ອັຕຣາ ການເສັຽຊີວິຕ ຂອງແມ່ຍິງຊົນເຜົ່າ ໃນຂະນະຖືພາ ຍັງສູງ

0:00 / 0:00

ຢູ່ປະເທດລາວ ບາງແຂວງຍັງມີອັຕຣາ ການຕາຍຂອງແມ່ຍິງຖືພາ ແລະເດັກນ້ອຍ ໃນຂະນະເກີດລູກສູງຢູ່ ເຮັດບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້. ເຊັ່ນຢູ່ເມືອງລະມາມ ແຂວງເຊກອງ, ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ແລະເມືອງໂພນທອງ ແຂວງຫລວງພຣະບາງ ໃນ 9 ເດືອນທີ່ຜ່ານມານີ້.

ສະເພາະຢູ່ເມືອງລະມາມ ຍັງພົບແມ່ຍິງຖືພາ ແລະເດັກນ້ອຍຊົນເຜົ່າກະຕູ, ຊົນເຜົ່າອາລັກ ແລະຊົນເຜົ່າກູຍ ຫລືຊົນເຜົ່າສ່ວຍ ຕາຍໃນຂະນະທີ່ ເກີດລູກຫລາຍ ຮວມທັງຜູ້ເປັນແມ່ ທີ່ມີອາຍຸຕໍ່າກວ່າ 18 ປີ ຊຶ່ງເກີດລູກຢູ່ໄຮ່, ຢູ່ສວນ ຫລືຢູ່ເຮືອນ, ເຮັດວຽກໜັກ ໃນລະຫວ່າງຖືພາ, ເຮັດໃຫ້ເກີດລູກ ກ່ອນກໍານົດ ແລະລູກກິນນົມແມ່ບໍ່ໄດ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງລະມາມ ກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 14 ຕຸລານີ້ວ່າ:

" ເດັກຕາຍນີ້ ມັນເກີດບໍ່ຄົບເດືອນເນາະ ປະມານ 7 ເດືອນຫລືວ່າ 7 ເດືອນປາຍຈັ່ງຊີ້ ບາງເທື່ອກໍເກີດຢູ່ໄຮ່ຈັ່ງຊີ້ນ່າ ແລ້ວກໍມາບ້ານ. ສ່ວນຫລາຍແມ່ນເກີດເອງ ຢູ່ໃນເຂດໂຮງໝໍນ້ອຍ ອັນດັບ 1 ກໍແມ່ເດັກເກີດບໍ່ຖ້ວນເດືອນຫັ້ນແຫລະ ດູດນົມແມ່ບໍ່ໄດ້ຈັ່ງຊີ້ນີ້ນ່າ ເກີດມາແບບ 5-6 ເດືອນແລ້ວກໍເສັຽ. ໂຕແມ່ຕາຍນີ້ ຕາມການບອກເລົ່າ ຂອງແພດໝໍເຮົາກໍວ່າ ຕາມກວດເລືອດເບິ່ງຫັ້ນ ຍ້ອນໄຂ້ຍຸງລາຍ. "

ແລະວ່າ ການຫລຸດຜ່ອນ ອັຕຣາການຕາຍ ຂອງແມ່ຍິງຖືພາ ແລະເກີດລູກ ຖືວ່າຍັງບໍ່ບັນລຸເປົ້າໝາຍ ທີ່ທາງການກໍານົດໃຫ້ໄດ້ 0 ຄົນ ແລະໃນໄລຍະ ການແພ່ລະບາດຂອງ ໂຄວິດ-19 ຫລາຍ. ແມ່ຍິງຖືພາຊົນເຜົ່າຫລາຍຄົນ ພາກັນຄິດວ່າ ບໍ່ຢາກໄປໃກ້ແພດ ເພື່ອຂໍຄໍາປຶກສາ ເພາະຢ້ານຕິດໂຄວິດ-19, ລູກຈະຕາຍ ແຕ່ມາຮອດດຽວນີ້ ພວກເຂົາເຈົ້າ ເຂົ້າໃຈຫລາຍຂຶ້ນກວ່າເກົ່າແລ້ວ ແຕ່ກໍຍັງມີບັນຫາ ທີ່ແກ້ບໍ່ຕົກ ຄືແມ່ຍິງຊົນເຜົ່າ ຍັງເຮັດວຽກໜັກ ໃນລະຫວ່າງຖືພາ, ເຮັດໃຫ້ແມ່ຍິງຖືພາ ແລະລູກນ້ອຍ ຕົກຢູ່ໃນຄວາມສ່ຽງ, ຕ້ອງໄດ້ອະທິບາຍ ໃຫ້ຜູ້ເປັນຜົວ ແລະຄອບຄົວເຂົ້າໃຈ ແລະລະມັດລະວັງ, ໃຫ້ເຂົ້າໃຈເຖິງສາເຫດ ທີ່ເຮັດໃຫ້ແມ່ຍິງຖືພາ ແລະລູກຕາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງລະມາມ ຜູ້ດຽວກັນນີ້ເວົ້າວ່າ:

