ເຣື້ອງທີ່ເກັບບັນທຶກໄວ້
2024-01-28
ທາງການລາວ ອາຈຕັ້ງ ຫ້ອງການໄອຍະການ ປະຊາຊົນ ໃນເຂດເສຖກິຈ ພິເສດສາມ ຫລ່ຽມຄໍາ, ທະນາຄານໂລກ ແນະນໍາໃຫ້ ສປປ ລາວ ຫລຸດໜີ້ ສາທາຣະນະ, ພົບການໃຊ້ຈ່າຍເງິນບໍຣິຈາກ-ເງິນຊົດເຊີຍ ຜູ້ຖືກຜົລກະທົບ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບໍ່ຖືກຕ້ອງ.
2024-01-28
ທ່ານຄໍາບາງ ສີບຸນເຮືອງ ຊາວແຂວງສວັນນະເຂດ ໄດ້ຮັບໃຊ້ ກອງທັບແຫ່ງພຣະຣາຊອານາຈັກລາວ ເປັນເວລາ 15 ປີ ແລະ ໄດ້ຖືກໄປສັມມະນາ 10 ປາຍມື້ ກ່ອນຈະພາຄອບຄົວ ໂຕນໄປຝັ່ງໄທຍ, ແລະ ໄດ້ມາຕັ້ງຖິ່ນ ຖານຢູ່ສະຫະຣັຖ ອາເມຣິກາ.
2024-01-27
ໄຂຂໍ້ຂ້ອງໃຈ ເປັນຫຍັງ ຮູບປັ້ນເຈົ້າອານຸວົງ ຈຶ່ງຊີ້ມືໄປ ທາງເບື້ອງແມ່ນໍ້າຂອງ ແລະ ບັນພະບຸລຸດລາວ ມາຈາກພູເຂົາອັນໄຕ ແທ້ ຫຼືບໍ່? ອາຈານ ສຸເນດ ໂພທິສານ ຊຶ່ງເປັນນັກປະຫວັດສາດລາວ ຈະໄຂຂໍ້ຂ້ອງໃຈໃນເລື່ອງນີ້.
2024-01-27
ກົມມໍຣະດົກໂລກ ຢືນຢັນວ່າ ອົງການຢູເນສໂກ ບໍ່ໄດ້ຖອນ ເມືອງຫຼວງພຣະບາງ ອອກຈາກບັນຊີ ມໍຣະດົກໂລກ ຕາມທີ່ມີ ຂ່າວເປົ່າປິວວ່າ ຈະມີການຖອດຖອນນັ້ນ ແມ່ນບໍ່ມີມູນຄວາມຈິງ.
2024-01-26
ປີ 2023 ມີຄະດີຄ້າມະນຸສເກີດຂຶ້ນ 24 ເຣື່ອງ ໃນນັ້ນ ຈັບຜູ້ຖືກກ່າວຫາຊາວຈີນ ໄດ້ນໍາດ້ວຍ ແລະຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໄດ້ອີກ 53 ຄົນ ໃນນັ້ນ ຖືກຕົວະໃຫ້ແຕ່ດອງ ກັບຜູ້ຊາຍຈີນ.
2024-01-26
ດິນຈຳນວນ 51 ຕອນ ລວມເນື້ອທີ່ທັງໝົດ 850 ເຮັກຕ້າຣ໌ ແລະ 3,871 ຕາແມັດ ໃນເຂດສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຮັບອຳນາດໃນການຄຸ້ມຄອງ ເພື່ອນຳໃຊ້ ກໍ່ສ້າງໂຄງການຕ່າງໆ ໃນຕາມຂອບເຂດສະຖານີຣົຖໄຟ ລາວ-ຈີນ.
2024-01-26
ປະຊາຊົນແຂວງອັດຕະປື ຍັງບໍ່ສາມາດອອກຈາກ ຄວາມທຸກຍາກໄດ້ ເນື່ອງຈາກວ່າ ປັດຈຸບັນສະພາບເຖກິຈ, ບັນຫາໄພເງິນເຟີ້ ແລະເງິນກີບອ່ອນຄ່າ ເຮັດໃຫ້ມີຫຼາຍພັນຄອບຄົວ ທີ່ຕ້ອງປະເຊີນກັບ ຄວາມທຸກຍາກເຖິງ 11,745 ຄອບຄົວ ກວມເອົາ 38% ຂອງຈໍານວນຄອບຄົວ ທັງໝົດພາຍໃນແຂວງ.
2024-01-26
ການທ່ອງທ່ຽວເປັນຂແນງການ ທີ່ສຳຄັນໃນການຂັບເຄື່ອນ ແລະຂຍາຍໂຕ ຂອງເສຖກິຈ, ການພັທນາແບບຍືນຍົງ ຂະນະທີ່ໂຄງຮ່າງພື້ນຖານ ເພື່ອຕອບສນອງ ກັບການທ່ອງທ່ຽວໃນລາວ ຍັງບໍ່ໄດ້ຮັບການປັບປຸງ ລວມເຖິງແຫຼ່ງທ່ອງທ່ຽວຫຼາຍແຫ່ງ.
