ກໍ່ມີຫຼາຍສາເຫດ ສ່ວນຫຼາຍກໍ່ໜ້າຈະມີ ຢູ່ເຂດນອກຫຼາຍກວ່າ ເພາະວ່າ ຢູ່ໃນເມືອງ ມັນຈະມີໜ້ອຍຢູ່.”
ທີ່ຜ່ານມາ ເດັກນ້ອຍ ທັງເພດຍິງ ແລະເພດຊາຍ ມັກຖືກທໍາຮ້າຍຮ່າງກາຍ ຢູ່ໃນຫຼາຍສະຖານທີ່ ເປັນຕົ້ນ ຂະນະທີ່ ຢູ່ເຮືອນ, ຊຸມຊົນ, ໂຮງຮຽນ ແລະ ຜ່ານຊ່ອງທາງອອນລາຍ ແຕ່ສ່ວນຫຼາຍ ແມ່ນເປັນຄວາມຮຸນແຮງ ທີ່ຂຶ້ນໃນຄອບຄົວ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຊ່ອຍເຫຼືອ ດ້ານກົດໝາຍຄວາມຮຸນແຮງ ສັງກັດ ກະຊວງຍຸຕິທໍາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານໜຶ່ງ ກ່າວວ່າ:
“ຖ້າຊິເວົ້າແລ້ວ ຕາມອັນນ່າ ສະຖານທີ່ເນາະ ມັນກໍ່ຊິມີຢູ່ ຫຼັກໆກໍ່ຊິມີຢູ່ 3-4 ສະຖານທີ່ແບບນີ້ເນາະ ແຕ່ຈິງໆຫັ້ນ ມັນກໍ່ ກວມລວມທຸກບ່ອນ ທຸກສະຖານທີ່ຫັ້ນແຫຼະ ທີ່ວ່າ ໄດ້ຮັບແຈ້ງຄວາມມາເນາະ ສ່ວນຫຼາຍຈະຢູ່ ຊຸມຊົນຫຼາຍກວ່າ ໃນຊຸມຊົນໃນທີ່ນີ້ ໝາຍເຖິງຢູ່ບ້ານຢູ່ບ້ານ ເຊິ່ງລັກສະນະຂອງໂຕນີ້ ມັນຈະເປັນການທໍາຮ້າຍຮ່າງກາຍ ບໍ່ສະເພາະແຕ່ຄົນພາຍໃນຄອບຄົວ ອາດຈະ ອັນນີ້ມັນຊິມີຢູ່ 2 ກຸ່ມເນາະ ຄົນ ໃນຄອບຄົວ ແລ້ວກໍ່ບຸກຄົນອັນນ່າ ທີ່ເກີດຈາກຄວາມຂັດແຍ່ງ ພໍ່ແມ່ລູກ.”
ທີ່ຜ່ານມາ ກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ໃນປີ 2014 ລະບຸວ່າ ຄວາມຮຸນແຮງ ແບ່ງອອກເປັນ 4 ປະເພດ ຄື: ຄວາມຮຸນແຮງ ທາງຮ່າງກາຍ, ທາງເພດ, ທາງຈິດໃຈ ແລະທາງເສດຖະກິດ-ຊັບສິນ ແລະ ເຖິງແມ່ນວ່າ ຄວາມຮຸນແຮງນີ້ ຈະກ່ຽວພັນກັນ ແຕ່ຄວາມຮຸນແຮງທາງດ້ານຮ່າງກາຍ ແມ່ນປະກົດຊັດເຈນກ່ອນໝູ່.
ດັ່ງເຈົ້າໜ້າທີ່ ພະແນກຍຸຕິທໍາ ຢູ່ແຂວງທາງພາກເໜືອ ກ່າວວ່າ:
“ກໍ່ມີການທໍາຮ້າຍຮ່າງກາຍ ກ່ຽວກັບການຕົບຕີບໍ ຫຼືວ່າ ການຂົ່ມຂືນ ແມ່ນຫຍັງຕ່າງໆເນາະ ໂດຍຫຼາຍຮູບແບບຫັ້ນແຫຼະ ມັນຈະມີ 4 ຮູບແບບ ທາງດ້ານຈິດໃຈບໍ ແມ່ນຫຍັງຫັ້ນແຫຼະ ທາງເພດ ທໍາຮ້າຍຮ່າງກາຍ ເຮັດໃຫ້ ດ້ວຍການທຸບຕີ ແມ່ນຫຍັງເນາະ ໄດ້ຮັບບາດເຈັບ ເປັນບາດເປັນແຜ ແມ່ນຫຍັງເນາະ ທາງສັງຄົມ-ເສດຖະກິດ ຂ້ອຍກໍ່ຢາກເຈາະຈົງແບບວ່າ ຖ້າວ່າ ມີການກະທໍາແບບນີ້ເກີດຂຶ້ນ ກະຈະມີການລົງໂທດ ມາດຕະການ ທີ່ວ່າ ມັນຈະເຄັ່ງຄັດ ກວ່າໂຕອື່ນ ວ່າຊັ້ນສາເນາະ.”
ອີງຕາມຄໍາກ່າວ ຂອງທ່ານ ຄໍາໄສ ເລີມສຸທິ (Khamsay Lemsouthi) ຜູ້ຊ່ຽວຊານ ດ້ານການປົກປ້ອງເດັກ ຈາກກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາດ ປະຈໍາປະເທດລາວ ລະບຸວ່າ ກ່ອນໜ້ານີ້ ປະເທດລາວ ໄດ້ມີກົດໝາຍ ວ່າດ້ວຍ ການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກນ້ອຍ ສະບັບ ປີ 2006 ແຕ່ ໃນໄລຍະທ້າຍປີ 2023 ທີ່ຜ່ານມາ ກະຊວງຍຸຕິທໍາ ຂອງລາວ ແລະກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາດ ໄດ້ຮ່ວມກັນ ປັບປຸງ ໃຫ້ມີຄວາມຊັດເຈນຂຶ້ນ ເປັນຕົ້ນ ລະບຸວ່າ ຫ້າມຕີເດັກນ້ອຍ ດ້ວຍວັດຖຸ ຫຼືມື ຮວມເຖິງ ການໃຊ້ກໍ່າປັ້ນຕີ, ເຕະ ແລະອື່ນໆ ຮວມເຖິງ ການໃຊ້ຄວາມຮຸນແຮງທາງເພດ ທຸກຮູບແບບ.
ອົງການ ຢູນີເຊັບ ລາຍງານວ່າ ເດັກນ້ອຍລາວ ປະມານ 8% ຂອງຈໍານວນເດັກນ້ອຍທັງໝົດ ປະສົບກັບ ການໃຊ້ຄວາມຮຸນແຮງ ສ່ວນຫຼາຍ ແມ່ນພາຍໃນຄອບຄົວ.