" ເຂົາຈະເຮັດວຽກໜັກ ກວ່າຜູ້ຊາຍເດ໋ ຖືພາຄາທ້ອງຢູ່ນີ້ ກໍໄປຢູ່ໄຮ່ໄປເຮັດໄຮ່ໄປເຮັດສວນ ບໍ່ໄດ້ຢູ່ບໍ່ໄດ້ເຊົາ ແບກຟືນອີ່ຫຍັງຕ່າງໆ. ແພດໝໍແນະນໍາຢູ່ແຕ່ວ່າ ແຕ່ເຂົາກໍເຮັດບໍ່ໄດ້ ສໍາລັບຄວາມຄິດສ່ວນຕົວນ່າ ໂຕນີ້ນ່າກໍຄິດວ່າ ເຮົາຊິພະຍາຍາມລະດົມ ຄອບຄົວວ່າ ໃນຊ່ວງທີ່ເຈົ້າຖືພາຫັ້ນ ແຫລະເນາະ ກໍໃຫ້ແບ່ງເບົາພາຣະ ໃນວຽກໂຕທີ່ວ່າ ບໍ່ໃຫ້ມີການໃຊ້ແຮງງານ ໃນໄລຍະທີ່ວ່າຖືພາຫັ້ນ. "

ຢູ່ແຂວງເຊກອງ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງລະມາມ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ຕຸລານີ້ ແມ່ຍິງຊົນເຜົ່າ ສ່ວນຫລາຍ ຈະບໍ່ໄປກວດສຸຂພາບ ຢູ່ສຸຂສາລາ ເນື່ອງຈາກ ບ້ານຢູ່ເຂດຫ່າງໄກ ສອກຫລີກ ທຸກຍາກ, ການເດີນທາງໄປ-ມາ ຫຍຸ້ງຍາກ, ບໍ່ມີເງິນຈ້າງຣົຖໄປຫາສຸຂສາລາ ຊຶ່ງທາງພາກສ່ວນ ທີ່ກ່ຽວຂ້ອງ ຄວນຈະຕິດຕາມ ໃຫ້ຄວາມຊ່ອຍເຫລືອ.

ຢູ່ເມືອງບໍຣິຄັນ, ແຂວງບໍຣິຄໍາໄຊ ນາງປະດຸງຄັນຜູ້ນຶ່ງ ເວົ້າເຖິງສຸຂສາລາ ຢູ່ບ້ານພູຄໍາວ່າ 9 ເດືອນທີ່ຜ່ານມາ ບໍ່ພົບແມ່ຍິງຖືພາເສັຽຊີວິຕ, ແຕ່ຍັງພົບເດັກນ້ອຍ ເຜົ່າມົ້ງທີ່ເກີດໃໝ່ເສັຍຊີວິຕ ແລະມີແຕ່ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີເສັຽຊີວິຕ 2-3 ຄົນ. ໃນໄລຍະໂຄວິດ-19 ຣະບາດ ຜູ້ເປັນແມ່ເຮັດວຽກໜັກກວ່າເກົ່າ ຄືປູກມັນຕົ້ນຫລາຍຂຶ້ນ ຍ້ອນໄດ້ລາຄາດີ, ເຮັດໃຫ້ພວກເຂົາເຈົ້າ ເກີດລູກກ່ອນກໍານົດ, ລູກທີ່ເກີດມາບໍ່ສົມບູນ.

ດັ່ງທີ່ນາງກ່າວວ່າ:

" ເດັກເກີດບໍ່ຖ້ວນເດືອນ ແມ່ນມີຜູ້ນຶ່ງເດ໋ ຕາຍຢູ່ໂຮງໝໍ ເພິ່ນເຈັບທ້ອງແລ້ວມາໂຮງໝໍວ໋າ ແລ້ວທ້ອງກໍຍັງນ້ອຍຢູ່ ແລ້ວເຂົາກໍຍັງບໍ່ຮອດເດືອນເກີດ ແລ້ວເກີດມາເລີຍ ແລ້ວເດັກນ້ອຍໂຕກໍນ້ອຍໆຫັ້ນ ເພິ່ນເປັນເດັກນ້ອຍເພິ່ນກໍບໍ່ຮູ້ຮັກສາເດ໋ ເພິ່ນກໍເຮັດຢູ່ເຮັດວຽກໜັກເຮັດຕາມທີ່ວ່າ ເຂົາເຮັດຫັ້ນເດ໋ ແຮງດີ ລາວເກີດຢູ່ນີ້ ຄັນເກີດຢູ່ເຮືອນກໍແຮງ ເປັນອັນຕະລາຍຕໍ່ແມ່. ເດັກຕາຍທີ່ວ່າເປັນຖອກທ້ອງບໍ່ ເປັນອັກເສບປອດນ່າ ເຂົາໄປໂຮງໝໍແຂວງລະຖືວ່າເຂົາໄປຕາຍຢູ່ພຸ້ນ ເພາະວ່າແມ່ຫັ້ນນ່າ ກໍບໍ່ຮູ້ເນາະ ເດັກນ້ອຍເປັນແຮງຈຶ່ງພາໄປຫັ້ນ ຂົນພາໄປຮອດແລ້ວເຂົາປົວບໍ່ທັນນ່າ. "

