ປາກິສຖານ ຊ່ອຍພົລເມືອງ ທີ່ຖືກຕົວະ ໄປເຮັດວຽກ ຢູ່ສາມຫຼ່ຽມຄຳ

ພອນ ພູມມີທອນ
2022.10.25
ປາກິສຖານ ຊ່ອຍພົລເມືອງ ທີ່ຖືກຕົວະ ໄປເຮັດວຽກ ຢູ່ສາມຫຼ່ຽມຄຳ ທ່າເຮືອ ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ວັນທີ 3 ເດືອນຕຸລາ ປີ 2022.
RFA

ເມື່ອວັນທີ 20 ຕຸລາທີ່ຜ່ານມາ ທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan) ຣັຖມັນຕຣີກະຊວງພາຍໃນ ຂອງປາກິສຖານ ໃຫ້ສັມພາດຕໍ່ສື່ມວນຊົນວ່າ ທາງການປາກິສຖານ ສາມາດຊ່ອຍເຫລືອຄົນງານເພດຊາຍ ທີ່ຖືກຕົວະ ໄປເຮັດວຽກ ເປັນສແກມເມີ້ຣ໌ ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ 44 ຄົນ ໃນໄລຍະຕົ້ນເດືອນຕຸລາ ທີ່ຜ່ານມາ ພາຍຫລັງມີຜູ້ຖືກເຄາະຮ້າຍ ຈຳນວນນຶ່ງ ໄດ້ຮ້ອງຂໍຄວາມຊ່ວຍເຫລືອ ຜ່ານຊ່ອງທາງ ອອນລາຍນ໌ ໄປຍັງທາງການ ປາກິສຖານ ໃນໄລຍະເດືອນສິງຫາ ທີ່ຜ່ານມາ.

ກ່ຽວກັບເຣຶ່ອງນີ້, ກະຊວງພາຍໃນ ແລະກະຊວງ ການຕ່າງປະເທດ ຂອງປາກິສຖານ ໄດ້ປະສານຄວາມຮ່ວມມື ໄປຍັງສະຖານທູຕ ປາກິສຖານ ປະຈຳປະເທດວຽດນາມ ໃນຖານະ ປະເທດເພື່ອນບ້ານ ຂອງລາວ ລວມເຖິງປະສານງານ ໄປຍັງທາງການຈີນ ແລະ ທາງການໄທຍ ໃຫ້ຊ່ອຍດຳເນີນການ ແກ້ໄຂບັນຫາດັ່ງກ່າວນີ້ຕື່ມ ພ້ອມແຈ້ງເຕືອນຜູ້ທີ່ຕ້ອງການ ໄປເຮັດວຽກຢູ່ຕ່າງປະເທດ ໃຫ້ລະວັງ ບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມນັກຕົ້ມຕຸ່ນ.

ຫລ້າສຸດນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງສຖານທູຕ ປາກິສຖານ ປະຈຳປະເທດໄທຍ ແລະ ປະຈຳປະເທດວຽດນາມ ໃນມື້ວັນທີ 25 ຕຸລາ 2022 ເພື່ອສອບຖາມວ່າ ຍັງມີຊາວປາກິສຖານ ທີ່ຖືກຕົວະໄປເຮັດວຽກ ເປັນສແກມເມີ້ຣ໌ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ແລະ ຍັງລໍຖ້າການຊ່ອຍເຫລືອອີກ ຫລືບໍ່ ລວມເຖິງ ແນວທາງການຊ່ອຍເຫລືອ ເບື້ອງຕົ້ນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຂໍໍ້ມູນ ທັນທີເທື່ອ, ນອກຈາກນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການຄຸ້ມຄອງ ແຮງງານພາຍໃນ ເຂດເສຖກິຈພິເສດ ສາມຫລຽ່ມຄຳ ແລະ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງບໍ່ແກ້ວ ເພື່ອສອບຖາມກ່ຽວກັບເສັ້ນທາງ ລັກລອບນຳເຂົ້າຄົນງານ ປາກິສຖານ ໃຫ້ເຂົ້າມາເຮັດວຽກພາຍໃນເຂດເສຖກິຈ ສາມຫລ່ຽມຄຳ ວ່າມີລັກສະນະແນວໃດ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ທັນໄດ້ຮັບຮູ້ຂໍ້ມູນດັ່ງກ່າວນີ້ເທື່ອ.

ອີງຕາມຣາຍງານຂອງທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan) ລະບຸວ່າ ນາຍໜ້າໄດ້ຕົວະຄົນງານ ປາກິສຖານ ທີ່ສົນໃຈໄປເຮັດວຽກ ຢູ່ຕ່າງປະເທດວ່າ ພວກເຂົາເຈົ້າຈະມີວຽກເຮັດ ທີ່ມີລາຍໄດ້ດີ ແຕ່ເມື່ອເດີນທາງ ໄປຮອດປະເທດລາວ ຄົນງານກຸ່ມດັ່ງກ່າວນີ້ ພັດຖືກນາຍຈ້າງ ແລະ ນາຍໜ້າຍຶດໜັງສືເດີນທາງ, ບັງຄັບໃຫ້ສ້າງບັນຊີອອນລາຍນ໌ ເພື່ອຕົວະໃຫ້ຄົນໂອນເງິນ ຫລືສ້າງບັນຊີປອມ ເພື່ອຕົວະຍິງສາວໃຫ້ມາເຮັດວຽກຜິດກົດໝາຍ ທັງນີ້ ພວກເຂົາເຈົ້າພັດຖືກຂັງ, ຖືກບັງຄັບໃຫ້ເຮັດວຽກ 13 ຊົ່ວໂມງຕໍ່ມື້ ແລະ ໄດ້ຮັບຄ່າຕອບແທນ ຕໍ່າກວ່າທີ່ຕົກລົງກັນໄວ້ ຖ້າຫາກບໍ່ປະຕິບັດຕາມ ກໍຈະຖືກທຳຮ້າຍຮ່າງກາຍ ແລະ ຖ້າຫາກຕ້ອງການກັບບ້ານ ກໍຈະຕ້ອງຈ່າຍເງິນຄ່າໄຖ່ໂຕເອງ.

ໃນໄລຍະເວລາປະມານ 2-3 ເດືອນທີ່ຜ່ານມາ ມີຊາວຕ່າງປະເທດ ທີ່ຖືກຕົວະໄປເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ໄດ້ຮັບການ ຊ່ອຍເຫລືອ ອອກມາແລ້ວ ບາງສ່ວນ ແຕ່ຢ່າງໃດກໍຕາມ ພັດຍັງມີຊາວຕ່າງປະເທດ ອີກຫລາຍສັນຊາຕອີກຈຳນວນນຶ່ງ ຍັງຖືກກັກຂັງຢູ່.

ດັ່ງ ຄົນງານລາວ ທີ່ໄດ້ຮັບການຊ່ອຍເຫລືອ ພາຍຫລັງຖືກຕົວະ ໃຫ້ເຮັດວຽກເປັນສແກມເມີ້ຣ໌ ຢູ່ກາສິໂນ ຄິງສ໌ໂຣມັນ ທ່ານນຶ່ງ ກ່າວວ່າ:

“ຖ້າມີເອກສານຢັ້ງຍືນ ໂຕຕົນຫັ້ນມາເຮັດວຽກ ຄົນລາວກໍຫລາຍ ແລ້ວກໍຄົນພະມ້າກໍຫລາຍ ຄນຈີນກໍຫລາຍ ຄົນວຽດກໍມີ ມັນມີທຸກປະເທດເລີຍ ຢູ່ໃນສາມຫລ່ຽມຄຳນີ້ວຽກຜູ້ສາວກໍມີ ມັນມີຫລາຍວຽກ.”

ເຖິງແມ່ນວ່າ ພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ຈະຍັງມີຄົນຕ່າງປະເທດ ຖືກກັກຂັງຢູ່ພາຍໃນອີກຈຳນວນນຶ່ງ ແຕ່ຢ່າງໃດກໍຕາມ ພັດຍັງບໍ່ທັນມີຜູ້ໃດຮັບຮູ້ ຢ່າງຄັກແນ່ວ່າ ມີຄົນງານຈາກປະເທດໃດແດ່ ທີ່ຖືກຕົວະມາເຮັດວຽກ ເປັນສແກມເມີ້ຣ໌ ຢູ່ພາຍໃນສຖານທີ່ດັ່ງກ່າວນີ້ ຍ້ອນບໍ່ໄດ້ຮັບອນຸຍາດ ໃຫ້ຂຶ້ນໄປເທິງຕືກ.