2024-01-26
ປາຫລາຍກວ່າ 230 ກິໂລ ຕາຍຢູ່ນໍ້າງາ ໃນເຂດສງວນວັງໄຮ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງຊາວບ້ານເຊື່ອວ່າ ເປັນຍ້ອນຟາມໝູຂອງຈີນ ທີ່ຕັ້ງຢູ່ຕົ້ນນໍ້າງາ ປ່ອຍນໍ້າເປື້ອນ ຈາກການລ້າງຄອກໝູ ລົງມາໃສ່.
2024-01-25
ເພື່ອໃຫ້ຫລຸດຜ່ອນມົລພິດ ທາງອາກາດ ພາກສ່ວນທີ່ກ່ຽວຂ້ອງ ມີການວາງແຜນ ເພື່ອແກ້ໄຂບັນຫາ ໂດຍສະເພາະການຈູດປ່າເຮັດໄຮ່ ຫຼືຈູດຂີ້ເຫຍື້ອ ໃນຣະດູແລ້ງ ເນື່ອງຈາກວ່າ ມົລພິດທີ່ເກີດຈາກໄຟໄໝ້ປ່າ ກໍ່ໃຫ້ເກີດຝຸ່ນລະອອງຂນາດນ້ອຍ ກະທົບຕໍ່ສຸຂພາບປະຊາຊົນ.
2024-01-25
ດ່ານສາກົລບໍ່ເຕັນ ເຂັ້ມງວດກວດຂັນ ເຣື່ອງອອກໄປປະເທດຈີນ ຂອງຍິງລາວ ໂດຍສະເພາະຍິງສາວ ທີ່ອາດຕົກເປັນເຫຍື່ອ ຂອງການຄ້າມະນຸສ ຂະນະທີ່ບັນຫານີ້ ອາດກາຍເປັນຕົ້ນເຫດ ຂອງການຮຽກຮັບຜົລປໂຍດຈ າກແມ່ຍິງຫຼາຍຄົນ ທີ່ຈະເດີນທາງໄປຈີນ.
2024-01-25
ມີການເຊັນສັນຍາ ຮັບເໝົາອອກແບບ ແລະ ກໍ່ສ້າງເຂດໂລຈິສຕິກ ນະຄອນຫລວງວຽງຈັນ ໄລຍະທີ 2 ລະຫວ່າງ ບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ ກັບ ບໍຣິສັດ China Construction Science and Industry Corporation ຈາກປະເທດຈີນ.
2024-01-25
ເມື່ອປີ 2023 ທີ່ຜ່ານມາ ພົບການລັກຕັດໄມ້ ແລະບຸກລຸກທີ່ດິນປ່າໄມ້ ຫລາຍ ເມື່ອທຽບໃສ່ປີ 2022 ແມ່ນຫລາຍຂຶ້ນ ເຖິງແມ່ນວ່າ ພາກຣັຖຈະມີລະບຽບກົດໝາຍ ຫ້າມກໍຕາມ ເພາະສ່ວນນຶ່ງຊາວບ້ານບໍ່ມີດິນເພື່ອການຜລິດ ແລະ ໄມ້ທີ່ຖືກຕັດສ່ວນໃຫຍ່ ເປັນຂອງນັກທຸຣະກິຈ ເພື່ອປ້ອນໂຮງເລື່ອຍ ຫຼືສົ່ງອອກ.
2024-01-25
ຊາວບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ຖືກຈັບ ພາຍຫຼັງ ທວງເອົາທີ່ດິນຄືນ ຈາກບໍຣິສັດເອກະຊົນ ທີ່ສັມປະທານດິນລວມຂອງບ້ານ ແຕ່ເມື່ອໝົດສັນຍາແລ້ວ ທາງບໍຣິສັດບໍ່ມີຄວາມປະສົງ ຈະສົ່ງຄືນ ຊາວບ້ານໄດ້ເຮັດໜັງສືໄປຫາຂັ້ນເມືອງ ແຕ່ບໍ່ມີຄວາມຄືບໜ້າ ຈຶ່ງມີການປະທ້ວງເກີດຂຶ້ນ.
2024-01-24
ທະນາຄານ ພັທນາເອເຊັຽ ຫຼື ADB ອະນຸມັດເງິນກູ້ຢືມ ຈຳນວນ 1,382,696 ໂດລ້າຣ໌ ສະຫະຣັຖ ຫຼື 28 ຕື້ປາຍກີບ ໃຫ້ແກ່ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອຈັດຕັ້ງໂຄງການ ຕິດຕັ້ງໄຟສັນຍານຈາຣະຈອນ ແບບຍືນຍົງ ໃນໂຕເມືອງ ນະຄອນຫຼວງວຽງຈັນ ເນື່ອງຈາກໄຟຈາຣະຈອນເປ່ເພຫຼາຍ.