ທີ່ເມືອງໂພນທອງ ແຂວງຫລວງພຣະບາງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ຕຸລານີ້ວ່າ 9 ເດືອນທີ່ຜ່ານມາ ຢູ່ເມືອງນີ້ ກໍພົບແມ່ຍິງຖືພາ ຊົນເຜົ່າມົ້ງ ອາຍຸຕໍ່າກວ່າ 18 ປີຕາຍຕອນຖືພາໄດ້ 2 ອາທິດຍ້ອນຖືພາ ລູກນອກພົກ, ບໍ່ໄດ້ໄປຝາກທ້ອງ ຢູ່ສຸຂສາລາໃກ້ບ້ານ ເຮັດໃຫ້ທາງຫ້ອງການສາທາຣະນະສຸຂເມືອງ ທີ່ພະຍາຍາມເຮັດໃຫ້ ອັດຕຣາແມ່ຍິງຖືພາ ເສັຽຊີວິຕເປັນ 0 ນັ້ນບໍ່ໄດ້ຕາມແຜນການ.

" ເພິ່ນກໍຢາກກົດໃຫ້ມັນເປັນ 0 ແຕ່ວ່າທາງເຮົາກໍບໍ່ມີວິທີ. ປີນີ້ຫາຈະມາເກີດກໍຣະນີນີ້ ຖືວ່າເປັນກໍຣະນີທໍາອິດ ແລ້ວໜ້າເສັຽດາຍທີ່ວ່າ ຄົນເຈັບມາ, ມາໂຮງໝໍເຮົາຢາກຊ້າເກີນໄປ ໂດຍສະເພາະຊົນເຜົ່າຫັ້ນແຫລະ ໂດຍ ການເຂົ້າເຖິງການບໍຣິການນີ້ ຢາກຍາກ ຖືພາຊິມາຝາກທ້ອງ ຈັ່ງຊີ້ກໍໂອ໋ ຍາກຫລາຍ ເຂົາເຈົ້າຕອບເຮົາງ່າຍທີ່ສຸດ ກໍຄືວ່າເອີ ບໍ່ເປັນຫຍັງ ຂ້ອຍຊິມາເຮັດຫຍັງ ມາຫາແພດ ຄືວ່າເປັນໜ້ອຍດຽວນຶ່ງ. "

ທ່ານກ່າວຕໍ່ໄປວ່າ ເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ໄດ້ລົງເຄື່ອນໄຫວ ໃຫ້ແມ່ຍິງຖືພາໄປຝາກທ້ອງ ເພື່ອຄວາມປອດພັຍ ຂອງແມ່ ແລະລູກນ້ອຍ ແລະທັງໂຄສະນາ ຜ່ານສື່ຕ່າງໆ ຮວມທັງທາງໂທຣະໂຄ່ງນໍາດ້ວຍ, ແຕ່ກໍຍັງບໍ່ທັນເຂົ້າໃຈວ່າ ເປັນຍ້ອນຫຍັງ ພວກເຂົາເຈົ້າ ຈຶ່ງບໍ່ປະຕິບັດຕາມ, ຕ້ອງໄດ້ຖອດຖອນບົດ ຮຽນກັນຕື່ມ. ສ່ວນວ່າ 9 ເດືອນທີ່ຜ່ານມານີ້ ຢູ່ເມືອງໂພນທອງ ຍັງບໍ່ພົບເດັກ ນ້ອຍເກີດມາມີຊີວິຕ ແລ້ວຕາຍເທື່ອ.