ດັ່ງພໍ່ຄ້າຮັບຫິ້ວເຄື່ອງ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ທ່ານນຶ່ງກ່າວວ່າ:

“ອັນນີ້ແມ່ນເຮົາກໍບໍ່ຮູ້ເລີຍ ເພາະວ່າເຮົາສົ່ງເຄື່ອງຫີິ້ວເຄື່ອງ ເຮົາມີແຕ່ສົ່ງຢູ່ນອກ ເຮົາຈະເຂົ້າໃນບໍ່ໄດ້ຫັ້ນນ່າ ເຮົາມີແຕ່ສົ່ງເຄື່ອງຢູ່ນອກຮົ້ວ ເຮົາເຂົ້າໄປໃນຕຶກບໍ່ໄດ້ ເຮົາກໍບໍ່ເຫັນຄົນ ບໍ່ເຫັນຫຍັງນ່າແຕ່ວ່າເຫັນຄົນຕ່າງປະເທດບໍ່ ກໍເຫັນ ໄປສົ່ງໃຫ້ຂະເຈົ້າ ຂະເຈົ້າກໍຢ່າງອອກມາຢູ່ຮົ້ວ.”

ໃນໄລຍະທ້າຍປີຫາຕົ້ນປີທີ່ຜ່ານມາ ຄົນງານລາວຈຳນວນຫລາຍ ທີ່ຖືກຕົົວະເຮັດວຽກ ເປັນສແກມເມີ້ຣ໌ ຢູ່ພາຍໃນເຂດເສຖກິຈ ສາມຫລ່ຽມຄຳ ຮຽກຮ້ອງໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຊ່ອຍເຫລືອພວກເຂົາເຈົ້າ ໃຫ້ຫລຸດພົ້ນຈາກວຽກງານດັ່ງກ່າວນີ້ ແຕ່ມາຮອດປັຈຸບັນ ພັດຍັງມີນາຍໜ້າຫລາຍຄົນເປີດຮັບສະມັກຜູ້ສົນໃຈ ມາເຮັດວຽກດັ່ງກ່າວນີ້ ຜ່ານທາງສື່ສັງຄົມອອນລ່າຍນ໌ ຢ່າງຕໍ່ເນື່ອງ ເຊິ່ງກໍມີຄົນລາວ ຈຳນວນນຶ່ງສົນໃຈ ຍ້ອນໄດ້ ຣາຍໄດ້ດີ ແລະ ບໍ່ຈຳເປັນຕ້ອງມີປະສົບການ ມາກ່ອນ.

ດັ່ງ ຜູ້ທີ່ຮູ້ກ່ຽວກັບເຣຶ່ອງນີ້ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນາງນຶ່ງກ່າວວ່າ:

“ບໍ່ມີກໍໄດ້ ເພາະວ່າຢູ່ນີ້ກໍແບບ ຖ້າຄົນບໍ່ມີພື້ນຖານເຂົາກໍມາຮຽນຢູ່ ມີໆ 10 ມື້ກ່ຽວກັບເຮົາຕອບແຊ້ດນີ້ແຫລະ ຕອບແຊເດ້ ແມ່ນເດືອນທຳອິດ ແຕ່ເຮົາມາສົມມຸດ ເຂົາຈະຕັດອອກ 10 ມື້ເດ້ ແບບສົມມຸດເຮົາມາ ເຮົາມາເຮັດວຽກຄົບນຶ່ງເດືອນນຶ່ງແລ້ວກໍ ເຂົາຊິຕັດອອກ 10ມື້ ເພາະວ່າ ມື້ເຮົາຝຶກວຽກເດ້ ແລ້ວກໍເຫລືອນັ້ນ ເຂົາຈະໄລ່ວ່າໄດ້ເທົ່າໃດ.”

ຍານາງກ່າວຕື່ມວ່າ ປັຈຸບັນ ການເຮັດວຽກເປັນສແກມເມີ້ຣ໌ ຢູ່ພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ແບ່ງອອກເປັນ 4 ພາສາຫລັກໆ ຄື ພາສາໄທຍ, ພາສາວຽດນາມ, ພາສາຈີນ, ແລະ ພາສາອັງກິດ ໂດຍ ແຕ່ລະພາສາ ຈະໄດ້ຮັບຄ່າຕອບແທນ ແຕກຕ່າງກັນ ເປັນຕັ້ນພາສາໄທຍ ຈະໄດ້ຮັບຄ່າຕອບແທນປະມານ 4,500-5,000 ຢວນຕໍ່ເດືອນ, ພາສາວຽດນາມ 7,000 ຢວນ, ສ່ວນພາສາຈີນ ແລະ ພາສາ ອັງກິດ ຈະໄດ້ຮັບຄ່າຕອບແທນ ປະມານ 8,000 ຍວນຕໍ່ເດືອນ ເຊິ່ງບໍ່ລວມຄ່າຄອມມິສຊັນ (Commission) ປະມານ 2-8% ແຕ່ຢ່າງໃດກໍຕາມ ພັດບໍ່ມີຜູ້ໃດ ສາມາດຢັ້ງຢືນໄດ້ວ່າ ຊິໄດ້ຮັບຄ່າຕອບແທນ ໃນອັຕຣາດັ່ງກ່າວນີ້ແທ້ ຫລືບໍ່.