ທີ່ນະຄອນຫລວງພຣະບາງ ແມ່ຍິງຖືພາຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ແມ່ຍິງຖືພາຢູ່ໃນຕົວເມືອງ ຈະມີຄວາມຮູ້ ເຣື່ອງການຝາກທ້ອງຢູ່ໂຮງໝໍ ຢ່າງໜ້ອຍ 4 ເທື່ອ ເພື່ອໃຫ້ທ່ານໝໍປະເມີນຄວາມສ່ຽງຂອງແມ່ ແລະລູກນ້ອຍ ແລະເພື່ອໃຫ້ແມ່ ແລະລູກນ້ອຍ ມີຊີວິຕ ຢູ່ລອດປອດພັຍ ແລະແຂງແຮງ. ສ່ວນວ່າແມ່ຍິງຖືພາຊົນເຜົ່າ ຢູ່ເຂດຫ່າງໄກ ແມ່ນບໍ່ເຫັນມາຝາກທ້ອງ ຢູ່ສຸຂສາລາ ຫລືເປັນຍ້ອນ ບໍ່ຮູ້ຂໍ້ມູນຂ່າວສານ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຕ້ອງໂຄສະນາແນະນໍາ ໃຫ້ພວກເຂົາເຈົ້າເຂົ້າໃຈ ແລະຮູ້ຄືກັນກັບແມ່ຍິງ ຖືພາຢູ່ໃນຕົວເມືອງ.

ດັ່ງທີ່ນາງເວົ້າວ່າ:

" ຄັນວ່າເຂົາເຈົ້າເຂົ້າໃຈເນາະ ຕັ້ງແຕ່ໄລຍະຕັ້ງຄັນມາ ໄລຍະ 3 ເດືອນເຮົາຕ້ອງມາຝາກທ້ອງ ຕ້ອງກິນອາຫານຕາມຄວາມເໝາະສົມ ຕ້ອງບໍ່ໃຫ້ເຮັດວຽກໜັກ ຕ້ອງບໍ່ໃຫ້ເຮັດແນວນີ້ ສ່ວນຫລາຍມັນກໍມີແຕ່ເຜົ່າມົ້ງເດ໋. ສ່ວນຫລາຍ ມານລູກກໍໄດ້ເປ້ຫລົວ, ເປ້ຟືນ, ໜຶ້ງເຂົ້າ, ເຮັດວຽກ ແມ່ນຜູ້ຍິງຈະເຮັດວຽກຫລາຍກວ່າ. ເຮັດໄຮ່ເຮັດນາຈົນຈໍາມື້ເກີດ ບາງເທື່ອເກີດຢູ່ສຸຂສາລາພຸ້ນເລີຍ ບາງເທື່ອເກີດຢູ່ສນາມ ເກີດຢູ່ພີ້ເລີຍຈັ່ງຊີ້ໂອ໋ ມັນຊິມີການຕາຍ ຍ້ອນບໍ່ມາຝາກທ້ອງ 4 ຄັ້ງຕໍ່ປີ. ເອີ ຄັນບ່ອນໄກ ສອກຫລີກບາງເທື່ອບໍ່ມີນໍ້າບໍ່ມີໄຟກໍມີເດ໋ ເຂົາບໍ່ມີໂທຣະທັດເບິ່ງ ບໍ່ມີໂປສເຕີ ບໍ່ມີໂຄສະນາ ລະດົມໃຫ້ເຂົ້າໃຈ ຈັ່ງຊີ້ເຮົາກໍບໍ່ຮູ້. "

ກ່ຽວກັບການເສັຍຊິວິຕຂອງ ເດັກນ້ອຍເກີດໃໝ່ຢູ່ປະເທດລາວ, ອີງຕາມການປະເມີນ ຂອງຫ້ອງການແມ່ແລະເດັກ ກະຊວງສາທາຣະນະສຸຂ ສປປ ລາວ, ລະຫວ່າງປີ 1978 ແລະ 1987 ໃນຈຳນວນເດັກນອ້ຍ ເກີດໃໝ່ແຕ່ລະ 1000 ຄົນໃດ ເສັຍຊີວີຕຫລຸດລົງ ຈາກ 191 ຄົນ ມາເປັນ 39 ຄົນໃນປີ 2017, ແລະກ່ຽວກັບແມ່ຍິງລາວ ເສັຍຊີີວິຕໃນຍາມເກີດລູກ , ອົງການສຫະປະຊາຊາຕ ແລະກະຊວງສາທາຣະນະສຸຂ ຂອງລາວ ປະເມີນວ່າ ເມື່ອ 2 ປີຜ່ານມາ ໃນຈຳນວນແມ່ຍິງ ເກີດລູກແຕ່ລະ 100,000 ຄົນໃດ ຈະເສັຍຊີວີຕ ລະຫວ່າງ 220 ຫາ 370 ຄົນ ຖືວ່າສູງກວ່າ ຢູ່ຫລາຍປະເທດ ໃນອາຊ້ຽນ ເປັນຕົ້ນວຽດນາມ, ແຕ່ກໍເຫັນວ່າ ມີຄວາມຄືບໜ້າ ໃນໄລຍະ 2-3 ປີຜ່ານມານີ້.