ສຳລັບຜູ້ທີ່ເຂົ້າມາເຮັດວຽກ ເປັນສແກມເມີ້ຣ໌ ທັງແບບເຕັມໃຈ ແລະ ຖືກບັງຄັບນັ້ນ ພວກເຂົາເຈົ້າ ຈະຕ້ອງຮຽນຮູ້ ວິທີການສ້າງໂຕຕົນປອມ ເພື່ອໃຊ້ໃນການຕົວະ ໃຫ້ຄົນໃນໂລກອອນລາຍນ໌ ໃຫ້ຫລົງຮັກ ຈາກນັ້ນກໍຊັກຊວນໃຫ້ ພວກເຂົາເຈົ້າມາຮ່ວມລົງທຶນ ແລະໂອນເງິນໃຫ້ ຜ່ານທາງລະບົບ ອອນລາຍນ໌.

ດັ່ງ ຜູ້ທີ່ມີປະສົບການ ເຮັດວຽກຕອບແຊັດ ທ່ານນຶ່ງ ກ່າວວ່າ:

“ກໍຄືແບບສ້າງຄວາມສັມພັນ ກັບລູກຄ້າ ສ້າງຄວາມສັມພັນກັບລູກຄ້າແລ້ວ ກໍຊວນຂະເຈົ້າ ມາ trade ມັນຈະມີແບບຂໍ້ຄວາມ ໃຫ້ຮຽນຮູ້ແດ່ ແບບວ່າມັນບໍ່ແມ່ນທັງເບີດດອກ ລົມຄົນທີ່ເປັນຄົນຕ່າງຊາຕ ທີ່ຢູ່ໃນໄທຍ ລົມຕ່າງປະເທດໄທຍກໍໄດ້ ຫລືວ່າລົມຄົນຢູ່ຢູໂຣບໄດ້ ອັນນີ້ຄືຮັບໝົດເລີຍ ທັງລາວ ທັງຕ່າງປະເທດ ເພາະສຸດທ້າຍ ມັນຕ້ອງໄດ້ເຮັດນຳກັນຫັ້ນແຫລະ.”

ກ່ອນໜ້ານິີ້ເມື່ອວັນທີ 6 ຕຸລາທີ່ຜ່ານມາ ກະຊວງການຕ່າງປະເທດ ຂອງມາເລເຊັຽ ອອກຖແຫລງການວ່າ ໄດ້ດຳເນີນການ ຜ່ານສຖານທູຕມາເລເຊັຽ ປະຈຳປະເທດລາວ ໃນການຊ່ອຍເຫລືອ ຄົນງານມາເລເຊີຽ ທີ່ຖືກຕົວະ ໄປເຮັດວຽກສແກມເມີ້ຣ໌ ແລະ ສ່ຽງຕໍ່ການຕົກເປັນເຫຍື່ອ ການຄ້າມະນຸສ ໄດ້ຈຳນວນ 7 ຄົນ ຂະນະທີ່ ທ່ານ ດາໂຕະ ຮິຊາມຸ໋ດດິ໋ນ ຮາຮິມ (Dato Hishamuddin Hahim) ເຂດເສຖກິຈພິເສດສາມຫລ່ຽມຄຳ ເລຂາທິການ ອົງການເພື່ອມະນຸສທັມ ລະຫວ່າງປະເທດ ຂອງມາເລເຊັຽ ຫລື Malaysia International Humanitarian Organization (MHO) ກໍໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ຕຸລາທີ່ຜ່າມານີ້ວ່າ ຍັງມີຄົນງານມາເລເຊັຽ ທີ່ຖືກຕົວະໄປເຮັດວຽກ ເປັນສແກມເມີ້ຣ໌ ຢູ່ພາຍໃນປະເທດລາວ ເທົ່າທີ່ມີຂໍ້ມູນ ແມ່ນມີປະມານ 50-100 ຄົນ ທີ່ບໍ່ສາມາດຊ່ອຍເຫລືອ ອອກມາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.